ຕອນ 17 ປີ, Hedayat Osyan ໄດ້ຫນີຈາກປະເທດ Afganistan, ຫນີຈາກ Taliban. ລາວຕ້ອງລັກລອບເດີນທາງທົ່ວໂລກ ກ່ອນມາເຖິງ ອອສເຕຣເລັຍ ໂດຍທາງເຮືອ.
Hedayat ຖືກກັກຂັງຢູ່ Christmas Island, ແລ້ວຢູ່ເມືອງ Melbourne, ກ່ອນໄດ້ຮັບສະຖານະພາບ ຜູ້ອາສັຍຢູ່ຢ່າງຖາວອນ.
ໃນປີ 2016, ລາວໄດ້ເຮັດວຽກບໍ່ເຕັມເວລາ ໃນອຸດສາຫະກັມກໍ່ສ້າງ.
"ໃນໄລຍະນີ້ ຂ້າພະເຈົ້າ ໄດ້ພົບວ່າ ອົບພະຍົບຫລາຍຄົນ ກໍາລັງດີ້ນລົນເພື່ອຊອກຫາວຽກງານ. ບາງຄົນທີ່ໄດ້ຮັບວຽກ, ເຂົາເຈົ້າກໍຖືກເອົາປຽບໃນວຽກງານ ຍ້ອນອຸບປະສັກທາງພາສາ, ການຂາດເຄືອຂ່າຍ," ລາວກ່າວກັບ SBS Examines.
Hedayat ໄດ້ກໍ່ຕັ້ງ Community Construction, ຊຶ່ງເປັນວິສາຫະກິດ ເພື່ອສັງຄົມ ທີ່ຈ້າງອົບພະຍົບ ແລະຜູ້ຂໍລີ້ພັຍ. ເຂົາເຈົ້າ ໄດ້ສໍາເລັດຫລາຍກວ່າ 300 ໂຄງການ ແລະຈ້າງຄົນງານ ຫລາຍກວ່າ 100 ຄົນ.
"ຂ້ອຍໄດ້ຮັບ ໃບສມັກຢ່າງຫນ້ອຍຫ້າໃບທຸກມື້ ຈາກຄົນອົບພະຍົບ. ເຂົາເຈົ້າຢາກທໍາງານ, ເຂົາເຈົ້າຢາກມີສ່ວນຮ່ວມ, ເຂົາເຈົ້າຢາກລ້ຽງດູຄອບຄົວຂອງເຂົາເຈົ້າ. ເຂົາເຈົ້າບໍ່ຢາກກິນເງິນ Centrelink, ແຕ່ບໍ່ມີໂອກາດທີ່ເທົ່າທຽມກັນ," Hedayat ກ່າວ.
ອີງຕາມ the Department of Home Affairs, ຫລາຍກວ່າ 13 ພັນລ້ານໂດລາ ໄດ້ຖືກໃຊ້ໃນ offshore processing ລະຫວ່າງປີ 2011 ເຖິງ 2023.
"ໂດຍສເລັ່ຍແລ້ວ ໃນໄລຍະນັ້ນ ຈະມີຫລາຍກວ່າເຄິ່ງລ້ານໂດລາຕໍ່ຄົນ ທີ່ພວກເຮົາ ໄດ້ສົ່ງໄປນອກດ່ານ," Jana Favero, ຮອງ CEO ຂອງສູນຊັບພະຍາກອນຜູ້ຂໍລີ້ພັຍ (the Asylum Seeker Resource Centre)ກ່າວ.
ນາງເຊື່ອວ່າ ຂະບວນການພິຈາຣະນາໃນຝັ່ງ (onshore processing)ເປັນທາງແກ້ໄຂ ທີ່ເປັນໄປໄດ້.
"ແຜນອັນກວ້າງຂວາງທີ່ຖືກນໍາມາໃຊ້ ພາຍໃຕ້ Malcolm Fraser ຫມາຍຄວາມວ່າ ພວກເຮົາໄດ້ຕ້ອນຮັບ ແລະພວກເຮົາເຮັດໃຫ້ຜູ້ຄົນຕັ້ງຖິ່ນຖານ ໃນອອສເຕຣເລັຍໂດຍກົງ. ສະນັ້ນ ເຂົາເຈົ້າຈຶ່ງບໍ່ຈໍາເປັນຕ້ອງສ່ຽງຊີວິດຂອງເຂົາເຈົ້າ. ເຂົາເຈົ້າ ໄດ້ເຂົ້າມາ ແລະມີສ່ວນຮ່ວມໃນອອສເຕຣເລັຍນໍາອີກ," ນາງກ່າວ.
ໃນຕອນນີ້, SBS Examines ຈະຄົ້ນຄວ້າ ຫານະໂຍບາຍຜູ້ຂໍລີ້ພັຍຂອງອອສເຕຣເລັຍ, ແລະຕັ້ງຄຳຖາມວ່າ ເຮົາຈະຈັດລໍາດັບຄວາມສໍາຄັນ ຂອງສິດທິຂອງມະນຸດ ແລະເສດຖະກິດໄດ້ແນວໃດ.