ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.

Thai and Cambodian troops clash over the border dispute

ທະຫານໄທຳລັງລາດຕະເວນ ລະຫວ່າງການປະທະກັນກັບ ທະຫານກຳປູເຈັຍທີ່ Phanom Dong Rak. Source: EPA / RUNGROJ YONGRIT/EPA

ການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.

ການສູ້ຮົບລະຫວ່າງ ປະເທດກຳປູເຈັຍ ແລະປະເທດໄທ ໄດ້ທະວີຄວາມຮຸນແຮງຂຶ້ນ ຕາມຊາຍແດນທີ່ມີຂໍ້ພິພາດ ໃນວັນອັງຄານ, ໂດຍທີ່ປະເທດເພື່ອນບ້ານ ໃນເອເຊັຍຕາເວັນອອກສຽງໃຕ້ ຕ່າງກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.

ໂດຍທີ່ທັງສອງຝ່າຍ ກໍາລັງກ່າວໂທດອີກຝ່າຍ ທີ່ເລີ້ມການປະທະຄັ້ງ ໃໝ່ໃນວັນຈັນ, ແລະບໍ່ຊັດເຈນວ່າ ການຢຸດຍິງທີ່ອ່ອນແອ ຊຶ່ງປະທານາທິບໍດີ Donald Trump ເປັນຕົວກາງ ໃນເດືອນກໍລະກົດ ຈະສາມາດຊ່ອຍກູ້ໄດ້ແນວໃດ.

Peggy Giakoumelos ລາຍງານ.

ບ້ານເຮືອນໃນປະເທດໄທ ໄດ້ຖືກຍິງດ້ວຍປືນໃຫຍ່ ຈາກກອງທັບກຳປູເຈັຍ ຫລັງຈາກການຄວາມຂັດແຍ່ງທາງທະຫານ ລະຫວ່າງສອງປະເທດ.

ທັງສອງປະເທດກ່າວວ່າ ເຂົາເຈົ້າຈະບໍ່ຍອມຖອຍ ຈາກການປົກປ້ອງອະທິປະໄຕຂອງຕົນ.

ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ.

ການສູ້ຮົບ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ.

ມີຜູ້ເສັຍຊີວິດຢ່າງຫນ້ອຍ 48 ຄົນ ແລະມີຜູ້ພັດຖິ່ນ 300,000 ຄົນກ່ອນທີ່ Trump ຈະເຂົ້າແຊກແຊງ ເພື່ອໃຫ້ມີການສງົບເສິກ.

ໃນຫມູ່ບ້ານຕ່າງໆຢູ່ແຄມຊາຍແດນ, ປະຊາຊົນໄດ້ອົບພະຍົບໜີ, ແຕ່ວ່າຈະມີເຈົ້າໜ້າທີ່ຮັກສາຄວາມປອດພັຍ ຈະຍັງຢູ່ຂ້າງຫລັງ ເພື່ອປົກປ້ອງບ້ານເຮືອນຂອງປະຊາຊົນ.

ຢູ່ທີ່ຫມູ່ບ້ານແຫ່ງຫນຶ່ງ ໃນຈັງຫວັດ Buriram ພາກຕາເວັນອອກສ່ຽງເຫນືອຂອງປະເທດໄທ, ສຽງລະເບີດ ໄດ້ກາຍເປັນຄວາມຈິງປະຈໍາວັນ ສໍາລັບ Wuttikrai Chimngarm.

"ຂ້ອຍຕ້ອງຢູ່ຂ້າງຫລັງ. ຂ້ອຍເປັນຫົວຫນ້າຫມູ່ບ້ານ, ຖ້າບໍ່ແມ່ນຂ້ອຍ ແລ້ວຈະແມ່ນໃຜ? ໃຜຈະປົກປ້ອງບ້ານເຮືອນ ແລະຊັບສິນຂອງຊາວບ້ານ ຈາກຜູ້ປຸ້ນສະດົມ? ຂ້ອຍເປັນຜູ້ນໍາ, ແລະເຈົ້າໜ້າທີ່ຮັກສາຄວາມປອດພັຍຂອງຫມູ່ບ້ານທຸກຄົນ ຕ້ອງຢູ່ນໍາກັນ."

Hun Sen ອະດີດຜູ້ນໍາກຳປູເຈັຍ ຜູ້ຊົງອິດທິພົນກ່າວວ່າ ປະເທດຂອງລາວ ໄດ້ລໍຖ້າ 24 ຊົ່ວໂມງ ເພື່ອປະຕິບັດການຢຸດຍິງ ແລະອະນຸຍາດໃຫ້ມີການອົບພະຍົບ ກ່ອນຈະເປີດການຕອບໂຕ້ ຕໍ່ກອງທັບໄທ.

ປະເທດກຳປູເຈັຍກ່າວວ່າ ມັນເປີດກວ້າງ ສຳລັບການເຈຣະຈາສອງຝ່າຍ ກັບໄທທັນທີ ເພື່ອຢຸດການສູ້ຮົບຕາມຊາຍແດນທາງບົກ ທີ່ຍາວ817 ກິໂລແມັດ.

Suos Yara, ທີ່ປຶກສາອາວຸໂສ ຂອງນາຍົກຣັດຖະມົນຕີ, Hun Manet, ກ່າວວ່າ ກຳປູເຈັຍພ້ອມທີ່ຈະເຈຣະຈາສອງຝ່າຍ ກັບປະເທດໄທທັນທີ ເພື່ອຢຸດຕິຄວາມຂັດແຍ້ງ.

"ສົມມຸດວ່າ ຫນຶ່ງຊົ່ວໂມງຫຼັງຈາກນີ້, ທັງສອງຝ່າຍຕົກລົງ ທີ່ຈະເຈຣະຈາ ແລະກໍເລີ່ມເສັ້ນທາງການສື່ສານ, ແລະເຈຣະຈາດ້ວຍຄວາມຈິງ, ແລ້ວນີ້ຈະເປັນຄວາມຄິດທີ່ດີ. ເຂົາເຈົ້າຂໍຮ້ອງໃຫ້ມີສອງຝ່າຍສເມີ. ແລ້ວບັດນີ້ເປັນເວລາທີ່ດີ ສໍາລັບການເຈຣະຈາສອງຝ່າຍ. ແລ້ວທັງສອງຝ່າຍຍື່ນມືອອກມາ, ແລະພວກເຮົາເລີ່ມເວົ້າລົມກັນອີກ, ເຖິງແມ່ນຈະບໍ່ຈັບມື, ແຕ່ພວກເຮົາສາມາດສວດມົນຕາມທາງສາສນາພຸດ, ແລະແລ້ວທັງສອງຝ່າຍຈະຍອມຮັບ. ບໍ່ມີການກ່າວໂທດ, ບໍ່ມີການເສັຍຫນ້າ, ເພື່ອວ່າຜູ້ຄົນຈະທໍາງານຮ່ວມກັນ ເທິງພື້ນຖານນີ້ ແລະລະດັບການແຂ່ງຂັນທີ່ຍຸດຕິທັມ."

ປະເທດໄທ ມີກອງທັບໃຫຍ່ ແລະມີເງິນສນັບສນູນຢ່າງຫລວງຫລາຍກວ່າກອງທັບກຳປູເຈັຍ, ພ້ອມດ້ວຍຈໍານວນທະຫານປະຈຳການ ສາມເທົ່າ ແລະງົບປະມານປ້ອງກັນປະເທດ ຂອງປີ 2024 ແມ່ນໃຫຍ່ກວ່າຂອງເພື່ອນບ້ານ ເຖິງສີ່ເທົ່າ.

Surasant Kongsiri ໂຄສົກກະຊວງປ້ອງກັນປະເທດຂອງໄທກ່າວວ່າ ມາດຕະການທາງທະຫານ ຈະດໍາເນີນຕໍ່ໄປ.

"ປະເທດໄທ ມຸ່ງໝັ້ນທີ່ຈະປົກປ້ອງອະທິປະໄຕ ແລະເຂດແດນຂອງຕົນ. ດັ່ງນັ້ນ ຈຶ່ງຕ້ອງມີມາດຕະການທາງທະຫານ ເທົ່າທີ່ຈໍາເປັນ ເພື່ອປົກປ້ອງອະທິປະໄຕ ແລະເຂດແດນຂອງປະເທດໄທ."

ເປັນເວລາຫລາຍກວ່າຫນຶ່ງສັດຕະວັດ ທີ່ທັງປະເທດໄທ ແລະປະເທດກຳປູເຈັຍ ມີການໂຕ້ຖຽງກັນ ກ່ຽວກັບອະທິປະໄຕ ໃນຈຸດຕ່າງໆ ທີ່ບໍ່ໄດ້ກໍານົດເຂດຕາມຊາຍແດນທາງບົກ 817 ກິໂລແມັດ, ຊຶ່ງປະເທດ France ໄດ້ແຕ້ມແຜນທີ່ເປັນເທື່ອທໍາອິດ ໃນປີ 1907 ຕອນທີ່ປະເທດກຳປູເຈັຍ ເປັນຫົວເມືອງຂຶ້ນ.

ແຜນທີ່ດັງກ່າວ ຕໍ່ມາປະເທດໄທໄດ້ໂຕ້ຖຽງໃນພາຍຫຼັງນັ້ນ, ຢູ່ເທິງພື້ນຖານຂອງຂໍ້ຕົກລົງ ທີ່ຈະກໍານົດເຂດແດນ ຕາມເສັ້ນສາຍນ້ຳທັມມະຊາດ ລະຫວ່າງສອງປະເທດ.

ໃນປີ 2000, ເຂົາເຈົ້າໄດ້ຕົກລົງ ທີ່ຈະຈັດຕັ້ງຄນະກັມມາທິການ ເພື່ອຈັດການ ກັບການອ້າງສິດທິທີ່ທັບຊ້ອນ (Overlapping Claims) ກັນຢ່າງສັນຕິ, ແຕ່ມີຄວາມຄືບຫນ້າພຽງເລັກນ້ອຍ.

ລາຍງານໂດຍ Peggy Giakoumelos ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service