ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ນິທັດສະການຖາວອນແຫ່ງໃຫມ່ຂອງ Pompeii
ນິທັດສະການຖາວອນແຫ່ງໃຫມ່ ຢູ່ໃນເມືອງ Pompeii ຂອງໂຣມັນໂບຮານ ໄດ້ສະແດງໃຫ້ເຫັນ ຮູບພາບທີ່ຫນ້າປະທັບໃຈ ໃນຕອນທີ່ພູເຂົາໄຟລະເບີດຄັ້ງໃຫຍ່ ຊຶ່ງທໍາລາຍເມືອງໃນປີ ຄ.ສ. 79.
ຊາກສົບຂອງຜູ້ອາສັຍຢູ່ໃນເມືອງ ຫລາຍກວ່າ 20 ຊາກ ຈະຖືກຈັດສະແດງ ໃນນິທັດສະການ, ພ້ອມກັບການຄົ້ນພົບອື່ນໆ ເຊັ່ນພືດ ແລະອາຫານ ທີ່ຖືກຝັງໄວ້ຢູ່ໃຕ້ຂີ້ເຖົ່າ ແລະ Lava ຫຼາຍແມັດ ເປັນເວລາຫລາຍສັດຕະວັດ.
Wing Kuang ລາຍງານ.
ສໍາລັບແຟນ ຂອງຈັກກະພັດໂຣມັນໂບຮານ, ເມືອງ Pompeii ໄດ້ເປັນແວ່ນແຍງ ບ່ອນທີ່ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບຊີວິດປະຈໍາວັນ ເມື່ອສອງພັນປີກ່ອນ.
ໃນປີ ຄ.ສ.79 ເກີດການລະເບີດທີ່ຮ້າຍແຮງຂອງ Mount Vesuvius ໄດ້ຝັງເມືອງ ທີ່ມີປະຊາກອນຫຼາຍກວ່າ 20,000 ຄົນ ດ້ວຍຂີ້ເຖົ່າ ແລະ Lava.
ເປັນເວລາຫລາຍປີ, ນັກບູຮານຄະດີ ໄດ້ຄົ້ນພົບບາງສ່ວນ ຂອງເມືອງບູຮານ ແລະຮ່າງກາຍ ຂອງຜູ້ອາສັຍ ທີ່ບໍ່ສາມາດຫນີ ຈາກຊ່ວງເວລາທີ່ໂສກເສົ້ານັ້ນ.
ຕອນນີ້, ເປັນເທື່ອທໍາອິດ, ທີ່ນິທັດສະການຖາວອນໃຫມ່ທີ່ Archaeological Park of Pompeii ຈະຈັດສະແດງຊາກສົບ ຫລາຍກວ່າ 20 ຊາກ ທີ່ຖືກຄົ້ນພົບ ໃນລະຫວ່າງການວິຈັຍ ທາງບູຮານຄະດີ.
Gabriel Zuchtriegel ເປັນຜູ້ອໍານວຍການ ຂອງສວນບູຮານ ຄະດີ Archaeological Park.
"ສິ່ງທີ່ພວກເຮົາພະຍາຍາມເຮັດ ຄືການເປີດສະແດງ ເປັນເທື່ອທໍາອິດຢ່າງຖາວອນ ເຖິງສິ່ງທີ່ເຮັດໃຫ້ Pompeii ມີຄວາມພິເສດ. ແລະໃນທີ່ສຸດ ມັນເປັນຄວາມໂສກເສົ້າ ຂອງການທໍາລາຍ ແລະຊີວິດຂອງມະນຸດຈຳນວນຫລາຍ ທີ່ສູນເສັຍໄປ."
Mr Zuchtriegel ກ່າວວ່າ ການຈັດສະແດງນັ້ນ ແມ່ນເກີນກວ່າການສະແດງ ໃນພິພິດທະພັນ.
"ສິ່ງທີ່ພວກເຮົາພະຍາຍາມເຮັດ ຄືການຊອກຫາທາງ ເກືອບເຄິ່ງກາງ ລະຫວ່າງຫໍພິພິດທະພັນ, ສະຖານທີ່ແຫ່ງຄວາມຊົງຈໍາ, ແລະສະຖານທີ່ ຫໍພິພິດທະພັນແບບເດີມ ບ່ອນທີ່ພວກເຮົາ ມີແບບຈຳລອງ ແລະຮູບແຕ້ມ ແລະສິ່ງຕ່າງໆ ທີ່ຊ່ອຍເຫລືອເດັກນ້ອຍ, ຄອບຄົວ, ທຸກຄົນ ໃຫ້ເຂົ້າໃຈ ໃນສິ່ງທີ່ໄດ້ເກີດຂຶ້ນ. ຂ້ອຍຄິດວ່າສິ່ງທີ່ເຮົາສາມາດຄິດໄດ້ ຄືການຂຍາຍມັນ ໄປຫາສະຖານທີ່ອື່ນໆ ໃນເມືອງ Pompeii ແລະຮອບໆສະຖານທີ່ນັ້ນ."
Pompeii ເປັນສະຖານທີ່ດຽວໃນໂລກ ທີ່ອະນຸຍາດໃຫ້ເກັບກູ້ຫລັກຖານປະເພດນີ້, ເຮັດໃຫ້ຜູ້ມາຊົມ ສາມາດເບິ່ງສິ່ງຂອງທີ່ຖືກທໍາລາຍ ແລະຜູ້ຄົນທີ່ມີຊີວິດຢູ່ ແລະໄດ້ຕາຍໄປໃນເວລານັ້ນ.
"ມັນເປັນເລື່ອງຫຍຸ້ງຍາກຫລາຍ, ເປັນຄວາມທ້າທາຍອັນໃຫຍ່ຫລວງ ໃນດ້ານການສ້າງ ຫໍພິພິດທະພັນ, ວິທີ ທີ່ຈະໃຫ້ສັກສີແກ່ຜູ້ຄົນເຫລົ່ານີ້ ທີ່ຄືກັນກັບພວກເຮົາ, ທັງຜູ້ຍິງ, ເດັກນ້ອຍ, ຜູ້ຊາຍທີ່ ໄດ້ເສັຍຊີວິດໄປ ໃນລະຫວ່າງການລະເບີດຂອງພູເຂົາໄຟ, ແຕ່ໃນເວລາດຽວກັນ ກໍເຮັດໃຫ້ມັນສາມາດເປັນທີ່ເຂົ້າໃຈໄດ້, ແລະມີຄວາມສຸກ ທີ່ຈະເຂົ້າໃຈ ໃນສິ່ງທີ່ໄດ້ເກີດຂຶ້ນແທ້ໆ ໃນເມືອງ Pompeii."
ແຕ່ທີມ ສາມາດເກັບກຳລາຍລະອຽດຫລາຍຢ່າງໄດ້ແນວໃດ? ເຂົາເຈົ້າ ໄດ້ນໍາໃຊ້ເຕັກນິກ ທີ່ຖືກຄຶດຄົ້ນຂຶ້ນ ໃນປີ 1863, ຊຶ່ງເຮັດໃຫ້ທີມ ສາມາດຮັກສາຕໍາແຫນ່ງ, ການສະແດງຄວາມເຈັບປວດ ແລະເຄື່ອງນຸ່ງຫົ່ມ ຂອງຜູ້ຮັບເຄາະ ໄດ້ຢ່າງເຫັນຊັດ, ເຮັດໃຫ້ເຂົາເຈົ້າ ເປັນປະຈັກພະຍານທີ່ພິເສດ.
Silvia Martina Bertesago ເປັນນັກບູຮານຄະດີຢູ່ ສວນທັມມະຊາດ.
"ພວກເຮົາ ຍັງໃຊ້ເຕັກນິກແບບດຽວກັນ ໃນການຂຸດຄົ້ນ ຂອງພວກເຮົາ ໃນປັດຈຸບັນ. ເມື່ອເຮົາພົບຊ່ອງວ່າງໃນຊັ້ນທີ່ກໍາລັງຂຸດຄົ້ນ, ເຮົາຈະກວດເບິ່ງວ່າ ມັນອາດຖືກສ້າງຂຶ້ນໂດຍຊາກອິນຊີ ຫຼືບໍ່ ແລະເກັບເອົາຢາງແຫຼວ (Liquid Plaster), ຊຶ່ງຈາກນັ້ນ ກໍໃຊ້ເພື່ອຕື່ມໃສ່ຊ່ອງວ່າງໃຫ້ເຕັມ ໃນຊັ້ນທີ່ແຂງຫຼາຍນີ້ .ແມ່ນແຕ່ໃນທຸກວັນນີ້, ມັນຍັງເປັນໄປໄດ້ ທີ່ຈະໄດ້ພົບຊາກສົບຜູ້ຮັບເຄາະ ຫລືແມ່ນແຕ່ວັດຖຸທີ່ເນົ່າເປື່ອຍໄດ້, ເຊັ່ນເຄື່ອງເຮືອນ, ປະຕູໄມ້, ຜ້າ ແລະອື່ນໆ."
ເມື່ອພູເຂົາໄຟລະເບີດ, ຜູ້ອາສັຍຢູ່ໃນເມືອງ Pompeii ຫລາຍຄົນ ໄດ້ຕິດຢູ່ໃນບ້ານເຮືອນ ຫລືບ່ອນພັກຂອງເຂົາເຈົ້າ. ບາງຄົນ ໄດ້ຖືກຂ້າຕາຍ ໂດຍກ້ອນຫີນພູເຂົາໄຟ, ຫລືໂດຍການພັງທະລາຍຂອງຫລັງຄາ ແລະກໍາແພງ.
ສໍາລັບ Ms Bertesago, ສິ່ງທີ່ປະທັບໃຈນາງຫລາຍທີ່ສຸດ ແມ່ນປະຕິກິຣິຍາສຸດທ້າຍ ຂອງຜູ້ຄົນຕໍ່ຄວາມຕາຍ.
"ມີຊາກຂອງເດັກນ້ອຍ (ທີ່ພົບ) ໃນ House of the Golden Bracelet, ຍົກຕົວຢ່າງ, ແລະມີຊາກຮ່າງ, ຊຶ່ງເປັນຊາກທໍາອິດ ທີ່ວາງສະແດງ, ຮູບຮ່າງສອງຄົນ ທີ່ເບິ່ງຄືວ່າ ເກືອບໂອບກອດກັນ, ຄືກັບວ່າເຂົາເຈົ້າ ໄດ້ເສັຍຊີວິດໃນເວລາດຽວກັນ, ແລະອີກຊາກຫນຶ່ງຂອງຜູ້ໃຫຍ່ ທີ່ອູ້ມເດັກນ້ອຍໄວ້ໃນອ້ອມແຂນ. ສລຸບແລ້ວ, ຊ່ວງເວລາທີ່ຫນ້າໂສກເສົ້ານັ້ນ ໄດ້ເຮັດໃຫ້ທຸກຄົນຕົກຕະລຶງຢ່າງກະທັນຫັນ ແລະບໍ່ທັນໄດ້ຕຽມພ້ອມ."
ລາຍງານໂດຍ Wing Kuang and AP ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








