ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ອາເມຣິກາຈະ ຍົກເລີກເງິນສໍາລັບການພັດທະນາວັກຊີນ.
Robert F. Kennedy Junior, ຣັຖມົນຕີ ກະຊວງສາທາຣະນະສຸກ ຂອງສະຫະຣັດອາເມຣິກາ ໄດ້ປະກາດແຜນການ ຍົກເລີກເງິນຊ່ອຍເຫຼືອ ສໍາລັບການພັດທະນາວັກຊີນ.
ຜູ້ຊ່ຽວຊານ ດ້ານໂຣກຕິດຕໍ່ກ່າວວ່າ ການຕັດສິນໃຈນັ້ນ ຈະຄຸກຄາມຕໍ່ຊີວິດ ແລະເຮັດໃຫ້ປະເທດ ບໍ່ພ້ອມທີ່ຈະຮັບມື ກັບໂຣກລະບາດໃນອະນາຄົດ.
Angelica Waite ລາຍງານ
"ຂ້າພະເຈົ້າ ຢູ່ໃນທຸຣະກິດນີ້ ເປັນເວລາ 50 ປີ ແລະໄດ້ເຫັນວິກິດຫຼວງຫລາຍ ທີ່ເກີດຂຶ້ນ ແລະຜ່ານໄປ. ຂ້າພະເຈົ້າ ໄດ້ເຫັນຄວາມພະຍາຍາມ ຫລາຍຢ່າງ ໂດຍສາທາຣະນະສຸກ ທີ່ຈະຈັດການກັບສະຖານະການແບບນີ້. ຂ້າພະເຈົ້າ ບໍ່ເຄີຍເຫັນວິທີການຮັບມືທີ່ ອັນຕະຣາຍຕໍ່ໂຣກລະບາດ ຫລາຍໄປກວ່າ ສິ່ງທີ່ໄດ້ເກີດຂຶ້ນມື້ວານນີ້.
ນັ້ນແມ່ນ Dr Michael Osterholm, ຜູ້ອໍານວຍການ ຂອງສູນກາງ ການຄົ້ນຄວ້າ ແລະນະໂຍບາຍໂຣກຕິດຕໍ່ (the Center for Infectious Disease Research and Policy) ທີ່ມະຫາວິທະຍາລັຍ Minnesota.
ລາວກໍາລັງ ຕອບຕໍ່ການປະກາດ ຂອງຣັຖມົນຕີ ກະຊວງສາທາຣະນະສຸກ ຂອງອາເມຣິກາ, Robert F. Kennedy Junior, ວ່າກະຊວງສາທາຣະນະສຸກ ກໍາລັງຍົກເລີກ ການພັດທະນາວັກຊີນ mRNA ມູນຄ່າ 500 ລ້ານໂດລາສະຫະຣັດ (769 ລ້ານໂດລາ ອອສເຕຣເລັຍ).
Mr Kennedy ກ່າວວ່າ ໜ່ວຍງານຄົ້ນຄວ້າ ທາງຊີວະວິທະຍາ ຂອງກະຊວງສາທາຣະນະສຸກ, BARDA, ໄດ້ເລີ່ມຍຸດຕິໂຄງການ mRNA 22ໂຄງການແລ້ວ.
"ຫລັງຈາກໄດ້ທົບທວນ ດ້ານວິທະຍາສາດ ແລະປຶກສາກັບຜູ້ຊ່ຽວຊານຊັ້ນນຳ ທີ່ NIH ແລະ FDA, HHS ໄດ້ຕັດສິນໃຈວ່າ ເທັກໂນໂລຈີ mRNA ມີຄວາມສ່ຽງຫລາຍກວ່າປໂຍດ ຕໍ່ virus ທາງເດີນຫາຍໃຈເຫລົ່ານີ້. ສະນັ້ນ, ຫລັງຈາກໄດ້ທົບທວນຢ່າງກວ້າງຂວາງ, BARDA (the Biomedical Advanced Research and Development Authority) ໄດ້ເລີ່ມຕົ້ນຂັ້ນຕອນ ຂອງການຍຸດຕິສັນຍາ 22 ສະບັບ ຊຶ່ງມີມູນຄ່າປະມານເກືອບ 500 ລ້ານໂດລາ.
Mr Kennedy ໄດ້ອ້າງວ່າ ວັກຊີນ mRNA ບໍ່ສາມາດປ້ອງກັນໂຣກທາງເດີນຫາຍໃຈ ເຊັ່ນ COVID ແລະໄຂ້ຫວັດ, ແລະໄດ້ກ່າວວ່າ ກະຊວງຈະ ສນັບສນູນວັກຊີນ ປະເພດອື່ນແທນ.
Dr Osterholm ໄດ້ຮ່ວມກັບຜູ້ຊ່ຽວຊານ ໃນການປະຕິເສດ ຄໍາກ່າວອ້າງຂອງ Mr Kennedy ກ່ຽວກັບປະສິດທິພາບຂອງ mRNA ວ່າບໍ່ຖືກຕ້ອງ ແລະບິດເບືອນ.
"ບົດຄວາມມື້ວານນີ້ ໄດ້ສ້າງຄວາມເສັຍຫາຍຢ່າງຫລາຍ ໃຫ້ກັບພວກເຮົາ ໃນດ້ານສາທາຣະນະສຸກ. ທີ່ຕ້ອງແນໃສ່ ແມ່ນຂໍ້ມູນທີ່ຜິດ ແລະບິດເບືອນ ທີ່ຣັຖມົນຕີ Kennedy ໄດ້ຖແລງ. ການເວົ້າເຖິງຄວາມຈິງທີ່ວ່າ ຄວາມສ່ຽງຂອງວັກຊີນ COVID ຫລືເທັກໂນໂລຈີ mRNA ທັງຫມົດນັ້ນ ມີຫລາຍກວ່າປໂຍດ ນັ້ນແມ່ນການຂາດຄວາມຮັບຜິດຊອບແທ້ໆ. ນັ້ນບໍ່ເປັນຄວາມຈິງ. ບໍ່ວ່າລາວຈະເວົ້າຈັກເທື່ອກໍຕາມ, ມັນກໍບໍ່ແມ່ນຄວາມຈິງ."
ເທັກໂນໂລຈີວັກຊີນ mRNA ຖືກໃຊ້ເປັນເທື່ອທໍາອິດ ໃນໄລຍະ Covid-19, ແຕ່ນັກວິທະຍາສາດ ໄດ້ຄົ້ນຄວ້າ mRNA ສໍາລັບການພັດທະນາ ວັກຊີນເປັນເວລາຫລາຍສິບປີ.
ເທັກໂນໂລຈີນີ້ ແຕກຕ່າງຈາກວັກຊີນອື່ນໆ ເພາະມັນສົ່ງຄໍາສັ່ງ ໃຫ້ຈຸລັງ (Cells) ຂອງເຮົາ ສ້າງໂປຣຕີນ ທີ່ຄືກັນກັບທີ່ພົບເຫັນໃນ virus, ຊຶ່ງກໍ່ໃຫ້ເກີດ ການຕອບສນອງ ຂອງພູມຕ້ານທານຂອງຮ່າງກາຍ.
Dr Kevin Brown, ທີ່ປຶກສາດ້ານໄວຣັສທີ່ Public Health England, ອະທິບາຍ ເຖິງວິທີທີ່ມັນທໍາງານ.
"ແນວທາງຂອງວັກຊີນ mRNA, ແທນທີ່ຈະໃຊ້ virus ໃນການຜລິດ Antigen ໂດຍກົງ, mRNA ທີ່ຖືກຫຸ້ມຫໍ່ຢູ່ໃນສານເຄືອບໄຂມັນ ຈະຖືກສັກເຂົ້າໄປໃນຮ່າງກາຍ, ເຂົ້າໄປໃນຈຸລັງ (Cells), ແລະຈຸລັງ (Cells) ກໍຈະສ້າງໂປຣຕີນຈາກ mRNA ໂດຍກົງ. ມັນເປັນແນວຄິດທີ່ສລາດແທ້ໆ."
ຜູ້ຊ່ຽວຊານກ່າວວ່າ ເທັກໂນໂລຈີນີ້ ມີຄວາມເປັນໄປໄດ້ສູງ ທີ່ຈະພັດທະນາວັກຊີນ ສໍາລັບ virus ເຊັ່ນໄຂ້ຫວັດ, ເພາະບໍ່ຄືກັບວັກຊີນທົ່ວໄປ, ມັນສາມາດຜລິດໄດ້ ພາຍໃນບໍ່ເທົ່າໃດເດືອນ ແລະສາມາດປັບປ່ຽນໄດ້ຢ່າງໄວ ເມື່ອ virus ປ່ຽນແປງ.
Dr Osterholm ກ່າວວ່າ ຖ້າຫາກໂຣກລະບາດ ຂອງໄຂ້ຫວັດ ຈະແພ່ໄປທົ່ວໂລກ, ຫາກປາດສະຈາກເທັກໂນໂລຈີ mRNA, ວິທີການວັກຊີນທີ່ລ້າສມັຍ ຈະອະນຸຍາດ ໃຫ້ປະມານຫນຶ່ງສ່ວນສີ່ຂອງໂລກ ໄດ້ຮັບການສັກວັກຊີນ ພາຍໃນ 18 ເດືອນທໍາອິດເທົ່ານັ້ນ.
"ນັ້ນຈະເປັນສະຖານະການທີ່ຮ້າຍແຮງ. ເທັກໂນໂລຈີ mRNA ທີ່ໃຊ້ກັບວັກຊີນໄຂ້ຫວັດ ສາມາດປ່ຽນແປງໄດ້ຢ່າງຫລວງຫລາຍ ຈົນພາຍໃນທ້າຍປີທໍາອິດ, ເຮົາຈະສາມາດໃຫ້ວັກຊີນແກ່ທັງໂລກໄດ້. ບັດນີ້, ການຄົ້ນຄວ້າ ແລະຂໍ້ມູນສນັບສນູນທັງຫມົດ ທີ່ເຮົາຕ້ອງການ ຈະບໍ່ຖືກຮວບຮວມ ຢູ່ທີ່ນີ້ອີກຕໍ່ໄປ."
ຕັ້ງແຕ່ເດືອນກຸມພາປີນີ້, ເມື່ອລາວໄດ້ຮັບຕໍາແຫນ່ງ ຣັຖມົນຕີສາທາຣະນະສຸກ, Mr Kennedy ໄດ້ທຳການປ່ຽນແປງຫລາຍຢ່າງ ໃນການຄວບຄຸມວັກຊີນ.
ໃນເດືອນພຶດສະພາ, ລາວໄດ້ປະກາດວ່າ COVID-19 ຈະບໍ່ມີຢູ່ໃນລາຍຊື່ the Centre for Disease Control and Prevention ອີກຕໍ່ໄປ. ແລະໃນເດືອນມິຖຸນາ, ລາວໄດ້ໄລ່ອອກສະມາຊິກທຸກຄົນ ຂອງຄນະກັມມະການແຫ່ງຊາດ ທີ່ຊ່ອຍກຳໜົດນະໂຍບາຍວັກຊີນ.
ແລະມັນບໍ່ໄດ້ເປັນເທື່ອທໍາອິດ ທີ່ຈະຫລຸດຈໍານວນເງິນທຶນ ແລະສັນຍາຂອງ mRNA, ໂດຍທີ່ກະຊວງ ສາທາຣະນະສຸກ ແລະບໍຣິການມະນຸດ (Department of Health and Human Services) ໃນເດືອນພຶດສະພາ ໄດ້ຍົກເລີກສັນຍາ ເກືອບ 600 ລ້ານໂດລາ ຂອງຜູ້ຜລິດຢາ Moderna ເພື່ອພັດທະນາວັກຊີນ ປ້ອງກັນໄຂ້ຫວັດນົກ (Bird flu).
Dr Jeff Coller ເປັນສາດສະດາຈານຝ່າຍ RNA Biology and Therapeutics ທີ່ມະຫາວິທະຍາລັຍ Johns Hopkins. ລາວກ່າວວ່າ ການຕັດຈໍານວນຫລວງຫລາຍຄັ້ງໃຫມ່ ຄຸກຄາມຄວາມກ້າວຫນ້າ ທີ່ສໍາຄັນ ໃນການຄົ້ນຄວ້າ ວັກຊີນໄຂ້ຫວັດນົກ.
"ມັນບໍ່ແມ່ນຄໍາຖາມທີ່ວ່າ ໄຂ້ຫວັດນົກຈະກາຍເປັນໂຣກລະບາດຫລືບໍ່. ມັນເປັນຄໍາຖາມ ວ່າເມື່ອໃດ. ບາງທີ ມັນອາດບໍ່ແມ່ນປີນີ້, ບາງທີ ມັນອາດບໍ່ແມ່ນ ຫ້າປີຈາກນີ້, ບາງທີ ມັນອາດເປັນສິບປີຈາກນີ້. ແຕ່ເຮົາຕ້ອງຕຽມພ້ອມ. ເຮົາຕ້ອງມີເທັກໂນໂລຈີ. ແລະນັ້ນບໍ່ໄດ້ຫມາຍຄວາມວ່າ ທຸກສິ່ງຄວນເປັນ mRNA, ວ່າເຮົາຄວນລົງທຶນໃນ mRNA ເທົ່ານັ້ນ ສໍາລັບການພັດທະນາ ວັກຊີນປ້ອງກັນໄຂ້ຫວັດນົກ. ພວກເຮົາຄວນເບິ່ງທຸກວິທີທາງ, ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບໂຣກລະບາດ ທີ່ກໍາລັງເກີດຂຶ້ນໃໝ່."
ລາວກ່າວວ່າ ການເຄື່ອນໄຫວເທື່ອສຸດທ້າຍນີ້ ຈະເຮັດໃຫ້ສະຫະຣັດອາເມຣິກາ ຫຼ້າຫລັງປະເທດອື່ນໆ ໃນເລື່ອງການຄົ້ນຄວ້າວັກຊີນ, ແຕ່ຍັງຮວມເຖິງ ຄວາມສາມາດ ໃນການເຂົ້າເຖິງວັກຊີນໃນອະນາຄົດນໍາອີກ.
"ແລະຄວາມຈິງກໍຄືວ່າ ຍັງມີປະເທດອື່ນອີກທົ່ວໂລກ, ຮວມທັງປະເທດຈີນ ແລະຢູໂຣບ ແລະເອເຊັຍໂດຍທົ່ວໄປ, ທີ່ບໍ່ໄດ້ປະຖິ້ມ ການລົງທຶນຂອງຕົນ ໃນການຄົ້ນຄວ້າ mRNA ແລະການພັດທະນາ ວັກຊີນ mRNA.ແທ້ຈິງແລ້ວ, ເຂົາເຈົ້າກໍາລັງເພີ່ມການລົງທຶນ ຂຶ້ນເປັນສອງເທົ່າ. ແລະຖ້າຫາກເຮົາ ບໍ່ປ່ຽນການຕັດສິນໃຈເຫລົ່ານີ້ໂດຍໄວ, ແລ້ວເຮົາຈະເຫັນປະເທດອື່ນ ປະສົບຄວາມສຳເລັດ ດ້ານນະວັດກັມ ໃນດ້ານນີ້ ແລະຢາທີ່ຊ່ວຍຊີວິດ ທີ່ເຮົາບໍ່ສາມາດເຂົ້າເຖິງໄດ້."
ເນື້ອເລື່ອງໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao