ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ.

ICE Immigration Protest

ຣົດຖືກຈູດຢູ່ກາງສີ່ແຍກ Atlantic Ave. ແລະ E Alondra Blvd ໃນຂນະທີ່ມີການປະທ້ວງ ICE ໃນວັນເສົາທີ 7 ມີຖຸນາ 2025 ໃນ Los Angeles, Credit: Carlin Stiehl/Los Angeles Times via Getty Imag

Donald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ. ມີຜູ້ປະທ້ວງທີ່ເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ.

Donald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ.

ຜູ້ປະທ້ວງເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.

Sophie Bennett ແລະ Tee Mitchell ລາຍງານ.

Los Angeles ກໍາລັງຕົກຢູ່ໃນການປະທ້ວງ ເປັນມື້ທີສອງ ໃນການຕໍ່ຕ້ານ ການໂຈມຕີຂອງຣັຖບານ Trump-ພ້ອມດ້ວຍຮູບພາບ ທີ່ສະແດງໃຫ້ເຫັນ ຣົດຖືກໄຟໄຫມ້ ແລະການໃຊ້ແກັສນ້ຳຕາ.

ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ 2,000 ຄົນ ເພື່ອປາບປາມ ສິ່ງທີ່ຜູ້ຊ່ອຍເຫລືອອາວຸໂສຄົນຫນຶ່ງ ຂອງ White House ເອີ້ນວ່າ "ການຈະຣາຈົນ-Insurrection".

ຫຼັງຈາກການຈັບກຸມ ຂອງຢ່າງຫນ້ອຍ 44 ຄົນ ເພາະຖືກກ່າວຫາວ່າ ລະເມີດກົດໝາຍ ກວດຄົນເຂົ້າເມືອງ ໃນວັນສຸກ (ວັນທີ 06 ມີຖຸນາ).

ຜູ້ປະທ້ວງ ໄດ້ມາໂຮມໂຕກັນ ຢູ່ນອກສູນກັກຂັງ ຂອງຣັຖບານ ເພື່ອຮຽກຮ້ອງ ໃຫ້ປ່ອຍໂຕພວກເຂົາ.

"Trump ຕ້ອງໄປຕອນນີ້, ICE ຕ້ອງໄປຕອນນີ້. ຈາກ Bondi ເຖິງ Homan, ລະບົບຜເດັດການທັງຫມົດ!"

Isaac Siova ອາຍຸຊາວປີ ໄດ້ສະແດງໃຫ້ນັກຂ່າວ ເຫັນບາດແຜ ທີ່ລາວກ່າວວ່າ ເກີດຈາກລູກປືນຢາງ ທີ່ຍິງໂດຍຕໍາຫລວດ ທີ່ພະຍາຍາມເຮັດໃຫ້ຝູງຊົນແຍກໂຕໄປ.

"ຕອນຂ້ອຍມາທີ່ນີ້, ມີລູກປືນຢາງຍິງໃສ່ຫົວຂອງຂ້ອຍ ໃນຂນະທີ່ຂ້ອຍຢູ່ທາງຂ້າງຂອງນັກຂ່າວ. ຂ້ອຍໄດ້ເວົ້າລົມ ກັບນັກຂ່າວຊາວອອສເຕຣເລັຍ ແລະລູກປືນກໍຂ້າມຫົວຂອງຂ້ອຍໄປ. ຂ້ອຍຕ້ອງໝູບລົງ ແລະມັນເກືອບຖືກນັກຂ່າວ. ຖ້າຖືກຍິງທາງຫຼັງຂອງຫົວຂອງລາວ, ນັ້ນອາດເຮັດໃຫ້ລາວຕາຍໄດ້. ເຈົ້າກໍຮູ້ວ່າ ຫາກຖືກຍິງທາງຫລັງຫົວນັ້ນ... ອັນຕະຣາຍຫລາຍ."

ໃນຂນະທີ່ ຄວາມເຄັ່ງຕຶງ ຍັງຄົງດໍາເນີນຕໍ່ໄປ, ຣັຖມົນຕີ ປ້ອງກັນປະເທດ, Pete Hegseth, ໄດ້ຢືນຢັນວ່າ ທະຫານເຮືອປະຈຳການ ໄດ້ຖືກສັ່ງໃຫ້ກຽມພ້ອມ, ນອກເຫນືອໄປຈາກ ກອງກຳລັງປ້ອງກັນຊາດ.

Gavin Newsom ຜູ້ປົກຄອງຣັດ California ໄດ້ຕິຕຽນ ການກະທຳເຫລົ່ານີ້ ໂດຍກ່າວວ່າ ການເຮັດດັ່ງນັ້ນ ແມ່ນການ "ຈົງໃຈປຸກປັ່ນ" ແລະ "ຈະເພີ່ມຄວາມເຄັ່ງຕຶງຫລາຍຂຶ້ນ".

Trump ໄດ້ຕອບໂຕ້ ໃນຄວາມເວົ້າ ໃນອິນເຕີເນັດຊື່ Truth Social ຂອງລາວ.

"ຖ້າຫາກ Gavin Newsom ຜູ້ປົກຄອງຂອງ California, ແລະ Karen Bass ເຈົ້າເມືອງ Los Angeles, ບໍ່ສາມາດເຮັດວຽກຂອງເຂົາເຈົ້າ, ຊຶ່ງທຸກຄົນຮູ້ວ່າ ເຂົາເຈົ້າບໍ່ສາມາດເຮັດໄດ້, ແລ້ວຣັຖບານກາງ ຈະກ້າວເຂົ້າມາ ແລະແກ້ໄຂບັນຫາ, ຜູ້ປະທ້ວງ ແລະ ຜູ້ປຸ້ນສະດົມ (RIOTS & LOOTERS), ໃນວິທີທີ່ຄວນແກ້ໄຂ!!"
White House ໄດ້ຕັ້ງເປົ້າຫມາຍ ໃຫ້ຫນ່ວຍງານ ICE-ທີ່ຈະຈັບກຸມຜູ້ອົບພະຍົບ ຢ່າງຫນ້ອຍ 3,000 ຄົນຕໍ່ມື້.
White House
Karren Bass, ເຈົ້າເມືອງ Los Angeles, ກ່າວວ່າ ນາງຈະຢືນຢູ່ຄຽງຂ້າງ ຊຸມຊົນຂອງນາງ, ໂດຍກ່າວຫາ ຣັຖບານຂອງ Trump ວ່າ "ສ້າງຄວາມຫວາດກົວ".

"ພວກເຮົາ ຈະຕໍ່ສູ້ເພື່ອຊາວ Angelenos ທຸກຄົນ ບໍ່ວ່າເຂົາເຈົ້າ ຈະມາຮອດທີ່ນີ້ເມື່ອໃດກໍຕາມ, ບໍ່ວ່າເຂົາເຈົ້າ ຈະມີເອກະສານຫລືບໍ່. ພວກເຮົາເປັນເມືອງຂອງຜູ້ອົບພະຍົບ, ແລະສິ່ງນີ້ ມີຜົນກະທົບຕໍ່ຊາວ Angelenos ຫລາຍແສນຄົນ."

White House ໄດ້ຕັ້ງເປົ້າຫມາຍ ໃຫ້ຫນ່ວຍງານ Immigration and Customs Enforcement-ທີ່ຮູ້ຈັກກັນດີໃນຊື່ ICE-ທີ່ຈະຈັບກຸມຜູ້ອົບພະຍົບ ຢ່າງຫນ້ອຍ 3,000 ຄົນຕໍ່ມື້.

ຄວາມບໍ່ສງົບໃນ Los Angeles ເປັນຈຸດສຸດທ້າຍ ກ່ຽວກັບການຊຸກຍູ້ ອັນກວ້າງຂວາງ ຂອງຣັຖບານ Trump ໃນການເນຣະເທດ ຜູ້ຄົນທີ່ຢູ່ໃນປະເທດ ໂດຍບໍ່ມີເອກະສານ.

ທ່າທີທີ່ຮຸກຮານຂອງຣັຖບານ ໄດ້ນໍາໄປສູ່ການທ້າທາຍໃນສານ ຊຶ່ງຜູ້ຊ່ຽວຊານທາງກົດຫມາຍບາງຄົນກ່າວວ່າ ກໍາລັງຊຸກຍູ້ປະເທດນີ້ ໄປສູ່ວິກິດດ້ານຣັຖທັມມະນູນ.

Norma Torres ສະມາຊິກສະພາພັກ Democrats, ຜູ້ເປັນຕົວແທນ ຂອງເຂດທີ່ຄອບຄຸມ Los Angeles, ກໍໄດ້ວິຈານ ການໂຈມຕີເທື່ອສຸດທ້າຍ ຂອງ ICE ນໍາອີກ.

"ທ່ານບໍ່ສາມາດ ເຂົ້າມາໃນຊຸມຊົນ ແລະເຮັດໃຫ້ປະຊາຊົນຢ້ານກົວ ດັ່ງທີ່ທ່ານໄດ້ເຮັດ. ທ່ານບໍ່ສາມາດເຂົ້າມາ ແລະຈັບພວກເຂົາ ໂດຍທີ່ບໍ່ຮູ້ວ່າ ເຂົາເປັນຊາວອາເມຣິກັນຫລືບໍ່. ພວກເຮົາບໍ່ຮູ້ວ່າ ທ່ານໄດ້ລັກເອົາໂຕໃຜໄປແດ່."

ຂນະທີ່ຄວາມຄຽດແຄ້ນ ກ່ຽວກັບວິທີປະຕິບັດ ຂອງຣັຖບານເພີ່ມຂຶ້ນ, ການປະທ້ວງ ກໍໄດ້ເກີດຂຶ້ນໃນ New York ຄືກັນ.

ໃນຂນະດຽວກັນ, ຮອງຫົວຫນ້າປະຈໍາການຂອງ White House, Stephen Miller, ໄດ້ບັນຍາຍ ເຖິງການປະທ້ວງນັ້ນວ່າ ເປັນ "ການຕໍ່ຕ້ານກົດຫມາຍ ແລະອຳນາດອະທິປະໄຕ ຂອງສະຫະຣັດອາເມຣິກາ" ຊຶ່ງຖືກລົງໃນ X.

Department of Homeland Security ກ່າວວ່າ "ຜູ້ກໍ່ຄວາມວຸ້ນວາຍ" 1,000 ຄົນ ໄດ້ອ້ອມຮອບຕຶກ ບັງຄັບໃຊ້ກົດໝາຍ ຂອງຣັຖບານກາງ (Federal Law Enforcement Building) ໃນເມືອງ Los Angeles ໃນວັນສຸກໂດຍມີການຕັດຕີນຣົດ, ທໍາລາຍອາຄານ ແລະທຳຮ້າຍເຈົ້າຫນ້າທີ່ ICE.

ຂໍ້ອ້າງເຫລົ່ານັ້ນ ຍັງບໍ່ໄດ້ຖືກຢືນຢັນ ຢ່າງອິດສຣະ.

ເນື້ອເລື່ອງໂດຍ Sophie Bennett ແລະ Tee Mitchell  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service