ລາຍງານການຕິດເຊື້ອທາງເພດສໍາພັນ ໃນອອສເຕຣເລັຍ

SYPHILIS TESTING MELBOURNE

ອຸບປະກອນການກວດ Syphilis ດ້ວຍຕົນເອງ. Credit: Raoul Wegat/AAPIMAGE

ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ. ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌:
ລາຍງານການຕິດເຊື້ອທາງເພດສໍາພັນ ໃນອອສເຕຣເລັຍ

ພາບຮວມຫຼ້າສຸດຂອງການຕິດເຊື້ອທາງເພດສໍາພັນ (Sexually Transmitted Infections-STIs) ໃນອອສເຕຣເລັຍ ສະແດງໃຫ້ເຫັນແນວໂນ້ມທີ່ຫນ້າເປັນຫ່ວງ ໃນໄລຍະ 10 ປີທີ່ຜ່ານມາ.

ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ.

Pheobe Deas ແລະ Gabrielle Katanasho ລາຍງານ.

ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ.

ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.

ຂໍ້ຄວາມນີ້ ຈາກ Dr Skye McGregor, Epidemiologist ຈາກສະຖາບັນ Kirby.

"ແນວທາງການປ້ອງກັນ ແມ່ນການສົນທະນາ ກ່ຽວກັບສຸຂະພາບທາງເພດ ກັບຄູ່ຄອງຂອງທ່ານ, ການກວດເປັນປະຈໍາ, ການປິ່ນປົວທີ່ທັນເວລາ... ແນ່ນອນວ່າ ການໃຊ້ຖົງຢາງອະນາມັຍ (Condom) ກໍສໍາຄັນຄືກັນ, ມັນສາມາດປ້ອງກັນ ການຕິດເຊື້ອໂຣກທາງເພດໄດ້ຢ່າງຫລາຍ."

ປີກາຍນີ້, ມີເກືອບ 6,000 ຄົນ (5,866) ເປັນໂຣກ Syphilis, ອີງຕາມລາຍງານໃຫມ່ ຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales.

ໃນຂນະທີ່ ກໍຣະນີສ່ວນຫລາຍ ຍັງເປັນຜູ້ຊາຍ, ການຕິດເຊື້ອໃນຜູ້ຍິງ ໄດ້ເພີ່ມຂຶ້ນສີ່ເທົ່າ ໃນຊ່ວງສິບປີທີ່ຜ່ານມາ.

ປີທີ່ຜ່ານມາ ກໍມີຫລາຍກວ່າ 44,000 ຄົນ (44,210) ທີ່ຖືກກວດພົບ ວ່າເປັນໂຣກໜອງໃນ (Gonorrhoea).

ແລະໜອງໃນທຽມ (Chlamydia) ຍັງເປັນໂຣກ STI ທີ່ຖືກກວດພົບຫລາຍທີ່ສຸດໃນປະເທດ, ເກືອບ 102,000 ກໍຣະນີໃນປີ 2024- ຊຶ່ງປະມານເຄິ່ງຫນຶ່ງ ແມ່ນໃນກຸ່ມຜູ້ທີ່ມີອາຍຸ 20 ເຖິງ 29 ປີ.

"ເຖິງແມ່ນວ່າ ພວກເຮົາ ບໍ່ໄດ້ເຫັນການປ່ຽນແປງຫລາຍໃນໂຕເລກ,ແຕ່ສິ່ງທີ່ພວກເຮົາຢາກເຫັນ ຄືວ່າມັນເລີ່ມຫລຸດລົງ.

ກໍຣະນີ HIV ໄດ້ຫລຸດລົງແທ້ໆ ໃນໄລຍະສິບປີທີ່ຜ່ານມາ ມີຫຼາຍກວ່າ 750 ກໍຣະນີ ທີ່ບັນທຶກໄວ້ໃນປີທີ່ຜ່ານມາ- 62 ເປີເຊັນ ແມ່ນຍ້ອນການມີເພດສໍາພັນລະຫວ່າງຜູ້ຊາຍ.

ທ່ານຫມໍກ່າວວ່າ ຢາປ້ອງກັນນັ້ນຊ່ວຍໄດ້, ແຕ່ຍັງຈໍາເປັນ ຕ້ອງລະມັດລະວັງ ກ່ຽວກັບໂຮກຕິດຕໍ່ທາງເພດອື່ນໆ.

ແຕ່ສິ່ງທີ່ຜູ້ຊ່ຽວຊານເປັນຫ່ວງແທ້ໆ ແມ່ນອັດຕາການເປັນໂຣກ Syphilis ແຕ່ກໍາເນີດ (Congenital Syphilis).

Dr McGregor ກ່າວວ່າ ມັນສົ່ງຜົນໃຫ້ເດັກນ້ອຍ 34 ຄົນ ຕາຍໃນໄລຍະສິບປີທີ່ຜ່ານມາ.

"ໃນການຖືພາ, Syphilis ທີ່ບໍ່ໄດ້ຮັບການປິ່ນປົວ ສາມາດນໍາໄປສູ່ການຫລຸລູກ, ການຕາຍໃນທ້ອງ, ເປັນໂຣກ Syphilis ແຕ່ກໍາເນີດ-ຊຶ່ງອາດເຮັດໃຫ້ເດັກນ້ອຍພິການຕລອດຊີວິດ-ແລະການຕາຍຂອງເດັກອ່ອນ, ສະນັ້ນ, ມັນຈຶ່ງເປັນຜົນສະທ້ອນທີ່ຮ້າຍແຮງ ແລະສາມາດປ້ອງກັນໄດ້ທັງຫມົດ."

ຫລາຍກວ່າເຄິ່ງຫນຶ່ງ ຂອງການຕາຍນັ້ນ ແມ່ນຢູ່ໃນບັນດາຊາວ First Nations.

ອັດຕາການຕິດເຊື້ອ Gonorrhoea, Syphilis ແລະ Chlamydia ກໍສູງກວ່າ 2 ເຖິງ 5 ເທົ່າ ໃນກຸ່ມນີ້ເຊັ່ນກັນ.

Robert Monaghan, ຜູ້ອໍານວຍການຝ່າຍຄົ້ນຄວ້າ ເລື່ອງສຸຂະພາບ ຂອງ First Nations ຂອງສະຖາບັນ Kirby (the Kirby Institute of First Nations Health Research), ກ່າວວ່າ ໂຕເລກເຫລົ່ານັ້ນ ເປັນຫນ້າຕົກໃຈຢ່າງຍິ່ງ.

"ຂ້າພະເຈົ້າຄິດວ່າ ສ່ວນຫລາຍແມ່ນກ່ຽວກັບການເຂົ້າເຖິງ-ການເຂົ້າເຖິງການບໍຣິການ-ແລະການກວດໂຣກ ແລະການປິ່ນປົວທີ່ທັນເວລາ. ນັ້ນເປັນບັນຫາ ທີ່ຍິ່ງໃຫຍ່ທີ່ສຸດທີ່ເຮົາເຫັນ, ໂດຍສະເພາະໃນຊຸມຊົນ Aboriginal ທີ່ຢູ່ຫ່າງໄກ. ມັນກ່ຽວກັບທາງເລືອກຄືກັນ. ໃນຊຸມຊົນ Aboriginal ສ່ວນຫລາຍ, ໂດຍສະເພາະຢ່າງຍິ່ງທີ່ຢູ່ຫ່າງໄກ, ທ່ານມີທາງເລືອກພຽງຢ່າງດຽວ-ຊຶ່ງສ່ວນຫລາຍແລ້ວແມ່ນ the Aboriginal Community Controlled Health Service- ຊຶ່ງປະຕິບັດໜ້າທີ່ຢ່າງຫນ້າອັດສະຈັນ ແຕ່ເຂົາເຈົ້າບໍ່ສາມາດ ເຮັດຢ່າງເຕັມຄວາມສາມາດໄດ້."

ພາບຮວມຂອງລາຍງານນັ້ນ ຊີ້ໃຫ້ເຫັນວ່າ ມີພຽງແຕ່ 16 ເປີເຊັນຂອງຄົນທີ່ມີອາຍຸ 16 ເຖິງ 49 ປີເທົ່ານັ້ນ ທີ່ໄດ້ຮັບການກວດຫາ STI.

ມີຄວາມພະຍາຍາມ ທີ່ຈະປັບປຸງອັດຕາ ແລະຄວາມອັບອາຍ, ຮວມທັງເຄື່ອງມືທົດສອບດ້ວຍຕົວເອງ ແລະການນັດຫມາຍກ່ຽວກັບ STI ທາງໂທຣະສັບ.

ແຕ່ Dr McGregor ກ່າວວ່າ ຕ້ອງເຮັດຫລາຍກວ່ານັ້ນ.

"ພວກເຮົາຮູ້ວ່າ ມັນຊີ້ບອກເຖິງຄວາມບໍ່ເທົ່າທຽມກັນຢ່າງຕໍ່ເນື່ອງ ໃນການທົດສອບ ແລະການປ້ອງກັນ ແລະການດູແລສຸຂະພາບ. ແລະແນ່ນອນວ່າ ນັ້ນເປັນບ່ອນທີ່ເຮົາຕ້ອງເອົາໃຈໃສ່ ກັບຄວາມພະຍາຍາມຂອງເຮົາ ເພື່ອຈະເຂົ້າໃຈວ່າ ຜູ້ໃດພາດການທົດສອບ. ຍົກຕົວຢ່າງ, ຖ້າເຮົາເບິ່ງຂໍ້ມູນຂອງ Syphilis ແຕ່ກໍາເນີດ, ເຮົາຮູ້ວ່າ ສໍາລັບແມ່ທີ່ເຄີຍມີລູກທີ່ເປັນໂຣກ Syphilis ແຕ່ກໍາເນີດ, ຄົນສ່ວນຫລາຍ ບໍ່ໄດ້ຮັບການທົດສອບໃນຕອນຕົ້ນຂອງການຖືພາ. ສະນັ້ນ, ເຮົາຕ້ອງທໍາງານກັບຊຸມຊົນ ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ເພື່ອຈະເຂົ້າໃຈວ່າ ໂຄງການໃດແດ່ ທີ່ມີສ່ວນຮ່ວມ ໃນການຫລຸດຜ່ອນການຕິດເຊື້ອໂຣກ ທັງໝົດເຫລົ່ານີ້."

Robert Monaghan ກ່າວວ່າ ວິທີນັ້ນຍັງມີຈຸດປະສົງ ທີ່ຈະທໍາລາຍຄວາມອັບອາຍອີກດ້ວຍ.

"ພວກເຮົາຕ້ອງການ ການສົ່ງເສີມສຸຂະພາບອັນເລິກເຊິ່ງຍິ່ງຂຶ້ນ ໃນໂຮງຮຽນຂອງພວກເຮົາ ໂດຍເລີ່ມຕົ້ນການສົນທະນາໃນຕອນຕົ້ນ ທີ່ຈະເອົາຄວາມອັບອາຍອອກໄປ ເພາະຜູ້ຄົນໄດ້ຮັບການສຶກສາ ກ່ຽວກັບເລື່ອງນີ້. ເຮົາເຫັນການສຶກສາກ່ຽວກັບ STIs ແລະ BBVs (ໄວຣັສທີ່ເກີດຈາກເລື້ອດ) ກໍາລັງຫລຸດຫນ້ອຍລົງໃນເຂດເຫລົ່ານີ້. ໂຄງການ ທີ່ເຂົ້າໄປໃນຊຸມຊົນ ຕ້ອງໄດ້ຮັບການອອກແບບຮ່ວມກັນ, ເຂົາເຈົ້າຕ້ອງໄດ້ຮັບການເປັນເຈົ້າຂອງຈາກຊຸມຊົນ Aboriginal ຂອງເຮົາ-ແລະນັ້ນເປັນຜົນທີ່ດີທີ່ສຸດ."

ເນື້ອເລື່ອງໂດຍ Pheobe Deas ແລະ Gabrielle Katanasho ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service