ຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 2026.
ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 2026
Argentina ແລະ Switzerland ຜ່ານເຂົ້າຮອບ Quarter-final ຂອງ the FIFA World Cup 2026.
ຮວບຮວມໂດຍ: Yumi Oba.
ທີມທີ່ເຂົ້າຮອບ ກ່ອນຮອງຊນະເລີດຂອງ the FIFA World Cup 2026 ໄດ້ຖືກລະບຸແລ້ວ ຫລັງຈາກ Argentina ໄດ້ສ້າງຄວາມອັດສະຈັນ ໃນການກັບຄືນ ມາເອົາຊນະEgypt. ແລະອີກຄູ່ໜຶ່ງ Switzerland ໄດ້ເອົາຊະນະ Colombia ໃນການຍິງຈຸດໂທດທີ່ຫນ້າຕື່ນເຕັ້ນ. ຂ້າພະເຈົ້າ ສັກພູມີຣັຕນ໌, ແລະນີ້ຄື ການສລຸບຂອງທ່ານ ໃນວັນທີ 27 ຂອງ FIFA World Cup 2026.
ແຟນບານທີ່ສນາມກິລາ Atlanta ມີໂອກາດໄດ້ຮັບຊົມ ການແຂ່ງຂັນທີ່ຕື່ນເຕັ້ນ ລະຫວ່າງ Argentina ຊຶ່ງເປັນທີມຊນະເລີດ ຂອງການແຂ່ງຂັນຄັ້ງທີ່ແລ້ວ ທີ່ປະເຊີນກັບ Egypt, ຊຶ່ງກໍາລັງຫລິ້ນໃນລະດັບໃນຮອບ 16 ທີມສຸດທ້າຍ ຂອງ FIFA World Cup ຄັ້ງທໍາອິດ.
Egypt ເບິ່ງຄືວ່າ ຈະຄວ້າເອົາໄຊຊນະໃນການເຕະຄັ້ງນີ້, ໂດຍທຳປະຕູນຳໜ້າ 2-0 ຈາກການຍິງຂອງ Yasser Ibrahim ແລະ Mostafa Ziko, ຫລັງຈາກຜູ້ຮັກສາປະຕູ Mostafa Ahmed Shobeir ໄດ້ປ້ອງກັນການຍິງລູກໂທດ ຂອງ Lionel Messi.
ແຕ່ Argentina ໄດ້ກັບຄືນມາຊນະເກມນີ້ ຢ່າງຫນ້າອັດສະຈັນ. Cristian Romero ຍິງປະຕູໄດ້ໃນນາທີ ທີ 79, Messi ຍິງຕີສເມີໄດ້ ໃນສີ່ນາທີຕໍ່ມາ ແລະEnzo Fernández ໂຫມ່ງລູກສຸດທ້າຍຂອງເກມ ໃນຊ່ວງຕໍ່ເວລາບາດເຈັບ ໃນການຄວ້າໄຊຊນະ 3 ປະຕູຕໍ່ 2 ແລະເຮັດໃຫ້ Argentina ເຂົ້າໄປໃນຮອບ Quarter-final.
ທີ່ເມືອງ Vancouver, ການແຂ່ງຂັນເຕະບານແຊ້ມປ້ຽນໂລກນັດສຸດທ້າຍ ໃນປະເທດ Canada ໄດ້ເຫັນ Switzerland ສູ້ກັບ Colombia ໃນການຊິງເອົາບ່ອນສຸດທ້າຍທີ່ເຫລືອຢູ່ໃນ Quarter-final.
ບໍ່ມີຝ່າຍໃດ ສາມາດທຳປະຕູໄດ້ຕລອດ 120 ນາທີຂອງການແຂ່ງຂັນ, ຊຶ່ງນຳໄປສູ່ ການຍິງຈຸດໂທດ ຫຼື Penalty shootout.
Colombia ໄດ້ສ້າງໂອກາດທີ່ດີກວ່າ ແຕ່ບໍ່ສາມາດຍິງປະຕູໄດ້, ໃນຂນະທີ່ Switzerland ຂາດ Johan Manzambi ຜູ້ທຳປະຕູສູງສຸດ ທີ່ໄດ້ຮັບບາດເຈັບ.
ການຍິງຈຸດໂທດ ໄດ້ລົງໄປເຖິງການເຕະລູກສຸດທ້າຍ, ໂດຍ Gregor Kobel ຜູ້ຮັກສາປະຕູ Switzerland ສາມາດປ້ອງກັນປະຕູໄດ້ ກ່ອນທີ່ Rubén Vargas ຍິງປະຕູໄຊໃຫ້ທີມ ທີ່ຊນະດ້ວຍ 4 ປະຕູຕໍ່ 3.
ຜົນການແຂ່ງຂັນນັ້ນ ໄດ້ສົ່ງ Switzerland ໄປສູ່ການແຂ່ງຂັນເຕະບານແຊ້ມປ້ຽນໂລກຮອບ Quarter-final ເປັນເທື່ອທໍາອິດ ນັບຕັ້ງແຕ່ການເປັນເຈົ້າພາບ ໃນປີ 1954, ບ່ອນທີ່ມັນຈະປະເຊີນຫນ້າກັບ Argentina ຜູ້ປ້ອງກັນ Champ ເພື່ອຊິງຕຳແໜ່ງ ສີ່ທີມສຸດທ້າຍ.
ຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland.
ທ່ານໄດ້ຟັງ World Cup Daily Update ສໍາລັບວັນທີ 27 ຂອງການແຂ່ງຂັນ.ຂ້າພະເຈົ້າ ສັກ ພູມິຣັຕນ໌
ຮັບຊົມທຸກນາທີຂອງ FIFA World Cup 2026™ ສົດ ແລະຟຣີ ໃນ SBS ແລະSBS On Demand
ຮວບຮວມໂດຍ Yumi Oba ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






