Watch FIFA World Cup 2026™

LIVE, FREE and EXCLUSIVE

ການປະເມີນ ກ່ຽວກັບປັນຍາປະດິດ

Digital abstract CPU. AI - Artificial Intelligence and machine learning concept
ປັນຍາປະດິດ (Artificial Intelligence) ກໍາລັງ ເລັ່ງການຄົ້ນພົບຢາ, ການຄົ້ນຄວ້າທາງວິທະຍາສາດ ແລະການພັດທະນາອື່ນໆ ທີ່ສາມາດປ່ຽນແປງຊີວິດປະຈໍາວັນໄດ້.....ແຕ່ມັນເຕືອນວ່າ ເທັກໂນໂລຈີກໍາລັງພັດທະນາ ໄວກວ່າລະບົບທີ່ອອກແບບເພື່ອຄວບຄຸມມັນ. Credit: Vertigo3d/Getty Images

ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.


Published

By Hannah Hodson

Presented by Sak Phoumirath

Source: SBS



Share this with family and friends


ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປະເມີນ ກ່ຽວກັບປັນຍາປະດິດ (Artificial Intelligence).

ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence).

ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້.

ຜູ້ຊ່ຽວຊານຍັງເຕືອນວ່າ ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.

Hannah Hodson ລາຍງານ.

"ຄນະກັມມະການ ມີຈຸດປະສົງທີ່ຈະຊ່ວຍໂລກ ໃຫ້ແຍກຄວາມຈິງ ຈາກຂອງປອມ-ແລະວິທະຍາສາດ ຈາກການຫຼອກລວງ."

ນັ້ນແມ່ນ António Guterres, ທີ່ເປີດເຜີຍການປະເມີນ ທາງວິທະຍາສາດອິດສຣະ ເທື່ອທໍາອິດ ຂອງສະຫະປະຊາຊາດ ກ່ຽວກັບປັນຍາປະດິດ (Artificial Intelligence).

ຄນະກັມມະການ ໄດ້ຖືກຈັດຕັ້ງຂຶ້ນ ໂດຍກອງປະຊຸມໃຫຍ່ ຂອງສະຫະປະຊາຊາດເມື່ອປີກາຍ, ຊຶ່ງໄດ້ເຕົ້າໂຮມຜູ້ຊ່ຽວຊານ 40 ຄົນ ຈາກສາຂາຕ່າງໆເຊັ່ນ ວິທະຍາສາດຄອມພິວເຕີ, ເສດຖະກິດ, ການແພດ ແລະ ການສື່ສານ.

ໜ້າທີ່ຂອງມັນແມ່ນງ່າຍ, ແຕ່ຮີບດ່ວນ-ໃຫ້ຣັດຖະບານ ມີຄວາມເຂົ້າໃຈ ທີ່ອີງຕາມຫລັກຖານ ກ່ຽວກັບປັນຍາປະດິດ (Artificial Intelligence) ໃນຂນະທີ່ເທັກໂນໂລຈີ ພັດທະນາຢ່າງວ່ອງໄວ.

Mr Guterresກ່າວວ່າ ໂອກາດນັ້ນມີຢ່າງມະຫາສານ.

"ຫາກນຳໃຊ້ຢ່າງຖືກຕ້ອງ, ປັນຍາປະດິດ (Artificial Intelligence) ສາມາດເປັນກົນໄກ ທີ່ມີພະລັງຫລາຍທີ່ສຸດ ສໍາລັບການພັດທະນາ, ເລັ່ງຄວາມກ້າວຫນ້າຂອງໂລກໃນທຸກສິ່ງ ຕັ້ງແຕ່ສຸຂະພາບ ແລະຄວາມອຶດຫິວ ໄປຈົນເຖິງການຮຽນຮູ້ ແລະສະພາບອາກາດ. ແຕ່ຄນະກັມມະການ ກໍເຫັນໄດ້ຢ່າງແຈ່ມແຈ້ງ ກ່ຽວກັບຄວາມເສັຍຫາຍ ທີ່ປັນຍາປະດິດ ສາມາດກໍ່ໃຫ້ເກີດໄດ້. ປະທານຮ່ວມ ຈະກ່າວເຖິງການຄົ້ນພົບຂອງເຂົາເຈົ້າຢ່າງລະອຽດ. ແຕ່ກ່ອນອື່ນ, ຂ້າພະເຈົ້າຂໍຖອດບົດຮຽນດຽວ. ເມື່ອປັນຍາປະດິດ (Artificial Intelligence) ກ້າວຫນ້າ ໂດຍປາດສະຈາກ ກົດບັງຄັບທີ່ແບ່ງປັນກັນຫລາຍເທົ່າໃດ, ຣັດຖະບານ ແລະຜູ້ຄົນ ຈະມີບົດບາດຫນ້ອຍລົງເທົ່ານັ້ນ."

ບັດນີ້ ຄນະກັມມະການ ໄດ້ຈັດທຳການປະເມີນທົ່ວໂລກ ເປັນເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence).

ລາຍງານກ່າວວ່າ ປັນຍາປະດິດ (Artificial Intelligence) ກໍາລັງ ເລັ່ງການຄົ້ນພົບຢາ, ການຄົ້ນຄວ້າທາງວິທະຍາສາດ ແລະການພັດທະນາອື່ນໆ ທີ່ສາມາດປ່ຽນແປງຊີວິດປະຈໍາວັນໄດ້.

ແຕ່ມັນເຕືອນວ່າ ເທັກໂນໂລຈີກໍາລັງພັດທະນາ ໄວກວ່າລະບົບທີ່ອອກແບບເພື່ອຄວບຄຸມມັນ.

Maria Ressa ປະທານຮ່ວມຂອງຄນະກັມມະການກ່າວວ່າ ແມ່ນແຕ່ຄວາມເຫັນພ້ອມຂອງຄນະກັມມະການ ກໍຍັງເປັນເລື່ອງທີ່ຕ້ອງຄຶດ ໜັກ.

"ມັນເປັນສິ່ງທີ່ຢ່າງໜ້ອຍ ເຮົາທຸກຄົນເຫັນພ້ອມ, ແລະນັ້ນເປັນຫນ້າຕົກໃຈພໍສົມຄວນ. ຄວາມກ້າວໜ້າບໍ່ໄດ້ຊ້າລົງ, ພະລັງທີ່ໜາແໜ້ນ, ແລະການຄວບຄຸມ ກໍບໍ່ມີການຮັບປະກັນ."

ນາງເວົ້າວ່າ ຄວາມໜາແໜ້ນນັ້ນ ເຫັນໄດ້ແລ້ວວ່າຜູ້ໃດ ເປັນຜູ້ຄວບຄຸມເທັກໂນໂລຈີ.

"ບໍຣິສັດຈໍານວນຫນ້ອຍຫນຶ່ງ ແລະບໍ່ເທົ່າໃດປະເທດ ກໍາລັງຕັດສິນໃຈທີ່ສໍາຄັນທີ່ສຸດ ກ່ຽວກັບອະນາຄົດຂອງມະນຸດ. ສະຫະຣັດອາເມຣິກາ ພຽງປະເທດດຽວ ຄຶດເປັນ 75 ເປີເຊັນ ຂອງພະລັງຄອມພິວເຕີ ໃນກຸ່ມປັນຍາປະດິດ (Artificial Intelligence) ທີ່ໃຫຍ່ທີ່ສຸດຂອງໂລກ."

Yoshua Bengio ປະທານຮ່ວມອີກຄົນຫນຶ່ງ ຂອງຄນະກັມມະການ, ຊຶ່ງເປັນນັກວິທະຍາສາດຄອມພິວເຕີຊາວ Canadian, ກ່າວວ່າ ຄວາມສາມາດຂອງປັນຍາປະດິດ (Artificial Intelligence) ໃນບາງເລື້ອງ ກໍາລັງເພີ່ມຂຶ້ນເປັນສອງເທົ່າ ໃນທຸກໆສອງສາມເດືອນ.

ລາວກ່າວວ່າ ຄວາມໄວນັ້ນກໍາລັງຂຍາຍຊ່ອງວ່າງ ລະຫວ່າງສິ່ງທີ່ລະບົບເຫລົ່ານີ້ສາມາດເຮັດໄດ້ ແລະການຈັດການ ກ່ຽວກັບຄວາມປອດພັຍຂອງລະບົບເຫລົ່ານີ້.

"ຄວາມກ້າວຫນ້າດ້ານເທັກນິກ ໄດ້ດໍາເນີນໄປຢ່າງວ່ອງໄວ, ເພີ່ມຂຶ້ນເປັນສອງເທົ່າ ໃນແຕ່ລະສອງສາມເດືອນ ຕາມການວັດແທກບາງຢ່າງ, ເປັນເວລາຫລາຍປີແລ້ວ. ໃນຂນະດຽວກັນ, ຍັງບໍ່ມີການຮັບປະກັນທາງດ້ານເທັກນິກທີ່ ຮູ້ວ່າປັນຍາປະດິດ (Artificial Intelligence) ຈະເຮັດຕາມຄໍາສັ່ງ, ມາດຕະຖານ ຫລືກົດຫມາຍຂອງເຮົາ, ແລະມີຫລັກຖານເພີ່ມຂຶ້ນ ໃນທາງກົງກັນຂ້າມ, ຮວມເຖິງປັນຍາປະດິດ (Artificial Intelligence) ທີ່ກະທໍາການຫລອກລວງ."

Yoshua Bengio ກ່າວວ່າ ຜົນສະທ້ອນຂອງການເຮັດຜິດພາດ ອາດຮ້າຍແຮງ.

ຊ່ອງວ່າງລະຫວ່າງຄວາມສາມາດ ທີ່ພັດທະນາຢ່າງວ່ອງໄວ ແລະວິທີການຈັດການກັບຄວາມສ່ຽງ ທີ່ມີປະສິດທິພາບ ອາດນໍາໄປສູ່ຜົນເສັຍຫາຍທີ່ຮ້າຍແຮງ. ເມື່ອບໍ່ດົນມານີ້ ພວກເຮົາໄດ້ເຫັນບັນຫາເລື່ອງຄວາມປອດພັຍ ທາງອິນເຕີເນັດ, ແຕ່ບໍຣິສັດຕ່າງໆ ເປັນຫ່ວງກ່ຽວກັບຄວາມສ່ຽງທາງຊີວະພາບ ແລະຫລາຍຄົນໃນສັງຄົມ ກໍາລັງສະແດງໃຫ້ເຫັນວ່າ ປັນຍາປະດິດ (Artificial Intelligence) ສາມາດນໍາໄປສູ່ ການບິດເບືອນຂໍ້ມູນ ທີ່ສາມາດຄຸກຄາມລະບອບປະຊາທິປະໄຕ ແລະສິດທິສ່ວນບຸກຄົນຂອງເຮົາ."

ຄໍາເຕືອນຕໍ່ຣັດຖະບານ ແມ່ນກົງໄປກົງມາ: ການຄວບຄຸມ ແລະມາດຕະການປ້ອງກັນ ຕ້ອງຕິດຕາມໃຫ້ທັນ ກ່ອນທີ່ເທັກໂນໂລຈີຈະຄວບຄຸມໄດ້ຍາກຍິ່ງຂຶ້ນ.

ຜົນການວິຈັຍ ຈະຖືກສົນທະນາໃນການປະຊຸມເທື່ອທໍາອິດ ຂອງສະຫະປະຊາຊາດ ກ່ຽວກັບປັນຍາປະດິດ (Artificial Intelligence) ໃນເມືອງ Geneva ໃນອາທິດຫນ້າ.

ລາຍງານໂດຍ Hannah Hodson ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌http://sbs.com.au/lao         

ທ່ານຍັງສາມາດຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now