ການໂຈມຕີທາງອາກາດໃນ Ukraine

Russian drone attacks on Ukraine's Kharkiv leaves at least eight people injured

ຄວາມເສັຍຫາຍ ຂອງເມືອງ Kharkiv ຫຼັງຈາກການໂຈມຕີ ຂອງຣັສເຊັຍ. Source: EPA / SERGEY KOZLOV/EPA

ດ້ວຍການເຈຣະຈາສັນຕິພາບ ທີ່ຢຸດຊະງັກລົງ, Ukraine ແລະຣັສເຊັຍ ກໍາລັງຍົກລະດັບການໂຈມຕີ ຊຶ່ງກັນແລະກັນ, ໂດຍທີ່ບໍ່ມີຈຸດສິ້ນສຸດ. ອາເມຣິກາກຳລັງເປັນຜູ້ໄກ່ເກັ່ຍລະຫວ່າງສອງປະເທດ, ແຕ່ປະທານາທິບໍດີ Ukraine, Volodymyr Zelenskyy ກ່າວວ່າ ສະຫະຣັດອາເມຣິກາ ກໍາລັງ ສເນີການຮັບປະກັນຄວາມປອດພັຍ ສໍາລັບການຕົກລົງສັນຕິພາບໃນ Ukraine, ຖ້າຫາກ Ukraine ຍອມສລະພື້ນທີ່ ທາງພາກຕາເວັນອອກ ຂອງ Donbas ໃຫ້ແກ່ຣັສເຊັຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການໂຈມຕີທາງອາກາດໃນ Ukraine.

ດ້ວຍການເຈຣະຈາສັນຕິພາບ ທີ່ຢຸດລົງ, ຣັສເຊັຍ ໄດ້ເລີ່ມຕົ້ນການໂຈມຕີທາງອາກາດ ທີ່ໃຫຍ່ທີ່ສຸດອີກຄັ້ງໜຶ່ງໃນ Ukraine, ໄດ້ເຮັດໃຫ້ພົນລະເຮືອນເສັຍຊີວິດ ແລະທໍາລາຍໂຄງສ້າງພື້ນຖານທີ່ສໍາຄັນ-ແລະນໍາມາຊຶ່ງການຕອບໂຕ້ຂອງ Ukraine.

Haylena Krishnamoorthy ລາຍງານ.

Ukraine ແລະຣັສເຊັຍ ກໍາລັງຍົກລະດັບການໂຈມຕີ ຊຶ່ງກັນແລະກັນ, ໂດຍທີ່ບໍ່ມີຈຸດສິ້ນສຸດ.

ແຕ່ປະທານາທິບໍດີ Ukraine, Volodymyr Zelenskyy ກ່າວວ່າ ສະຫະຣັດອາເມຣິກາ ກໍາລັງສເນີການຮັບປະກັນຄວາມປອດພັຍ ສໍາລັບການຕົກລົງສັນຕິພາບໃນ Ukraine, ຖ້າຫາກ Ukraine ຍອມສລະພື້ນທີ່ ທາງພາກຕາເວັນອອກ ຂອງ Donbas ໃຫ້ແກ່ຣັສເຊັຍ.

Mr Zelenskyy ກ່າວວ່າ ການປະຖິ້ມແນວປ້ອງກັນໃນ Donbas ຈະເປັນຄວາມສ່ຽງອັນໃຫຍ່ຫລວງ ຕໍ່ຄວາມໝັ້ນຄົງ, ແລະກ່າວຫາ ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາວ່າ ກົດດັນUkraine ໃນການເຈຣະຈາ.

"ດັ່ງນັ້ນ, ຂ້າພະເຈົ້າເຊື່ອວ່າ ການຖອນຕົວ ອອກຈາກເຂດຕາເວັນອອກຂອງປະເທດເຮົາ ເປັນອັນຕະຣາຍຫລາຍຕໍ່ Ukraine, ຕໍ່ຢູໂຣບ. ແລະໃນທີ່ສຸດ, ສັນຕິພາບທີ່ລົ້ມເຫລວ ຈະກໍ່ໃຫ້ເກີດຄວາມສ່ຽງອັນໃຫຍ່ຫລວງສໍາລັບ Trump ແລະທີມຂອງລາວ, ຊຶ່ງເປັນເຫດຜົນ ທີ່ເຮົາຕ້ອງເວົ້າລົມກັນ. ໂດຍສະເພາະ ຖ້າຫາກທັງສາມຝ່າຍ ຢາກໃຫ້ສົງຄາມຍຸດຕິລົງ, ແລ້ວເຂົາເຈົ້າ ຕ້ອງຈັດການປະຊຸມ ຢ່າງຫນ້ອຍໃນລະດັບຜູ້ນໍາ ເພື່ອເຈຣະຈາ ກ່ຽວກັບບັນຫາເລື່ອງເຂດແດນ ແລະການຮັບປະກັນຄວາມປອດພັຍ. ນີ້ຄືບັນຫາສໍາຄັນສອງຢ່າງ: ເຂດແດນ ແລະການຮັບປະກັນຄວາມປອດພັຍ, ແລະຍັງບໍ່ມີການປະຊຸມດັ່ງກ່າວເທື່ອ. ຜູ້ໄກ່ເກັ່ຍຢູ່ທີ່ນີ້ ແມ່ນສະຫະຣັດອາເມຣິກາ. ຂ້າພະເຈົ້າເຊື່ອວ່າ ໂອກາດທັງຫມົດແມ່ນຢູ່ໃນມືຂອງເຂົາເຈົ້າ."

ລາວເປັນຫ່ວງວ່າ ສະຫະຣັດອາເມຣິກາ ອາດຢຸດການຈັດຫາອາວຸດ ໃຫ້ແກ່ Ukraine, ໃນຂນະທີ່ ມັນຍົກລະດັບສົງຄາມຂອງຕົນກັບ Iran.

"ເຂົາເຈົ້າ (ສະຫະຣັດອາເມຣິກາ) ບໍ່ໄດ້ຢຸດສົ່ງອຸປະກອນຂອງພວກເຮົາ; ຂ້າພະເຈົ້າ ເປັນບຸນຄຸນຫລາຍ ຕໍ່ປະທານາທິບໍດີ Trump, ທີມຂອງລາວ, ແລະທຸກຄົນ-ເຂົາເຈົ້າ ບໍ່ໄດ້ຢຸດອຸປະກອນຂອງພວກເຮົາ. ແຕ່ການຈັດຫາຂີປະນາວຸດ Patriot ບໍ່ໄດ້ຫຼາຍ ເທົ່າທີ່ເຮົາຕ້ອງການ. ເຮົາຢ້ານວ່າ ມັນຈະຢຸດບໍ່? ແມ່ນແລ້ວ, ນັ້ນຄື ສິ່ງທີ່ຂ້າພະເຈົ້າ ກໍາລັງເວົ້າເຖິງ. ຂ້າພະເຈົ້າ ຈະບໍ່ຄິດວ່າ ພວກເຮົາຈະສາມາດຢືນຢູ່ໄດ້ດົນປານໃດ ຫລັງຈາກນັ້ນ."

Dmitry Peskov ໂຄສົກຂອງປະທານາທິບໍດີ Vladimir Putin ຂອງຣັສເຊັຍ, ກ່າວວ່າ Kremlin ຍິນດີຕ້ອນຮັບ ຄວາມພະຍາຍາມຂອງສະຫະຣັດອາເມຣິກາ ທີ່ຈະນໍາສັນຕິພາບ ມາສູ່ Ukraine.

"ພວກເຮົາ ຍິນດີກັບຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງຝ່າຍອາເມຣິກາ ທີ່ມີຈຸດປະສົງ ເພື່ອໃຫ້ແນ່ໃຈ ໃນການບັນລຸເງື່ອນໄຂ ສໍາລັບຂໍ້ຕົກລົງໃນ Ukraine."

Mr Zelenskyy ກ່າວວ່າ ປະເທດຂອງລາວ ກໍາລັງເພີ່ມການຜລິດ Drone ແລະເຄື່ອງປ້ອງກັນຂອງຕົນເອງ ເພື່ອຕໍ່ຕ້ານ ກັບການຄຸກຄາມຂອງຣັສເຊັຍ.

"ພວກເຮົາ ຈະຕອບໂຕ້ຕໍ່ການໂຈມຕີທຸກເທື່ອ ຂອງພວກເຂົາ; ພວກເຮົາ ກໍາລັງເວົ້າເຖິງເລື່ອງນີ້ ຢ່າງເປີດເຜີຍ. ປະເທດຣັສເຊັຍ, ນອກເຫນືອໄປຈາກຄວາມກົດດັນ-ແລະດັ່ງທີ່ເຮົາເຫັນ, ຄວາມກົດດັນ ຕໍ່ຣັສເຊັຍ ຈາກໂລກກຳລັງຫຼຸດລົງ. ຂ້າພະເຈົ້າ ບໍ່ໄດ້ເວົ້າເຖິງເຫດຜົນ ໃນຕອນນີ້, ແຕ່ເຮົາສາມາດເຫັນການປ່ຽນແປງ ໃນນະໂຍບາຍການຂວ້ຳບາດ (Sanctions). ສະນັ້ນ, ແຕກຕ່າງຈາກຄົນອື່ນໆ ຫລືຫລາຍຄົນ ໃນໂລກ, Ukraine ມີກໍການຂວ້ຳບາດ (Sanctions) ຂອງຕົນເອງ. ນີ້ຄື ຄໍາຕອບຂອງເຮົາ. ເຂົາເຈົ້າ ຕ້ອງຮູ້ສຶກເຖິງຄວາມກົດດັນ. ຖ້າຫາກ Ukraine ບໍ່ຕອບໂຕ້ ຕໍ່ການໂຈມຕີຂອງເຂົາເຈົ້າ, ຣັສເຊັຍ ກໍຈະດໍາເນີນຕໍ່ໄປ-ມັນຈະບໍ່ຄິດ ເຖິງການຢຸດຊົ່ວຄາວ ໃນສົງຄາມນີ້."

ກ່ອນຫນ້ານັ້ນ, ຣັສເຊັຍລາຍງານວ່າ ເຄື່ອງປ້ອງກັນພັຍທາງອາກາດຂອງຕົນ ໄດ້ທໍາລາຍ Drones ຂອງ Ukraine 389 ລໍາ-ໃນການໂຈມຕີ ທີ່ໃຫຍ່ທີ່ສຸດ ໃນຂ້າມຄືນ ຕໍ່ຣັສເຊັຍ ແລະ Crimea ນັບຕັ້ງແຕ່ ສົງຄາມ ຣັສເຊັຍ-Ukraine ໃນປີ 2022.

ພຽງແຕ່ມື້ຫນຶ່ງກ່ອນໜ້ານັ້ນ, ຣັສເຊັຍ ໄດ້ຍິງ Drones ເກືອບ 1,000 ລໍາແລະຂີປະນາວຸດຫລາຍສິບລູກ ໃສ່ເຂດພົນລະເຮືອນຂອງ Ukraine.

ທາງການ Ukraine ລາຍງານວ່າ ການໂຈມຕີນັ້ນ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງຫນ້ອຍຫົກຄົນ, ໄດ້ຮັບບາດເຈັບປະມານ 50 ຄົນ.

ຣັສເຊັຍ ຍັງຄົງຢຸດການເຈຣະຈາສັນຕິພາບຊົ່ວຄາວ ເພາະສົງຄາມໃນຕາເວັນອອກກາງ.

ແຕ່ Yuri Ushakov ເຈົ້າຫນ້າທີ່ຣັສເຊັຍກ່າວວ່າ ສະຫະຣັດອາເມຣິກາ ໄດ້ໃຫ້ຂໍ້ມູນໃຫມ່ ນັບຕັ້ງແຕ່ໄດ້ເວົ້າລົມ ກັບຜູ້ແທນ Ukraine ໃນທ້າຍອາທິດ.

"ນັ້ນຫມາຍຄວາມວ່າ ເຂົາເຈົ້າໄດ້ຈັດການເຈຣະຈາ, ແລະເຂົາເຈົ້າ (ສະຫະຣັດອາເມຣິກາ) ໄດ້ໃຫ້ລາຍລະອຽດ ກ່ຽວກັບຜົນຮັບແກ່ພວກເຮົາ. ພວກເຮົາຮູ້ວ່າ ພວກເຮົາຢືນຢູ່ບ່ອນໃດ ແລະຕອນນີ້ ພວກເຂົາຢືນຢູ່ບ່ອນໃດ."

ອີງຕາມ Ihor Terekhov ເຈົ້າເມືອງ Khakiv, ທີ່ໃຫຍ່ອັນດັບສອງຂອງ Ukraine, ການໂຈມຕີດ້ວຍ Drones ຄັ້ງຫຼ້າສຸດຂອງຣັສເຊັຍໃນເມືອງນັ້ນ ໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ເກົ້າຄົນ. ຫນຶ່ງຂອງ ການໂຈມຕີ ໄດ້ທໍາລາຍເຮືອນຫລັງຫນຶ່ງ ທີ່ຜູ້ຍິງອາຍຸ 75 ປີອາສັຍຢູ່.

Oksana Shalamova, ລູກໃພ້ຂອງນາງ, ໄດ້ບັນຍາຍເຖິງສະພາວະ ທີ່ໜ້າຕົກໃຈຂອງນາງ.

"ພວກເຮົາຕົກໃຈ ເພາະເຮືອນຖືກທໍາລາຍ ແລະໄດ້ຮັບຄວາມເສັຍຫາຍຢ່າງຫນັກ. ທ່ານສາມາດເຫັນຂ້າງນີ້ຂອງອາຄານ, ແຕ່ເດີ່ນບ້ານຖືກທໍາລາຍ ຢູ່ຝັ່ງກົງກັນຂ້າມ. ເຮືອນຄົວກໍຖືກທໍາລາຍ. ມີໄຟໄຫມ້ຢູ່ຊັ້ນເທິງ."

Drones ຂອງ Ukraine ທີ່ຫລົງທາງ ໄດ້ບິນໄປຕຳປ່ອງໄຟ ຢູ່ໂຮງງານໄຟຟ້າ ໃນປະເທດ Estonia-ພຽງແຕ່ສອງກິໂລແມັດ ຈາກຊາຍແດນຂອງຣັສເຊັຍ-ຫລັງຈາກໄດ້ເຂົ້າໄປໃນນ່ານຟ້າຂອງປະເທດ ຜ່ານຣັສເຊັຍ.

Drones ຂອງ Ukraine ອີກລໍາຫນຶ່ງ ໄດ້ເຂົ້າໄປໃນນ່ານຟ້າຂອງ Latvia.

ໃນເວລາດຽວກັນ, ທາງການຣັສເຊັຍກ່າວວ່າ ການໂຈມຕີໂດຍ Drones ຂອງ Ukraine ໄດ້ກໍ່ໃຫ້ເກີດໄຟໄຫມ້ ໂຮງງານນ້ຳມັນ ຢູ່ທ່າເຮືອ Primorsk ແລະ Ust-Luga ໃນທະເລ Baltic ຂອງຣັສເຊັຍ-ຊຶ່ງເປັນສູນກາງສົ່ງອອກທີ່ສໍາຄັນ ທີ່ຕັ້ງຢູ່ໃກ້ປະເທດ Estonia ແລະ Finland.

ໃນຂນະດຽວກັນ, ຣັສເຊັຍເວົ້າວ່າ ສະຫະຣັດອາເມຣິກາ ໄດ້ແນະນໍາໃຫ້ຣັສເຊັຍ ຮູ້ລາຍລະອຽດ ກ່ຽວກັບການເຈຣະຈາເທື່ອສຸດທ້າຍ ກັບUkraine.

ລາຍງານໂດຍ Haylena Krishnamoorthy ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now