Watch FIFA World Cup 2026™

LIVE, FREE and EXCLUSIVE

ການໃຊ້ຣົດໄຟຟ້າກຸ້ມຄ່າຫຼືບໍ່ໃນອອສເຕຣເລັຍ? ວ່າດ້ວຍການໃຊ້ພະລັງງານ.

Australia Explained – Fuel in Focus

It is estimated that drivers can save up to 70 per cent on fuel and 40 per cent on servicing costs annually. Source: Moment RF / Tashdique Mehtaj Ahmed/Getty Images

ຣົດໄຟຟ້າ ກໍາລັງກາຍເປັນເລື້ອງທັມມະດາຫຼາຍຂຶ້ນ ຕາມຖນົນຫົນທາງໃນອອສເຕຣເລັຍ ເພາະລາຄານໍ້າມັນຍັງບໍ່ຫມັ້ນຄົງ ແລະ ຜູ້ຂັບຂີ່ຫຼາຍຄົນ ຊອກຫາວິທີ ທີ່ຖືກກວ່າໃນການເດີນທາງ. ນີ້ຄື ສິ່ງທີ່ທ່ານຕ້ອງຮູ້ ຖ້າຫາກທ່ານຄິດ ກ່ຽວກັບການປ່ຽນ ໄປໃຊ້ຣົດໄຟຟ້າ.


Published

By Zoe Thomaidou

Presented by Sak Phoumirath

Source: SBS



Share this with family and friends


ຣົດໄຟຟ້າ ກໍາລັງກາຍເປັນເລື້ອງທັມມະດາຫຼາຍຂຶ້ນ ຕາມຖນົນຫົນທາງໃນອອສເຕຣເລັຍ ເພາະລາຄານໍ້າມັນຍັງບໍ່ຫມັ້ນຄົງ ແລະ ຜູ້ຂັບຂີ່ຫຼາຍຄົນ ຊອກຫາວິທີ ທີ່ຖືກກວ່າໃນການເດີນທາງ. ນີ້ຄື ສິ່ງທີ່ທ່ານຕ້ອງຮູ້ ຖ້າຫາກທ່ານຄິດ ກ່ຽວກັບການປ່ຽນ ໄປໃຊ້ຣົດໄຟຟ້າ.


  • ຣົດໄຟຟ້າ ໃນອອສເຕຣເລັຍລາຄາເທົ່າໃດ?
  • ການໃຊ້ຣົດໄຟຟ້າ ຈະທ້ອນເງິນໄດ້ຫຼາຍກວ່າ ຫຼືບໍ່?
  • ຣົດໄຟຟ້າ ສາມາດແລ່ນໄດ້ໄກປານໃດ?
  • ທ່ານສາມາດ Charge ຣົດໄຟຟ້າຢູ່ເຮືອນ ໄດ້ຫຼືບໍ່?
  • ທ່ານຄວນຮູ້ຫຍັງແດ່ກ່ອນຊື້ ຣົດໄຟຟ້າ ຫຼື EV ມືສອງ?

ອີງຕາມຂໍ້ມູນອຸດສະຫະກັມ, EVs ຄິດເປັນຫນຶ່ງໃນຫົກຂອງຣົດໃໝ່ ທີ່ຂາຍໃນອອສເຕຣເລັຍ ໃນເດືອນເມສາ 2026. ແຕ່ໃນຂນະທີ່ ປະຣິມານການຂາຍເພີ່ມຂຶ້ນ, ຍັງມີຄໍາຖາມ ກ່ຽວກັບຄວາມສາມາດ ໃນການຊື້, ການ Charge ແລະວ່າ EVs ເຫມາະສົມກັບສະພາບການຂັບຂີ່ ຂອງອອສເຕຣເລັຍ ຫລືບໍ່.

ຣົດໄຟຟ້າໃນອອສເຕຣເລັຍ ລາຄາເທົ່າໃດ?

ຣົດໄຟຟ້າ ຫຼື EVs ຍັງມີລາຄາຍັງສູງ ກວ່າຣົດທີ່ໃຊ້ນ້ຳມັນ (Petrol) ແລະນ້ຳມັນກາຊວນ (Diesel), ເຖິງແມ່ນວ່າ ລາຄາໄດ້ຫລຸດລົງ ເມື່ອຈຳນວນການຂາຍ ແລະທາງເລືອກທີ່ເພີ່ມຂຶ້ນ.

Hussein Dia ເປັນສາດສະດາຈານ ດ້ານເທັກໂນໂລຈີການຂົນສົ່ງ ແລະຄວາມຍືນຍົງ (Transport Technology and Sustainability) ທີ່ມະຫາວິທະຍາລັຍເທັກໂນໂລຈີ Swinburne (Swinburne University of Technology) ກ່າວວ່າ ບັດນີ້ມີຣົດລຸ້ນທີ່ລາຄາທີ່ສາມາດເຂົ້າເຖິງໄດ້ ມີຫລາຍຂຶ້ນກວ່າເກົ່າ.

"ສາມ, ສີ່ປີກ່ອນ, ມັນເປັນການຍາກ ທີ່ຈະຊອກຫາ EV ທີ່ມີລາຄາຕ່ຳກວ່າ 50,000 ໂດລາ. ໃນປະຈຸບັນ ລາຄາຈະຢູ່ທີ່ປະມານ 30 ກາງໆ ແລະດ້ວຍສິ່ງຈູງໃຈ ຂອງຣັດຖະບານນຳອີກ, ຣົດເຫຼົ່ານັ້ນ ສາມາດມີລາຄາຖືກລົງກວ່ານັ້ນໄດ້."

ຜູ້ຂັບຂີ່ ອາດມີສິດໄດ້ຮັບການຈູງໃຈ ຈາກຮັດຖະບານ ຂຶ້ນຢູ່ກັບບ່ອນທີ່ເຂົາເຈົ້າອາສັຍຢູ່.

ພະນັກງານທີ່ມີເງິນເດືອນປະຈຳ ແລະເລີ້ມການເຊົ່າຊື້ (Lease) ໃຫມ່, ທ່ານສາມາດ ໄດ້ຮັບການຫລຸດພາສີ ຈາກຜົນປໂຍດເພີ່ມຕື່ມ (the Fringe Benefits Tax).

Alex Forrest, ຜູ້ຈັດການເລື່ອງຣົດ ແລະນ້ຳມັນທີ່ Royal Automobile Club of Western Australia, ອະທິບາຍ:

"ຖ້າຫາກທ່ານເລີ້ມການເຊົ່າຊື້ (Lease) ໃຫມ່, ທ່ານສາມາດໄດ້ຮັບການຫລຸດພາສີ ຈາກຜົນປໂຍດເພີ່ມຕື່ມ (the Fringe Benefits Tax). ທ່ານກໍຈະສາມາດ ທ້ອນເງິນໄດ້ຫລາຍພັນໂດລາຕໍ່ປີ ໃນໄລຍະການເຊົ່າຊື້ຫ້າປີ..."

ການໃຊ້ຣົດໄຟຟ້າ ຈະທ້ອນເງິນໄດ້ຫຼາຍ ກວ່າຫຼືບໍ່?

ເມື່ອປຽບທຽບໃສ່ກັບຣົດໃຊ້ນ້ຳມັນ (Petrol) ແລະນ້ຳມັນກາຊວນ (Diesel), ໂດຍທົ່ວໄປແລ້ວ EVs ຈະຖືກກວ່າໃນການໃຊ້ງານ.

ຄາດວ່າ ຜູ້ຂັບຂີ່ສາມາດທ້ອນເງິນໄດ້ເຖິງ 70 ເປີເຊັນ ສໍາລັບນ້ຳມັນ ແລະ 40 ເປີເຊັນ ສໍາລັບຄ່າບໍຣິ ການຕໍ່ປີ.

Professor Dia ກ່າວວ່າ ການທ້ອນເງິນຈາກຄ່າໄຟຟ້າ ແລະຄ່າບໍຣິການທີ່ຕ່ຳກວ່າ ສາມາດເພີ່ມຂຶ້ນ ເມື່ອເວລາຜ່ານໄປ.

ລາຄາໄຟຟ້າ ຖືກກວ່ານໍ້າມັນ ຕໍ່ກິໂລແມັດ.... ແລະ EVs, ເນື່ອງຈາກມີກົນໄກທີ່ງ່າຍກວ່າ ເຄື່ອງຈັກຂອງຣົດໃຊ້ນ້ຳມັນ, ສະນັ້ນ ຄ່າບໍຣິການສ້ອມແຊມ ກໍຕ່ຳກວ່າຄືກັນ.
Hussein Dia

ການ Charge EV ຢູ່ບ້ານ ແມ່ນຖືກກວ່າການໃຊ້ສະຖານີ Charge ສາທາຣະນະ (Public Charging Stations). ສະນັ້ນ, ການທ້ອນເງິນໂດຍທົ່ວໄປ ອາດຕ່ຳກວ່າ ສໍາລັບຜູ້ຂັບຂີ່ທີ່ຕ້ອງເພິ່ງພາການ Charge ສາທາຣະນະ.

ຣົດໄຟຟ້າສາມາດແລ່ນໄດ້ໄກປານໃດ?

Professor Dia ກ່າວວ່າ ລຸ້ນພື້ນຖານ ສາມາດເດີນທາງໄດ້ປະມານ 400 ເຖິງ 500 ກິໂລແມັດ ຕໍ່ການ Charge ໃນແຕ່ລະຄັ້ງ.

ແຕ່ການເດີນທາງໄກ ຍັງຕ້ອງມີການວາງແຜນ.

"ຂໍ້ເສັຍແມ່ນ ເມື່ອທ່ານຕ້ອງເດີນທາງລະຫວ່າງຣັດ... ໂດຍສະເພາະໃນເຂດນອກເມືອງ ມີຫລາຍພັນກິໂລແມັດ ທີ່ບໍ່ມີເຄື່ອງ Charge ໄວ (Fast Chargers)."

ທ່ານສາມາດ Charge ຣົດໄຟຟ້າຢູ່ເຮືອນໄດ້ ຫຼືບໍ່?

ເຈົ້າຂອງ EV ຫຼາຍຄົນ Charge ຣົດຢູ່ເຮືອນ ໂດຍໃຊ້ສາຍໄຟຟ້າມາດຕະຖານ.

Alex Forrest ກ່າວວ່າ ສິ່ງນີ້ອາດເຫມາະສົມ ກັບຜູ້ທີ່ຂັບຣົດໃນໄລຍະທາງສັ້ນໆ ໃນແຕ່ລະມື້.

"ຖ້າຫາກທ່ານມີບ່ອນຈອດຣົດຢູ່ນອກຖນົນ ແລະມີຈຸດໄຟຟ້າ ຢູ່ໃນໂຮງຣົດ ຫລືບ່ອນຈອດຣົດຂອງທ່ານ, ທ່ານກໍສາມາດ Charge ມັນໄດ້ໂດຍໃຊ້ສາຍໄຟນັ້ນ."

ສຳລັບຜູ້ຂັບຂີ່ ທີ່ເດີນທາງໄກ ອາດໄດ້ຮັບປໂຍດ ຈາກການຕິດຕັ້ງເຄື່ອງ Charger ໃນບ້ານໂດຍສະເພາະ.

ຖ້າຫາກທ່ານຕ້ອງຂັບຣົດໄປໄກທຸກມື້, ການເດີນທາງໄກ ຈະໃຊ້ພະລັງງານໝໍ້ໄຟຣົດຫລາຍຂຶ້ນ... ນັ້ນຄືບ່ອນທີ່ເຄື່ອງ Charge ປະຈໍາບ້ານມີປໂຍດ.
Alex Forrest

ສຳລັບຜູ້ທີ່ອາສັຍຢູ່ໃນ Apartment, ທ່ານອາດຕ້ອງໄດ້ຮັບອະນຸຍາດ ຈາກຄນະກັມມະການ ນິຕິບຸກຄົນ (Managing Strata Body) ຂອງທ່ານ ເພື່ອຕິດຕັ້ງເຄື່ອງ Charge EV ໂດຍສະເພາະ.

ທ່ານຄວນຮູ້ຫຍັງແດ່ ກ່ອນຊື້ EV ມືສອງ?

ຕລາດ EV ມືສອງຂອງອອສເຕຣເລັຍ ຍັງໃຫມ່ຢູ່, ແຕ່ຄວາມເຊື່ອຫມັ້ນ ຂອງຜູ້ບໍຣິໂພກໃນ EVs ມືສອງກໍາລັງເພີ່ມຂຶ້ນ.

ຜູ້ຊ່ຽວຊານ ແນະນໍາໃຫ້ກວດເບິ່ງ ການຮັບປະກັນຫມໍ້ໄຟ, ທາງເລືອກດ້ານບໍຣິການ ແລະ ການສນັບສນູນຫຼັງການຂາຍ ກ່ອນທ່ານຈະຊື້.

Mr Forrest ກ່າວວ່າ ຜູ້ບໍຣິໂພກຄວນສຶກສາປະສົບການ ຂອງການເປັນເຈົ້າຂອງ ພ້ອມທັງການວິຈານ (Reviews) ຣົດເຊັ່ນກັນ.

"ການຄົ້ນຄວ້າຂອງທ່ານ, ບໍ່ແມ່ນພຽງແຕ່ການສຶກສາເລື້ອງຣົດເທົ່ານັ້ນ, ແຕ່ໃຫ້ຮູ້ວ່າ ຜູ້ຄົນຄິດແນວໃດ ກ່ຽວກັບປະສົບການ ຂອງການເປັນເຈົ້າຂອງ EV. ໃຫ້ແນ່ໃຈວ່າ ທ່ານຮູ້ວ່າ ທ່ານຈະໄດ້ຫຍັງ ສໍາລັບລາຄາທີ່ທ່ານຕ້ອງການຈ່າຍ, ແລະວ່າມັນເຫມາະສົມ ກັບຄວາມຕ້ອງການຂອງທ່ານເຊັ່ນກັນ."

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່

australiaexplained@sbs.com.au

ລາຍງານໂດຍ  Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now