ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການໂຈມຕີຢູ່ໂບດ Greek Orthodox ໃນ Syria.
ການລະເບີດຂ້າຕົວຕາຍ ຢູ່ໂບດ Greek Orthodox ໃນເມືອງ Damascus ໄດ້ເຮັດໃຫ້ມີຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ, ໄດ້ທໍາລາຍພິທີສາສນາ ໃນວັນອາທິດ ແລະກໍ່ໃຫ້ເກີດຄວາມຢ້ານກົວອີກ ກ່ຽວກັບຄວາມປອດພັຍ ທີ່ອ່ອນແອ ຂອງ Syria ຫລັງຈາກລະບອບ Assad.
ການໂຈມຕີ, ມີລາຍງານວ່າ ຖືກກະທໍາໂດຍກຸ່ມຕິດອາວຸດ IS, ໄດ້ໂຈມຕີຜູ້ນະມັດສະການ 350 ຄົນ, ໄດ້ເຮັດໃຫ້ມີຄວາມເສັຍຫາຍ ແລະກໍ່ໃຫ້ເກີດຄໍາຖາມ ກ່ຽວກັບຄວາມສາມາດ ຂອງຣັຖບານໃຫມ່ ທີ່ຈະປົກປ້ອງຊົນກຸ່ມນ້ອຍ ທາງສາສນາ.
ແລະຄໍາເຕືອນ-ເນື້ອຫານີ້ ອາດສ້າງຄວາມກະທົບກະເທືອນ ຕໍ່ຜູ້ຟັງບາງຄົນ.
Essam al-Ghalib ລາຍງານ.
ຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ.
ກະຊວງພາຍໃນຂອງ Syria ກ່າວວ່າ ຜູ້ໂຈມຕີ ໄດ້ຍິງປືນໃສ່ຜູ້ຄົນ ກ່ອນຈະລະເບີດເສື້ອລະເບີດຂອງລາວ ຢູ່ທາງເຂົ້າ.
ຜູ້ໂຈມຕີຄົນທີສອງ ອາດມີສ່ວນກ່ຽວຂ້ອງ.
ລາຍງານໃນທ້ອງຖິ່ນ ຊີ້ໃຫ້ເຫັນວ່າ ເດັກນ້ອຍເປັນຜູ້ຮັບເຄາະ ໃນການໂຈມຕີທີ່ຮ້າຍແຮງທີ່ສຸດ ຕໍ່ພົນລະເຮືອນ ນັບຕັ້ງແຕ່ການລົ້ມສລາຍ ຂອງອະດີດປະທານາທິບໍດີ Bashar al-Assad.
Hamza Mostafa ຣັຖມົນຕີ ກະຊວງຖແລງຂ່າວ ຂອງ Syria, ໄດ້ປະນາມການໂຈມຕີ ວ່າເປັນການກໍ່ການຮ້າຍ.
ຄຸນພໍ່ Fadi Ghattas, ກໍາລັງນໍາພາ Mass, ຕອນການໂຈມຕີເກີດຂຶ້ນ.
"ພວກເຮົາໄດ້ເຮັດພິທີກັມ Mass, ແລະຜູ້ຄົນ ໄດ້ສູດມົນຢ່າງສງົບ, ພາຍໃຕ້ສາຍຕາຂອງພຣະເຈົ້າ. ທັນໃດນັ້ນ, ມີຄົນຫນຶ່ງເຂົ້າມາ ແລະແນອາວຸດໃສ່ຜູ້ຄົນ. ຊາຍຫນຸ່ມຫຼາຍຄົນ ໄດ້ຟ້າວແລ່ນໄປຫາລາວ ເພື່ອພາລາວ ອອກຈາກໂບດ, ແລະຢູ່ທີ່ປະຕູ ລາວກໍລະເບີດຕົວເອງ."
ລາວເວົ້າວ່າ ມີຫລາຍຮ້ອຍຄົນຢູ່ທີ່ໂບດ.
"ມີຄົນປະມານ 350 ຄົນກຳລັງສວດມົນຢູ່ໃນໂບດ. ຂ້າພະເຈົ້າ ບໍ່ຮູ້ຊ້ຳວ່າ ມີຫລາຍປານໃດ. ຂ້າພະເຈົ້າ ໄດ້ແບກຮ່າງຂອງຫລາຍກວ່າຊາວຄົນດ້ວຍມືຂອງຂ້າພະເຈົ້າເອງ. ຂໍໃຫ້ພຣະເຈົ້າ ຊົງເມດຕາເຮົາ ແລະພວກເຂົາ."
ຜູ້ທີ່ລອດຊີວິດ ໄດ້ບັນຍາຍເຖິງພາບຂອງຄວາມເສັຍຫາຍ, ດ້ວຍເລືອດ, ຕັ່ງນັ່ງທີ່ແຕກຫັກ, ແລະແຂນຂາ ທີ່ຈີກຂາດກະຈັດກະຈາຍ ໄປທົ່ວພື້ນ.
Issam Nasr ໄດ້ຢູ່ທີ່ໂບດ ຕອນໂສກນາດຕະກັມເກີດຂຶ້ນ.
"ພວກເຮົາຫາກໍໄດ້ສວດມົນຈົບ ແລະກໍາລັງຈະອອກໄປ, ໃນຂນະທີ່ຫຼາຍຜູ້ຄົນຍັງຢູ່ຂ້າງໃນ. ແລ້ວມີຄົນຫນຶ່ງທີ່ໃສ່ຫນ້າກາກ ແລະມີອາວຸດໄດ້ເຂົ້າມາ. ລາວໄດ້ຍິງປືນໃສ່ຜູ້ຄົນ ແລະໄດ້ຂ້າຫລາຍຄົນ, ເພາະໃນໂບດເຕັມໄປດ້ວຍຜູ້ຄົນ. ຫຼາຍຄົນໄດ້ແລ່ນມາຫາລາວ ແລະອ້ອມໂຕລາວ, ແລ້ວລາວໄດ້ລະເບີດຕົວເອງ ຢູ່ທີ່ປະຕູໂບດ. ຮ່າງກາຍໄດ້ຖືກຈີກຂາດ ແລະກະຈັດກະຈາຍໄປ ແລະໂບດກໍພັງທະລາຍ."
ບໍ່ມີກຸ່ມໃດ ອ້າງຄວາມຮັບຜິດຊອບໃນທັນທີ, ແຕ່ເຈົ້າຫນ້າທີ່ເວົ້າວ່າ ຜູ້ໂຈມຕີ ເປັນສະມາຊິກຂອງກຸ່ມຣັດອິສລາມ (Islamic State).
ຫາກໄດ້ຮັບການຢືນຢັນ, ມັນຈະເປັນການໂຈມຕີເທື່ອທໍາອິດ ທີ່ກຸ່ມນັ້ນໄດ້ຮັບຄວາມສໍາເລັດ ໃນເມືອງ Damascus ນັບຕັ້ງແຕ່ al-Assad ຖືກໂຄ່ນລົ້ມ ໃນເດືອນທັນວາ ໂດຍກຸ່ມແນວຮ່ວມກະບົດ ທີ່ນໍາພາໂດຍກຸ່ມIslamist.
ໃນຂນະທີ່ IS ໄດ້ສູນເສັຍທີ່ຫມັ້ນຂອງເຂດແດນ ເມື່ອຫລາຍປີກ່ອນ, ກຸ່ມທີ່ຊ່ອນໂຕ ກໍຍັງດໍາເນີນງານ ຢູ່ໃນບາງສ່ວນຂອງ Syria, ໂດຍສະເພາະ ໃນເຂດທີ່ມີການປົກຄອງທີ່ເຄັ່ງຕຶງ ຫລືແຕກແຍກ.
ໂບດ Mar Elias ບໍ່ໄດ້ຖືກເລືອກໂດຍບັງເອີນ.
ໂບດນີ້ ເປັນສັນຍາລັກ ສໍາລັບຊົນຄຣິດສະຕຽນ ກຸ່ມນ້ອຍຂອງ Syria.
ການໂຈມຕີເທື່ອສຸດທ້າຍ ເນັ້ນຫນັກເຖິງຄວາມສາມາດຂອງກຸ່ມ ທີ່ຈະໃຊ້ຊ່ອງວ່າງ ຂອງຄວາມປອດພັຍ ເຖິງແມ່ນວ່າ ການຄວບຄຸມເຂດແດນຂອງມັນ ໄດ້ລົ້ມສລາຍ ແລະຄວາມພະຍາຍາມ ຕໍ່ຕ້ານການກໍ່ການຮ້າຍ ເປັນເວລາຫລາຍປີ.
ຄຸນພໍ່ Meletius Shattah ກໍຢູ່ທີ່ໂບດຄືກັນ ຕອນຜູ້ກໍ່ເຫດໄດ້ບຸກເຂົ້າມາໃນວັນອາທິດ.
"ພວກເຮົາ ໄດ້ຍິນສຽງປືນຢູ່ນອກໂບດ ເກືອບສອງນາທີ. ທໍາອິດ ມັນເປັນໄລຍະໆ, ແລ້ວການຍິງ ໄດ້ຍ້າຍໄປຢູ່ເດີ່ນຂອງໂບດ ແລະໃນທີ່ສຸດ ກໍຢູ່ໃນໂບດ. ໃນທັນໃດນັ້ນ, ສອງຄົນ ໄດ້ເຂົ້າມາພ້ອມດ້ວຍສາຍແອວລະເບີດ ແລະລະເບີດໂຕເອງ ຢູ່ໃນໂບດ ໃນລະຫວ່າງພິທີ Mass ທີ່ພວກເຮົາຈັດຂຶ້ນ ທຸກໆວັນອາທິດ."
ລາວກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.
"ຣັຖບານເວົ້າສເມີວ່າ ນີ້ເປັນການກະທໍາສ່ວນຕົວ ທີ່ຣັຖບານບໍ່ຮັບຜິດຊອບ. ແຕ່ຫນ້າເສັຍໃຈ ທີ່ຣັດຂອງພວກເຮົາ ບໍ່ໄດ້ປົກປ້ອງພວກເຮົາ ຈາກການກະທໍາ ຂອງບຸກຄົນເຫລົ່ານີ້, ມັນບໍ່ໄດ້ປົກປ້ອງພວກເຮົາເລີຍ. ສິ່ງນີ້ ເຮັດໃຫ້ເຮົາຮູ້ສຶກວ່າ ການກະທໍາຂອງບຸກຄົນ ໄດ້ກາຍເປັນການກະທໍາ ຂອງສະຖາບັນ ແລະບໍ່ພຽງແຕ່ການກະທໍາ ສ່ວນຕົວເທົ່ານັ້ນ ແລະເຮົາບໍ່ເຄີຍ ຂໍການປົກປ້ອງຈາກຜູ້ໃດ. ພວກເຮົາຢູ່ພາຍໃຕ້ການປົກປ້ອງຂອງພຣະເຈົ້າສເມີ. ເຖິງຢ່າງໃດກໍຕາມ, ພວກເຮົາເປັນພົນລະເມືອງໃນປະເທດນີ້ ແລະມັນເປັນຫນ້າທີ່ຮັບຜິດຊອບ ຂອງຣັດ ທີ່ຈະປົກປ້ອງພວກເຮົາ, ນີ້ບໍ່ແມ່ນສິດທິພິເສດ ທີ່ຣັດຂອງພວກເຮົາມອບໃຫ້ພວກເຮົາ ແຕ່ນັ້ນແມ່ນຫນ້າທີ່ຮັບຜິດຊອບ ຂອງມັນ."
ການໂຈມຕີນັ້ນ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວອີກ ກ່ຽວກັບຄວາມປອດພັຍ ໃນເມືອງຫລວງ, ຊຶ່ງຕອນນີ້ ຢູ່ພາຍໃຕ້ການປົກຄອງ ໃນຊ່ວງປ່ຽນຜ່ານ, ແລະພັຍຄຸກຄາມ ທີ່ຍັງມີຢູ່ ໂດຍກຸ່ມຫົວຮຸນແຮງ ເຊັ່ນ ຣັດອິສລາມ (Islamic State).
ປະທານາທິບໍດີ Ahmad al-Sharaa, ຜູ້ນໍາການໂຈມຕີ ເພື່ອຂັບໄລ່ al-Assad ແລະໄດ້ຮັບຕໍາແຫນ່ງ ເປັນຜູ້ນໍາ ໃນເດືອນມັງກອນ, ໄດ້ສັນຍາຊ້ຳແລ້ວຊ້ຳອີກ ວ່າຈະປົກປ້ອງຊົນກຸ່ມນ້ອຍຂອງ Syria.
ແຕ່ເຫດການໃນວັນອາທິດ ໄດ້ກໍ່ໃຫ້ເກີດຄວາມສົງສັຍວ່າ ຣັຖບານຂອງລາວ ຈະສາມາດເຮັດຕາມຄໍາສັນຍານັ້ນໄດ້ຫລືບໍ່, ໂດຍສະເພາະ ໃນທ່າມກາງ ຄວາມບໍ່ຫມັ້ນຄົງທີ່ດໍາເນີນຕໍ່ໄປ.
ໃນຂນະດຽວກັນ, ຫນ່ວຍຄວາມປອດພັຍ ໄດ້ເພີ່ມການລາດຕະເວນ ໃກ້ສະຖານທີ່ທາງສາສນາ, ແລະບໍຣິການສຸກເສີນກໍໄດ້ເລີ່ມຕົ້ນເກັບກວາດສະຖານທີ່ເກີດເຫດ.
ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao