Watch FIFA World Cup 2026™

LIVE, FREE and EXCLUSIVE

ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ.

Commander Khan Beaumont (SBS-Jacob Chantarat).jpg
ຜູ້ບັນຊາການ Khan Beaumont ເປັນເຈົ້າຫນ້າທີ່ ໃນກອງທັບເຮືອອອສເຕຣເລັຍ ທີ່ທຳໜ້າທີ່ເປັນເຈົ້າຫນ້າທີ່ປະຕິບັດການຄວບຄຸມ (Surveillance Operations Officer) ຂອງ Islands Forum Fisheries Agency ໃນໝູ່ເກາະ Solomon Islands. Credit: SBS-Jacob Chantarat

ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອສເຕຣເລັຍດ້ວຍ.


Published

By Jennifer Scherer

Presented by Sak Phoumirath

Source: SBS


Share this with family and friends


ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອສເຕຣເລັຍດ້ວຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ.

ການປະມົງປາ Tuna ປາຊີຟິກ (The Pacific tuna fishery) ເປັນການປະມົງທີ່ໃຫຍ່ທີ່ສຸດໃນໂລກ, ໂດຍຈັດຫາປາ ຫລາຍກວ່າເຄິ່ງຫນຶ່ງ ຂອງການຈັບປາຂອງໂລກ.

ແຕ່ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ.

ເພື່ອຕໍ່ສູ້ກັບເລື່ອງນີ້-ການປາບປາມຂ້າມເຂດປາຊີຟິກ ຮວມທັງການຊ່ວຍເຫຼືອຈາກ ມີຈຸດປະສົງ ທີ່ຈະລະບຸຕົວຜູ້ກະທຳຜິດກົດຫມາຍ ຜ່ານວິທີການຫຼາຍຊັ້ນ.

ແລະເລື່ອງນີ້ ໄດ້ຮັບການສນັບສນູນຈາກ Pulitzer Centre.

ລະບົບທັງຫມົດທຳງານໄດ້ດີທີ່ Pacific Islands Forum Fisheries Agency  ໃນເກາະ Solomon Islands.

ເຈົ້າໜ້າທີ່ປະມົງ, ຜູ້ຮັກສາກົດຫມາຍ ແລະທະຫານເຮືອ ຈາກ 10 ປະເທດໃນປາຊີຟິກ-ຮວມທັງໜ່ວຍສນັບສນູນ ຈາກອອສເຕຣເລັຍ, ນິວຊີແລນ, ຝຣັ່ງ ແລະສະຫະຣັດອາເມຣິກາ-ໄດ້ມາໂຮມໂຕກັນ ເພື່ອປົກປ້ອງຄວາມຢູ່ລອດ ຂອງພູມີພາກນີ້.

ນີ້ແມ່ນ Allan Rahari, ຮອງຜູ້ອໍານວຍການຊົ່ວຄາວ ຈາກສຳນັກງານປະມົງຂອງ Pacific Forum ແລະຜູ້ອໍານວຍການ ຝ່າຍປະຕິບັດການປະມົງ.

“ການປະມົງປາTuna ໃນພູມີພາກ ເປັນກະດູກສັນຫລັງ ຂອງຫລາຍປະເທດ ໃນໝູ່ເກາະປາຊີຟິກຂອງເຮົາ. ແທ້ຈິງແລ້ວ, ສໍາລັບບາງປະເທດໃນໝູ່ເກາະປາຊີຟິກຂອງເຮົາ, ລາຍໄດ້ຈາກ Tuna ເປັນຜົນຕອບແທນທາງເສດຖະກິດພຽງຢ່າງດຽວສໍາລັບເຂົາເຈົ້າ ເພື່ອ ສນັບສນູນໂຮງຮຽນ ແລະໂຮງຫມໍ ແລະອື່ນໆ.”

ໃນຄວາມພະຍາຍາມ ທີ່ຈະຢຸດການປະມົງຫລາຍເກີນໄປ - the Forum Fisheries Agency ປະສານງານການປະຕິບັດການຫລາຍເທື່ອຕໍ່ປີ.

ການປະຕິບັດການນີ້ມີຊື່ວ່າ Tui Moana.

ຜູ້ບັນຊາການ Khan Beaumont ເປັນເຈົ້າຫນ້າທີ່ ໃນກອງທັບເຮືອອອສເຕຣເລັຍ ທີ່ທຳໜ້າທີ່ເປັນເຈົ້າຫນ້າທີ່ປະຕິບັດການຄວບຄຸມ (Surveillance Operations Officer) ຂອງ Islands Forum Fisheries Agency ໃນໝູ່ເກາະ Solomon Islands.

“ສິ່ງທີ່ເຮົາພະຍາຍາມຊອກຫາ ແມ່ນເຮືອທີ່ປະຕິບັດການ ຢູ່ນອກແບບແຜນ ການຫາປາປົກກະຕິ ຜູ້ທີ່ພະຍາຍາມປອມແປງຕົວເອງ...ຍັງມີກິດຈະກັມ ທີ່ເກີດຂຶ້ນກັບເຮືອທີ່ຈົດທະບຽນ ຊຶ່ງເຂົາເຈົ້າໄດ້ລາຍງານຜິດ ກ່ຽວກັບການຈັບປາ. ສະນັ້ນ, ພວກເຮົາຈຶ່ງປຽບທຽບການຈັບປາ ແລະບັນທຶກການຈັບທີ່ແຈ້ງໄວ້ ເມື່ອເຂົາມາເຖິງຝັ່ງ ເພື່ອເບິ່ງວ່າມີຄວາມແຕກຕ່າງຫລືບໍ່. ແລະພວກເຮົາ ຍັງເອົາໃຈໃສ່ ກັບການຂົນຖ່າຍສິນຄ້າໃນທະເລນໍາອີກ.”

ການປະຕິບັດການນີ້ ເປັນການໃຫ້ຂໍ້ມູນ ແກ່ປະເທດໃນໝູ່ເກາະ ກ່ຽວກັບກິດຈະກັມ ໃນເຂດເສດຖະກິດພິເສດ-ເຂດປາຊີຟິກ ທີ່ຊັບພະຍາກອນທາງທະເລ ຖືກຈັດການໂດຍອົງການອະທິປະໄຕ (Sovereign Entities).

“ບາງປະເທດ ມີຂີດຈໍາກັດໃນການຈັບປາ. ປະເທດອື່ນໆ ກໍເປັນພຽງຕາມໃບອະນຸຍາດເທົ່ານັ້ນ. ຣັດທີ່ເປັນສະມາຊິກຫນຶ່ງ, ທ່ານຈ່າຍຄ່າໃບອະນຸຍາດທີ່ກໍານົດໄວ້ ແລະທ່ານສາມາດຈັບປາໄດ້ ຕາມທີ່ທ່ານຕ້ອງການ. ພຽງແຕ່ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດ ຕໍ່ສະມາຊິກຂອງພວກເຮົາ ແລະແນ່ນອນວ່າ ການປະມົງທີ່ມີຄຸນຄ່ານັ້ນ ຈະດຶງດູດຜູ້ກະທໍາທີ່ຊົ່ວຮ້າຍ ຢ່າງທີ່ເຫັນໄດ້ຢ່າງຊັດເຈນ. ປະມານ 300 ລ້ານໂດລາສະຫະຣັດ ໄດ້ຫາຍໄປ ໃນກິດຈະກັມທີ່ຜິດກົດຫມາຍ ໃນແຕ່ລະປີ.”

ຜູ້ປະກອບການບາງຄົນ ປ່ຽນທຸງຂອງເຮືອ ເພື່ອຫລີກເວັ້ນຈາກກົດບັງຄັບ ຫລືປິດບັງການເປັນເຈົ້າຂອງ.

“ຫລາຍເທື່ອ ທ່ານຈະເຫັນເຮືອປ່ຽນຈາກທຸງໜຶ່ງ ໄປຫາອີກທຸງໜຶ່ງ ທີ່ມີການບັງຄັບກົດຫມາຍລະດັບປະເທດທີ່ອ່ອນແອ ເພາະມັນເປັນພຽງແຕ່ທຸງຂອງເຮືອເທົ່ານັ້ນ ທີ່ສາມາດຮັບຜິດຊອບເຮືອລຳນັ້ນໄດ້.”

ການຄວບຄຸມດ້ວຍດາວທຽມ ເປັນເຄື່ອງມືສໍາຄັນ ທີ່ໃຊ້ເພື່ອຊອກຫາຜູ້ປະກອບການທີ່ຜິດກົດຫມາຍ.

ຫົວຫນ້າຝູງບິນ Ashley Wilson ເປັນເຈົ້າຫນ້າທີ່ວາງແຜນ ແລະປະສານງານຂອງ Forum Fisheries Agency ຈາກ Royal New Zealand Air Force.

ລາວກ່າວວ່າ: "ມະຫາສະຫມຸດປາຊີຟິກ ມີຂນາດໃຫຍ່ 30 ລ້ານກິໂລແມັດເຄິ່ງ. ສະນັ້ນ,ຖ້າປາດສະຈາກເທັກໂນໂລຈີໃນອາວະກາດ, ມັນຈະເປັນຄືກັນກັບການພະຍາຍາມຊອກຫາເຂັມໃນກອງຫຍ້າ. ສະນັ້ນ, ພວກເຮົາຈຶ່ງເຫັນພາບຮວມ, ບ່ອນທີ່ຄວາມພະຍາຍາມ ຂອງການຫາປາກໍາລັງດໍາເນີນຢູ່. ເພື່ອຈະໄດ້ຮັບໃບອະນຸຍາດໃນການຫາປາ, ເຂົາເຈົ້າກໍາລັງໃຊ້ລະບົບຄວບຄຸມເຮືອເພື່ອສົ່ງສັນຍານ. ການຄວບຄຸມທາງດາວທຽມ ຈະອະນຸຍາດໃຫ້ເຮົາເຫັນວ່າ ໃຜບໍ່ໄດ້ສົ່ງສັນຍານ. ເຮົາສາມາດເຫັນເຮືອຢູ່ເທິງນ້ຳໃນທີ່ມືດໄດ້ຢ່າງມີປະສິດທິພາບ. ສະນັ້ນ, ມັນຄືສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຮົາເອົາໃຈໃສ່ແທ້ໆ."

ນັກຂ່າວຖາມ: ”ທ່ານເຫັນຮູບແບບແນວໃດ ຂອງການຫາປາທີ່ຜິດກົດຫມາຍຫຼືບໍ່? ”

ASH ຕອບ: ”ຊາວປະມົງ ສາມາດຫາປາໃນເຂດເສດຖະກິດພິເສດ, ພາຍໃນຂອບເຂດຂອງປະເທດ, ແລະຈາກນັ້ນ ເຮົາເຫັນເຂົາເຈົ້າຍ້າຍອອກໄປໃນເຂດທະເລເຫຼົ່ານີ້ ເພື່ອຂົນຍ້າຍປາຂອງເຂົາເຈົ້າ ແລະນັ້ນກາຍເປັນສິ່ງບົ່ງບອກ ເຖິງພຶດຕິກັມທີ່ບໍ່ເປັນເສດຖະກິດ. ເຂົາເຈົ້າບໍ່ໄດ້ຢູ່ໃນເຂດກີດກັນຂອງປະເທດໃດຫນຶ່ງໂດຍສະເພາະ, ການປົກຄອງໃນເຂດເຫລົ່ານັ້ນ ອ່ອນແອກວ່າ ແລະນັ້ນຄືບ່ອນທີ່ການຈັບປາ ທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ມີການຄວບຄຸມ.”

ຂໍ້ມູນນີ້ ຈະຖືກສົ່ງໄປຫາເດີ່ນບິນ, ບ່ອນທີ່ຍົນສອງລໍາ ຂອງ the Fisheries Forum Agency ກໍາລັງຕຽມພ້ອມ ທີ່ຈະຖືກສົ່ງອອກໄປປະຕິບັດການ.

Steve Masika ເປັນເຈົ້າຫນ້າທີ່ວາງແຜນ ການຄວບຄຸມທາງອາກາດຂອງ Pacific Islands Forum Fisheries Agency.

"ຂ້າພະເຈົ້າເຫັນວ່າ ການຄວບຄຸມທາງອາກາດ ເປັນເພີ່ມທະວີຂຶ້ນຂອງພະລັງ. ທ່ານມີຊັບພະຍາກອນຢູ່ພື້ນດິນ ທີ່ມີຂອບເຂດຈໍາກັດ. ມີພື້ນທີ່ຫນຶ່ງໂດຍສະເພາະໃນເຂດປາຊີຟິກ, ບ່ອນທີ່ມີການປະມົງທີ່ຜິດກົດຫມາຍຫລາຍຂຶ້ນ ແລະມີຊາຍແດນຕິດກັບອິນໂດເນເຊັຍ, ຟີລິບປິນສ໌ ແລະໃນເຂດນັ້ນ ເຮືອບາງລໍາກໍບໍ່ມີເຄື່ອງຫມາຍເລີຍ. ເຂົາເຈົ້າບໍ່ມີທຸງ, ບໍ່ມີລະຫັດສັນຍານ, ເຮົາສາມາດເວົ້າໄດ້ວ່າ ມັນເປັນເຮືອທີ່ບໍ່ມີສັນຊາດ”

ນັກຂ່າວຖາມ: “ທ່ານກໍາລັງຊອກຫາເຄື່ອງໝາຍຫຍັງ?”

ບັນຫາການປະຕິບັດ ຕາມເຄື່ອງຫມາຍເທິງເຮືອ, ບາງຄັ້ງເຮົາເຫັນການຈັບປາຜິດກົດໝາຍໃນທາງອ້ອມ. ຍົກຕົວຢ່າງ, ເຮົາກໍາລັງບິນຜ່ານເຮືອ, ເຮົາຖ່າຍຮູບດາດຟ້າ ແລະເຮົາເຫັນຄີປາສລາມຕາກແຫ້ງຢູ່ເທິງດາດຟ້າເຮືອ. ສິ່ງທີ່ເຂົາເຈົ້າກໍາລັງເຮັດ ອາດເປັນສິ່ງທີ່ຖືກຕ້ອງຕາມກົດຫມາຍ, ແຕ່ຍັງມີກົດລະບຽບ ກ່ຽວກັບການລ່າປາສລາມ."

ໃນຖານະສ່ວນຫນຶ່ງຂອງ Operation Tui Moana, ເຈົ້າໜ້າທີ່ ປ້ອງກັນປະເທດອອສເຕຣເລັຍ ຊຶ່ງປະຈຳການທີ່ເກາະ Cook Islands ແລະ Tongaນໍາອີກ, ຈັດຫາເຮືອລາດຕະເວນ ແລະຍົນ Spartan ເພື່ອຊ່ອຍເຫລືອໃນການລາດຕະເວນ.

ນີ້ແມ່ນ Bryce Geoghegan , ນາຍທະຫານການບິນຂອງກອງທັບອອສເຕຣເລັຍ.

"ມັນກ່ຽວກັບ ການສ້າງຄວາມສໍາພັນ ກັບປະເທດທີ່ເປັນພັນທະມິດຂອງເຮົາ ໃນເຂດປາຊີຟິກ. ແລະພຽງແຕ່ໃຫ້ແນ່ໃຈວ່າ ເຮົາສາມາດຊ່ອຍເຫລືອ ເລື້ອງຄວາມຫມັ້ນຄົງ ແລະໃຫ້ຄວາມຊ່ອຍເຫລືອ ການເຂົ້າເຖິງຫຼາຍຂຶ້ນ. ເບິ່ງຄືວ່າ ມັນເປັນການຢັບຢັ້ງທີ່ຍິ່ງໃຫຍ່."

ປະຕິບັດການ Tui Moana ໄດ້ສິ້ນສຸດລົງໃນທ້າຍເດືອນພຶດສະພາ,

ໂດຍທີ່ປະສົບຄວາມສຳເລັດ ໃນການລະບຸເຮືອທີ່ຫນ້າສົນໃຈສີ່ລໍາ, ສົ່ງຜົນໃຫ້ເກີດການຈັບກຸມສອງລໍາ ທີ່ກ່ຽວກັບຄວາມຜິດ ທີ່ກ່ຽວຂ້ອງກັບການປະມົງທີ່ໜ້າສົງສັຍ.

ລາຍງານໂດຍ Jennifer Scherer ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now