ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຖອນໂຕອອກຈາກ OPEC ຂອງ UAE.
United Arab Emirates ໄດ້ປະກາດວ່າ ມັນຈະອອກຈາກອົງການຂອງປະເທດສົ່ງອອກນ້ຳມັນ (the Organization of the Petroleum Exporting Countries) ຫຼື OPEC-ຕັ້ງແຕ່ເດືອນພຶດສະພາ.
ນັກວິເຄາະກ່າວວ່າ ການຕັດສິນໃຈນັ້ນ ສະທ້ອນເຖິງຄວາມແຕກແຍກທີ່ເພີ່ມຂຶ້ນກັບ Saudi Arabia, ແລະຄວາມສໍາພັນທີ່ເຂັ້ມແຂງ ກັບສະຫະຣັດອາເມຣິກາ.
ດັ່ງທີ່ Tee Mitchell ລາຍງານ, ຜົນກະທົບຕໍ່ລາຄານ້ຳມັນ ອາດຈະຫລຸດລົງ ເນື່ອງຈາກການປິດ Strait of Hormuz ຢ່າງຕໍ່ເນື່ອງ.
United Arab Emirates ໄດ້ປະກາດວ່າ ມັນຈະອອກຈາກ OPEC ຕັ້ງແຕ່ວັນທີ 1 ພຶດສະພາ-ຊຶ່ງຈະເຮັດໃຫ້ອັນດັບທີສາມ ຂອງກຸ່ມຜູ້ຜລິດນ້ຳມັນທີ່ໃຫຍ່ທີ່ສຸດນັ້ນ ຕ່ຳລົງ.
ອົງກອນປະເທດສົ່ງອອກນໍ້າມັນ (The Organization of the Petroleum Exporting Countries) ຊຶ່ງແມ່ນຊື່ເຕັມ, ທີ່ກໍ່ຕັ້ງຂຶ້ນໃນປີ 1960 ເພື່ອມີອິດທິພົນ ຕໍ່ລາຄານ້ຳມັນ ໂດຍການຄວບຄຸມການຜລິດ ໃນປະເທດສະມາຊິກ.
Jorge Leon ຫົວຫນ້າຝ່າຍການວິຈັຍທາງດ້ານການເມືອງທີ່ Rystad Energy, ກ່າວວ່າ ມີທິດສະດີສອງຢ່າງ ກ່ຽວກັບສິ່ງທີ່ຢູ່ເບື້ອງຫລັງ ຂອງການຖອນໂຕຂອງເຂົາເຈົ້າ.
"ທິດສະດີທໍາອິດບອກວ່າ, ເມື່ອຊ່ອງແຄບ Hormuz ເປີດອີກ, ເມື່ອໃດກໍຕາມ, UAE ຢາກມີຄວາມສາມາດພຽງພໍ ທີ່ຈະເພີ່ມການຜລິດ ແລະຊົດເຊີຍຄວາມສູນເສັຍທັງຫມົດ. ນັ້ນເປັນທິດສະດີຫນຶ່ງ ທີ່ເຈາະຈົງໃສ່ໃນໄລຍະສັ້ນໆ. ແລະອີກທິດສະດີຫນຶ່ງ ແມ່ນເຈາະຈົງໃສ່ໃນໄລຍະຍາວ, ຊຶ່ງເຮົາຮູ້ວ່າ ຄວາມຕ້ອງການນ້ຳມັນ ຈະເຖິງຈຸດສູງສຸດໃນບໍ່ຊ້ານີ້, ໃນສອງສາມປີຕໍ່ໄປ, ແລະມັນຈະເລີ່ມຫລຸດລົງຢ່າງໄວ ໃນຊ່ວງປີ 30 ຫລື 40, ຂຶ້ນຢູ່ກັບແນວໂນ້ມ. ນັ້ນຫມາຍຄວາມວ່າ ປະເທດຕ່າງໆ ມີແຮງຈູງໃຈ ໃນການສ້າງລາຍໄດ້ ຈາກຊັບພະຍາກອນໂດຍໄວທີ່ສຸດ, ຊຶ່ງປະເທດເຫຼົ່ານັ້ນກໍສາມາດເຮັດໄດ້, ແລະ UAE ກໍເປັນຫນຶ່ງໃນປະເທດເຫລົ່ານັ້ນ."
ການຖອນໂຕຂອງ UAE ຄາດວ່າ ຈະເຮັດໃຫ້ອິດທິພົນຂອງກຸ່ມ 12 ປະເທດ ທີ່ຜລິດນ້ຳມັນໃນຕລາດໂລກອ່ອນແອລົງ, ແລະເພີ່ມຄວາມບໍ່ແນ່ນອນ ທີ່ເກີດຈາກສົງຄາມໃນ Iran.
Saudi Arabia ຖືກເຫັນວ່າ ເປັນຜູ້ນໍາທີ່ແທ້ຈິງຂອງກຸ່ມນັ້ນ, ແຕ່ຄວາມສໍາພັນກັບ UAE ໄດ້ເຄັ່ງຕຶງຫລາຍຂຶ້ນ ໃນຫລາຍປີທີ່ຜ່ານມາ, ຮວມທັງຜ່ານການມີສ່ວນຮ່ວມ ໃນການຂັດແຍ້ງທາງທະຫານ ໃນປະເທດ Yemen.
Jorge Leon ກ່າວວ່າ ການຕັດສິນໃຈນັ້ນ ສະທ້ອນໃຫ້ເຫັນ ເຖິງການປ່ຽນແປງທາງດ້ານການເມືອງ ທີ່ເກີດຂຶ້ນຢູ່ໃນຕາເວັນອອກກາງ.
"ຂ້າພະເຈົ້າຄິດວ່າ ໃນຕາເວັນອອກກາງ, ສິ່ງທີ່ເຮົາກໍາລັງເຫັນ ແມ່ນການປັບໂຄງສ້າງ, ການປັບໂຄງສ້າງດ້ານການເມືອງ, ບ່ອນທີ່ Saudi Arabia, Pakistan, Egypt, ແລະ Turkey ກໍາລັງລວມຕົວເປັນຜູ້ຮັບປະກັນໃຫມ່ ຂອງຄວາມຫມັ້ນຄົງດ້ານພະລັງງານ ແລະຄວາມຫມັ້ນຄົງທົ່ວໄປ ໃນຕາເວັນອອກກາງ, ໃນຂນະທີ່ UAE ກໍາລັງຕິດຕໍ່ໃກ້ຊິດກັບປະເທດ India, Israel ແລະກັບສະຫະຣັດອາເມຣິກາ. ແລະການປັບໂຄງສ້າງດ້ານການເມືອງ ໃນຕາເວັນອອກກາງນັ້ນ, ກໍເຫັນໄດ້ຢ່າງແຈ່ມແຈ້ງ ໃນຄວາມຈິງທີ່ວ່າ ຣັດຖະມົນຕີພະລັງງານ (Minister of Energy) ໃນ UAE ກ່າວວ່າ Saudi Arabia ບໍ່ໄດ້ຮັບການປຶກສາຫາລື."
ໃນຄໍາຖແລງການ ທີ່ເຜີຍແພ່ທາງສື່ສານມວນຊົນ, ກະຊວງພະລັງງານແລະໂຄງສ້າງພື້ນຖານ (Ministry of Energy and Infrastructure) ຂອງUAE ໄດ້ຂອບໃຈປະເທດ OPEC ສໍາລັບການຮ່ວມມືທີ່ສ້າງສັນ ເປັນເວລາຫລາຍສິບປີ ແລະກ່າວວ່າ ການຕັດສິນໃຈທີ່ຈະຖອນໂຕ ເປັນການຮັບມືຕໍ່ປັດຈັຍພື້ນຖານ ຂອງຕລາດໃນໄລຍະຍາວ.
Igor Yushkov ເປັນນັກວິຈັຍອາວຸໂສ ຢູ່ທີ່ກອງທຶນຄວາມໝັ້ນຄົງ ດ້ານພະລັງງານແຫ່ງຊາດ ຂອງຣັສເຊັຍ (the Russian National Energy Security Fund).
ໃນຄວາມເຫັນຂອງລາວ, ການຖອນໂຕຂອງ UAE ແມ່ນກ່ຽວຂ້ອງກັບຄວາມສໍາພັນ ກັບສະຫະຣັດອາເມຣິກາ.
"ນີ້ອາດເປັນການຕົກລົງຢູ່ຫຼັງສາກ: ສະຫະຣັດອາເມຣິກາ ໄດ້ສັນຍາວ່າຈະໃຫ້ຄວາມຊ່ອຍເຫລືອ ທາງດ້ານການເງິນແກ່ UAE, ຊຶ່ງກໍມີປັນຫາຈາກວິກິດການໃນປະຈຸບັນ, ແລະໃນການຕອບແທນ ສະຫະຣັດອາເມຣິກາ ກໍາລັງຂໍຄວາມຊ່ອຍເຫລືອ ເພື່ອທໍາລາຍ OPEC ຈາກພາຍໃນ ເພື່ອຫລຸດລາຄາໃນຕລາດໂລກ. ສໍາລັບສະຫະຣັດອາເມຣິກາ, ແລະໂດຍສະເພາະ ສໍາລັບຣັດຖະບານ Trump ໃນຕອນນີ້, ມັນສໍາຄັນຫລາຍທີ່ສຸດ ທີ່ຈະເຮັດໃຫ້ລາຄານ້ຳມັນໃນຕລາດໂລກຫຼຸດລົງ, ເພາະສິ່ງນີ້ ຈະຫລຸດລາຄານ້ຳມັນ ໃນຕລາດຂອງອາເມຣິກາ ແລະຫຼຸດຄວາມກົດດັນທາງການເມືອງ ຕໍ່ທີມຂອງ Trump."
ການແຕກແຍກຂອງກຸ່ມ ກໍາລັງຖືກເບິ່ງວ່າ ເປັນໄຊຊະນະສໍາລັບປະທານາທິບໍດີ Donald Trump ຂອງອາເມຣິກາ.
ກ່ອນຫນ້ານີ້ Trump ໄດ້ກ່າວຫາ OPEC ວ່າ "ສໍ້ໂກງໂລກ" ໂດຍການເຮັດໃຫ້ລາຄານ້ຳມັນແພງຫລາຍຂຶ້ນ ໂດຍການຈໍາກັດການຜລິດ.
"ຂ້າພະເຈົ້າເຊື່ອວ່າ ການລົ້ມສລາຍຂອງ OPEC ຈະເປັນຜົນປໂຍດຕໍ່ຣັດຖະບານ Trump, ເພາະມັນຈະນໍາໄປສູ່ ການຫລຸດລາຄາຂອງນ້ຳມັນທົ່ວໂລກ. ເຖິງແມ່ນວ່າ Strait of Hormuz ຍັງປິດຢູ່ໃນເວລານີ້ກໍຕາມ, ພຽງແຕ່ຂ່າວຢ່າງດຽວ ກໍຍັງເຮັດໃຫ້ລາຄານັ້ນຫລຸດລົງ. ນັ້ນຈະຫລຸດຜ່ອນ ຄວາມກົດດັນຕໍ່ຣັດຖະບານ Trump. ໃນອີກດ້ານຫນຶ່ງ, ໃນໄລຍະຍາວ, ຖ້າລາຄາຍັງຕໍ່າ, ສິ່ງນີ້ ຈະເຮັດໃຫ້ມີການຫລຸດລົງ ຂອງການຜລິດນໍ້າມັນ ໃນສະຫະຣັດອາເມຣິກາ. ເວົ້າອີກຢ່າງຫນຶ່ງກໍຄື, ຜູ້ບໍຣິໂພກ ໃນສະຫະຣັດອາເມຣິກາ ຈະໄດ້ຮັບຜົນປໂຍດ, ໃນຂນະທີ່ ຜູ້ຜລິດຂອງອາເມຣິກາ ຈະສູນເສັຍຜົນປໂຍດ. ແລະແນ່ນອນວ່າ ລາຄາທີ່ຕ່ຳກວ່າ ຈະເປັນຜົນປໂຍດ ສໍາລັບປະເທດທີ່ນຳເຂົ້ານ້ຳມັນຄືກັນ-ເຊັ່ນປະເທດຢູໂຣບ ແລະປະເທດຈີນ."
Mr Leon ເຫັນດ້ວຍວ່າ ອາເມຣິກາ ອາດເປັນຜູ້ໄດ້ຮັບຜົນປະໂຫຍດຫຼັກ, ແຕ່ລາວກ່າວວ່າ ເມື່ອ Strait of Hormuz ຖືກປິດ, ປະເທດໃຫຍ່ໆຂອງ OPEC ມີຄວາມສາມາດຈໍາກັດ ທີ່ຈະເພີ່ມການຜລິດ.
ກ່ອນສົງຄາມໃນອີຣານ, ປະມານຫນຶ່ງສ່ວນຫ້າ ຂອງນ້ຳມັນທົ່ວໂລກ ໄດ້ຖືກສົ່ງຜ່ານຊ່ອງແຄບ, ແລະການປິດກັ້ນຢ່າງມີປະສິດທິພາບ ໄດ້ກໍ່ໃຫ້ເກີດຄວາມກະທົບຕໍ່ນ້ຳມັນ ທີ່ຫນ່ວຍງານພະລັງງານນາໆຊາດ (the International Energy Agency) ໄດ້ເອີ້ນວ່າ ຮ້າຍແຮງທີ່ສຸດໃນປວັດສາດ.
ໃນຂນະທີ່ອັດຕາເງິນເຟີ້ ຂອງອອສເຕຣເລັຍສູງຂຶ້ນເຖິງ 4.6 ເປີເຊັນ ເພາະລາຄານ້ຳມັນທີ່ສູງຂຶ້ນ, ການແຕກແຍກຂອງ OPEC ຈະເພີ່ມຄວາມບໍ່ແນ່ນອນທົ່ວໂລກ.
ສອງອາທິດ ກ່ອນງົບປະມານຂອງຣັດຖະບານ, Jim Chalmers, ຣັດຖະມົນຕີການຄັງ ຍອມຮັບວ່າ ມັນມີຜົນກະທົບຕໍ່ອອສເຕຣເລັຍ.
"ແລະພວກເຮົາ ຍັງໄດ້ເຫັນລາຄານ້ຳມັນທົ່ວໂລກສູງຂຶ້ນອີກ ໃນສອງສາມມື້ຜ່ານມານີ້, ຫລາຍກວ່າ 111 ໂດລາຕໍ່ Barrel ໃນເທື່ອສຸດທ້າຍ ທີ່ຂ້າພະເຈົ້າເຫັນໃນມື້ນີ້, ແລະນັ້ນ ຈະມີຜົນກະທົບ ຕໍ່ລາຄາໃນປ້ຳນ້ຳມັນເຊັ່ນກັນ. ສະນັ້ນ, ພວກເຮົາຈຶ່ງມີຄວາມທ້າທາຍດ້ານເງິນເຟີ້ ໃນເສດຖະກິດຂອງພວກເຮົາ ຊຶ່ງເຮົາຮູ້ກ່ອນການຂັດແຍ້ງຢູ່ແລ້ວ-ແຕ່ການເພີ່ມຂຶ້ນ ໃນຂໍ້ມູນຫົວຂໍ້ປະຈໍາເດືອນໃນມື້ນີ້ ແມ່ນຍ້ອນການຂັດແຍ້ງ, ແລະສົງຄາມນີ້ ສາມາດຂັບເຄື່ອນອັດຕາເງິນເຟີ້ໃຫ້ສູງຂຶ້ນອີກ."
ລາຍງານໂດຍ Tee Mitchell ຂ່າວ SBS News,sbs.com.au/lao
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





