ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ມະເຮັງຕ່ອມ ລູກໝາກ (Prostate Cancer) ຂອງຊາວອົບພະຍົບ.
ໂຣກມະເຮັງຕ່ອມລູກໝາກProstate Cancer) ເປັນໂຣກມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຜູ້ຊາຍອອສເຕຣເລັຍ, ແລະຖ້າຫາກ ຖືກພົບເຫັນໃນຕອນຕົ້ນ, ມັນກໍງ່າຍທີ່ຈະປິ່ນປົວ.
ແຕ່ຜູ້ຊາຍ ທີ່ມາຈາກວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ສ່ວນຫລາຍ ຈະຖືກກວດພົບວ່າ ເປັນໂຣກມະເຮັງໃນຕ່ອມລູກໝາກ (Prostate Cancer) ທີ່ມີຄວາມສ່ຽງສູງ ຫລືໃນໄລຍະລຸກລາມ ຫລາຍກວ່າຊາວອອສເຕຣເລັຍຄົນອື່ນໆ.
ນັ້ນອີງຕາມການຄົ້ນຄວ້າໃຫມ່ ຈາກ Monash Rural Health ໃນ Victoria, ຊຶ່ງພົບວ່າ ຄົນທີ່ເກີດໃນຕ່າງປະເທດ ສ່ວນຫລາຍ ຈະພາດການກວດສອບໄລຍະເລີ້ມຕົ້ນ ທີ່ສໍາຄັນ.
Angelica Waite ລາຍງານ.
Mario Raspor ທີ່ເກີດໃນປະເທດ Croatia ອາຍຸ 93 ປີ.
ເປັນເວລາເກືອບ 30 ປີແລ້ວ ນັບຕັ້ງແຕ່ທ່ານຫມໍ ໄດ້ຊຸກຍູ້ ໃຫ້ລາວເຮັດການກວດເລືອດ P-S-A (Prostate-Specific Antigen), ຊຶ່ງກວດຫາເບິ່ງສັນຍານເລີ້ມຕົ້ນ ຂອງໂຣກມະເຮັງຕ່ອມ ລູກໝາກ (Prostate Cancer).
ຜູ້ຊາຍທີ່ມາຈາກພື້ນຖານ ຂອງຜູ້ອົບພະຍົບ ມີໂອກາດຫນ້ອຍກວ່າ ທີ່ຈະຖືກກວດພົບໃນຕອນຕົ້ນ.Monash Rural Health
"ຂ້ອຍເວົ້າວ່າ: 'ຂ້ອຍຈະໄປກວດ ແລະເບິ່ງວ່າຈະມີຫຍັງເກີດຂຶ້ນ'. ແລະຜົນກວດ ສະແດງໃຫ້ເຫັນວ່າ PSA ສູງຫນ້ອຍຫນຶ່ງ. ແລ້ວຂ້ອຍກໍໄດ້ໄປຮັບການປິ່ນປົວຢ່າງຊ້າໆ."
Mr Raspor ໄດ້ຖືກພົບເຫັນ ກ່ອນໂຣກມະເຮັງ ໄດ້ແຜ່ໄປຫາ ສ່ວນອື່ນໆຂອງຮ່າງກາຍ-ແລະລາວສາມາດຫລີກເວັ້ນ ຈາກການຜ່າຕັດ.
"ຂ້ອຍມີຄວາມຢ້ານ, ແນ່ນອນວ່າ ຂ້ອຍຮູ້ສຶກຢ້ານ. ຂ້ອຍບໍ່ເຂັ້ມແຂງປານໃດ ທີ່ຈະບໍ່ເອົາໃຈໃສ່ຕໍ່ສິ່ງນັ້ນ. ແນ່ນອນວ່າ ໃນຕອນທຳອິດ ມັນເປັນສິ່ງທີ່ຫນ້າຢ້ານກົວ ເພາະຂ້ອຍໄດ້ຍິນຈາກຄົນອື່ນ. ແລ້ວຂ້ອຍກໍເວົ້າກັບຂ້ອຍເອງວ່າ ນີ້ຄືຊີວິດຂອງຂ້ອຍ, ຂ້ອຍຈະເຮັດຕໍ່ໄປ ເມື່ອມັນເກີດຂຶ້ນ. ນັ້ນເປັນເວລາຫລາຍປີແລ້ວ, ແລະຂ້ອຍກໍຍັງຢູ່ທີ່ນີ້!"
ບັດນີ້ການປິ່ນປົວດ້ວຍ Hormone (Hormone therapy) ຊ່ວຍຮັກສາໂຣກມະເຮັງ ບໍ່ໃຫ້ລຸກລາມ, ແລະລາວສາມາດຈັດການ ກັບຜົນຂ້າງຄຽງຂອງລາວ ດ້ວຍການອອກກໍາລັງກາຍ ແລະວິຖີຊີວິດ ທີ່ມີສຸຂະພາບດີ.
ໃນຂນະທີ່ Mr Raspor ສາມາດລະບຸ ແລະປິ່ນປົວໂຣກມະເຮັງ ໃນໄລຍະທໍາອິດ, ການຄົ້ນຄວ້າຈາກ Monash Rural Health ພົບວ່າ ຜູ້ຊາຍທີ່ມາຈາກພື້ນຖານ ຂອງຜູ້ອົບພະຍົບ ມີໂອກາດຫນ້ອຍກວ່າ ທີ່ຈະຖືກກວດພົບໃນຕອນຕົ້ນ.
Dr Eli Ristevski ເປັນຫົວຫນ້ານັກຄົ້ນຄວ້າໃນໂຄງການ.
"ຜູ້ຊາຍ ທີ່ມາຈາກພື້ນຖານທາງວັດທະນະທັມ ແລະພາສາທີ່ແຕກຕ່າງ, ໂດຍສະເພາະ ຜູ້ທີ່ບໍ່ເວົ້າພາສາອັງກິດ ເປັນພາສາທໍາອິດ, ມີໂຣກທີ່ກ້າວຫນ້າກວ່າ ໃນທີ່ຕອນຖືກກວດພົບ."
ການຄົ້ນຄວ້າ ໄດ້ເບິ່ງຂໍ້ມູນ ຈາກຊາວ Victorians ເກືອບ 26,000 ຄົນທີ່ຖືກພົບວ່າ ເປັນໂຣກມະເຮັງຕ່ອມລູກໝາກ (Prostate Cancer) ລະຫວ່າງປີ 2009 ເຖິງ2022.
ມັນພົບວ່າ ຜູ້ຄົນທີ່ເກີດໃນປະເທດ ທີ່ບໍ່ເວົ້າພາສາອັງກິດ ມີ 17 ເປີເຊັນທີ່ມີແນວໂນ້ມວ່າ ຈະຖືກພົບວ່າ ເປັນໂຣກມະເຮັງໃນໄລຍະລຸກລາມ ຫລືມີຄວາມສ່ຽງສູງ.
ແລະຜູ້ອົບພະຍົບ ທີ່ມັກເວົ້າພາສາອື່ນ ນອກຈາກພາສາອັງກິດ ມີ 54ເປີເຊັນ ທີ່ຈະຖືກພົບວ່າ ເປັນໂຣກມະເຮັງຕ່ອມລູກໝາກ (Prostate Cancer) ໄລຍະລຸກລາມ.
Dr Ristevski ກ່າວວ່າ ມີປັດຈັຍຫລາຍຢ່າງ, ຮວມທັງອຸບປະສັກທາງພາສາ ແລະຄວາມອັບອາຍ.
ຖ້າທ່ານຖືກກວດພົບວ່າ ເປັນໂຣກທີ່ແຜ່ຂຍາຍຕົວໄວ (ໄລຍະລຸກລາມ), ຄວາມຢູ່ລອດ ໃນໄລຍະຫ້າປີຂອງທ່ານ ຈະຫລຸດລົງຢ່າງໄວ ຊຶ່ງເຫຼືອພຽງ 32 ເປີເຊັນDr Richard Savdie (Urologist)
"ຜູ້ຄົນ ສາມາດມີຄວາມກັງວົນ ກ່ຽວກັບໂລກມະເຮັງ, ກັງວົນວ່າ ການກວດໂຮກມະເຮັງ ໝາຍຄວາມວ່າແນວໃດ. ອາດມີຄວາມອັບອາຍ ແລະປັດຈັຍ ທາງວັດທະນະທັມຄືກັນ. ການກວດໂຣກ ມີການປ່ຽນແປງ ແລະການປິ່ນປົວໂຣກມະເຮັງ ໄດ້ປ່ຽນໄປຫລາຍ ໃນ 20 ປີທີ່ຜ່ານມາ, ແລະກໍປ່ຽນແປງຕລອດເວລາ. ສະນັ້ນ, ບາງເທື່ອ ຜູ້ຄົນຈຶ່ງສາມາດຍຶດຫມັ້ນ ຢູ່ກັບຄວາມຄິດເກົ່າ ກ່ຽວກັບສິ່ງທີ່ກ່ຽວຂ້ອງ ກັບການກວດໂຣກ; ແລະຖ້າຫາກທ່ານຖືກກວດພົບ, ການປິ່ນປົວຂອງທ່ານ ຈະເປັນແນວໃດ.''
ໂຣກມະເຮັງ ຕ່ອມລູກໝາກ (Prostate Cancer) ເປັນໂຣກມະເຮັງ ທີ່ພົບຫລາຍທີ່ສຸດ ທີ່ສົ່ງຜົນກະທົບຕໍ່ ຜູ້ຊາຍອອສເຕຣເລັຍ, ໂດຍມີ 1 ໃນ 6 ຄົນ ຖືກພົບວ່າ ເປັນໂຣກມະເຮັງຕ່ອມລູກໝາກ (Prostate Cancer) ເມື່ອອາຍຸ 85 ປີ.
ເຖິງແມ່ນວ່າ ການປິ່ນປົວຈະເປັນເລື່ອງງ່າຍ, ແຕ່ທ່ານໝໍທາງເດີນປັດສາວະ (Urologist) Dr Richard Savdie ກ່າວວ່າ ການກວດໂຣກ ໃນຕອນຕົ້ນ ເປັນສິ່ງສໍາຄັນ ໃນທາງເລືອກຂອງການປິ່ນປົວ ແລະໂອກາດທີ່ຈະລອດຊີວິດນັ້ນ ກໍຈະສູງກວ່າ.
"ການກວດໂຣກ ມະເຮັງຕ່ອມລູກໝາກ (Prostate Cancer) ເລີ່ມຕົ້ນດ້ວຍການກວດສອບ PSA ແບບງ່າຍໆ ກັບ GP ຂອງທ່ານ. ແລະນັ້ນຄືການກວດເລືອດ. ແລະອີງຕາມຜົນການກວດເລືອດຂອງທ່ານ, ຄົນໄຂ້ສາມາດຖືກສົ່ງໄປຫາຫມໍ Urologist ເພື່ອທົດສອບຂັ້ນຕໍ່ໄປ. ດັ່ງນັ້ນ, ຖ້າທ່ານຖືກກວດພົບວ່າ ເປັນມະເຮັງໃນໄລຍະທໍາອິດ ຄວາມຢູ່ລອດໃນໄລຍະຫ້າປີຂອງທ່ານ ເກືອບເຖິງ 100 ເປີເຊັນ. ຖ້າທ່ານຖືກກວດພົບວ່າ ເປັນໂຣກທີ່ແຜ່ຂຍາຍຕົວໄວ (ໄລຍະລຸກລາມ), ຄວາມຢູ່ລອດ ໃນໄລຍະຫ້າປີຂອງທ່ານ ຈະຫລຸດລົງຢ່າງໄວ ຊຶ່ງເຫຼືອພຽງ 32 ເປີເຊັນ."
Dr Savdie ກ່າວວ່າ ການຄົ້ນຄວ້າຈາກ Monash Rural Health ໃນ Victoria ຊີ້ບອກ ເຖິງແນວໂນ້ມ ທີ່ສອດຄ່ອງກັນທົ່ວປະເທດ ເມື່ອກ່າວເຖິງ ຜູ້ອົບພະຍົບ ທີ່ເຂົ້າເຖິງການບໍຣິການ ການກວດສອບ.
"ຊຸມຊົນໃນ New South Wales ແລະໃນທຸກຣັດ ແລະເຂດປົກຄອງ ໃນອອສເຕຣເລັຍ ຈະໄດ້ຮັບຜົນກະທົບ ຄືກັນກັບການຄົ້ນຄວ້າ ຂອງVictoria ນີ້. ແລະນັ້ນ ເປັນເພາະອຸບປະສັກດ້ານພາສາ, ຄວາມຮູ້ເລື່ອງສຸຂະພາບ ແລະຄວາມຢ້ານກົວທາງວັດທະນະທັມ ກ່ຽວກັບການກວດໂຣກມະເຮັງ."
Dr Ristevski ກ່າວວ່າ ໂຄງການສຶກສາ ແລະການສື່ສານ ເລື່ອງສຸຂະພາບໃຫມ່ ທີ່ເຫມາະສົມກັບວັດທະນະທັມ ແມ່ນຈໍາເປັນ ເພື່ອໃຫ້ແນ່ໃຈວ່າ ພາສາແລະວັດທະນະທັມ ຈະບໍ່ມີຜົນກະທົບ ຕໍ່ໂອກາດທີ່ຈະຢູ່ລອດອີກຕໍ່ໄປ.
"ໂດຍການໃຫ້ຜູ້ຄົນຈາກຊຸມຊົນເຫລົ່ານັ້ນ ມີສ່ວນຮ່ວມ ໃນການພັດທະນາ, ການອອກແບບ, ການນໍາໃຊ້ ແລະການປະເມີນໂຄງການເຫລົ່ານັ້ນ, ທ່ານຈະໄດ້ມີຜົນຮັບທີ່ດີກວ່າ."
Mr Raspor ກ່າວວ່າ ເຖິງແມ່ນວ່າ ການກວດພົບໃນຕອນຕົ້ນ ເປັນສິ່ງທີ່ຫນ້າຕົກໃຈ, ແຕ່ຄວາມເປັນຈິງປະຈໍາວັນ ຂອງການດໍາລົງຊີວິດ ແລະການຈັດການ ກັບໂຣກມະເຮັງຕ່ອມລູກໝາກ (Prostate Cancer) ບໍ່ໄດ້ເປັນສິ່ງທີ່ຫນ້າຢ້ານກົວປານໃດ.
"ຫຼັງຈາກຂ້ອຍໄດ້ອອກກໍາລັງກາຍແລ້ວ ຂ້ອຍກໍຈະກັບບ້ານ. ຂ້ອຍຈະກິນບາງສິ່ງ, ເຮັດສວນຈັກຫນ້ອຍ ປະມານເຄິ່ງຊົ່ວໂມງ, ຫຼືຫນຶ່ງຊົ່ວໂມງ, ຫລືຫລາຍກວ່ານັ້ນ. ແລ້ວນັ້ນ ເປັນສິ່ງທີ່ຂ້ອຍເຮັດສຳລັບມື້ນຶ່ງ ຂອງຂ້ອຍ."
ເນື້ອເລື່ອງໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao