ໃນ ການຢ້ຽມຢາມປະເທດຈີນຂອງ Donald Trumpຄັ້ງນີ້, ນອກຈາກ ພາສີການຄ້າ ແລະສົງຄາມໃນຕາເວັນອອກກາງ ເປັນຫົວຂໍ້ສໍາຄັນແລ້ວ, ຍັງດຶງດູດຄວາມສົນໃຈຢ່າງຫລາຍ ໃນປະເທດຈີນ ໂດຍສະເພາະ ກ່ຽວກັບການຜລິດ ແລະການຄ້າກັບ ອາເມຣິກາ. ນັກວິຈັຍຝ່າຍ China Studies ຢູ່ທີ່ມະຫາວິທະຍາລັຍ Australian National University, ກ່າວວ່າ ປະເທດຈີນ ຢາກເວົ້າກ່ຽວກັບສົງຄາມຄືກັນ, ແຕ່ອາດໄປໄກກວ່າ ຄວາມຂັດແຍ້ງ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຢ້ຽມຢາມປະເທດຈີນຂອງ Donald Trump.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ພົບກັບປະທານາທິບໍດີ Xi Jinping ຂອງຈີນໃນ Beijing, ຫລັງຈາກໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ທີ່ກໍາແພງເມືອງຈີນ.
ພາສີການຄ້າ ແລະສົງຄາມໃນຕາເວັນອອກກາງ ເປັນຫົວຂໍ້ສໍາຄັນໃນການພົບປະຄັ້ງນີ້.
Wing Kuang ລາຍງານ.
ໃນຕອນກາງຄືນ ຢູ່ເດີ່ນບິນໃນ Beijing, Air Force One ຂອງປະທານາທິບໍດີ Donald Trump ໄດ້ລົງຈອດທີ່ຈີນ ເປັນເທື່ອທໍາອິດ ໃນຮອບເກົ້າປີ.
ຜູ້ທີ່ລໍຖ້າ Mr Trump ຢູ່ເດີ່ນບິນ ແມ່ນຮອງປະທານາທິບໍດີຈີນ Han Zheng ແລະກຸ່ມທະຫານພິທີ ທີ່ຢືນຢູ່ທັງສອງຟາກຂອງພົມສີແດງ ສໍາລັບປະທານາທິບໍດີສະຫະຣັດອາເມຣິກາ.
ພົມສີແດງ ໄດ້ຖືກປູອີກເທື່ອໜຶ່ງ ເມື່ອໂລກໄດ້ເຫັນ Mr Xi ຈັບມືກັບ Mr Trump ຢູ່ນອກຫໍ the Great Hall ຂອງຈີນ, ແລະທັງສອງ ໄດ້ເຂົ້າໄປໃນຕຶກເພື່ອເຈຣະຈາ.
ໃນຄໍາກ່າວເປີດປະຊຸມ, ທັງ Mr Xi ແລະ Mr Trump ໄດ້ເນັ້ນຫນັກ ເຖິງຄວາມສໍາຄັນ ຂອງຄວາມສໍາພັນ ລະຫວ່າງສະຫະຣັດອາເມຣິກາ ແລະຈີນ.
ການຢ້ຽມຢາມ ທີ່ຖືກຄາດຫວັງໄວ້ຢ່າງສູງ ກໍໄດ້ດຶງດູດຄວາມສົນໃຈຢ່າງຫລາຍ ໃນປະເທດຈີນ, ຈາກປະຊາຊົນ ທີ່ຊອກຫາວ່າ Mr Trump ຈະພັກຢູ່ໂຮງແຮມໃດ, ຈົນເຖິງຜູ້ສົ່ງອອກຊາວຈີນ ທີ່ຫວັງວ່າ ການປະຊຸມ ຈະສາມາດຫລຸດຄວາມກົດດັນທາງການເງິນ ທີ່ໄດ້ຮັບຜົນກະທົບ ຈາກຂໍ້ພິພາດ ທາງການຄ້າຄັ້ງໃຫມ່ ລະຫວ່າງຣັດຖະບານ Trump ແລະ Beijing.
ໃນເມືອງ Wenzhou, ຊຶ່ງເປັນເມືອງຫນຶ່ງ ໃນພາກຕາເວັນອອກສຽງໃຕ້ ຂອງປະເທດຈີນ ທີ່ຮູ້ຈັກກັນດີ ໃນດ້ານອຸດສາຫະກັມເບົາ, Zhihua Lin ເປັນຮອງຜູ້ອໍານວຍການໃຫຍ່ ຂອງໂຮງງານເກີບ ທີ່ຄ້າຂາຍກັບສະຫະຣັດອາເມຣິກາ.
"ມັນເປັນຊ່ວງເວລາທີ່ກົດດັນ. ບໍ່ສາມາດຄາດການຫຍັງໄດ້. ບໍ່ພຽງແຕ່ສໍາລັບພວກເຮົາເທົ່ານັ້ນ, ແຕ່ສໍາລັບບໍຣິສັດການຄ້າ ແລະລູກຄ້າຂອງສະຫະຣັດອາເມຣິການໍາອີກ. ທຸກຄົນກໍກັງວົນຫລາຍ."
ສໍາລັບ Mr Lin ການປະຊຸມ ລະຫວ່າງຜູ້ນໍາທັງສອງນັ້ນ ເປັນສັນຍານຂອງຄວາມຫວັງ.
"ຂ້ອຍຄອຍຖ້າມັນແທ້ໆ. ການທີ່ລາວມາປະເທດຈີນ ເປັນສັນຍານວ່າ ສິ່ງຕ່າງໆອາດຈະດີຂຶ້ນ."
ຣັດຖະບານ Trump ປະກາດວ່າ ຜູ້ບໍຣິຫານລະດັບສູງ ຂອງບໍຣິສັດອາເມິກາ 17 ຄົນ ຈະເຂົ້າຮ່ວມການເດີນທາງຄັ້ງນີ້, ແລະຜູ້ອໍານວຍການໃຫຍ່ ຂອງ Nvidia, Jensen Huang, ໄດ້ຖືກຕື່ມໃສ່ໃນລາຍຊື່ ໃນນາທີສຸດທ້າຍ.
ເປັນທີ່ຮູ້ຈັກກັນດີ ສໍາລັບການຜລິດ Chips ທີ່ຂັບເຄື່ອນຄວາມກ້າໜ້າ ຂອງ A-I ທົ່ວໂລກ, Nvidia ໄດ້ພະຍາຍາມເຂົ້າເຖິງຕລາດ ຂອງປະເທດຈີນຫລາຍຂຶ້ນ, ແຕ່ຍັງຕິດຢູ່ໃນການແຂ່ງຂັນ A-I ແລະຂໍ້ພິພາດ ທາງການຄ້າ ລະຫວ່າງ Washington ແລະ Beijing.
Jarred Mondschein, ຜູ້ອໍານວຍການຝ່າຍຄົ້ນຄວ້າທີ່ the United States Studies Centre ທີ່ມະຫາວິທະຍາລັຍ Sydney, ກ່າວວ່າ ການຈັດຕຽມ ກ່ອນການຢ້ຽມຢາມ ສະແດງໃຫ້ເຫັນວ່າ Trump ໃຫ້ຄວາມສໍາຄັນໃນການຮັກສາ ດຸນການຄ້າກັບຈີນ.
"ບໍ່ຕ້ອງສົງສັຍວ່າ ປະທານາທິບໍດີ Trump ສົນໃຈກັບເລື່ອງນີ້ ແລະຄວາມສົມດຸນທາງການຄ້າໃນຈີນ ທີ່ຊື້ສິນຄ້າຫລາຍຂຶ້ນ. ສະນັ້ນ, ຄໍາຖາມກໍຄື, ຈະຕ້ອງຈ່າຍຫຼາຍປານໃດ? ແລະຂ້າພະເຈົ້າຄິດວ່າ ນັ້ນເປັນເຫດຜົນວ່າ ເປັນຫຍັງຈຶ່ງມີຄວາມເປັນຫ່ວງ ໃນອາເມຣິກາ ແລະ ໄຕ້ ຫວັນ, ແລະໃນບັນດາພວກເຮົາ, ພັນທະມິດ ແລະຫຸ້ນສ່ວນ ວ່າບາງທີປະທານາທິບໍດີ Trump ກໍາລັງໄດ້ຮັບການຕໍ່ຮອງ ກັບປະເທດຈີນ ຊຶ່ງອາດບໍ່ເປັນຜົນປໂຍດໄລຍະຍາວ ຂອງເຂົາເຈົ້າ."
ສະຫະຣັດອາເມຣິກາ ຍັງໄດ້ບອກວ່າ ມັນຈະກົດດັນປະເທດຈີນ ໃຫ້ມີບົດບາດຫລາຍຂຶ້ນ ໃນສົງຄາມໃນຕາເວັນອອກກາງ.
ອາທິດນີ້ ກະຊວງການຄັງ ຂອງສະຫະຣັດອາເມຣິກາ ໄດ້ປະກາດການຂວ້ຳບາດບຸກຄົນ ແລະຫນ່ວຍງານ ທີ່ໄດ້ຮັບມອບໝາຍ 12 ແຫ່ງ ສໍາລັບບົດບາດຂອງເຂົາເຈົ້າ ທີ່ເຮັດໃຫ້ Islamic Revolutionary Guard Corps ສາມາດຂາຍ ແລະຈັດສົ່ງນ້ຳມັນຂອງອີຣານ ໄປປະເທດຈີນ.
ໃນການໃຫ້ສໍາພາດກັບ Fox News ໃນຂນະທີ່ບິນໄປປະເທດຈີນ, Macro Rubio ຣັດຖະມົນຕີ ການຕ່າງປະເທດ ຂອງສະຫະຣັດອາເມຣິກາ ກ່າວວ່າ ມັນເປັນຜົນປໂຍດຂອງຈີນ ທີ່ຈະປະນາມ Iran ກ່ຽວກັບການປິດກັ້ນ Strait of Hormuz.
"ຈີນມີເຮືອທີ່ຕິດຢູ່ໃນອ່າວ Persian Gulf, ເພາະການຈັດຕັ້ງລະບົບທີ່ບອກວ່າ ເຮົາຈະປ່ອຍໃຫ້ເຮືອບາງລໍາຜ່ານໄດ້ ແຕ່ບາງລໍາບໍ່ຍອມໃຫ້ຜ່ານ, ມັນເວົ້າງ່າຍກວ່າເຮັດ. ແລະທ່ານໄດ້ເຫັນເຮືອລໍາຫນຶ່ງຂອງຈີນ, ບໍ່ແມ່ນເຮືອປັກທຸງຂອງປະເທດຈີນ, ແຕ່ມັນເປັນສິນຄ້າຂອງຈີນ, ຖືກໂຈມຕີໃນທ້າຍອາທິດ. ຂ້າພະເຈົ້າແນ່ໃຈວ່າ ອີຣານ ບໍ່ໄດ້ເຮັດແບບນັ້ນໂດຍເຈດຕະນາ. ແຕ່ເຂົາເຈົ້າໄດ້ເຮັດ. ມັນໄດ້ເກີດຂຶ້ນ. ແລະສະນັ້ນ ຈຶ່ງເປັນສາເຫດ ທີ່ກໍາປັ່ນຈີນເຫລົ່ານີ້ ຕິດຢູ່ທີ່ນັ້ນ."
Dr Edward Chan, ຝ່າຍ China Studies ຢູ່ທີ່ມະຫາວິທະຍາລັຍAustralian National University, ກ່າວວ່າ ປະເທດຈີນ ຢາກເວົ້າກ່ຽວກັບສົງຄາມຄືກັນ, ແຕ່ອາດໄປໄກກວ່າ ຄວາມຂັດແຍ້ງ.
"ສ່ວນໃຫຍ່ ບໍ່ແມ່ນພຽງແຕ່ຄວາມຂັດແຍ້ງເທົ່ານັ້ນ, (ແຕ່) ກ່ຽວກັບການປ່ຽນຜ່ານດ້ານພະລັງງານ, ແລະລາຄານ້ຳມັນທີ່ສູງຂຶ້ນ ໃນເວລານີ້, ຊຶ່ງປະເທດຈີນເປັນຫ່ວງຫລາຍ, ການສົ່ງອອກພະລັງງານຈຳນວນຫລາຍຂອງມັນ ມາຈາກຕາເວັນອອກກາງ."
Jarred Mondschein ຈາກສູນ United States Studies Centre ກ່າວວ່າ ອອສເຕຣເລັຍ ຄວນຈັບຕາເບິ່ງຢ່າງໃກ້ຊິດ ເຖິງວິທີ ທີ່ສະຫະຣັດອາເມຣິກາ ປະຕິບັດກັບຈີນແນວໃດ.
"ຂ້າພະເຈົ້າຄິດວ່າ ອອສເຕຣເລັຍຈະຈັບຕາເບິ່ງວ່າ ຣັດຖະບານຂອງTrump ຈະອະນຸຍາດໃຫ້ປະເທດຈີນ ເຮັດຫຍັງໄດ້ເເດ່. ສະຫະຣັດອາເມຣິກາ ເປັນສິ່ງທີ່ຈໍາເປັນຫລາຍໃນເອເຊັຍ, ແລະພັນທະມິດ ແລະຫຸ້ນສ່ວນຂອງອາເມຣິກາໃນເອເຊັຍ ກໍເພິ່ງພາອາເມຣິກາເປັນຢ່າງຫລາຍ. ແລະສະນັ້ນ, ຖ້າຫາກມີການຖອຍຫລັງໃນເລື່ອງນີ້, ນັ້ນຈະເຮັດໃຫ້ມັນຍາກຫລາຍຂຶ້ນ ສໍາລັບພັນທະມິດ ແລະຫຸ້ນສ່ວນຂອງອາເມຣິກາ ທີ່ຈະສ້າງຄວາມກົດດັນໃດໆ ໃນການຕອບໂຕ້ ຕໍ່ປະເທດຈີນໄດ້ຍາກຂຶ້ນ."
ລາຍງານໂດຍ Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






