ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ວັນສລອງຄົບຮອບ 50 ປີຂອງ SBS.
SBS ກໍາລັງສເລີມສລອງ ວັນຄົບຮອບ 50 ປີ.
ໃນວັນທີ 9 ເດືອນມິຖຸນາ ປີ 1975 'Radio Ethnic Australia' ໄດ້ເປີດໂຕ-ຊຶ່ງເປັນການທົດລອງທີ່ກ້າຫານ ໂດຍ Al Grassby, ຜູ້ເປັນກັມມາທິການຣັຖບານ ຄົນທໍາອິດ ດ້ານຄວາມສໍາພັນ ຂອງຊຸມຊົນ(Community Relations) ໃນຂນະນັ້ນ.
ອະດີດຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໄດ້ມອບຫມາຍໃຫ້ Radio Ethnic Australia ໃນການອະທິບາຍ Medibank ສະບັບທໍາອິດ ຂອງMedicare,ໃຫ້ແກ່ຜູ້ອົບພະຍົບ ໃນພາສາຕ່າງໆ.
ໃນຖານະ ທີ່ເປັນສະຖານີຖ່າຍທອດສຽງ ໃນຫລາຍພາສາທີ່ສຸດຂອງອອສເຕຣເລັຍ, the Special Broadcasting Service ມີຈຸດມຸ້ງຫມາຍ ທີ່ຈະດົນໃຈ ຊາວອອສເຕຣເລັຍທຸກຄົນ ໃຫ້ສຳຫຼວດ, ເຄົາຣົບ ແລະ ສເລີມສລອງ ໂລກທີ່ແຕກຕ່າງຂອງເຮົາ ແລະໃນການເຮັດເຊັ່ນນັ້ນ ກໍຈະສົ່ງເສີມ ສັງຄົມທີ່ມີສ່ວນຮ່ວມ ແລະຮ່ວມໄມ້ຮ່ວມມື.
ມັນແມ່ນປີ 1975 ແລະສະຖານີວິທະຍຸສອງແຫ່ງ, ຊຶ່ງຕອນນັ້ນ ຮູ້ຈັກກັນໃນນາມ 2EA ໃນ Sydney ແລະ 3EA ໃນ Melbourne, ໄດ້ອອກອາກາດເປັນເທື່ອທໍາອິດ.
Domenico Gentile ເປັນນັກຂ່າວ ຂອງລາຍການ ພາກພາສາອີຕາລຽນ ຕັ້ງແຕ່ປີ 1977.
"ນາຍົກຣັຖມົນຕີທຸກຄົນ ເຄີຍເປັນແຂກຂອງພວກເຮົາ, ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ກໍເປັນແຂກຂອງພວກເຮົາເປັນປະຈໍາ, ນາຍົກຣັຖມົນຕີ, ຄນະກັມມາທິການ ເລື່ອງຊົນເຜົ່າ ແລະອື່ນໆ."
ລາວສລຸບຜົນສະທ້ອນຂອງ SBS ໃນຄໍາດຽວ.
"ຍິ່ງໃຫຍ່. ຍິ່ງໃຫຍ່. ເພາະພວກເຮົາ ໄດ້ນໍາຊຸມຊົນຕ່າງໆ ມາເຕົ້າໂຮມກັນ ເພາະພວກເຮົາ ບໍ່ໄດ້ສ້າງການແບ່ງແຍກ ກັບພວກເຂົາ, ແຕ່ພວກເຮົາ ໄດ້ເຮັດໃຫ້ເຂົາເຈົ້າ ເປັນອັນຫນຶ່ງດຽວກັນ ເພາະນັ້ນຄື ສິ່ງທີ່ພວກເຮົາຕ້ອງເຮັດ. ຄວາມສາມັກຄີ.
Joe Axiaq ເລີ່ມຕົ້ນ ດ້ວຍລາຍການພາສາ Maltese ໃນທ້າຍປີ 1980.
"ຕອນເປີດວິທະຍຸ ແລະໃນທັນໃດນັ້ນ ທ່ານໄດ້ຍິນພາສາຂອງທ່ານ, ແລະທ່ານໄດ້ຍິນສຽງເພງຂອງທ່ານ, ນັ້ນແມ່ນຄວາມຮູ້ສຶກ ທີ່ອະທິບາຍບໍ່ຖືກ."
ການນຳເອົາສ່ວນນຶ່ງ ຂອງບ້ານເກີດ ມາສູ່ຜູ້ຟັງ, SBS ກໍໄດ້ເປັນຜູ້ນຳ ໃນກິລາເຕະບານ ມາດົນນານແລ້ວ.
Gentile ອະທິບາຍ:
"ຖ້າຫາກທ່ານອອກອາກາດ ໂດຍບໍ່ກ່າວເຖິງກິລາເຕະບານ, ທ່ານຄົງຈະມີຄວາມວຸ້ນວາຍ ຢູ່ນອກສະຖານີ. ຂ້າພະເຈົ້າ ສາມາດຮັບຮອງທ່ານໄດ້. ກິລາເຕະບານ ເປັນສິ່ງນຳໂຊກຂອງພວກເຮົາ."
ໂທລະພາບ SBS ໄດ້ເລີ່ມຂຶ້ນ ໃນປີ 1980. ປະຈຸບັນ SBS ເປັນອົງການສື່ຫຼາຍຖານ (Multiplatform) ທີ່ມີການບໍຣິການຟຣີ ໃນຫົກຊ່ອງ-ພ້ອມທັງການສເນີ ທາງອິນເຕີເນັດໃນ SBS On Demand.
ນີ້ແມ່ນ James Taylor ຜູ້ອໍານວຍການຂອງ SBS.
"ພວກເຮົາ ເປັນແຫຼ່ງບໍຣິການຂ່າວ ທີ່ໄວ້ວາງໃຈຫລາຍທີ່ສຸດ ຂອງອອສເຕຣເລັຍ. ນີ້ເປັນຮາກຖານທີ່ສໍາຄັນແທ້ໆ ສໍາລັບການຖ່າຍທອດສາທາຣະນະ. ພວກເຮົາເປັນ podcaster ຂອງປີ, ສາມປີຕິດຕໍ່ກັນ."
SBS ໄດ້ເລົ່າເລື່ອງຂອງ First Nations ມາຕລອດ-ບໍ່ວ່າຈະເປັນທາງວິທະຍຸ ຫລືໂທລະພາບ ທັງໃນຂ່າວ ແລະເຫດການປັດຈຸບັນ.
NITV ໄດ້ເຂົ້າຮ່ວມ SBS ໃນປີ 2012-ທີ່ຖືກຖ່າຍທອດ ເປັນເທື່ອທໍາອິດຈາກ Uluru.
Natalie Ahmat ແມ່ນພິທີກອນຂອງ NITV ແລະຫົວຫນ້າຝ່າຍຂ່າວ ແລະເຫດການປັດຈຸບັນ ຂອງຊາວພື້ນເມືອງຂອງ SBS.
"ເລື່ອງລາວຂອງຊາວພື້ນເມືອງ ແມ່ນສໍາຄັນຫລາຍ ທີ່ເຮົາຈະເລົ່າເລື່ອງເຫຼົ່ານັ້ນ. ແລະນີ້ ເປັນເທື່ອທໍາອິດ ທີ່ປະຕູໄດ້ເປີດອອກ ແລະເຮັດໃຫ້ສາມາດ ນໍາເອົາຊາວອອສເຕຣເລັຍທົ່ວໄປ ຮ່ວມໃນການເດີນທາງກັບພວກເຮົາ, ໂດຍສະເພາະ ຊາວອອສເຕຣເລັຍ ຈາກຫຼາຍວັດທະນະທັມ ແລະຊາວອອສເຕຣເລັຍໃຫມ່ ຜູ້ທີ່ມີຄວາມຢາກຮູ້ ກ່ຽວກັບເລື່ອງລາວເຫລົ່ານີ້ ແລະຢາກຮຽນຮູ້ຕື່ມອີກ ກ່ຽວກັບຄົນຊາດທໍາອິດ ຂອງປະເທດທີ່ເຂົາເຈົ້າເອີ້ນວ່າບ້ານ."
50 ປີຜ່ານໄປ, SBS Audio ໄດ້ຖ່າຍທອດຫລາຍກວ່າ 60 ພາສາ, ໂດຍຖືກເລືອກ ຕາມຄວາມຕ້ອງການ, ຊຶ່ງໄດ້ຮັບຂໍ້ມູນ ຈາກການສໍາຫລວດສະຖິຕິ ຂອງປະຊາກອນ.
ຫນຶ່ງໃນການເພີ່ມເຕີມໃຫມ່, SBS Malay, ໄດ້ຖືກແນະນໍາໃນປີ 2023. ນີ້ແມ່ນ Zaini Ahmad ຈາກ SBS ພາກພາສາ Malay.
"ໃນສິບປີທີ່ຜ່ານມາ, ມີຜູ້ອົບພະຍົບຊາວຫນຸ່ມມາເລເຊັຍ ທີ່ມີຄວາມຊໍານານພໍປະມານ ແລະບໍ່ມີຄວາມຊໍານານ. ເຂົາເຈົ້າຕ້ອງການ SBS Malayແທ້ໆ ໃນການປັບໂຕ ໃຫ້ເຂົ້າກັບບ້ານໃຫມ່ຂອງເຂົາເຈົ້າ."
ໃນປີ 2025, SBS ມີຕໍາແຫນ່ງພິເສດ ໃນພາກການສື່ສານມວນຊົນຂອງອອສເຕຣເລັຍ.
ນີ້ຄື Axiaq ອີກ.
“ມີຄວາມຮູ້ສຶກຂອງການເປັນເຈົ້າຂອງ. ນີ້ຄືສະຖານີວິທະຍຸ ຂອງພວກເຮົາ. ນີ້ຄື ລາຍການຂອງພວກເຮົາ.”
ແລະເມື່ອເບິ່ງໄປສູ່ອະນາຄົດ, James Taylor ຊີ້ບອກເຖິງແຜນການ ທີ່ຫນ້າຕື່ນເຕັ້ນສອງສາມຢ່າງ ທີ່ກຳລັງຈະມາເຖິງ.
“ກາງປີໜ້າ, ພວກເຮົາ ຈະນໍາການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ ມາໃຫ້ຊາວອອສເຕຣເລັຍອີກເທື່ອຫນຶ່ງ, ຊຶ່ງເປັນລາຍການເຕະບານໂລກ ຂອງ FIFA. [[BUTT]] ແລະໃນປີຕໍ່ໄປ ພວກເຮົາກໍາລັງດຳເນີນການ ກ່ຽວກັບກໍຣະນີທຸຣະກິດ ຕໍ່ຣັຖບານ ເພື່ອສ້າງການຜລິດ ແລະບໍາລຸງຄວາມສາມາດ ຢູ່ພາກຕາເວັນຕົກຂອງ Sydney.”
ເນື້ອເລື່ອງໂດຍ Jennifer Scherer ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao