Watch FIFA World Cup 2026™

LIVE, FREE and EXCLUSIVE

ການລາອອກຈາກຕໍາແຫນ່ງຂອງ Keir Starmer.

Britain's Prime Minister Keir Starmer speaks to the media outside 10 Downing Street to announce his resignation in London (AP Photo-Thomas Krych).jpg

Keir Starmer ນາຍົກຣັດຖະມົນຕີ ອັງກິດ ກຳລັງຖແລງຕໍ່ສື່ ຢູ່ໜ້າ 10 Downing Street ກ່ຽວກັບການລາອອກຈາກຕຳຯໜ່ງຂອງລາວທີ່ London. Credit: AP Photo/Thomas Krych

Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour. ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບ ສນູນຈາກສາທາຣະນະ ທີ່ຫຼຸດລົງ. ຕອນນີ້ ນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ ຊຶ່ງການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນວັນທີ 16 ເດືອນກໍລະກົດ.


Published

By Angelica Waite, Mikele Syron

Presented by Sak Phoumirath

Source: SBS


Share this with family and friends


Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour. ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບ ສນູນຈາກສາທາຣະນະ ທີ່ຫຼຸດລົງ. ຕອນນີ້ ນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ ຊຶ່ງການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນວັນທີ 16 ເດືອນກໍລະກົດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການລາອອກຈາກຕໍາແຫນ່ງຂອງ Keir Starmer.

Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບສນູນຈາກສາທາຣະນະ ທີ່ຫຼຸດລົງ.

Angelica Waite ແລະ Mikele Syron ລາຍງານ.

ນາຍົກຣັດຖະມົນຕີ ຂອງອັງກິດ Keir Starmer ໄດ້ປະກາດລາອອກຈາກຕໍາແຫນ່ງ ຫົວໜ້າພັກ Labour.

ໃນການກ່າວປາສັຍຢູ່ນອກ 10 Downing Street, Starmer ກ່າວວ່າ ລາວໄດ້ແຈ້ງໃຫ້ກະສັດ Charles III ຊາບເຖິງຄວາມຕັ້ງໃຈ ທີ່ຈະລາອອກຈາກຕໍາແຫນ່ງ, ແລະຈະທໍາງານ ເພື່ອໃຫ້ແນ່ໃຈວ່າ ການຖ່າຍໂອນອໍານາດມີຂຶ້ນ ຢ່າງເປັນລະບຽບ.

"ຄໍາຖາມ ທີ່ພັກຂອງຂ້າພະເຈົ້າກໍາລັງຖາມ ໃນເວລານີ້ແມ່ນວ່າ ຂ້າພະເຈົ້າ ຢູ່ໃນຕໍາແຫນ່ງທີ່ດີທີ່ສຸດ ທີ່ຈະນໍາພາພວກເຮົາ ໄປສູ່ການເລືອກຕັ້ງທົ່ວໄປ ຄັ້ງຕໍ່ໄປ ຫລືບໍ່. ຂ້າພະເຈົ້າ ໄດ້ຍິນຄໍາຕອບ ຂອງພັກໃນຣັດຖະສະພາຂອງຂ້າພະເຈົ້າ ຕໍ່ຄໍາຖາມນັ້ນແລ້ວ, ແລະຂ້າພະເຈົ້າ ຮັບເອົາຄໍາຕອບນັ້ນ. ການຕັດສິນໃຈທຸກຢ່າງ ທີ່ຂ້າພະເຈົ້າໄດ້ເຮັດ ແມ່ນກ່ຽວກັບການ ໃຫ້ປະເທດທີ່ຂ້າພະເຈົ້າຮັກ ເປັນສິ່ງທໍາອິດ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຈະລາອອກຈາກຕໍາແຫນ່ງ ຜູ້ນໍາຂອງ Labour Party."

Sir Keir ກ່າວວ່າ ລາວຈະຢູ່ທີ່ Downing Street ຈົນກວ່າ Labour ຈະເລືອກຄົນມາແທນ.

"ຂ້າພະເຈົ້າ ຈະໃຫ້ການສນັບສນູນ ແກ່ຜູ່ມາແທນຂ້າພະເຈົ້າ ຢ່າງເຕັມທີ່ອີກດ້ວຍ, ໂດຍທີ່ຮູ້ວ່າ ເຂົາເຈົ້າຈະໄດ້ຮັບສືບທອດ ມໍລະດົກປະເທດອັງກິດ ທີ່ເຂັ້ມແຂງ ແລະຍຸດຕິທັມ ຫລາຍກວ່າທີ່ຂ້າພະເຈົ້າ ໄດ້ຮັບ ເມື່ອສອງປີກ່ອນ, ມີຄວາມຕຽມພ້ອມທີ່ດີຂຶ້ນ ສໍາລັບຄວາມທ້າທາຍ ທີ່ຈະມາເຖິງ ແລະສາມາດໝັ້ນໃຈໄດ້ວ່າ Labour Party ຈະດຳຣົງຕໍາແຫນ່ງ ເປັນສມັຍທີສອງໄດ້ດີກວ່າ."

ການລາອອກຈາກຕໍາແຫນ່ງ ໄດ້ເກີດຂຶ້ນພຽງແຕ່ສອງປີ ຫລັງຈາກ Sir Keir ໄດ້ຮັບໄຊຊນະໃນການເລືອກຕັ້ງຢ່າງຖ້ວມລົ້ນ, ໂດຍສັນຍາວ່າ ຈະຍຸດຕິ ຊ່ວງເວລາຂອງຄວາມວຸ້ນວາຍທາງການເມືອງ ຊຶ່ງໄດ້ເຫັນການປ່ຽນນາຍົກຫົກຄົນ ໃນຊ່ວງຫຼັງ Brexit ພຽງຢ່າງດຽວ.

ຫລັງຈາກ 14 ປີຂອງຣັດຖະບານອະນຸຣັກນິຍົມ (Conservative government), ພັກ Labour ໄດ້ສັນຍາວ່າ ຈະມີຄວາມຫມັ້ນຄົງ ທາງການເມືອງ, ການສ້ອມແປງເສດຖະກິດ ແລະການຟື້ນຟູ ຄວາມໄວ້ວາງໃຈ ຂອງສາທາຣະນະຊົນ.

ແຕ່ການເປັນຜູ້ນໍາຂອງ Starmer ນັບມື້ນັບຖືກກຳນົດຫລາຍຂຶ້ນ ໂດຍການປ່ຽນແປງນະໂຍບາຍ ພາຍໃນປະເທດ, ຄວາມຄັບຂ້ອງໃຈ ຂອງສາທາຣະນະຊົນ ກ່ຽວກັບຄວາມກົດດັນດ້ານຄ່າຄອງຊີບ, ແລະການວິພາກວິຈານ ວ່າພັກ Labour ບໍ່ສາມາດປ່ຽນແປງຫຍັງໄດ້ ເຖິງແມ່ນວ່າ ຈະມີສຽງສ່ວນໃຫຍ່ ໃນສະພາກໍຕາມ.

Victoria Honeyman ສາດສະດາຈານ ດ້ານການເມືອງ ທີ່ University of Leeds ກ່າວວ່າ ການຕັດສິນໃຈຂອງ Starmer ທີ່ຈະລາອອກຈາກຕໍາແຫນ່ງ ເນື່ອງຈາກການສນັບສນູນຂອງສາທາຣະນະຊົນ ທີ່ຫຼຸດລົງ

"ຂ້າພະເຈົ້າບໍ່ຄິດວ່າ ມັນເປັນສິ່ງແປກໃຈປານນັ້ນ. ແນ່ນອນວ່າ ມັນມີສັນຍານເຫຼົ່ານັ້ນ ຕັ້ງແຕ່ຜົນການເລືອກຕັ້ງສ້ອມ (by-election) ຂອງ Makerfield. ແມ່ນແຕ່ກ່ອນຫນ້ານັ້ນ, ອະນາຄົດຂອງ Keir Starmer ເບິ່ງຄືວ່າບໍ່ແນ່ນອນ ເປັນໄລຍະໜຶ່ງແລ້ວ. ສະນັ້ນ, ຂ້າພະເຈົ້າ ຈຶ່ງບໍ່ຄິດວ່າ ມີຄວາມແປກໃຈເລີຍ ກ່ຽວກັບເລື່ອງນີ້. ຂ້າພະເຈົ້າຄິດວ່າ Keir Starmer ອາດຈັດການເລື່ອງນີ້ ໄດ້ດີທີ່ສຸດ ເທົ່າທີ່ລາວສາມາດເຮັດໄດ້."

Mr Starmer ກ່າວວ່າ ບັດນີ້ລາວຈະຂໍຮ້ອງໃຫ້ຄນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ.

ຜູ້ນໍາຝ່າຍຄ້ານ, Kemi Badenoch, ໄດ້ຕັ້ງຄຳຖາມກ່ຽວກັບເວລານີ້, ໂດຍກ່າວຫາ Mr Starmer ວ່າໄດ້ປ່ອຍປະເທດອັງກິດ ໃຫ້ຕົກຢູ່ໃນຕໍາແຫນ່ງທີ່ອ່ອນແອ.

"ພວກເຮົາຕ້ອງຖາມວ່າ ເປັນຫຍັງລາວຈຶ່ງກຳໜົດເວລານີ້. ພວກເຮົາກຳລັງລໍຖ້າຫຍັງຢູ່? ມີການຕັດສິນໃຈ ທີ່ສໍາຄັນທີ່ຕ້ອງເຮັດ. Keir Starmer ຕ້ອງລາອອກຈາກຕໍາແຫນ່ງ ເພາະຣັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງລາວກ່າວວ່າ ລາວບໍ່ໄດ້ດູແລຄວາມໝັ້ນຄົງ ຂອງປະເທດ. ບໍ່ວ່າຈະມີຫຍັງເກີດຂຶ້ນໃນຕອນນີ້, ເຮົາຕ້ອງໃຫ້ແນ່ໃຈວ່າ ຄວາມໝັ້ນຄົງຂອງຊາດ ເປັນສິ່ງສໍາຄັນທີ່ສຸດ."

ໃນຂນະດຽວກັນ Nigel Farage ຂອງພັກ Reform UK ກໍາລັງຮຽກຮ້ອງໃຫ້ມີການເລືອກຕັ້ງທົ່ວໄປ.

"ຜູ້ໃດກໍຕາມທີ່ ໄດ້ເປັນນາຍົກຣັດຖະມົນຕີ ຈະບໍ່ໄດ້ມາຈາກການເລືອກຕັ້ງ ຂອງປະຊາຊົນອັງກິດ. ແລະຖ້າຫາກນາຍົກຣັດຖະມົນຕີຄົນຕໍ່ໄປ ເປັນຜູ້ແທນຄົນໃຫມ່ຂອງ Makerfield, Andy Burnham, ລາວບໍ່ໄດ້ມາຈາກການເລືອກຕັ້ງຄັ້ງສຸດທ້າຍ ໃນນະໂຍບາຍໃດໆເລີຍ. ແລະຂ້າພະເຈົ້າ ຄິດແທ້ໆວ່າ ການຮຽກຮ້ອງຂອງຂ້າພະເຈົ້າ ໃຫ້ມີການເລືອກຕັ້ງທົ່ວໄປ ໃຫ້ໄວເທົ່າທີ່ຈະເປັນໄປໄດ້. ຂ້າພະເຈົ້າຄິດວ່າ ທ່ານຈະໄດ້ຮັບການສນັບສນູນຢ່າງຫລວງຫລາຍສໍາລັບສິ່ງນັ້ນ."

ຄນະກັມມະການ ບໍຣິຫານງານແຫ່ງຊາດ (National Executive Committee) ຂອງພັກ Labour ກໍາລັງຄວບຄຸມຂັ້ນຕອນ ຂອງການເລືອກຜູ້ນໍາຄົນໃຫມ່.

ການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນວັນທີ 16 ເດືອນກໍລະກົດ.

ແລະເບິ່ງຄືວ່າ ຈະມີຜູ້ນຳຫນ້າແລ້ວ: ຜູ້ແທນຄົນໃຫມ່ ຂອງ Makerfield, ຊຶ່ງກໍແມ່ນ Andy Burnham.

"ຂ້າພະເຈົ້າ ໄດ້ກ່າວຄໍາຖແລງການຂອງຂ້າພະເຈົ້າແລ້ວ, ເຫັນໄດ້ຢ່າງຊັດແຈ້ງວ່າ, ຍ້ອງຍໍການອຸທິດຕົນ, ການຮັບໃຊ້ຂອງນາຍົກຣັດຖະມົນຕີ ແລະຢືນຢັນວ່າ ຂ້າພະເຈົ້າຈະສເນີຊື່ ໃນຂັ້ນຕອນ ທີ່ຈະດໍາເນີນການໃນບໍ່ຊ້ານີ້."

ອະດີດເຈົ້າເມືອງຂອງ Manchester ໄດ້ຮັບການສນັບສນູນ ຈາກອະດີດຣັດຖະມົນຕີ ສາທາຣະນະສຸກ Wes Streeting, ຜູ້ທີ່ໄດ້ລາອອກຈາກ ຣັດຖະບານຂອງ Mr Starmer ເດືອນແລ້ວນີ້.

"ຂ້າພະເຈົ້າຄິດວ່າ Keir Starmer ໄດ້ນໍາພາພວກເຮົາ ໄປສູ່ໄຊຊນະໃນການເລືອກຕັ້ງທົ່ວໄປ ທີ່ບໍ່ມີໃຜຄາດຄິດວ່າ ຈະເປັນໄປໄດ້ ຈະຖືກບັນທຶກໄວ້ ໃນປຶ້ມປວັດສາດ ວ່າເປັນຜູ້ຊາຍທີ່ຊ່ວຍກູ້ Labour Party. ແຕ່ເຫັນໄດ້ຢ່າງຊັດເຈນວ່າ ຕ້ອງມີຜູ້ນໍາຄົນໃຫມ່, ແລະວ່າ Andy Burnham, ໃນການຣົນນະຣົງຂອງລາວໃນ Makerfield, ໄດ້ຮັບໄຊຊນະ ໃນສ່ວນຫນຶ່ງຂອງປະເທດ ທີ່ພຽງແຕ່ອາທິດຜ່ານມານີ້ ໄດ້ປະຕິເສດ Labour ຢ່າງຫລວງຫລາຍ, ຊຶ່ງສະແດງໃຫ້ເຫັນວ່າ ຖ້າຫາກ Labour ປ່ຽນແປງ, ເຮົາກໍຍັງສາມາດຊນະໄດ້. ຂ້າພະເຈົ້າຄິດວ່າ Andy ເປັນຄົນທີ່ນໍາພວກເຮົາໄປສູ່ສິ່ງນັ້ນ."

ປະຕິກິຣິຍາ ຈາກຜູ້ນໍາທົ່ວໂລກ ແມ່ນແຕກຕ່າງກັນ.

ປະທານາທິບໍດີ Donald Trump, ຜູ້ທີ່ວິພາກວິຈານ Mr Starmer ໂດຍກ່າວວ່າ ການລາອອກຈາກຕໍາແຫນ່ງຂອງ Mr Starmer ສະທ້ອນເຖິງຄວາມລົ້ມເຫລວຂອງລາວ ໃນປະເດັນນະໂຍບາຍທີ່ສໍາຄັນ.

"ຂ້າພະເຈົ້າ ຂໍໃຫ້ລາວໂຊກດີ, ແຕ່ລາວມີບັນຫາສອງຢ່າງ: ພະລັງງານ ແລະການຍ້າຍຖິ່ນຖານ ແລະອາດຊະຍາກັມ, ແຕ່ພະລັງງານ ແລະການຍ້າຍຖິ່ນຖານ. ແລະທ່ານຮູ້ວ່າ ລາວໄດ້ເຮັດໃຫ້ຕົນເອງເຈັບປວດຫລາຍແທ້ໆ."

ຂໍ້ຄວາມໃນສື່ສານມວນຊົນ, ປະທານານາທິບໍດີຝຣັ່ງ Emmanuel Macron ໄດ້ຂອບໃຈ Mr Starmer ສໍາລັບຄວາມຮ່ວມມື ກັບຝຣັ່ງ ໃນດ້ານການປ້ອງກັນປະເທດ, ພະລັງງານນິວເຄລັຍ, ອາວະກາດ ແລະນະວັດຕະກັມ (Innovation).

ແລະປະທານຄນະກັມມະການຢູໂຣບ, Ursula Von Der Leyen, ກໍສົ່ງຂໍ້ຄວາມ ລົງໃນສື່ສານມວນຊົນ ແລະກ່າວວ່າ ຄວາມໝັ້ນຄົງຂອງຢູໂຣບ ແລະ Ukraine ເຂັ້ມແຂງຂຶ້ນ ເພາະຄວາມເປັນຜູ້ນໍາຂອງ Mr Starmer.

ນາຍົກຣັດຖະມົນຕີ Anthony Albanese ກ່າວໃນຖແລງການວ່າ ລາວຖືວ່າ Sir Keir ເປັນເພື່ອນ, ແລະຮູ້ສຶກບຸນຄຸນ ສໍາລັບການທຳງານຮ່ວມກັນໃນ AUKUS, Ukraine ແລະຄວາມປອດພັຍ ທາງອິນເຕີເນັດ.

"ຂ້າພະເຈົ້າຮູ້ສຶກເປັນບຸນຄຸນ ສໍາລັບໂອກາດ ທີ່ພວກເຮົາໄດ້ເຮັດວຽກຮ່ວມກັນ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຄວາມຮ່ວມມື ດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງ AUKUS, ສນັບສນູນ ປະຊາຊົນທີ່ກ້າຫານຂອງ Ukraine ແລະຮັກສາເດັກນ້ອຍ ໃຫ້ປອດພັຍ ຈາກຄວາມເສັຍຫາຍ ທີ່ສື່ສານມວນຊົນ ສາມາດເຮັດໄດ້. ຂ້າພະເຈົ້າ ຂໍໃຫ້ Keir, Victoria ແລະລູກໆຂອງເຂົາເຈົ້າ ໂຊກດີກັບທຸກສິ່ງໃນອະນາຄົດ."

ລາຍງານໂດຍ Angelica Waite ແລະ Mikele Syron ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now