ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ໂຄງການຕໍ່ຕ້ານຄວາມກຽດຊັງອິສລາມ.
ທົ່ວປະເທດອັງກິດ, ອາດຊະຍາກັມ ຈາກຄວາມກຽດຊັງ ທີ່ເຈາະຈົງໃສ່ຊາວມູສລິມ ໄດ້ແຜ່ຂຍາຍໄປທົ່ວ, ແລະຕອນນີ້ ກໍສູງເປັນປວັດການ, ຊຶ່ງເປັນເກືອບເຄິ່ງຫນຶ່ງ ຂອງອາດຊະຍາກັມ ຈາກຄວາມກຽດຊັງທາງສາສນາ ທັງໝົດໃນປະເທດ.
ທີ່ mosque ທ້ອງຖິ່ນ ໃນເມືອງ Peterborough, ສະມາຊິກໃນຊຸມຊົນ ໄດ້ຕອບສນອງ ໂດຍການສເລີມສລອງ ໂຄງການທີ່ມີຄວາມເມດຕາ ແລະcupcakes.
Blake Quinn ລາຍງານ.
Josh Harris ອາຍຸສິບສອງປີ ແລະ Dan ພໍ່ຂອງລາວ ເອີ້ນໂຄງການ ຂອງເຂົາເຈົ້າວ່າ 'Cake Not Hate'.
ມັນແມ່ນແນວຄິດງ່າຍໆ: ເຮັດເຂົ້າຫນົມ ແລະສົ່ງມັນໄປທີ່ mosques ແລະສະຖານທີ່ສັກກາຣະອື່ນໆ ທົ່ວປະເທດອັງກິດ, ຮວມທັງສະຖານທີ່ຕ່າງໆໃນ London, Birmingham ແລະ Leicester.
ສໍາລັບ Dan, ແນວຄິດນັ້ນ ໄດ້ເລີ່ມຕົ້ນ ຫລັງຈາກເຫດການທີ່ບໍ່ສະບາຍໃຈ ໃນຊຸມຊົນຂອງລາວ.
"ການຣົນນະຣົງນີ້ ຈຶ່ງເປັນເລື່ອງບັງເອີນ. ພວກເຮົາໄດ້ໄປທີ່ mosque ໃນທ້ອງຖິ່ນ ສອງສາມມື້ ຫລັງຈາກຖືກທຳຮ້າຍ ໂດຍບຸກຄົນຂວາຈັດ ຕອນພວກເຮົາຊື້ເຂົ້າຫນົມ ແລະນັ້ນເປັນຈຸດເລີ່ມຕົ້ນຂອງ Cake not Hate"
ລາວເວົ້າວ່າ ລາວຮູ້ສຶກວ່າ ຕ້ອງລົງມືເຮັດ ແລະໃຫ້ການສນັບສນູນ.
"ເຖິງແມ່ນວ່າ ຕົວເອງບໍ່ໄດ້ເປັນຊາວມູສລິມ, ແຕ່ຂ້າພະເຈົ້າ ສາມາດເຫັນການເພີ່ມຂຶ້ນ ຂອງຄວາມຢ້ານກົວອິສລາມ (Islamophobia) ແລະຜູ້ຄົນ ທີ່ຂ້າພະເຈົ້າຮູ້ຈັກເປັນເວລາ 40 ປີ ກໍບອກຂ້າພະເຈົ້າວ່າ ເຂົາເຈົ້າບໍ່ປ່ອຍໃຫ້ລູກໆຂອງເຂົາເຈົ້າ ອອກໄປນອກເຮືອນ ຫຼັງຈາກເລີກໂຮງຮຽນອີກຕໍ່ໄປ, ເຂົາເຈົ້າ ຖືກຂົ່ມເຫັງທາງວາຈາຢູ່ຕາມຖນົນ. ເຂົາເຈົ້າ ໄດ້ຖືກບອກໃຫ້ກັບບ້ານເກີດ."
ຂໍ້ມູນຂອງກະຊວງພາຍໃນ ສະແດງໃຫ້ເຫັນວ່າ 45 ເປີເຊັນ ຂອງອາດຊະຍາກັມ ຈາກຄວາມກຽດຊັງ ທາງສາສນາທັງໝົດ ໃນປະເທດອັງກິດ ແມ່ນເຈາະຈົງໃສ່ຊາວມູສລິມ-ຫລາຍກວ່າ ກຸ່ມສາສນາອື່ນໆ.
ອັດຕາການເພີ່ມຂຶ້ນແມ່ນ 19 ເປີເຊັນ-ໃນໄລຍະ 12 ເດືອນຈົນເຖິງເດືອນມິນາ ປີ 2025.
Dan ເວົ້າວ່າ ການເຮັດເຂົ້າຫນົມ ກັບລູກຊາຍຂອງລາວ ໄດ້ກາຍເປັນວິທີເລັກນ້ອຍ ທີ່ຈະຕໍ່ຕ້ານ.
ແຕ່ Josh, ທີ່ຮູ້ຈັກກັນດີ ທາງອິນເຕີແນັດໃນຊື່ Joshie Man, ເປັນດາວທີ່ແທ້ຈິງ ຂອງການຣົນນະຣົງນີ້.
ລາວເປັນ Autistic ແລະບໍ່ໃຊ້ຄຳເວົ້າ (Non-verbal). ແທນທີ່ຈະເວົ້າ, Joshສື່ສານ ໂດຍໃຊ້ຮອຍສັກພະຍັນຊນະ ຢູ່ເທິງແຂນຂອງພໍ່ລາວ.
ທາງອິນເຕີເນັດ, ການຕອບຮັບສ່ວນຫລາຍ ແມ່ນໃນທາງບວກ.
ວິດີໂອສື່ສານມວນຊົນຂອງ Josh ໄດ້ດຶງດູດຜູ້ຕິດຕາມ ຫລາຍແສນຄົນ.
ແຕ່ກໍມີການວິພາກວິຈານຄືກັນ. Dan ເວົ້າວ່າ ລາວບໍ່ໄດ້ໃສ່ໃຈກັບສິ່ງເຫຼົ່ານັ້ນ.
"ເຂົາເຈົ້າກ່າວຫາຂ້າພະເຈົ້າວ່າ ສະແດງເຖິງຄ່ານິຍົມ ທີ່ບໍ່ແມ່ນຂອງອັງກິດ, ແລະຕາມຈິງແລ້ວ ການຕອບໂຕ້ຂອງຂ້າພະເຈົ້າແມ່ນວ່າ ຄ່ານິຍົມ ຂອງອັງກິດ ແມ່ນຄວາມໃຈກວ້າງ (Tolerance), ຄວາມເຄົາຣົບ (Respect), ການມີສ່ວນຮ່ວມ (Inclusion) ແລະຄວາມເມດຕາ (Kindness). ນີ້ຄື ຄຸນຄ່າທີ່ເຮົາຢາກໃຫ້ໂລກຮູ້ ກ່ຽວກັບປະເທດອັງກິດ. ແທນທີ່ ຈະເປັນສິ່ງທີ່ຝ່າຍຂວາຈັດ ກໍາລັງເວົ້າເຖິງ."
ຢູ່ໃນ mosque ທ້ອງຖິ່ນໃນເມືອງ Peterborough ໃນພາກຕາເວັນອອກຂອງປະເທດອັງກິດ, Josh ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.
Atiq Rehman ເພື່ອນຂອງລາວກ່າວວ່າ ໂຄງການນັ້ນ ໄດ້ສະທ້ອນໄປທົ່ວຊຸມຊົນມູສລິມ.
"ຂ້າພະເຈົ້າຄິດວ່າ ໂຄງການທີ່ Dan ໄດ້ຕັ້ງຂຶ້ນເອງກັບ Joshie ລູກຊາຍນ້ອຍຂອງລາວ ແມ່ນໄປທົ່ວໂລກ, ມັນສວຍງາມ. ຊ່າງເປັນສິ່ງທີ່ສວຍງາມແທ້ໆ ທີ່ຈະເຂົ້າໄປໃນ mosque ໃນເວລາເຊັ່ນນີ້, ແລະເພື່ອສົ່ງເສີມຄວາມຮັກ ແລະບໍ່ແມ່ນຄວາມກຽດຊັງ. ທຸກບ່ອນທີ່ Josh ໄປ ລາວມີຊື່ສຽງຫຼາຍ ໃນໂລກມູສລິມ. ລາວໄປມອບເຂົ້າຫນົມ ແລະຄວາມຮັກ ໃຫ້ຜູ້ຄົນ ແລະເບິ່ງວ່າລາວເປັນທີ່ນິຍົມຊົມຊອບຫລາຍຂນາດໃດ ແລະບຸກຄະລິກ ຂອງລາວສວຍງາມຫລາຍປານໃດ. ສໍາລັບພວກເຮົາ ມັນເປັນກຽດ, ມັນເປັນຂອງປະທານ ຈາກພຣະເຈົ້າ."
ຢູ່ທີ່ mosque, Imam Ubaid ກ່າວວ່າ ການກະທຳເລັກນ້ອຍນີ້ ມີຄວາມໝາຍທີ່ຍິ່ງໃຫຍ່ກວ່າ.
"ຂ້ອຍຄິດວ່າ ເຂົ້າຫນົມເປັນສັນຍາລັກຂອງສິ່ງທີ່ຍິ່ງໃຫຍ່ກວ່າຫຼາຍ.ເຂົ້າຫນົມ ເປັນສັນຍາລັກ ແລະທ່ານຮູ້ວ່າ ມັນສະແດງໃຫ້ໂລກເຫັນວ່າ ມີຫລາຍສິ່ງທີ່ຄ້າຍຄືກັນທີ່ເຮົາມີ ຫລາຍກວ່າສິ່ງທີ່ແບ່ງແຍກເຮົາ ແລະສະແດງອອກທາງພາຍນອກ. ວ່າໃນວັນເວລາ ທີ່ເຕັມໄປດ້ວຍການແບ່ງແຍກ, ບາງສິ່ງທີ່ງ່າຍໆເຊັ່ນເຂົ້າຫນົມ, ທຸກຄົນມັກຂອງຫວານ, ທຸກຄົນມັກເຂົ້າຫນົມຫວານ. ແລະສໍາລັບບາງສິ່ງເລັກນ້ອຍເຊັ່ນນັ້ນ ທີ່ຈະສາມາດຮັບມືກັບບັນຫາທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາມີໃນມື້ນີ້, ທ່ານຮູ້ວ່າມັນເປັນສິ່ງທີ່ຫນ້າອັດສະຈັນ. ທ່ານຮູ້ວ່າ ເຮົາຢູ່ໃນຊ່ວງເວລາ ທີ່ມີຂໍ້ມູນຢ່າງຫລວງຫລາຍ, ທຸກຄົນກໍາລັງປ້ອນຂໍ້ມູນບາງຢ່າງ. ອິນເຕີແນັດ ຈະບອກທ່ານສິ່ງຫນຶ່ງ ທີ່ສື່ທາງການພິມ ຈະບອກທ່ານສິ່ງຫນຶ່ງ, ແຕ່ສິ່ງທີ່ພວກເຮົາພະຍາຍາມຈະເວົ້າ ແລະສິ່ງທີ່ Dan ເກືອບເນັ້ນຫນັກຕໍ່ໂລກ ຄືຢຸດຕິດຕາມຄົນອື່ນ ແລະເປັນຝ່າຍລິເລີ່ມ. ເຂົ້າມາເບິ່ງທີ່ນີ້, ປະຕູຂອງພວກເຮົາເປີດຢູ່ສເມີ."
ກັບຄືນໄປຫາຫ້ອງໂຖງຂອງ mosque, ການຖືສິນອົດເຂົ້າ ຈະສິ້ນສຸດດ້ວຍ Iftar-ຊຶ່ງໝາຍເຖິງອາຫານແລງ ໃນໄລຍະ Ramadan ທີ່ສິ້ນສຸດລົງ20 ມີນາ.
ຜູ້ຊາຍນັ່ງກິນເຂົ້າຈີ່, ຫມາກອິນທະຜາລັມ (dates-ໝາກໄມ້ຊນິດໜຶ່ງ) ແລະຫມາກຖົ່ວ.
Joshນັ່ງຢູ່ທ່າມກາງເຂົາເຈົ້າ ພ້ອມດ້ວຍກ່ອງ cupcakes ຢູ່ທາງຂ້າງ.
ລາຍງານໂດຍ Blake Quinn ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





