ຜູ້ເຈຣະຈາ ຂອງອີຣານ ແລະ ອາເມຣິກາ ໄດ້ສລຸບການສົນທະນາຮອບທໍາອິດ ໃນ Switzerland, ຊຶ່ງໄດ້ສິ້ນສຸດລົງຢ່າງກະທັນຫັນ ແລະກ່ອນກຳໜົດໃນ Lucerne. ແຫລ່ງຂ່າວທີ່ໃກ້ຊິດ ກັບກຸ່ມເຈຣະຈາຂອງອີຣານ ໄດ້ບອກສໍານັກຂ່າວ Tasnim ຂອງອີຣານວ່າ ຄນະທູດຂອງອີຣານ ໄດ້ຍ່າງອອກຈາກການເຈຣະຈາ ເພື່ອປະທ້ວງ ຕໍ່ຄວາມຄິດເຫັນ ຂອງປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ. ທັງສອງຝ່າຍ ຍັງຕິດຢູ່ກັບເງື່ອນໄຂຕ່າງໆ, ຮວມທັງການຫຼຸດຜ່ອນ ການຂວ້ຳບາດ, ການປົດປ່ອຍຊັບສິນ ທີ່ຖືກອາຍັດ ຂອງອີຣານ ແລະຄວາມເປັນຫ່ວງ ດ້ານຄວາມໝັ້ນຄົງ ກ່ຽວກັບ Lebanon ແລະຊ່ອງແຄບ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເຈຣະຈາລະຫວ່າງ ອີຣານ ແລະ ອາເມຣິກາ.
ອີຣານ ແລະສະຫະຣັດອາເມຣິກາ ກໍາລັງໃຫ້ຂໍ້ມູນທີ່ຂັດແຍ້ງກັນ ວ່າStrait of Hormuz ຍັງເປີດຢູ່ຫລືບໍ່.
ຜູ້ເຈຣະຈາ ຂອງທັງສອງປະເທດ ໄດ້ສລຸບການສົນທະນາຮອບທໍາອິດ ໃນ Switzerland, ໂດຍທີ່ມີລາຍງານວ່າ ນັກການທູດຂອງອີຣານ ໄດ້ອອກຈາກການຫາລື ກ່ອນກຳໜົດ ກ່ຽວກັບຄຳຂູ່ຂອງ ປະທານາທິບໍດີ Donald Trump.
Camille Bianchi ມີລາຍງານ.
ມັນເປັນເສັ້ນທາງເດີນເຮືອ ທີ່ສໍາຄັນທີ່ສຸດຂອງໂລກ, ແຕ່ໃນຕອນນີ້ ຍັງບໍ່ມີການຕົກລົງກັນວ່າ Strait of Hormuz ຈະເປີດທາງໃຫ້ເຮືອເດີນໄດ້ຫຼືບໍ່.
ໂຄສົກກະຊວງການຕ່າງປະເທດອີຣານ, Esmail Baghaei ໄດ້ປະກາດໃນວັນທີ 21 ເດືອນມິຖຸນາ ວ່າເສັ້ນທາງຖືກປິດ, ໂດຍບອກກັບສື່ ຂອງຣັດຖະບານອີຣານວ່າ ການຕັດສິນໃຈນັ້ນ ເປັນເພາະຄວາມຮຸນແຮງ ທີ່ດໍາເນີນຢູ່ໃນ Lebanon.
“ຄໍາຫມັ້ນສັນຍາ ແມ່ນຊັດແຈ້ງ ໃນການຍຸດຕິສົງຄາມ ໃນທຸກດ້ານ ຮວມທັງໃນ Lebanon. ພວກເຮົາ ໄດ້ເຮັດຕາມຄໍາຫມັ້ນສັນຍາ ຂອງພວກເຮົາ, ແຕ່ມັນລົ້ມເຫລວ. ນີ້ຄື ການລະເມີດບັນທຶກຂໍ້ຕົກລົງຢຸດຍິງ ຢ່າງຊັດເຈນ."
ນັ້ນ ແມ່ນກ່ອນຜູ້ເຈຣະຈາຂອງອີຣານ ແລະອາເມຣິກາ ໄດ້ພົບກັນໃນການສົນທະນາເທື່ອທໍາອິດ, ໂດຍມີຈຸດມຸ້ງຫມາຍ ທີ່ຈະຍຸດຕິການຂັດແຍ້ງ ທີ່ເລີ່ມຕົ້ນດ້ວຍການໂຈມຕີ ຂອງອາເມຣິກາ ແລະອິດສະຣາເອລ ຕໍ່ Tehran ໃນປີນີ້.
ຫຼັງຈາກນັ້ນ White House ໄດ້ເຄື່ອນໄຫວ ເພື່ອກຳຈັດຄວາມເປັນຫ່ວງ ກ່ຽວກັບການປິດຊ່ອງແຄບ.
Chris Wright ຣັດຖະມົນຕີ ກະຊວງພະລັງງານ ຂອງອາເມຣິກາກ່າວວ່າ ເຮືອ 67 ລໍາ ໄດ້ຜ່ານຊ່ອງແຄບ ໃນວັນເສົາ, ເມື່ອປຽບທຽບໃສ່ກັບ 55 ລໍາ ໃນມື້ກ່ອນ, ໂດຍກ່າວຕື່ມວ່າ ການຂົນສົ່ງນ້ຳມັນ ແລະນ້ຳມັນເຊື້ອໄຟ ແມ່ນໃກ້ຄຽງ ກັບລະດັບກ່ອນເກີດຄວາມຂັດແຍ້ງ.
"ການເດີນທາງຜ່ານຊ່ອງແຄບນັ້ນ ເປັນໄປດ້ວຍດີໃນເວລານີ້. ນັ້ນ ເປັນເພາະການປາກົດໂຕ ຂອງກອງທັບອາເມຣິກາ. ອີຣານ ຍັງບໍ່ທັນໄດ້ກໍາຈັດລະເບີດ ໃນເສັ້ນທາງເດີນເຮືອສ່ວນກາງ, ແຕ່ສະຫະຣັດອາເມຣິກາ ໄດ້ເປີດຊ່ອງທາງໃຕ້ ແລະພວກເຮົາໄດ້ຄຸ້ມກັນເຮືອ ຜ່ານຊ່ອງທາງນັ້ນຫລາຍອາທິດແລ້ວ."
ເຖິງຢ່າງໃດກໍຕາມ, ຂໍ້ມູນການຂົນສົ່ງ ທີ່ມີຢູ່ໃນຕລາດ ກໍແຕກຕ່າງກັບຄໍາຖແລງນັ້ນ.
ມີເຮືອນ້ຳມັນ ພຽງລໍາດຽວເທົ່ານັ້ນ ທີ່ຂ້າມທາງນ້ຳ ໂດຍເປີດເຄື່ອງສົ່ງສັນຍານ ລະບຸຕຳແໜ່ງ (Location-Signalling Transponders) ຫລັງຈາກການປະກາດຂອງອີຣານ, ເມື່ອປຽບທຽບ ໃສ່ກັບເຮືອຫລາຍສິບລໍາ ໃນບໍ່ດົນມານີ້.
ສຳນັກຂ່າວ Fars ຂອງອີຣານ ໄດ້ອ້າງເຖິງແຫລ່ງຂ່າວທາງທະຫານ ທີ່ກ່າວໃນວັນອາທິດວ່າ ບໍ່ມີໃບອະນຸຍາດໃຫມ່ ສໍາລັບເຮືອທີ່ຈະຜ່ານໄປ ຈົນກວ່າ ຈະມີການແຈ້ງບອກເພີ່ມຕື່ມ.
ຄໍາຖແລງຈາກທັງສອງຝ່າຍ ໄດ້ມີຂຶ້ນ ຫລັງຈາກການເຈຣະຈາ ຮອບທໍາອິດ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ ໄດ້ສິ້ນສຸດລົງ ໃນ Switzerland.
ທັງສອງຝ່າຍ ຕິດຢູ່ກັບເງື່ອນໄຂຕ່າງໆ, ຮວມທັງການຫຼຸດຜ່ອນ ການຂວ້ຳບາດ, ການປົດປ່ອຍຊັບສິນ ທີ່ຖືກອາຍັດ ຂອງອີຣານ ແລະຄວາມເປັນຫ່ວງ ດ້ານຄວາມໝັ້ນຄົງ ກ່ຽວກັບ Lebanon ແລະຊ່ອງແຄບ.
ການຢຸດການສູ້ຮົບ ລະຫວ່າງອິດສະຣາເອລ ແລະກຸ່ມນັກຮົບ Hezbollah ທີ່ສນັບສນູນໂດຍອີຣານ ເປັນເງື່ອນໄຂສໍາຄັນ ຂອງຂໍ້ຕົກລົງສັນຕິພາບຊົ່ວຄາວ ທີ່ໄດ້ລົງນາມ ໃນອາທິດທີ່ຜ່ານມາ.
ຫລັງຈາກການເຈຣະຈາ, Hossein Ghorbanzadeh, ສະມາຊິກຂອງຄນະຜູ້ເຈຣະຈາອີຣານກ່າວວ່າ ບັນຫານັ້ນ ມີອິດທິພົນຕໍ່ການສົນທະນາຢ່າງຫຼາຍ.
"ປະເດັນຂອງ Lebanon ໄດ້ຮັບການເນັ້ນຫນັກຫລາຍກວ່າສິ່ງອື່ນໆ. ໂດຍປົກກະຕິແລ້ວ, ຖ້າຫາກກ່ຽວກັບ Lebanon-ຊຶ່ງເປັນແນວຣົບຫຼັກ ທີ່ຕ້ອງປະກາດຍຸດຕິສົງຄາມ-ສິ່ງນີ້ຈະບໍ່ເກີດຂຶ້ນ, ແລ້ວບັນຫາທີ່ຕາມມາ ກໍຈະບໍ່ມີການຕົກລົງກັນ ຢ່າງແນ່ນອນ."
ສື່ຂອງຣັດຖະບານ Lebanon ລາຍງານວ່າ ການໂຈມຕີຂອງອິດສະຣາເອລ ໄດ້ເຮັດໃຫ້ຢ່າງຫນ້ອຍ ມີຫ້າຄົນຕ້ອງເສັຍຊີວິດ ຢູ່ທາງໃຕ້ຂອງປະເທດໃນວັນເສົາ.
Naim Kassem ເລຂາທິການຂອງ Hezbollah, ໄດ້ຮຽກຮ້ອງຣັດຖະບານ Lebanon ໃຫ້ສນັບສນູນຕົນເອງ ໃນຂນະທີ່ອີຣານ ກໍາລັງເຈຣະຈາກັບສະຫະຣັດອາເມຣິກາ.
"ໄປແກ້ໄຂສະຖານະການຂອງທ່ານກັບອີຣານ, ທ່ານຜູ້ມີອໍານາດທາງການເມືອງ. ສ້ອມແປງຄວາມສໍາພັນຂອງທ່ານກັບອີຣານ. ແມ່ນແຕ່ສະຫະຣັດອາເມຣິກາ ກໍກໍາລັງສ້ອມແປງສະຖານະການຂອງຕົນ ກັບອີຣານ. ປະເທດອາຣັບທັງຫມົດ ກໍກໍາລັງປັບຄວາມສໍາພັນກັບອີຣານ. ທ່ານແມ່ນຫຍັງ? ທ່ານເປັນຄົນແບບໃດ? ທ່ານຍັງຢືນຢູ່ທາງຂ້າງ, ຢູ່ຂ້າງຫລັງຄົນອື່ນໆ, ເປັນຫຍັງ? ແກ້ໄຂມັນ. ຕິດຕາມໃຫ້ທັນ ໃນເວລາທີ່ເຫມາະສົມ, ເພາະນີ້ ເປັນແຫລ່ງກຳລັງສໍາລັບທ່ານ. ບໍ່ມີໃຜຈະເອົາສິ່ງໃດ ໄປຈາກເສັ້ນທາງຂອງທ່ານ."
ໜ່ວຍງານສາທາຣະນະສຸກຂອງ Lebanon ລາຍງານວ່າ ມີຜູ້ເສັຍຊີວິດ ເກືອບສີ່ພັນຄົນ ຕັ້ງແຕ່ເດືອນມິນາ, ໃນການໂຈມຕີ ຂອງອິດສະຣາເອລ ຢູ່ທາງໃຕ້.
ມີຜູ້ພັດຖິ່ນ ຫລາຍກວ່າ 1.2 ລ້ານຄົນ.
Narimen Hachemi, ຜູ້ທີ່ຫນີຈາກບ້ານຂອງນາງ ໃນເມືອງ Majdal Zoun, ໄດ້ສະແດງຄວາມເຊື່ອໝັ້ນ ໃນລະບອບການປົກຄອງ ຂອງອີຣານ ທີ່ຈະແກ້ໄຂຄວາມຂັດແຍ້ງ.
"ເທື່ອນີ້, ການຢຸດຍິງຈະດໍາເນີນຕໍ່ໄປ. ພວກເຮົາ ບໍ່ເຊື່ອອິດສະຣາເອລ, ພວກເຮົາ ເຊື່ອໃນກອງກຳລັງຂອງພວກເຮົາ, ແລະສນາມຮົບ, ຕ້ອງຂອບໃຈຊາຍຫນຸ່ມຂອງພວກເຮົາ ແລະຂອບໃຈອີຣານ. ຄໍາເວົ້າຂອງເຂົາເຈົ້າ ແມ່ນຄວາມຈິງ."
ອີຣານໄດ້ເຕືອນວ່າ Washington ຈະຮັບຜິດຊອບ ຕໍ່ການລະເມີດຂໍ້ຕົກລົງ, ໃນຂນະທີ່ອິດສະຣາເອລກ່າວວ່າ ມັນບໍ່ໄດ້ເປັນສ່ວນໜຶ່ງ ຂອງຂໍ້ຕົກລົງ.
ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ໄດ້ບອກຢ່າງຊັດແຈ້ງວ່າ ລາວຈະບໍ່ຖອນກອງທັບ ອອກຈາກເຂດ ທີ່ລາວອະທິບາຍວ່າ ເປັນເຂດປອດພັຍ ຢູ່ພາກໃຕ້ຂອງ Lebanon, ບ່ອນທີ່ ກອງທັບຂອງອິດສະຣາເອລ ກໍາລັງຕໍ່ສູ້ກັບກຸ່ມ Hezbollah.
ໃນການກ່າວປາສັຍ ໃນກອງປະຊຸມນະໂຍບາຍ ໃນ Jerusalem, Mr Netanyahu ຍັງໄດ້ກ່າວເຖິງ ຄໍາສັນຍາທີ່ຈະຢຸດອີຣານ ໃນການມີອາວຸດNuclear.
ລາວກ່າວວ່າ ການທູດຈະບໍ່ປ່ຽນຜົນປໂຍດ ຂອງອິດສະຣາເອລ.
"ບໍ່ວ່າຈະມີຫຍັງເກີດຂຶ້ນ ໃນການສົນທະນາ, ພ້ອມດ້ວຍຂໍ້ຕົກລົງ, ຫຼືບໍ່. ຂ້າພະເຈົ້າ ສັນຍາກັບທ່ານວ່າ ອີຣານ, ຕາບໃດທີ່ຂ້າພະເຈົ້າຍັງເປັນນາຍົກຣດຖະມົນຕີ, ຈະບໍ່ມີອາວຸດ Nuclear ຢ່າງເດັດຂາດ. ບໍ່ມີ. ຕາບໃດທີ່ຂ້າພະເຈົ້າ ຍັງເປັນນາຍົກຣດຖະມົນຕີ ຂອງອິດສະຣາເອລ, ຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ."
ການເຈຣະຈາຮອບທໍາອິດ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ ໄດ້ສິ້ນສຸດລົງຢ່າງກະທັນຫັນ ແລະກ່ອນກຳໜົດໃນ Lucerne.
ແຫລ່ງຂ່າວທີ່ໃກ້ຊິດ ກັບກຸ່ມເຈຣະຈາຂອງອີຣານ ໄດ້ບອກສໍານັກຂ່າວ Tasnim ຂອງອີຣານວ່າ ຄນະທູດຂອງອີຣານ ໄດ້ຍ່າງອອກຈາກການເຈຣະຈາ ເພື່ອປະທ້ວງ ຕໍ່ຄວາມຄິດເຫັນ ຂອງປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ.
ໃນຂນະທີ່ ບໍ່ໄດ້ໄປຮ່ວມການສົນທະນາໃນ Switzerland, ປະທານາທິບໍດີ Trump ໄດ້ຂຽນຂໍ້ຄວາມ ລົງໃນຖານອິນເຕີເນັດຂອງລາວ, Truth Social, ໃນລະຫວ່າງກອງປະຊຸມ, ໂດຍຂຽນວ່າ:
"ອີຣານ ຕ້ອງຢຸດຕົວແທນ ທີ່ໄດ້ຮັບຄ່າຈ້າງສູງໃນ Lebanon ຈາກການສ້າງບັນຫາທັນທີ. ຖ້າຫາກພວກເຂົາບໍ່ເຮັດເຊັ່ນນັ້ນ, ພວກເຮົາຈະໂຈມຕີອີຣານຢ່າງຫນັກອີກ, ດັ່ງທີ່ພວກເຮົາໄດ້ເຮັດ ໃນອາທິດທີ່ຜ່ານມາ, ພຽງແຕ່ຮຸນແຮງກວ່ານັ້ນ!"
ຕໍ່ມາ Fox News ລາຍງານວ່າ Trump ໄດ້ກ່າວຕື່ມອີກ ໃນການສໍາພາດ,ໂດຍກ່າວວ່າ ລາວໄດ້ບອກເຈົ້າຫນ້າທີ່ຂອງອີຣານ ຖ້າຫາກເຂົາເຈົ້າ ປິດຊ່ອງແຄບວ່າ, "ທ່ານຈະບໍ່ມີປະເທດ", ໂດຍຂູ່ວ່າ ຈະຍຶດຄອງການເດີນທາງເຮືອນັ້ນ.
Mohammad Bagher Ghalibaf ປະທານຣັດຖະສະພາຂອງອີຣານ ໄດ້ຕອບໂຕ້ ທາງສື່ສານມວນຊົນ, ໂດຍມີນ້ຳສຽງທາງການທູດຫລາຍຂຶ້ນ.
ລາວໄດ້ຂຽນລົງໃນ X ວ່າກອງທັບຂອງອີຣານ ຍັງພ້ອມທີ່ຈະຕອບໂຕ້ ໃນທາງອື່ນ, ໂດຍຂຽນວ່າ:
"ພວກເຮົາ ບໍ່ໄດ້ໃຫ້ຄວາມສຳຄັນກັບຄໍາເວົ້າເຫລົ່ານີ້ຢ່າງຈິງຈັງ, ແຕ່ເຖິງຢ່າງໃດກໍຕາມ ມັນກໍເປັນການແນະນໍາ ໃຫ້ເຂົາເຈົ້າສະແດງຄວາມຢັບຢັ້ງຫລາຍຂຶ້ນ."
ຮອງປະທານາທິບໍດີ J.D. Vance ກ່າວວ່າ Washington ກໍາລັງພະຍາຍາມ ຟື້ນຟູຄວາມສໍາພັນກັບ Tehran ຖ້າຫາກອີຣານ ປະຖິ້ມຄວາມທະເຍີທະຍານດ້ານ Nuclear ແລະການສນັບສນູນ ຄວາມບໍ່ຫມັ້ນຄົງໃນພູມີພາກ.
"ນີ້ແມ່ນການປະຊຸມຄັ້ງປວັດສາດ. ບໍ່ເຄີຍມີມາກ່ອນ, ນອກເມືອງ Islamabad ແລະຢູ່ທີ່ນີ້-ນອກເຫນືອໄປຈາກ ສອງສາມເດືອນຜ່ານມານີ້- ບໍ່ເຄີຍມີຜູ້ນໍາຂອງອີຣານ ແລະອາເມຣິກາ ພົບກັນໃນລະດັບສູງເຊັ່ນນີ້. ສິ່ງທີ່ປະທານາທິບໍດີ ໄດ້ຂໍຮ້ອງໃຫ້ພວກເຮົາເຮັດ ຄືການປ່ຽນແປງຄວາມສໍາພັນຂອງພວກເຮົາ ກັບປະຊາຊົນອີຣານ, ແລະຍື່ນມືອອກໄປ ກ່າວກັບປະຊາຊົນອີຣານວ່າ ຖ້າຫາກຜູ້ນໍາຂອງພວກທ່ານ ເຕັມໃຈທີ່ຈະເລີກການເປັນຜູ້ຂັບເຄື່ອນ ຄວາມບໍ່ຫມັ້ນຄົງໃນພູມີພາກ, ຖ້າຫາກພວກເຂົາເຕັມໃຈ ທີ່ຈະຍົກເລີກຄວາມທະເຍີທະຍານ ດ້ານອາວຸດ Nuclear ໄລຍະຍາວ, ແລ້ວສະຫະຣັດອາເມຣິກາ ກໍເຕັມໃຈທີ່ຈະປ່ຽນແປງ ຄວາມສໍາພັນຂອງເຮົາ ກັບປະເທດນັ້ນ."
ໃນທີ່ສຸດ, ທັງສອງຝ່າຍໄດ້ຕົກລົງ ທີ່ຈະສືບຕໍ່ ການເຈຣະຈາທາງເທັກນິກຕໍ່ໄປ.
ລາຍງານໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






