ການກວດປາກມົດລູກ ສາມາດຊ່ວຍຊີວິດຂອງທ່ານໄດ້

A gynecologist is examined by a patient who is sitting in a gynecological chair. Examination by a gynecologist. Female health concept.

A patient is examined by a gynaecologist in a gynecological chair. Source: iStockphoto / stefanamer/Getty Images

ມະເຮັງປາກມົດລູກ ສາມາດປ້ອງກັນໄດ້, ຂໍພຽງແຕ່ ທ່ານກວດພົບຢ່າງໄວເທົ່ານັ້ນ. ອຸບປະສັກສ່ວນຕົວ ແລະທາງວັດທະນະທັມ ມັກຫມາຍຄວາມວ່າ ຜູ້ຍິງຊັກຊ້າໃນການກວດເບິ່ງມະເຮັງປາກມົດລູກ. ແຕ່ບັດນີ້ ດ້ວຍຄວາມຊ່ອຍເຫລືອຂອງການກວດ ທີ່ນຳໜ້າຂອງໂລກ, ອອສເຕຣເລັຍ ມີເປົ້າຫມາຍ ທີ່ຈະກໍາຈັດມະເຮັງປາກມົດລູກ ພາຍໃນປີ 2035ການກວດເປັນທາງເລືອກທີ່ປອດພັຍ ແລະໃຫ້ຄວາມສຳຄັນ ທາງວັດທະນະທັມສໍາລັບຜູ້ຍິງ ຈາກທຸກພື້ນຖານ. ສິ່ງດີທີ່ສຸດແມ່ນວ່າ ມັນສາມາດຊ່ວຍຊີວິດຂອງທ່ານໄດ້—ຫລື ຊີວິດຂອງຄົນ ທີ່ໃກ້ຊິດກັບທ່ານ.


ຈຸດສຳຄັນ:
  • ການກວດປາກມົດລູກ ຊ່ວຍຊີວິດໄດ້ ໂດຍການກວດພົບວ່າມີເຊື້ອໄວຣັສ Papillomavirus ຂອງມະນຸດຫຼືບໍ່.
  • ຖ້າບໍ່ຖືກກວດພົບໃນຕອນຕົ້ນ, ການຕິດເຊື້ອ HPV ອາດນໍາໄປສູ່ບັນຫາສຸຂະພາບທີ່ຮ້າຍແຮງລວມທັງໂຣກມະເຮັງ
  • ຜູ້ຍິງທີ່ມາຈາກພື້ນຖານ ທີ່ແຕກຕ່າງວັດທະນະທັມ ບໍ່ໄດ້ຮັບການກວດ.
  • ການກວດດ້ວຍຕົວເອງ ຈະກໍາຈັດອຸບປະສັກ ທາງວັດທະນະທັມໃນການກວດ.
ການກວດປາກມົດລູກ ຊ່ວຍປ້ອງກັນມະເຮັງປາກມົດລູກ ໄດ້ແນວໃດ?

ໃຜຄວນມີການກວດປາກມົດລູກ?

ຂ້ອຍຈະໄດ້ຮັບການກວດ ໄດ້ແນວໃດ?

ການກວດສອງປະເພດ ມີຫຍັງແດ່?

ປໂຍດຂອງການກວດດ້ວຍຕົວເອງ ມີຫຍັງແດ່?

ຜູ້ຍິງ ຈະເອົາຊນະອຸປະສັກ ໃນການກວດປາກມົດລູກ ໄດ້ແນວໃດ?

ການເອົາຂໍ້ມູນ ອອກໄປສູ່ຊຸມຊົນ

ຫລາຍກວ່າ 70 ເປີເຊັນ ຂອງກໍຣະນີມະເຮັງປາກມົດລູກ ເກີດຂຶ້ນກັບຄົນ ທີ່ບໍ່ເຄີຍໄດ້ຮັບການກວດ, ຫລືຜູ້ທີ່ເກີນກໍານົດ ສໍາລັບການກວດ.

ນັ້ນເປັນເຫດຜົນທີ່ດີ ທີ່ຈະມີການກວດ, ຫລືສິ່ງທີ່ເອີ້ນວ່າ ການກວດປາກມົດລູກ (Cervical Screening).

ການກວດປາກມົດລູກ ຊ່ວຍປ້ອງກັນມະເຮັງປາກມົດລູກ ໄດ້ແນວໃດ?

"ນີ້ ແມ່ນການກວດສອບການປ່ຽນແປງໃນຕອນຕົ້ນ ຂອງຈຸລັງ (Cells) ປາກມົດລູກ, ໂດຍສະເພາະ ການPapillomavirus ຂອງມະນຸດ,ຊຶ່ ງສາມາດນໍາໄປສູ່ການປ່ຽນແປງຂອງຈຸລັງ Cells) ທີ່ອາດກາຍເປັນມະເຮັງ ເມື່ອເວລາຜ່ານໄປ," Dr Ahlam Ibrahim ກ່າວ. ນາງ ເປັນນາຍໝໍທີ່ Sydney, ນັກການສຶກສາຊຸມຊົນ ແລະ ຜູ້ກໍ່ຕັ້ງ the Sudanese Australian Health Wellbeing Association.

ການພົບການປ່ຽນແປງຂອງ ຈຸລັງ (Cells) ໃນຕອນຕົ້ນ ຫມາຍຄວາມວ່າ ມັນສາມາດຖືກຕິດຕາມ ຫລືປິ່ນປົວ ກ່ອນທີ່ມັນຈະກາຍເປັນໂຣກມະເລັງ

ການກວດປາກມົດລູກ (Cervical screenings) ຖືກຈັດການໂດຍ the National Cervical Screening Program (NCSP). NCSP ມີຈຸດປະສົງ ທີ່ຈະກວດທຸກຄົນ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ Human Papillomavirus ຫຼື HPV. ແລະເມື່ອທ່ານໄດ້ຮັບການກວດເທື່ອທໍາອິດ, ເຂົາເຈົ້າຈະສົ່ງໃບແຈ້ງເຕືອນໃຫ້ທ່ານ ເມື່ອເຖິງກຳໜົດການກວດເທື່ອຕໍ່ໄປ.

Wendy with swab_credit Department of Health, Ageing and Disability.png
ເມື່ອກ່າວເຖິງການກວດປາກມົດລູກ, ຜູ້ຍິງທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ກໍາລັງຖືກປະຖິ້ມ ແລະໂດຍສະເພາະ ຜູ້ຍິງທີ່ຫາກໍມາເຖິງ.

ໃຜຄວນກວດປາກມົດລູກ?

ຄໍາຕອບກໍຄື ຜູ້ຍິງທຸກຄົນ ທີ່ສ່ຽງຕໍ່ການຕິດເຊື້ອ HPV.

ການກວດນີ້ ຖືກແນະນໍາໃນອອສເຕຣເລັຍ ສໍາລັບຜູ້ຍິງທຸກຄົນ ແລະຄົນທີ່ມີປາກມົດລູກ (Cervix) ສໍາລັບຜູ້ຍິງອາຍຸລະຫວ່າງ 25 ເຖິງ 74 ປີ, ຜູ້ທີ່ເຄີຍມີເພດສໍາພັນ, Dr Ibrahim ກ່າວ.

"ການກວດ ຈະເຮັດທຸກໆຫ້າປີ, ຖ້າຫາກຜົນກວດເປັນປົກກະຕິ. ເຖິງແມ່ນວ່າ ທ່ານໄດ້ຮັບວັກຊີນ HPV ແລ້ວ, ທ່ານຍັງຈໍາເປັນຕ້ອງກວດເປັນປະຈໍາ ເພາະວ່າວັກຊີນ ບໍ່ໄດ້ຄອບຄຸມ HPV ທຸກຊະນິດ ທີ່ກໍ່ໃຫ້ເກີດມະເຮັງ."

ຂ້ອຍຈະໄດ້ຮັບການກວດໄດ້ແນວໃດ?

ທ່ານສາມາດໄປທີ່ ຄລີນິກ ທ່ານໝໍໃນທ້ອງຖິ່ນຂອງທ່ານ, ສູນສຸຂະພາບຊຸມຊົນ ຫຼື ຄລີນິກສຸຂະພາບຂອງຜູ້ຍິງ ແລະ ບໍຣິການການແພດຂອງຊາວ Aboriginal.

ຖ້າທ່ານມີບັດ Medicare ຕາມປົກກະຕິແລ້ວ ການນັດຫມາຍຈະຖືກຈ່າຍໂດຍ Bulk Billed ດັ່ງນັ້ນ ຈຶ່ງບໍ່ມີຄ່າໃຊ້ຈ່າຍຫຍັງ.

ເຖິງຢ່າງໃດກໍຕາມ, ທ່ານອາດມີລາຍຈ່າຍ ເມື່ອໄປຫາທ່ານຫມໍ ທີ່ບໍ່ເກັບເງິນຜ່ານ Bulk Billed.

ມີການກວດສອງປະເພດ. ໃນລະຫວ່າງການນັດຫມາຍ, ຜູ້ໃຫ້ບໍຣິການດ້ານສຸຂະພາບຂອງທ່ານ ຈະອະທິບາຍທາງເລືອກທັງສອງຢ່າງ.

ການກວດ ສອງປະເພດມີຫຍັງແດ່?

ທ່ານສາມາດຕັດສິນໃຈໃຫ້ທ່ານຫມໍ ຫຼືພະຍາບານ ເຮັດການກວດໃນ ຄລີນິກ.

"ພວກເຮົາເກັບຕົວຢ່າງດ້ວຍຟອຍນ້ອຍໆ ຈາກສ່ວນເທິງຂອງປາກຊ່ອງຄອດ," Dr Ahlam ອະທິບາຍ.

ບັດນີ້ ມີທາງເລືອກທີ່ຈະກວດດ້ວຍຕົວເອງ ໂດຍບໍ່ຕ້ອງອາສັຍຄວາມຊ່ອຍເຫລືອ ຈາກທ່ານຫມໍ.

"ສິ່ງນີ້ ອະນຸຍາດໃຫ້ຄົນນັ້ນ ເກັບຕົວຢ່າງໂດຍໃຊ້ກ້ານອຸບປະກອນນ້ອຍໆ ທີ່ສາມາດສອດໃສ່ເຂົ້າໄປໃນຊ່ອງຄອດ. ມັນເປັນທາງເລືອກສ່ວນຕົວທີ່ງ່າຍ ແລະແນ່ນອນ ສໍາລັບການຄົ້ນພົບ HVP."

ການກວດທັງສອງປະເພດ ຄວນໃຊ້ເວລາພຽງແຕ່ ບໍ່ເທົ່າໃດນາທີເທົ່ານັ້ນ.
Dr Ahlam FB image_Austmulticulturalhealthcollab.jpg
Dr Ahlam Ibrahim

ການກວດດ້ວຍຕົວເອງ ມີປໂຍດແນວໃດແດ່?

Jyotsna Oliver ຜູ້ໃຊ້ບໍຣິການສຸຂະພາບ ໄດ້ໄປຮ່ວມກອງປະຊຸມຂໍ້ມູນ ໃນຊຸມຊົນ ບ່ອນທີ່ນາງໄດ້ຮຽນຮູ້ ກ່ຽວກັບທາງເລືອກ ສໍາລັບການກວດດ້ວຍຕົວເອງ.

"ກ່ຽວກັບການກວດປາກມົດລູກ, ດັ່ງທີ່ເຮົາທຸກຄົນຮູ້, ເຮົາມັກຈະຄຶດກ່ຽວກັບຄວາມບໍ່ສະບາຍເລັກນ້ອຍ, ທັງທາງຮ່າງກາຍ ແລະທາງຈິດໃຈ ເພາະສ່ວນຫລາຍ ຈະມີຄວາມຮູ້ສຶກອ່ອນແອ ໃນລະຫວ່າງການນັດຫມາຍທີ່ເຮັດໂດຍທ່ານຫມໍ," Ms Oliver ກ່າວ.
"ແລະນັ້ນ ເປັນສາເຫດທີ່ ເມື່ອຂ້າພະເຈົ້າໄດ້ຮຽນຮູ້ ກ່ຽວກັບທາງເລືອກ ທີ່ຈະກວດດ້ວຍຕົວເອງ ຂ້າພະເຈົ້າກໍຢາກຮູ້ຢາກເຫັນ... ຫລັງຈາກຂ້າພະເຈົ້າໄດ້ລອງເບິ່ງ, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ມັນເປັນປະສົບການທີ່ດີຫລາຍ."

ຫລັງຈາກໄດ້ນັດຫມາຍກັບ GP ຂອງນາງ, ການກວດກໍເປັນໄປ ແບບກົງໄປກົງມາ.

"ເຂົາເຈົ້າໄດ້ອະທິບາຍຂັ້ນຕອນ ການກວດປາກມົດລູກ ແລະໄດ້ມອບອຸບປະກອນໃຫ້ຂ້າພະເຈົ້າ. ຄໍາແນະນໍາ ໃນເຄື່ອງມືນັ້ນ ກໍງ່າຍທີ່ຈະເຮັດຕາມ."
ຂ້ອຍຄິດວ່າ ມັນເປັນພຽງແຕ່ຄວາມເປັນສ່ວນຕົວ ແລະການຄວບຄຸມ ແລະບໍ່ແມ່ນພຽງແຕ່ເປັນຄົນໄຂ້ ທີ່ບໍ່ມີປໂຍດເທົ່ານັ້ນ ທີ່ຍິ່ງໃຫຍ່ສໍາລັບຂ້ອຍ. ແນ່ນອນວ່າ ມີຄວາມກົດດັນຫນ້ອຍລົງ.
Jyotsna Oliver, health consumer

ການເອົາຊນະອຸປະສັກໃນການກວດປາກມົດລູກ

ເປັນເລື່ອງທີ່ຫນ້າຕື່ນເຕັ້ນ ທີ່ຄິດວ່າອອສເຕຣເລັຍ ສາມາດເປັນປະເທດທໍາອິດ ທີ່ກໍາຈັດໂລກມະເຮັງປາກມົດລູກ.

ເປັນເລື່ອງທີ່ຫນ້າຕື່ນເຕັ້ນ ທີ່ຄິດວ່າອອສເຕຣເລັຍ ສາມາດເປັນປະເທດທໍາອິດ ທີ່ກໍາຈັດໂລກມະເຮັງປາກມົດລູກ.

ການເຮັດວຽກ ເພື່ອເພີ່ມຈໍານວນການກວດໃນຊຸມຊົນ ທີ່ຂາດການບໍຣິການເຫລົ່ານີ້ ແມ່ນ Australian Multicultural Health Collaborative (ຊຶ່ງເປັນໂຄງການຂອງ the Federation of Ethnic Communities' Councils of Australia).

Nidia Raya Martinez ເປັນຜູ້ຈັດການອາວຸໂສ ຂອງໂຄງການຂອງCollaborative, ທີ່ທໍາງານກັບອົງການຊຸມຊົນ ທົ່ວອອສເຕຣເລັຍ ເພື່ອເພີ່ມອັດຕາການກວດສອບ.

ເມື່ອກ່າວເຖິງ ການກວດປາກມົດລູກ, ຜູ້ຍິງທີ່ມາຈາກພື້ນຖານ ທີ່ແຕກຕ່າງ ທາງວັດທະນະທັມ ກໍາລັງຖືກປະຖິ້ມ, ແລະໂດຍສະເພາະ ຜູ້ຍິງທີ່ຫາກໍມາເຖິງ, Ms Martinez ກ່າວ.
Own It Poster - Kirti_credit Department of Health, Ageing and Disability.png
Own It Poster
"ການຊອກຫາ ຜູ້ໃຫ້ການດູແລສຸຂະພາບ ທີ່ເວົ້າພາສາຂອງທ່ານ ຫລືເຂົ້າໃຈທ່ານ ດ້ານວັດທະນະທັມ, ນັ້ນອາດເປັນພຽງຈຸດເລີ່ມຕົ້ນ ຂອງການທ້າທາຍບາງຢ່າງ. ເມື່ອເຮົາໄປເຖິງຄະລີນິກສຸຂະພາບແທ້ໆ, ຍັງມີການທ້າທາຍອື່ນໆ ທີ່ທ່ານອາດປະເຊີນ. ທ່ານອາດອາຍຫນ້ອຍຫນຶ່ງ ທີ່ຈະໄດ້ຮັບການກວດ. ທ່ານບໍ່ສະບາຍໃຈ ທີ່ຈະຕ້ອງຖອດເສື້ອຜ້າອອກ ຫລືທ່ານອາດມີຄວາມວິຕົກກັງວົນ."

ດ້ວຍເຫດນີ້ ການກວດແບບໃຫມ່ດ້ວຍຕົວເອງ ຈຶ່ງເປັນໂຕປ່ຽນເກມ.

ໂດຍການຄວບຄຸມການກວດປາກມົດລູກຂອງຕົນເອງ, ຜູ້ຍິງຈະບໍ່ປະສົບກັບອຸບປະສັກ ທີ່ອາດຂັດຂວາງເຂົາເຈົ້າ ຈາກການກວດທີ່ສາມາດຊ່ວຍຊີວິດໄດ້ອີກຕໍ່ໄປ.

"ມັນຍັງຈໍາເປັນ ຕ້ອງເຮັດຢູ່ໃນຄະລີນິກສຸຂະພາບ, ແຕ່ທ່ານສາມາດໄປທາງຫລັງແຜ່ນກັ້ນ, ຖອດເສື້ອຜ້າຂອງທ່ານອອກຢ່າງຮຽບຮ້ອຍ, ເກັບຕົວຢ່າງຂອງທ່ານເອງ ແລະສົ່ງມັນກັບຄືນໄປຫາທ່ານຫມໍ, ຫລືບາງເທື່ອ ເຂົາເຈົ້າບອກທ່ານໃ ຫ້ໄປຫ້ອງນ້ຳເພື່ອເຮັດສິ່ງນັ້ນ, ຂຶ້ນຢູ່ກັບຄະລີນິກສຸຂະພາບ. ແລະນັ້ນເປັນທາງເລືອກທີ່ດີ ສໍາລັບຜູ້ທີ່ອາດຮູ້ສຶກບໍ່ສະບາຍໃຈ, ໂດຍສະເພາະ ຖ້າຫາກເປັນທ່ານຫມໍຜູ້ຊາຍ."

ການເອົາຂໍ້ມູນ ອອກໄປສູ່ຊຸມຊົນ

The Collaborative ໄດ້ເຫັນການເພີ່ມຂຶ້ນ ຂອງການກວດປາກມົດລູກ ເພາະຄວາມຮ່ວມມື ຂອງເຂົາເຈົ້າກັບອົງການຊຸມຊົນ ຜ່ານກິດຈະກັມຊຸມຊົນເຫຼົ່ານີ້, ຜູ້ຍິງໄດ້ສວຍໂອກາດ ທີ່ຈະສຶກສາດ້ວຍຕົນເອງ ແລະນັດໝາຍນາຍໝໍ ເພື່ອການກວດ, ບາງເທື່ອກໍເຮັດເປັນກຸ່ມ.

"ແຕ່ຕໍ່ມາ ຜູ້ຄົນທີ່ໄດ້ຮັບຂໍ້ມູນ ກໍຮູ້ສຶກສະບາຍໃຈ ທີ່ຈະເວົ້າລົມກັບທ່ານຫມໍ ກ່ຽວກັບການກວດ, ແລະຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະເວົ້າລົມກັບຫມູ່ເພື່ອນ ແລະຄອບຄົວຂອງເຂົາເຈົ້ານໍາອີກ," Ms Martinez ກ່າວ.

"ແລະຜູ້ຊາຍ ເມື່ອກັບບ້ານ ກໍຈະເວົ້າລົມ ແລະແນະນໍາເມັຍ, ລູກສາວ, ແມ່ຂອງເຂົາເຈົ້າວ່າ ບາງທີເຂົາເຈົ້າ ຄວນຮັບການກວດຄືກັນ.

ຢ່າເລື່ອນມັນອອກໄປ

ມັນເປັນເລື່ອງປົກກະຕິ ສໍາລັບຜູ້ຄົນ ທີ່ຈະຊັກຊ້າການກວດຂອງເຂົາເຈົ້າ, Ms Oliver ກ່າວ, ແຕ່ບໍ່ມີເຫດຜົນ ທີ່ຈະເລື່ອນການກວດນັ້ນ.

"ໃຫ້ລອງເຮັດ Self-swab- ແລ້ວທ່ານຈະຂອບໃຈໂຕທ່ານເອງໃນອະນາຄົດ"
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການກວດປາກມົດລູກ ສາມາດຊ່ວຍຊີວິດຂອງທ່ານໄດ້ | SBS Lao