ການຢ້ຽມຢາມອັງກິດຂອງ Donald Trump

President Trump state visit to UK

Prime Minister Sir Keir Starmer and US President Donald Trump Credit: Leon Neal/PA

ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຢ້ຽມຢາມອັງກິດຂອງ Donald Trump

Donald Trump ກ່າວວ່າ Vladimir Putin ໄດ້ "ເຮັດໃຫ້ລາວຜິດຫວັງ", ແລະເປີດເຜີຍວ່າ ສະຫະຣັດອາເມຣິກາ ກໍາລັງພະຍາຍາມຄວບຄຸມຖານທັບອາກາດ ທີ່ສໍາຄັນ ໃນປະເທດ Afghanistan ຄືນອີກ, ໃນລະຫວ່າງການຖແລງຂ່າວໃນວົງກວ້າງ ທີ່ເປັນຈຸດສິ້ນສຸດ ຂອງການຢ້ຽມຢາມປະເທດອັງກິດຂອງລາວ.

Keir Starmer, ນາຍົກຣັຖມົນຕີອັງກິດ ໄດ້ອໍາລາແຂກຂອງລາວ-ແລະສະບາຍໃຈ ທີ່ການເດີນທາງນັ້ນ ເປັນໄປໂດຍບໍ່ມີຂໍ້ໂຕ້ຖຽງອັນໃຫຍ່ຫລວງ.

Ben Lewis ລາຍງານ.

ມີຫລາຍຢ່າງ ທີ່ບໍ່ໜ້າເປັນໄປໄດ້ ກ່ຽວກັບມິດຕະພາບ ລະຫວ່າງ Donald Trump ແລະ Keir Starmer, ແຕ່ມັນ ແລະສັນຍາລັກ ຂອງຄວາມສໍາພັນພິເສດທັງຫມົດ ບໍ່ສາມາດປິດບັງ ຄວາມຈິງທີ່ວ່າ ຜູ້ນໍາບໍ່ເຫັນພ້ອມ ກ່ຽວກັບວິທີທີ່ຈະແກ້ໄຂ ບັນຫາຮີບດ່ວນທີ່ສຸດຂອງໂລກ ເກືອບທັງຫມົດ.

ຫມາຍຄວາມວ່າ ການປະຊຸມຂອງເຂົາເຈົ້າ ໃນການພັກຜ່ອນຂອງນາຍົກຣັຖມົນຕີ ໃນເມືອງ Chequers ອາດບໍ່ເປັນໄປຢ່າງຄາດຄຶດໄວ້ໄດ້.

ຈຸດຮ້ອນແຮງທໍາອິດທີ່ເປັນໄປໄດ້-ແມ່ນການໃກ້ຈະຮັບຮູ້ ອະທິປະໄຕຂອງຣັດ Palestine ໂດຍປະເທດອັງກິດ-ປະທານາທິບໍດີ ໄດ້ຄວບຄຸມຕົວເອງ ຢ່າງຜິດປົກກະຕິ.

"ຂ້າພະເຈົ້າ ບໍ່ເຫັນພ້ອມກັບນາຍົກຣັຖມົນຕີ ໃນເລື້ອງນັ້ນ. ໂອເຄ. ໜຶ່ງຂອງຄວາມບໍ່ເຫັນພ້ອມ ສອງສາມຢ່າງ ຂອງພວກເຮົາແທ້ໆ."

ລາວບໍ່ໄດ້ໃຫ້ສັນຍານ ວ່າລາວຈະໃຊ້ອິດທິພົນຂອງລາວ ເຫນືອ Benjamin Netanyahu ເພື່ອຢັບຢັ້ງ ການກະທໍາຂອງ Israel ໃນ Gaza.

ນັກຂ່າວ: "ຖ້າບໍ່ແມ່ນຕອນນີ້, ທ່ານຈະໃຊ້ອໍານາດນັ້ນ ເພື່ອຢຸດມັນເມື່ອໃດ? ແລະແລ້ວ ສໍາລັບທ່ານທັງສອງ..."

TRUMP: "ແຕ່ທ່ານເຂົ້າໃຈ ກ່ຽວກັບວັນທີ 7 ເດືອນຕຸລາ..."

ກ່ຽວກັບ Ukraine, ນາຍົກຣັຖມົນຕີ Starmer ໄດ້ຊຸກຍູ້ສະຫະຣັດອາເມຣິກາ ໃຫ້ກົດດັນ Moscow ຫຼາຍຂຶ້ນ.

"ພວກເຮົາຕ້ອງກົດດັນ Putin ຕື່ມອີກ ແລະພຽງແຕ່ ເມື່ອປະທານາທິບໍດີ ໄດ້ກົດດັນ Putin ເທົ່ານັ້ນ ທີ່ລາວໄດ້ສະແດງຄວາມໂນ້ມອ່ຽງ ທີ່ຈະເຄື່ອນໄຫວ. ສະນັ້ນ, ພວກເຮົາຕ້ອງເພີ່ມຄວາມກົດດັນຫຼາຍຂຶ້ນ."

ປະທານາທິບໍດີ ໄດ້ບອກວ່າ ລາວຈະເຮັດເຊັ່ນນັ້ນ, ຖ້າຫາກຢູໂຣບ ຢຸດຊື້ນ້ຳມັນຈາກຣັສເຊັຍ, ໃນຂນະທີ່ລາວ ສະແດງຄວາມຜິດຫວັງກັບ Putin.

"ລາວໄດ້ເຮັດໃຫ້ຂ້າພະເຈົ້າຜິດຫວັງ, ຂ້າພະເຈົ້າຫມາຍຄວາມວ່າ ລາວກໍາລັງຂ້າຄົນຢ່າງຫລວງຫລາຍ ແລະລາວໄດ້ສູນເສັຍຜູ້ຄົນ ຫລາຍກວ່າທີ່ລາວກໍາລັງຂ້າ. ຂ້າພະເຈົ້າຫມາຍເຖິງ, ຕາມຄວາມຈິງແລ້ວ, ທະຫານຣັສເຊັຍ ຖືກຂ້າຕາຍໃນອັດຕາ ສູງກວ່າທະຫານ Ukraine ແຕ່ແມ່ນແລ້ວ ລາວໄດ້ເຮັດໃຫ້ຂ້າພະເຈົ້າຜິດຫວັງ."

ນັ້ນເປັນສິ່ງທີ່ບໍ່ຄາດຄິດ... ນີ້ເປັນສິ່ງທີ່ບໍ່ຄາດບໍ່ເຖິງເລີຍ,ປະທານາທິບໍດີ ເບິ່ງຄືວ່າ ຈະເປີດເຜີຍວ່າ ສະຫະຣັດອາເມຣິກາ ກໍາລັງເຈຣະຈາກັບ Taliban ເພື່ອຄວບຄຸມຖານທັບອາກາດ Bagram ຂອງAfghanistan ຄືນ ຊຶ່ງຢູ່ໃກ້ຊາຍແດນຂອງປະເທດຈີນ ແລະ Pakistan.

"ພວກເຮົາ ໄດ້ມອບມັນໃຫ້ເຂົາເຈົ້າໂດຍບໍ່ຄິດຄ່າ. ພວກເຮົາພະຍາຍາມຈະເອົາມັນກັບຄືນມາ, OK. ນັ້ນອາດເປັນຂ່າວດ່ວນເລັກນ້ອຍ-ພວກເຮົາ ກໍາລັງພະຍາຍາມ ເອົາມັນກັບຄືນມາ. ເພາະວ່າເຂົາເຈົ້າ ຕ້ອງການບາງສິ່ງຈາກເຮົາ-ພວກເຮົາຕ້ອງການຖານທັບນັ້ນຄືນມາ. ແຕ່ເຫດຜົນຫນຶ່ງ ທີ່ພວກເຮົາຕ້ອງການຖານທັບກໍຄື, ດັ່ງທີ່ທ່ານຮູ້, ມັນຢູ່ຫ່າງຈາກບ່ອນທີ່ປະເທດຈີນ ສ້າງອາວຸດນິວເຄລັຍ ຫນຶ່ງຊົ່ວໂມງ."

Trump, ຜູ້ທີ່ມັກອວດອ້າງ ເຖິງການຢຸດການຍ້າຍຖິ່ນຖານ ທີ່ຊາຍແດນ Mexico, ໄດ້ໃຫ້ຄໍາແນະນໍາ ແກ່ນາຍົກຣັຖມົນຕີ ກ່ຽວກັບວິທີ ທີ່ຈະແກ້ໄຂບັນຫາເຮືອນ້ອຍ ຂອງອັງກິດ.

"ຂ້າພະເຈົ້າ ໄດ້ບອກນາຍົກຣັຖມົນຕີວ່າ ຂ້າພະເຈົ້າຈະຢຸດມັນ. ແລະມັນບໍ່ສໍາຄັນ ຖ້າຫາກທ່ານໃຊ້ກອງທັບທະຫານ, ມັນບໍ່ສໍາຄັນ ວ່າທ່ານຈະໃຊ້ວິທີການໃດ, ແຕ່ມັນຈະທໍາລາຍ-ມັນທໍາລາຍປະເທດຊາດ ຈາກພາຍໃນ."

ເລື້ອງຂອງ Jeffrey Epstein ໄດ້ຖືກຍົກຂຶ້ນພຽງແຕ່ໜ້ອຍນຶ່ງເທົ່ານັ້ນ, ແລະພຽງແຕ່ ກ່ຽວກັບການໄລ່ Peter Mandelson ທູດຂອງປະເທດອັງກິດ ປະຈຳສະຫະຣັດອາເມຣິກາ, ຜູ້ຊຶ່ງເປີດເຜີຍຈົດຫມາຍ ຫາຜູ້ກະທຳຄວາມຜິດທາງເພດ ເມື່ອບໍ່ດົນມານີ້.

ຄໍາຕອບຂອງປະທານາທິບໍດີ... Peter ໃຜ?

ແລະປາດສະຈາກຄວາມຜິດພາດ ຫລືການລະເບີດໃດໆ... ມັນກໍສິ້ນສຸດລົງ.

ການຖແລງຂ່າວຮ່ວມຂອງ Donald Trump ກໍເປັນເລື່ອງທີ່ຫນ້າຕື່ນເຕັ້ນຢູ່ສເມີ, ແຕ່ການຖແລງຂ່າວນັ້ນ ກໍເປັນໄປໄດ້ດີ ເທົ່າທີ່ Keir Starmer ໄດ້ຄາດຫວັງໄວ້.

ປະທານາທິບໍດີ ໄດ້ຮັບໂອກາດຫລາຍເທື່ອ ທີ່ຈະວິຈານນະໂຍບາຍຂອງນາຍົກຣັຖມົນຕີ, ແຕ່ໄດ້ເລືອກທີ່ຈະບໍ່ເຮັດ.

ຜູ້ຊ່ອຍຂອງ Downing Street ຈະດີໃຈຫລາຍ.

ການຢ້ຽມຢາມຢ່າງເປັນທາງການນັ້ນ ມີຄ່າໃຊ້ຈ່າຍສູງ, ແລະມີຄໍາຖາມກ່ຽວກັບຜົນປໂຍດ ສໍາລັບປະເທດອັງກິດ ແມ່ນຫຍັງ, ເພາະປະທານາທິບໍດີ ໄດ້ບອກຢ່າງຊັດແຈ້ງວ່າ ພາສີຈະບໍ່ຫລຸດລົງຕ່ຳກວ່ານີ້.

ສໍາລັບນາຍົກຣັຖມົນຕີ, ມັນໄດ້ເຫັນລາວ ເຮັດໃຫ້ຕໍາແຫນ່ງຂອງລາວຫມັ້ນຄົງ ໃນຖານະທີ່ເປັນ 'Trump Whisperer' ຂອງຢູໂຣບ, ສາມາດມີຄວາມເຫັນທີ່ແຕກຕ່າງ ໃນບັນຫາສໍາຄັນ ໂດຍບໍ່ມີການໂຕ້ຕອບ, ເຖິງແມ່ນວ່າ ເບິ່ງຄືວ່າ ຈໍາກັດໃນຄວາມສາມາດຂອງລາວ ທີ່ຈະປ່ຽນຄວາມຄິດຂອງປະທານາທິບໍດີ ອາເມຣິກັນກໍຕາມ.

ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ.

ລາວໄດ້ເວົ້າວ່າ ມັນເປັນກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດຂອງລາວ ແລະທ່ານເຂົ້າໃຈວ່າ ລາວຫມາຍຄວາມວ່າແນວນັ້ນ.

ແຕ່ໃນຂນະທີ່ຄອບຄົວ Trump ອອກເດີນທາງໂດຍ Air Force One, ນັກການທູດ ຂອງປະເທດອັງກິດເບິ່ງຄືວ່າ ມີຄວາມສະບາຍໃຈ.

ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.

ລາຍງານຈາກ ປະເທດອັງກິດ ໂດຍ Ben Lewis ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service