Watch FIFA World Cup 2026™

LIVE, FREE and EXCLUSIVE

ວັນຄົບຮອບ 40 ປີ ຂອງພັຍພິບັດທີ່ Chernobyl

CHERNOBYL VICTIMS OR SURVIVORS

ຮູບຂອງໂຮງງານ ພະລັງງານນິວເຄລັຍ Chernobyl ຖ່າຍໃນວັນທີ 10 ມີນາ 2006. Credit: AP

ໃນວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl, ປະທານາທິບໍດີ Ukraine, Volodymyr Zelenskyy ແລະປະທານາທິບໍດີ ຂອງ Moldova, Maia Sandu, ໄດ້ພົບກັນທີ່ Kyiv. ຜູ້ນຳທັງສອງໄດ້ກ່າວປະນາມພຶດຕິກັມຂອງຣັສເຊັຍກ່ຽວກັບສົງຄາມທີ່ກຳລັງດຳເນີນຢູ່ໃນ Ukraine.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວັນຄົບຮອບ 40 ປີ ຂອງພັຍພິບັດທີ່ Chernobyl.

ປະທານາທິບໍດີ Ukraine, Volodymyr Zelenskyy ໄດ້ພົບກັບປະທານາທິບໍດີ ຂອງ Moldova ໃນເມືອງ Kyiv, ໃນຂນະທີ່ ໂລກສລອງວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl-ແລະຕັດກັນຢ່າງຊັດເຈນ ກັບສະຖານະການໃນປະຈຸບັນໃນຢູໂຣບ.

Greg Dyett ລາຍງານ.

ໃນວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl, ປະທານາທິບໍດີ Ukraine, Volodymyr Zelenskyy ແລະປະທານາທິບໍດີ ຂອງ Moldova, Maia Sandu, ໄດ້ພົບກັນທີ່ Kyiv.

ກ່າວໃນການຖແລງຂ່າວຮ່ວມ, Mr Zelenskyy ໄດ້ກ່າວຫາຣັສເຊັຍ ວ່າບໍ່ໄດ້ຮຽນຮູ້ຈາກປວັດສາດ, ໂດຍອ້າງເຖິງການຍຶດຄອງໂຮງງານ Chernobyl ໃນຕອນຕົ້ນຂອງປີ 2022 ເປັນເວລາສັ້ນໆ ວ່າເປັນຫລັກຖານ ເຖິງການຂາດຄວາມຊົງຈໍາ ແລະຈິດສໍານຶກ.

"ໃນປີ 2022, ຣັສເຊັຍ ໄດ້ມາທີ່ເມືອງ Chernobyl, ຍຶດເອົາສະຖານທີ່ຂອງພວກເຮົາ, ໄດ້ປ່ຽນມັນໃຫ້ເປັນຈຸດເລີ່ມຕົ້ນ ສໍາລັບສົງຄາມຂອງເຂົາເຈົ້າ ແລະສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ໄດ້ຮຽນຮູ້ ແລະບໍ່ເຂົ້າໃຈຫຍັງເລີຍ ຈາກຄວາມຜິດພາດ ຂອງສະຫະພາບໂຊວຽດ. ເຂົາເຈົ້າ ເປັນຜູ້ທີ່ບໍ່ມີຄວາມຈໍາ ແລະບໍ່ມີຈິດສໍານຶກ. ສະນັ້ນ ເຮົາທຸກຄົນ, ເພື່ອນບ້ານຂອງຣັສເຊັຍ, ຊາວຢູໂຣບທຸກຄົນ ຄວນເປັນຫນຶ່ງດຽວກັນ ເທົ່າທີ່ຈະເປັນໄປໄດ້, ປະສານງານກັນ, ເຂົ້າໃຈຜົນປໂຍດຂອງເຮົາ, ຊຶ່ງເປັນເລື່ອງຮ່ວມກັນ- ຄວາມຫມັ້ນຄົງ, ເສດຖະກິດ, ພະລັງງານ ແລະອື່ນໆ."

ຜູ້ນໍາ Ukraine ໄດ້ຮຽກຮ້ອງ ໃຫ້ມີຄວາມສາມັກຄີສູງສຸດ ຂອງຢູໂຣບ ແລະຮ່ວມມືກັນ ເພື່ອປົກປ້ອງຄວາມໝັ້ນຄົງ ແລະຜົນປໂຍດ ດ້ານພະລັງງານ ຈາກການຂົ່ມຂູ່ສມັຍໃໝ່.

Ms Sandu, ຜູ້ໄດ້ມາເຖິງເມືອງ Kyiv ເພື່ອສະແດງຄວາມສາມັກຄີ ໃນວັນຄົບຮອບ ຂອງເຫດການສຳຄັນນັ້ນ, ກ່າວວ່າ ພັຍພິບັດໃນປີ 1986 ເປັນສິ່ງເຕືອນໃຈຢ່າງຖາວອນ ວ່າການຂົ່ມຂູ່ ທີ່ເກີດຈາກລະບອບຜະເດັດການ ທີ່ບໍ່ເຄົາຣົບເຂດແດນຂອງປະເທດ.

ສີ່ສິບປີກ່ອນ, ພັຍພິບັດ Chernobyl ໄດ້ເຕືອນທັງທະວີບວ່າ ການຂົ່ມຂູ່ຂອງລະບອບຜະເດັດການ ບໍ່ໄດ້ຢຸດຢູ່ທີ່ຊາຍແດນ. ລະບົບການປົກຄອງໂຊວຽດຮູ້ວ່າ ມີຫຍັງເກີດຂຶ້ນ ແລະເລືອກທີ່ຈະເຊື່ອງມັນໄວ້, ໃນຂນະທີ່ລັງສີໄດ້ແພ່ຂຍາຍໄປທົ່ວຢູໂຣບ, ເຮັດໃຫ້ຫລາຍລ້ານຄົນ ຕົກຢູ່ໃນຄວາມສ່ຽງ."

Ms Sandu ປຽບທຽບລະຫວ່າງ ການກະທໍາຂອງຣັສເຊັຍໃນຕອນນັ້ນ ແລະໃນປະຈຸບັນ.

"Chernobyl ໄດ້ເປີດເຜີຍການດູໝິ່ນ ຂອງລະບອບຂອງໂຊວຽດ ຕໍ່ຊີວິດຂອງມະນຸດ. ມີການປ່ຽນແປງພຽງເລັກນ້ອຍໃນ Kremlin ນັບແຕ່ນັ້ນມາ. ການດູໝິ່ນແບບດຽວກັນນັ້ນ ປາກົດໃຫ້ເຫັນ ໃນປະພຶດຕິກັມ ຂອງຣັສເຊັຍໃນປັດຈຸບັນ. ແຕ່ເມື່ອປະເຊີນກັບມັນ, Ukraine ຕໍ່ສູ້, Ukraine ພັດທະນາ, Ukraine ອົດທົນ."

ການຢ້ຽມຢາມນັ້ນ ມີຂຶ້ນຂນະໃນທີ່ນາໆຊາດ ຍັງມີຄວາມເປັນຫ່ວງຫລາຍ ກ່ຽວກັບຄວາມປອດພັຍນິວເຄລັຍໃນ Ukraine, ໂດຍສະເພາະກ່ຽວກັບ ເຂດຈຳກັດປອດພັຍໃຫມ່ (the new Safe Confinement) ທີ່ Chernobyl ແລະການຍຶດຄອງໂຮງງານໄຟຟ້ານິວເຄລັຍ Zaporizhzhia ຂອງຣັສເຊັຍຢ່າງຕໍ່ເນື່ອງ.

ໃນທ້າຍອາທິດ, ການໂຈມຕີທາງອາກາດຂອງຣັສເຊັຍ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງຫນ້ອຍເຈັດຄົນໃນ Ukraine, ຮວມທັງຫ້າຄົນ ໃນເມືອງ Dnipro.

ແລະ Ukraine ໄດ້ດໍາເນີນການໂຈມຕີທາງໄກບາງສ່ວນດ້ວຍ Drones ຢູ່ໃນເຂດແດນຂອງຣັສເຊັຍ ໂດຍມີຜູ້ຍິງຄົນຫນຶ່ງເສັຍຊີວິດ ແລະຊາຍຄົນຫນຶ່ງ ໄດ້ຮັບບາດເຈັບສາຫັດ ຈາກການໂຈມຕີດ້ວຍ Drones ໃນເຂດຊາຍແດນ Belgorod ຂອງຣັສເຊັຍ.

ສົງຄາມໄດ້ດໍາເນີນໄປ ເປັນເວລາຫລາຍກວ່າ 12 ປີ, ເລີ່ມຕົ້ນຈາກຣັສເຊັຍ ຍຶດຄອງ Crimea ໃນທ້າຍເດືອນກຸມພາປີ 2014.

ການຮຸກຮານ Ukraine ຢ່າງເຕັມຮູບແບບຂອງຣັສເຊັຍ ເລີ່ມຕົ້ນໃນເດືອນກຸມພາ 2022.

ລາຍງານໂດຍ Greg Dyett ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now