ວັນແປສາກົນ ທີ່ຖືກຮັບຮູ້ໂດຍສະຫະປະຊາຊາດ.

Young woman using laptop and talking on the phone via speakerphone

ການສເລີມສລອງ ວັນແປສາກົນ (International Translation Day) ກົງກັບວັນທີ 30 ເດືອນກັນຍາ ແລະຮັບຮູ້ຜົນງານຂອງຜູ້ຊ່ຽວຊານທາງພາສາ Credit: fotostorm/Getty Images

ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ(Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ. ຊຶ່ງກົງກັບວັນທີ 30 ເດືອນກັນຍາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ວັນແປສາກົນ ທີ່ຖືກຮັບຮູ້ໂດຍສະຫະປະຊາຊາດ.

ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ.

ການສເລີມສລອງ ກົງກັບວັນທີ 30 ເດືອນກັນຍາ ແລະຮັບຮູ້ຜົນງານຂອງຜູ້ຊ່ຽວຊານທາງພາສາ ທີ່ສົ່ງເສີມຄວາມເຂົ້າໃຈທາງວັດທະນະທັມ, ການເຊື່ອມຕໍ່ ແລະຄວາມສາມັກຄີທາງສັງຄົມ.

ແຕ່ຜູ້ແປ (Translators) ແລະລ່າມ (Interpreters) ບາງຄົນໃນອອສເຕຣເລັຍເຊື່ອວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອປົກປ້ອງແຮງງານ ແລະເຊື່ອມອຸບປະສັກດ້ານພາສາ.

Yasmine Alwakal ລາຍງານ.

ບໍ່ເຖິງຫນຶ່ງປີກ່ອນ, KaBik ກ່າວວ່າ ນາງໄດ້ຕົກຢູ່ໃນຕໍາແຫນ່ງ ທີ່ລຳບາກໃຈ.

ແມ່ຂອງນາງ ຢູ່ໃນຜແນກສຸກເສີນ.

ແຕ່ແມ່ຂອງນາງບໍ່ເຂົ້າໃຈພາສາອັງກິດ ແລະທ່ານຫມໍ ເວົ້າພາສາກວາງຕຸ້ງ (Cantonese) ບໍ່ໄດ້. ສະນັ້ນ, ນາງຈຶ່ງຖືກບັງຄັບໃຫ້ເປັນລ່າມແປພາສາ (Interpreter) ໃຫ້ແມ່ຂອງນາງ.

"ມັນຍາກຫລາຍ, ໂດຍສະເພາະໃນຊ່ວງເວລາທີ່ສໍາຄັນນັ້ນ. ມັນເປັນສິ່ງທີ່ຖ້ວມລົ້ນ ແລະສະເທືອນໃຈຫລາຍ ທີ່ຕ້ອງພະຍາຍາມເປັນລູກສາວຂອງນາງ ໃນເວລານັ້ນ ແລະພະຍາຍາມຢູ່ຄຽງຂ້າງນາງ."

ນາງເວົ້າວ່າ ມັນເປັນສະຖານະການ ທີ່ເຕັມໄປດ້ວຍຫຼາຍຄວາມຮູ້ສຶກ.

"ຂ້ອຍຄິດວ່າ ສິ່ງທີ່ສະເທືອນໃຈຫລາຍທີ່ສຸດ ແມ່ນຕອນທ່ານຫມໍບອກຂ້ອຍວ່າ ແມ່ຂອງຂ້ອຍກໍາລັງຈະຕາຍ ແລະເຂົາເຈົ້າໄ ດ້ຫລຽວເບິ່ງຂ້ອຍເພື່ອແປໃຫ້ແມ່. ແລະຂ້ອຍບໍ່ສາມາດເວົ້າຄໍາເຫລົ່ານັ້ນກັບນາງໄດ້, ຖ້ອຍຄໍານັ້ນ ຕິດຢູ່ໃນຄໍຂອງຂ້ອຍ. ສະນັ້ນ, ຂ້ອຍຈຶ່ງບໍ່ໄດ້ບອກນາງເລື່ອງນັ້ນ-ແລະຈົນເຖິງທຸກວັນນີ້ ຂ້ອຍຢາກໃຫ້ຄົນໃດຄົນຫນຶ່ງ ບອກນາງໂດຍກົງ, ເພື່ອນາງຈະໄດ້ຮູ້. ຂ້ອຍເຊື່ອແທ້ໆວ່າ ບໍ່ມີຄອບຄົວໃດ ທີ່ຄວນຕ້ອງຕົກຢູ່ໃນສະຖານະການນັ້ນ."

Jinhyun Cho ເປັນອາຈານສອນອາວຸໂສ ໃນຜແນກພາສາສາດທີ່ມະຫາວິທະຍາລັຍ Macquarie.

ນາງເວົ້າວ່າ ສະຖານະການເຊັ່ນນີ້ ເປັນສິ່ງທີ່ຜິດຈັນຍາບັນ-ແລະສາມາດຫລີກລ້ຽງໄດ້.

"ມັນບໍ່ຍຸຕິທັມ ທີ່ຈະຂໍໃຫ້ສະມາຊິກໃນຄອບຄົວ ທີ່ເວົ້າສອງພາສາ ໃຫ້ເປັນລ່າມ (Interpreters). ຂ້າພະເຈົ້າຫມາຍເຖິງ ໃນທາງຈັນຍາບັນ, ມັນບໍ່ຍຸດຕິທັມ, ມັນບໍ່ຖືກຕ້ອງ ເພາະວ່າໃນອອສເຕຣເລັຍ, ພວກເຮົາມີບໍຣິການລ່າມ (Interpreters) ດ້ານສຸຂະພາບ."

Dr Cho ເຊື່ອວ່າ ພະນັກງານດ້ານພາສາ ຂອງອອສເຕຣເລັຍ, ຊຶ່ງປະກອບດ້ວຍຜູ້ແປ (Translators) ແລະລ່າມ (Interpreters) ຫລາຍກວ່າ 20,000 ຄົນທີ່ “ບໍ່ມີຕົວຕົນ” ສຳລັບຫຼາຍໆຄົນ.

"ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ (Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ແຕ່ໃນປະເທດອື່ນໆ ເຊັ່ນເກົາຫລີ ແລະປະເທດຈີນ, ເຂົາເຈົ້າ ມັກຈະປາກົດຢູ່ໃນສື່ ເພາະເຂົາເຈົ້າແປ ຫຼືເປັນລ່າມ ໃຫ້ເຈົ້າຫນ້າທີ່ຊັ້ນສູງ. ແລະເຂົາເຈົ້າ ຕິດຕາມປະທານ ໃນການຢ້ຽມຢາມຂອງຣັດ. ສະນັ້ນ, ເຂົາເຈົ້າຈຶ່ງເປັນຄືກັນກັບຄົນດັງ. ໃນອອສເຕຣເລັຍ, ເຮົາເຫັນຜູ້ແປ (Translators) ແລະລ່າມ (Interpreters) ຈັກຄົນໃນສື່?"

ເປັນເວລາຫຼາຍກວ່າສາມສິບປີ, Selina Phan ໄດ້ເປັນນັກແປ (Translator) ແລະລ່າມ (Interpreter) ພາສາຫວຽດນາມ.

ນາງເວົ້າວ່າ ມັນບໍ່ແມ່ນພຽງແຕ່ພາສາເທົ່ານັ້ນ ທີ່ນາງຖ່າຍທອດ.

"ມີບາງສິ່ງທີ່ກໍາລັງເວົ້າ, ບໍ່ແມ່ນພຽງແຕ່ໃນຄຳເວົ້າເທົ່ານັ້ນ, ທີ່ບໍ່ໄດ້ຖືກກ່າວອອກມາ. ແຕ່ທ່ານ, ໃນຖານະທີ່ເປັນຜູ້ແປ (Interpreter), ທ່ານເຂົ້າໃຈທັງສອງວັດທະນະທັມ. ແລະສະນັ້ນ ເມື່ອທ່ານແປ (Interpret) ຄວາມຫມາຍ....ທ່ານຕ້ອງຖ່າຍທອດຄວາມຫມາຍຢ່າງຄົບຖ້ວນ."

ຮອງສາດສະດາຈານ Rosemary Wyber ທີ່ມະຫາວິທະຍາລັຍແຫ່ງຊາດ ອອສເຕຣເລັຍ ກໍເປັນນາຍໝໍທີ່ Companion House, ຊຶ່ງເປັນບໍຣິການສຸຂະພາບ ສໍາລັບອົບພະຍົບໃນ ACT.

"ລ່າມ (Interpreters) ເປັນການປ່ຽນຄວາມສາມາດຂອງເຮົາ ທີ່ຈະໃຫ້ການດູແລສຸຂະພາບ ແກ່ຜູ້ຄົນທີ່ເວົ້າພາສາອື່ນ ນອກຈາກພາສາອັງກິດ. ບໍ່ມີສິ່ງໃດມາທົດແທນ ຜູ້ຄົນທີ່ສາມາດໄດ້ຍິນຂໍ້ມູນ ເລື່ອງການແພດໃນພາສາຂອງເຂົາເຈົ້າເອງ ແລະສໍາຄັນກວ່ານັ້ນ ທີ່ຈະສາມາດເລົ່າເລື່ອງຂອງເຂົາເຈົ້າ ໃນພາສາຂອງເຂົາເຈົ້າເອງ. ມັນເປັນບໍຣິການ ທີ່ມີໃຫ້ທາງໂທຣະສັບ. ຂ້າພະເຈົ້າ ສາມາດເຫັນຄວາມມີແຮງໃຈ ແລະຄວາມສຸກ ທີ່ຜູ້ຄົນໄດ້ຮັບ ຈາກການທີ່ເຂົາສາມາດ ເລົ່າເລື່ອງຂອງເຂົາເຈົ້າເອງ ແລະຮູ້ວ່າທ່ານໝໍເຂົ້າໃຈເຂົາເຈົ້າ."

Dr Cho ກ່າວວ່າ ການຖ່າຍທອດຄວາມຫມາຍ ຂອງພາວະທາງສຸຂະພາບ ຫລືການວິນິສັຍຢ່າງຖືກຕ້ອງ ເປັນເລື່ອງທ້າທາຍ ສໍາລັບລ່າມ (Interpreters).

"ມີສັບຫລາຍຢ່າງ ທີ່ບໍ່ສາມາດແປເປັນພາສາອື່ນໄດ້. ຍົກຕົວຢ່າງ ຄວາມຊຶມເສົ້າ, ໃນຫລາຍປະເທດ ໃນອາຟຣິກາ, ຄວາມຊຶມເສົ້າບໍ່ມີຈິງ. ແລະຜູ້ຄົນທີ່ນັ້ນ ເຂົາເຈົ້າເຫັນບາງຄົນ ທີ່ເປັນໂຣກຊຶມເສົ້າ ວ່າເປັນຄົນຂີ້ຄ້ານ, ຫລືຄົນນັ້ນນອນຫລາຍເກີນໄປ.ຖ້ າຫາກລ່າມ (Interpreter) ບໍ່ຄຸ້ນເຄີຍກັບວັດທະນະທັມແບບນັ້ນ, ມັນຈະແປຄວາມຫມາຍແນວໃດ."

ການພັດທະນາ ແລະການນໍາໃຊ້ AI ກໍເປັນສິ່ງທ້າທາຍອີກຢ່າງຫນຶ່ງ ສໍາລັບຜູ້ແປ.

ໃນຕົ້ນເດືອນກັນຍາ (9 ກັນຍາ), Apple ໄດ້ປະກາດຜລິດຕະພັນຫູຟັງ (Headphone), AirPods, ເຊິ່ງຕອນນີ້ ມີຄວາມສາມາດໃນການແປສົດແລ້ວ.

Ad:"ຢາກແປຂໍ້ຄວາມ, ໂທຣະສັບ ຫລືການສົນທະນາດ້ວຍຕົວເອງ ຫຼືບໍ່?"

ບໍຣິສັດກ່າວວ່າ ສິ່ງນີ້ຖືກຈັດຂຶ້ນເພື່ອ "ເຊື່ອມອຸບປະສັກດ້ານພາສາດ້ວຍຕົວເອງ".

ໃນເດືອນເມສາ, ແອັບຮຽນພາສາ Duolingo ໄດ້ເພີ່ມການສເນີເນື້ອຫາ (content) ຫຼາຍກວ່າສອງເທົ່າ; ເປີດຫຼັກສູດພາສາໃຫມ່ 148 ຫຼັກສູດ ດ້ວຍຄວາມຊ່ວຍເຫຼືອຂອງ Generative AI.

ກ່ອນໜ້ານັ້ນ ຕ້ອງໃຊ້ເວລາ 12 ປີເພື່ອພັດທະນາ 100 ຫລັກສູດເລີ້ມຕົ້ນ.

Microsoft ຍັງໄດ້ເຜີຍແພ່ລາຍງານ ທີ່ມີຈຸດປະສົງ ທີ່ຈະວັດແທກ "ການນໍາໃຊ້ AI" ຂອງອາຊີບຕ່າງໆ.

ມັນລະບຸວ່າຜູ້ແປ (Translators) ແລະລ່າມ (Interpreters) ມີຄວາມສ່ຽງຫລາຍທີ່ສຸດ, ພ້ອມດ້ວຍ 98 ເປີເຊັນຂອງວຽກງານທີ່ທັບຊ້ອນກັນ.

ແຕ່ MsPhan ຜູ້ແປອາຊີບເຊື່ອວ່າ ນາງສາມາດເຮັດວຽກຄຽງຂ້າງກັບເທັກໂນໂລຈີໄດ້.

"ຂ້ອຍບໍ່ເຫັນວ່າມັນເປັນຄວາມສ່ຽງ. AI ຢູ່ທີ່ນີ້, ເທັກໂນໂລຈີໃຫມ່ທັງຫມົດຢູ່ທີ່ນີ້. ແທ້ຈິງແລ້ວ, ພວກມັນໄດ້ຢູ່ທີ່ນີ້ເປັນເວລາດົນນານແລ້ວ. ເຮົາຕ້ອງທໍາງານກັບມັນ, ແລະປັບຕົວ, ເພື່ອວ່າ ມັນຈະເປັນຜົນດີສໍາລັບເຮົາ-ແລະບໍ່ແມ່ນຕໍ່ຕ້ານເຮົາ."

ມັນບໍ່ແມ່ນເລື່ອງແປກ ທີ່ຜູ້ໃຫ້ບໍຣິການດ້ານພາສາ ຈະໃຊ້ປັນຍາປະດິດ(AI) ເພື່ອໃຫ້ມີການແປ (Translation) ແບບບໍ່ລະອຽດໃນຕອນທໍາອິດ ເຊິ່ງຈາກນັ້ນ ມະນຸດຈະກວດສອບຄວາມຖືກຕ້ອງ.

Dr Cho ກ່າວວ່າ ມີຄວາມຜິດພາດ ກັບເທັກໂນໂລຈີປະຈຸບັນ.

"ສ່ວນຫລາຍແລ້ວ ຕ້ອງໃຊ້ເວລາຫລາຍກວ່າການແປ (Translating) ຂໍ້ຄວາມດ້ວຍຕົວເອງ-ເພາະ...ຂຶ້ນກັບຄຸນນະພາບຂອງການແປ(Translation) ໂດຍເຄື່ອງຈັກ. ແລ້ວ, ບັນຫາອີກຢ່າງຫນຶ່ງ ຄືການຈ່າຍຄ່າແຮງງານຫນ້ອຍ ສໍາລັບການແກ້ໄຂພາຍຫລັງ (Post-editing) ເພາະຜູ້ໃຫ້ບໍຣິດ້ານການພາສາ ມີລະບົບການໃຫ້ຄະແນນເຫຼົ່ານີ້. ແລະເພາະວ່າທ່ານແປ (Translate) ຂໍ້ຄວາມທັງຫມົດດ້ວຍຕົວເອງ ດັ່ງນັ້ນຄ່າຈ້າງຈຶ່ງສູງກວ່າ."

ຮອງສາດສະດາຈານ Rosemary Wyber ກ່າວວ່າ ໃນຖານະທີ່ເປັນ GP ນາງສາມາດເຫັນປໂຍດ, ຖ້າຫາກເທັກໂນໂລຈີ ຖືກນໍາໃຊ້ຢ່າງເຫມາະສົມ.

"ເມື່ອເຮົາສາມາດທໍາງານຮ່ວມກັບຄົນໄຂ້, ບໍຣິການແປ ແລະທ່ານຫມໍທຸກຄົນເຂົ້າໃຈກົງກັນ ແລະມີຄວາມເຂົ້າໃຈຮ່ວມກັນ ກ່ຽວກັບບັນຫາທາງການແພດ-ສິ່ງໃດໄດ້ຜົນ, ສິ່ງໃດບໍ່ໄດ້ຜົນ-ທີ່ເຮັດໃຫ້ການດູແລເປັນໄປບໍ່ໄດ້ ຖ້າຫາກບໍ່ມີບໍຣິການແປ."

KaBik ກ່າວວ່າ ຄວນມີຄວາມຊັດເຈນຫລາຍຂຶ້ນ ກ່ຽວກັບການບໍຣິການ ສໍາລັບຊາວອອສເຕຣເລັຍ ໃນສະຖານະການສຸກເສີນ.

"ຄິດວ່າ ມັນສໍາຄັນ ທີ່ມັນຈະໃຫ້ແຕ່ລະຄົນ ໄດ້ຮັບການປະຕິບັດທີ່ເທົ່າທຽມກັນ, ບໍ່ວ່າເຂົາເຈົ້າຈະເວົ້າພາສາໃດ ຫລືມາຈາກພື້ນຖານໃດ. ຂ້ອຍຮູ້ສຶກວ່າ ມັນສາມາດສ້າງຄວາມແຕກຕ່າງຫລາຍ ສໍາລັບຊ່ວງເວລາສຸດທ້າຍຂອງແມ່ຂ້ອຍ ນາງອາດຮູ້ສຶກປອດພັຍກວ່ານັ້ນ ຖ້າຫາກນາງຮູ້ວ່າ ມີຫຍັງເກີດຂຶ້ນ ຫລືໂດຍສະເພາະ ຕອນຂ້ອຍບໍ່ໄດ້ຢູ່ໃນຫ້ອງເພື່ອແປໃຫ້ນາງ. ແລະຂ້ອຍຄິດວ່າ ທຸກຄົນສົມຄວນທີ່ຈະໄດ້ຮັບສິ່ງນັ້ນ."

ລາຍງານໂດຍ Yasmine Alwakal  ຂ່າວ SBS News, ຈາກ ສຳນັກງານໃຫຍ່ ສະຫະປະຊາຊາດ

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service