ຂ່າວຫຼ້າສຸດຈາກ FIFA World Cup 2026: Socceroos.
Socceroos latest
Socceroos ໄດ້ບັນລຸເປົ້າຫມາຍຂອງເຂົາເຈົ້າ ໃນການເຂົ້າໄປຮອບຕໍ່ໄປ ຂອງເຕະບານແຊ້ມປ້ຽນໂລກ, ຫລັງຈາກການແຂ່ງຂັນ ກັບປະເທດ Paraguay.
ທັງສອງທິມ ບໍ່ສາມາດຍິງປະຕູໄດ້ ໃນການພົບກັນທີ່ສນາມ Bay Area Stadium ໃນ San Francisco.
ນີ້ເປັນເທື່ອທີສາມທີ່ Australia ໄດ້ໄປເຖິງຂັ້ນ knockout ໃນແຊ້ມປ້ຽນໂລກ, ແລະເປັນເທື່ອທີ່ສອງ ຕິດຕໍ່ກັນ ທີ່ໄດ້ເຂົ້າເຖິງລະດັບນີ້.
Socceroos ຢູ່ຕຳແໜ່ງທີສອງຂອງກຸ່ມ D.
Jackson Irvine ກ່າວວ່າ ທັງທີມກໍາລັງສເລີມສລອງ.
ລາວກ່າວວ່າ: ມັນຊ່າງໜ້າອັດສະຈັນ. World Cup ສອງເທື່ອຕິດຕໍ່ກັນ, ໃນຕຳແໜ່ງທີສອງ-ສອງເທື່ອ. ມັນສະແດງໃຫ້ເຫັນວ່າ ເຮົາໄດ້ເຮັດຂັ້ນຕອນແບບໃດແດ່. ແຕ່ມັນກໍເປັນຄວາມຄາດຫວັງ ສໍາລັບພວກເຮົາ. ລາວຄິດວ່າ ໃນເຄິ່ງເວລາທໍາອິດ, ໃນຊົ່ວໂມງທໍາອິດກໍຫຼິ້ນໄດ້ດີຫລາຍ.
Australia ຈະບໍ່ຮູ້ວ່າທີມໃດຈະຄູ່ແຂ່ງຕໍ່ໄປ ຈົນກວ່າບ່າຍມື້ອື່ນ, ເມື່ອຜູ້ທີຢູ່ໃນຕຳແໜ່ງທີສອງ ຂອງກຸ່ມ G ຖືກກໍານົດ.
ອາດຈະແມ່ນ Iran, Belgium ຫຼື Egypt ກໍໄດ້
ແລະທ່ານສາມາດ ເບິ່ງການແຂ່ງຂັນເຕະບານແຊ້ມປ້ຽນໂລກທັງຫມົດ ຢູ່ໃນ SBS ແລະ SBS On Demand. ຍັງມີການຖ່າຍທອດຢ່າງເຕັມເກມນໍາອີກ ທີ່ podcast ພິເສດຂອງ World C






