ຄວາມປອດພັຍຂອງ ກອງຮັກສາສັນຕິພາບ.

LEBANON ISRAEL PALESTINIANS CONFLICT

ກອງທະຫານຂອງ The United Nations Interim Force in Lebanon (UNIFIL) ກຳລັງສັງເກດການ ເບິ່ງເມືອງ Misgav Aadaysit ຂອງ ອິສຣາເອລ ຈາກພາກໃຕ້ຂອງ Lebanon. Credit: WAEL HAMZEH/EPA

ກອງກຳລັງຊົ່ວຄາວ ຂອງສະຫະປະຊາຊາດໃນ Lebanon-ຊຶ່ງມີທະຫານຮັກສາສັນຕິພາບປະມານ 10,000 ຄົນຈາກ 46 ປະເທດ, ແລະເຂົາເຈົ້າ ໄດ້ຢູ່ໃນ Lebanon ໃນບາງຮູບແບບ ຕັ້ງແຕ່ປີ 1978 ເພື່ອຮັກສາຄວາມຫມັ້ນຄົງ ຢູ່ຊາຍແດນ ກັບອິດສະຣາເອລ ແລະປົກປ້ອງພົນລະເຮືອນ ໄດ້ຢູ່ພາຍໃຕ້ການຄຸກຄາມດ້ານຄວາມປອດພັຍຈາກກອງທັບອິສຣາເອລ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມປອດພັຍຂອງ ກອງຮັກສາສັນຕິພາບ.

ຣັດຖະມົນຕີການຕ່າງປະເທດ ອີຕາລີ Antonio Tajani ໄດ້ສະແດງຄວາມບໍ່ພໍໃຈ ຫລັງຈາກເຈົ້າໜ້າທີ່ ຮັກສາສັນຕິພາບ ຂອງອີຕາລີ ທີ່ ເດີນທາງຈາກພາກໃຕ້ຂອງ Lebanon ມຸ້ງຫນ້າໄປຫາເມືອງ Beirut ຖືກກີດກັນ ໂດຍການຍິງເຕືອນ ຂອງກອງທະຫານອິດສະຣາເອລ.

ເຫດການນັ້ນ ເປັນໜຶ່ງໃນເຫດການ ທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ທີ່ເຈົ້າໜ້າທີ່ຮັກສາສັນຕິພາບ ໄດ້ຖືກໂຈມຕີໃນ Lebanon.

Deb Groarke ມີລາຍລະອຽດ.

ໃນຕົ້ນອາທິດນີ້, ກອງທະຫານອີຕາລີ ທີ່ເປັນສ່ວນຫນຶ່ງ ຂອງກອງກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດໃນ Lebanon ໄດ້ຖືກບັງຄັບໃຫ້ກັບຄືນ ຫລັງຈາກກອງທັບອິດສະຣາເອລ ໄດ້ຍິງປືນເຕືອນທະຫານກຸ່ມດັງກ່າວ.

ເຫດການນັ້ນໄດ້ເກີດຂຶ້ນ ໃນຂນະທີ່ອິດສະຣາເອລ ດໍາເນີນການໂຈມຕີທາງອາກາດຄັ້ງໃຫຍ່ ໃສ່ເປົ້າຫມາຍທີ່ສົງສັຍວ່າເປັນ Hezbollah ຢູ່ພາກໃຕ້ຂອງ Lebanon, ຊຶ່ງເປັນສ່ວນຫນຶ່ງ ຂອງການໂຈມຕີກຸ່ມທະຫານ ທີ່ໄດ້ຮັບການສນັບສນູນຈາກ Iran.

ຣັດຖະມົນຕີ ການຕ່າງປະເທດອີຕາລີ Antonio Tajani ມີຄວາມບໍ່ພໍໃຈ.

"ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບ, ແຕ່ຂະບວນຣົດ ຕ້ອງກັບຄືນໄປທີ່ຖານ. ທັນທີທີ່ຂ້າພະເຈົ້າອອກຈາກຫ້ອງນີ້, ຂ້າພະເຈົ້າຈະຂໍໃຫ້ຣັດຖະມົນຕີ ການຕ່າງປະເທດ ຂໍຂໍ້ມູນທັນທີ ຈາກອັກຄະທູດອິດສະຣາເອລ ປະຈຳປະເທດອີຕາລີ ກ່ຽວກັບສິ່ງທີ່ເກີດຂຶ້ນ ແລະສິ່ງທີ່ເຮັດໃຫ້ຣົດທະຫານຂອງອີຕາລີເສັຍຫາຍ."

ກອງກຳລັງຊົ່ວຄາວ ຂອງສະຫະປະຊາຊາດໃນ Lebanon-ຫລື The United Nations Interim Force in Lebanon (UNIFIL)- ມີທະຫານຮັກສາສັນຕິພາບປະມານ 10,000 ຄົນຈາກ 46 ປະເທດ, ແລະເຂົາເຈົ້າ ໄດ້ຢູ່ໃນ Lebanon ໃນບາງຮູບແບບ ຕັ້ງແຕ່ປີ 1978 ເພື່ອຮັກສາຄວາມຫມັ້ນຄົງ ຢູ່ຊາຍແດນ ກັບອິດສະຣາເອລ ແລະປົກປ້ອງພົນລະເຮືອນ.

ທະຫານອີຕາລີ ເປັນກອງກຳລັງໃຫຍ່ອັນດັບສອງ ໃນກຸ່ມຮັກສາສັນຕິພາບ (ຮອງຈາກບຸກຄະລາກອນ ອິນໂດເນເຊັຍ).

ແລະເຂົາເຈົ້າ ບໍ່ໄດ້ເປັນກອງກຳລົງທໍາອິດ ທີ່ຖືກໂຈມຕີ.

ຮອງໂຄສົກ ຂອງເລຂາທິການໃຫຍ່ ສະຫະປະຊາຊາດ, Farhan Haq, ກ່າວວ່າ ຫນ່ວຍກຳລັງປ້ອງກັນອິດສະຣາເອລ ໄດ້ກັກຂັງຜູ້ຮັກສາສັນຕິພາບຂອງ UNIFIL ເປັນເວລາສັ້ນໆ ໃນອາທິດນີ້ ຫລັງຈາກໄດ້ປິດກັ້ນຂະບວນຣົດຂົນສົ່ງ, ແລະນີ້ບໍ່ແມ່ນພຽງຕົວຢ່າງດຽວ ຂອງການຂັດແຍ້ງ.

"ມື້ວານນີ້, ຜົນກະທົບຈາກການຍິງຈະຫລວດ ແລະປືນໃຫຍ່ໃສ່ກັນ ໃກ້ເມືອງ At Tiri ໃນ Sector West ໄດ້ເຮັດໃຫ້ທະຫານຮັກສາສັນຕິພາບ ຫົກຄົນ ໄດ້ຮັບບາດເຈັບ, ຮວມທັງບາດແຜ ຈາກສະເກັດລະເບີດ ແລະຫ້າກໍລະນີ ຂອງບາດເຈັບທາງສຽງ (Acoustic trauma), ພ້ອມທັງຄວາມເສັຍຫາຍ ຕໍ່ຍານພາຫະນະຂອງສະຫະປະຊາຊາດ."

ແມ່ນແຕ່ອາຄານຕ່າງໆ ກໍຖືກໂຈມຕີ.

ໂຄສົກ UNIFIL, Kandice Ardiel, ກ່າວວ່າ ກອງທັບອິດສະຣາເອລ ໄດ້ທໍາລາຍກ້ອງຮັກສາຄວາມປອດພັຍ 17 ຫນ່ວຍ ທີ່ຕໍ່ໃສ່ກັບສູນກາງໃຫຍ່ ຂອງກອງກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ຢູ່ພາກໃຕ້ຂອງ Lebanon, ທີ່ຕັ້ງຢູ່ໃນເມືອງ Naqoura ຢູ່ແຄມຝັ່ງທະເລ.

ນາງເວົ້າວ່າ ຄວາມຮຸນແຮງ ໄດ້ກາຍເປັນທາງຮ່າງກາຍ ໃນເດືອນມິນາ, ເມື່ອທະຫານຮັກສາສັນຕິພາບ ຂອງອິນໂດນີເຊັຍສາມຄົນ ໄດ້ຖືກຂ້າຕາຍ ໃນສອງເຫດການ.

"ໃນຄືນວັນອາທິດ, ລູກປືນໄດ້ຖືກຍິງໄປໃສ່ຖານທັບບ່ອນໜຶ່ງ ຂອງພວກເຮົາໃກ້ເມືອງ Adchital-Qusayr, ແລະທະຫານຮັກສາສັນຕິພາບສອງຄົນ ທີ່ຢູ່ໃກ້ໆນັ້ນ ໄດ້ຮັບບາດເຈັບສາຫັດ. ຄົນຫນຶ່ງ ໄດ້ເສັຍຊີວິດເພາະບາດເຈັບໃນຄືນນັ້ນ...ມື້ຕໍ່ມາ,ໃນຕອນເຊົ້າວັນຈັນ, ຣົດຄັນຫນຶ່ງທີ່ກຳລັງເດີນທາງໃກ້ເມືອງ Bani Hayyan ໄດ້ຖືກລະເບີດ, ແລະທະຫານຮັກສາສັນຕິພາບສອງຄົນ ໄດ້ຖືກຂ້າຕາຍຢ່າງໜ້າເສົ້າໃຈ."

Danny Danon ເອກອັກຄະທູດ ຂອງອິດສະຣາເອລ ປະຈຳສະຫະປະຊາຊາດ ກ່າວວ່າ ເຫດການເຫຼົ່ານັ້ນ ເກີດຂຶ້ນໂດຍບໍ່ຈົງໃຈ.

ລາວເວົ້າວ່າ ອິດສະຣາເອລ ກໍາລັງປະສານງານຢ່າງໃກ້ຊິດກັບ UNIFIL ເພື່ອຫລຸດຜ່ອນຄວາມສ່ຽງ, ແລະກ່າວຫາ Hezbollah ວ່າໃຊ້ປໂຍດຈາກທີ່ຕັ້ງຂອງ UNIFIL.

"ໃນວັນທີ 22 ມິນາ, ຫົວຫນ້າກອງບັນຊາການພາກເຫນືອ ຂອງອິດສະຣາເອລ ໄດ້ສົ່ງຈົດຫມາຍໄປຫາ UNIFIL ໂດຍກົງ, ແລະເຕືອນວ່າ ເຂດໃກ້ຄຽງນັ້ນເປັນອັນຕະຣາຍ. ພວກເຮົາຮູ້ວ່າ ມັນຈະເກີດຂຶ້ນ, ຫນ້າເສັຍໃຈ, ແລະພວກເຮົາໄດ້ບອກຢ່າງຊັດແຈ້ງວ່າ Hezbollah ຈົງໃຈປະຕິບັດການ ໃກ້ກັບຕໍາແຫນ່ງຂອງສະຫະປະຊາຊາດ ແລະເຮັດໃຫ້ພວກເຂົາ ຢູ່ໃນເສັ້ນທາງ ຂອງການສູ້ຮົບໂດຍກົງ. ພວກເຮົາໄດ້ແຈ້ງຕໍ່ UNIFIL ເພື່ອວ່າ ເຂົາເຈົ້າຈະຮູ້ເຖິງຄວາມສ່ຽງນີ້ ແລະໃຊ້ຄວາມລະມັດລະວັງ."

ເຖິງຢ່າງໃດກໍຕາມ, ເອກອັກຄະທູດ ຂອງອິນໂດນີເຊັຍ ປະຈຳສະຫະປະຊາຊາດກ່າວວ່າ ອັນຕະຮາຍນັ້ນ ມາຈາກການຮຸກຮານຊ້ຳແລ້ວຊ້ຳອີກ ຂອງກອງທັບອິດສະຣາເອລ ໃນດິນແດນ Lebanon.

Stephane Dujarric ໂຄສົກຂອງສະຫະປະຊາຊາດກ່າວວ່າ ຜົນສອບສວນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ໜຶ່ງໃນຜູ້ຮັກສາສັນຕິພາບ ຂອງອິນໂດເນເຊັຍ ຖືກຂ້າຕາຍໂດຍຂີປະນາວຸດຣົດຖັງ ຂອງອິດສະຣາເອລ, ແລະອີກສອງຄົນ ອາດເສັຍຊີວິດ ຈາກລະເບີດທີ່ Hezbollah ວາງໄວ້.

ເອກອັກຄະທູດ Umar Hadi ກ່າວວ່າ ບັດນີ້ປະເທດສະມາຊິກ ກໍາລັງຮຽກຮ້ອງ ໃຫ້ມີການຄຸ້ມຄອງທີ່ເຂັ້ມແຂງຂຶ້ນ.

"ພວກເຮົາຈື່ໄດ້ວ່າ ຜູ້ຮັກສາສັນຕິພາບ ຕ້ອງບໍ່ຕົກເປັນເປົ້າຫມາຍຂອງການໂຈມຕີ; ແລະວ່າຫ້າມໂຈມຕີເຂົາເຈົ້າ ໃນຂນະທີ່ເຂົາເຈົ້າໄດ້ຮັບການປົກປ້ອງ ພາຍໃຕ້ກົດຫມາຍລະຫວ່າງປະເທດ ແລະມະຕິຂອງສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ; ແລະອາດຖືວ່າເປັນອາດຊະຍາກັມສົງຄາມ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now