ໂຄງການຂອງກອງທະຫານອາເມຣິກາ

President Trump And Pete Hegseth Address U.S. Senior Military Leaders At Quantico

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກຳລັງປາສັຍ ຕໍ່ນາຍທະຫານຫລາຍຮ້ອຍຄົນ ໄດ້ຖືກສັ່ງ ໃຫ້ໄປຮ່ວມການປະຊຸມ ໃນນາທີສຸດທ້າຍ ໃນ Virginia ໃນສະຫະຣັດອາເມຣິກາ. Credit: Alex Wong/Getty Images

Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ໂຄງການຂອງກອງທະຫານອາເມຣິກາ.

ເມື່ອນາຍທະຫານຫລາຍຮ້ອຍຄົນ ໄດ້ຖືກສັ່ງ ໃຫ້ໄປຮ່ວມການປະຊຸມ ໃນນາທີສຸດທ້າຍ ໃນ Virginia ໃນສະຫະຣັດອາເມຣິກາ, ກໍມີການຄາດເດົາວ່າ ຈະມີການປະກາດອັນສຳຄັນ.

ສິ່ງທີ່ທັກທາຍເຂົາເຈົ້າ ແມ່ນປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ແລະຣັຖມົນຕີປ້ອງກັນປະເທດ, Pete Hegseth, ທີ່ກ່າວຄໍາປາສັຍຢ່າງກະຕືລືລົ້ນ ກ່ຽວກັບ "ຄວາມຕື່ນໂຕ-Wokeness", ຄວາມອ້ວນ ແລະການໃຊ້ເມືອງຕ່າງໆຂອງສະຫະຣັດອາເມຣິກາ ເປັນສະຖານທີ່ຝຶກທະຫານ.

Caroline Riches ລາຍງານ.

"ພວກເຮົາ ຄວນໃຊ້ບາງເມືອງທີ່ອັນຕະລາຍເຫລົ່ານີ້ ເປັນສະຖານທີ່ຝຶກ ສໍາລັບກອງທະຫານຂອງເຮົາ, ກອງກຳລັງປ້ອງກັນຊາດ (National Guard), ແຕ່ເປັນກອງທະຫານ. ເພາະວ່າ ພວກເຮົາກໍາລັງຈະເຂົ້າໄປໃນ Chicago ແລະມັນເປັນເມືອງໃຫຍ່ ທີ່ມີຜູ້ປົກຄອງທີ່ໂງ່ຈ້າ, ໂງ່ຈ້າ."

ນັ້ນຄື Donald Trump ທີ່ກ່າວເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ.

ປະທານາທິບໍດີ ສະຫະຣັດອາເມຣິກາ ກໍາລັງກ່າວປາສັຍ ຕໍ່ການຊຸມນຸມ ທີ່ບໍ່ຄ່ອຍເກີດຂຶ້ນ ຂອງນາຍທະຫານ 800 ຄົນ, ຜູ້ທີ່ໄດ້ຖືກເອີ້ນໂຕ ຈາກທົ່ວໂລກ ໄປຫາສູນກາງທະຫານເຮືອ ໃນເມືອງ Quantico, ຣັດ Virginia.

ໂດຍບໍ່ຮູ້ຕົວ, ພວກເຂົາໄດ້ມາຟັງ Mr Trump ແລະຣັຖມົນຕີປ້ອງກັນປະເທດ ຂອງສະຫະຣັດອາເມຣິກາ, Pete Hegseth, ເວົ້າເຖິງຄວາມທ້າທາຍຕ່າງໆ ທີ່ກອງທັບກໍາລັງປະເຊີນຢູ່.

ອີກເທື່ອຫນຶ່ງ, Mr Trump ໄດ້ກ່າວສນັບສນູນ ໃຫ້ສົ່ງກຳລັງໄປຕາມທ້ອງຖນົນ ຂອງສະຫະຣັດອາເມຣິກາ ເພື່ອກໍາຈັດອາດຊະຍາກັມ ແລະຕໍ່ສູ້ກັບຜູ້ອົບພະຍົບ, ຜູ້ທີ່ຖືກອ້າງວ່າ ຢູ່ໃນປະເທດຢ່າງຜິດກົດຫມາຍ ແລະຣັຖບານຂອງລາວ ຕ້ອງການເນຣະເທດ.

"ພວກເຮົາກໍາລັງຖືກຮຸກຮານຈາກພາຍໃນ. ບໍ່ແຕກຕ່າງຈາກສັດຕູຈາກພາຍນອກ, ແຕ່ຍາກກວ່າ ໃນຫຼາຍໆທາງ ເພາະພວກເຂົາບໍ່ໃສ່ເຄື່ອງແບບ, ຢ່າງຫນ້ອຍ ເມື່ອພວກເຂົາໃສ່ເຄື່ອງແບບ, ທ່ານສາມາດຈັດການກັບພວກເຂົາໄດ້... ຫລັງຈາກໄດ້ໃຊ້ຈ່າຍເງິນຫລາຍລ້ານລ້ານໂດລາ ເພື່ອປົກປ້ອງຊາຍແດນກັບຕ່າງປະເທດ, ດ້ວຍຄວາມຊ່ອຍເຫລືອຂອງທ່ານ, ພວກເຮົາກໍາລັງປົກປ້ອງຊາຍແດນຂອງປະເທດເຮົາ ນັບຈາກນີ້ໄປ."

ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.

ຜູ້ບັນຊາການ Pentagon ກ່າວວ່າ ຄໍາສັ່ງໃຫມ່ສໍາລັບກອງທັບ ຈະຮວມເຖິງ ມາດຕະຖານຄວາມເປັນກາງທາງເພດ (Gender-neutral) ຫລືມາດຕະຖານຜູ້ຊາຍ (Male-level Standards) ສໍາລັບຄວາມແຂງແຮງທາງຮ່າງກາຍ.

ແລະຖ້າຫາກຜູ້ຍິງນຳບໍ່ທັນ, ນັ້ນກໍເປັນບັນຫາຂອງເຂົາເຈົ້າ.

"ເມື່ອກ່າວເຖິງວຽກງານໃດໆ ທີ່ຕ້ອງໃຊ້ແຮງກາຍ ໃນການຕໍ່ສູ້, ມາດຕະຖານທາງຮ່າງກາຍເຫລົ່ານັ້ນ ຕ້ອງສູງ ແລະບໍ່ກ່ຽວກັບເພດ. ຖ້າຫາກຜູ້ຍິງສາມາດເຮັດໄດ້, ກໍດີເລີດ. ຖ້າບໍ່ດັ່ງນັ້ນ, ມັນກໍເປັນແບບນັ້ນ. ຖ້ານັ້ນຫມາຍຄວາມວ່າ ບໍ່ມີຜູ້ຍິງຄົນໃດ ມີຄຸນສົມບັດທີ່ເຫມາະສົມ ສໍາລັບວຽກງານສູ້ຮົບບາງຢ່າງ, ກໍຕ້ອງເປັນແນວນັ້ນ."

ລາວໄດ້ກ່າວຕື່ມວ່າ ທຸກຄົນຕ້ອງມີຄຸນສົມບັດ ຕາມມາດຕະຖານຄວາມສູງ ແລະນ້້ຳຫນັກ ແລະຜ່ານການທົດສອບ ສະມັດຖະພາບທາງກາຍ ແລະກອງທັບທີ່ມີນ້ຳຫນັກເກີນ ຈະບໍ່ຖືກຍອມຮັບອີກຕໍ່ໄປ.

"ມັນອິດເມື່ອຍ ທີ່ຈະຫລຽວເບິ່ງຮູບແບບການຕໍ່ສູ້ ຫລືຮູບແບບໃດໆ ແລະເຫັນກອງທັບທີ່ອ້ວນ. ເຊັ່ນດຽວກັນ, ມັນເປັນທີ່ຍອມຮັບບໍ່ໄດ້ ທີ່ຈະເຫັນນາຍພົນ ແລະນາຍທະຫານເຮືອ ທີ່ອ້ວນ ຢູ່ໃນຫ້ອງປະຊຸມຂອງPentagon ແລະບັງຄັບບັນຊາກອງກຳລັງທົ່ວປະເທດໃນໂລກ. ມັນເປັນຮູບລັກສະນະທີ່ບໍ່ດີ. ມັນບໍ່ດີ, ແລະນັ້ນບໍ່ແມ່ນເຮົາ."

Mr Hegseth ກ່າວວ່າ ກອງທັບຂອງສະຫະຣັດອາເມຣິກາ ໄດ້ເລື່ອນຕຳ ແໜ່ງຜູ້ນໍາຫລາຍເກີນໄປ ດ້ວຍເຫດຜົນທີ່ບໍ່ຖືກຕ້ອງ ໂດຍພິຈາຣະນາຈາກເຊື້ອຊາດ, ຈໍານວນຂອງເພດ ແລະສິ່ງທີ່ລາວເອີ້ນວ່າ ເປັນເທື່ອທໍາອິດໃນປວັດສາດ.

"ຜູ້ນໍາທາງການເມືອງທີ່ໂງ່ຈ້າ ແລະປະໝາດ ໄດ້ຕັ້ງເຂັມທິດໃນທາງທີ່ຜິດ, ແລະພວກເຮົາຫລົງທາງ. ພວກເຮົາໄດ້ກາຍເປັນຜແນກຕື່ນ(Woke Department), ແຕ່ມັນຈະບໍ່ແມ່ນອີກຕໍ່ໄປ. ບໍ່ມີເດືອນປະຈຳໂຕ (Identity months) ອີກຕໍ່ໄປ, ຫ້ອງການ DEI, ຜູ້ຊາຍທີ່ໃສ່ກະໂປງ (Dudes in Dresses). ບໍ່ມີການບູຊາ ເລື່ອງການປ່ຽນແປງສະພາບອາກາດອີກຕໍ່ໄປ. ບໍ່ມີການແບ່ງແຍກ, ການລົບກວນ, ຫລືຄວາມຫຼົງຜິດທາງເພດອີກຕໍ່ໄປ. ບໍ່ມີເສດຊາກອີກຕໍ່ໄປ."

ຂໍ້ຄວາມຈາກຜູ້ນໍາຊາຍສອງຄົນນັ້ນຊັດແຈ້ງດີ, ວ່າຖ້າຫາກຜູ້ທີ່ມາຮ່ວມ ບໍ່ສນັບສນູນຄວາມຄຶດຂອງເຂົາເຈົ້າ, ພວກເຂົາຄວນລາອອກ.

ແຕ່ໃນຄໍາປາສັຍ, ທີ່ບາງເທື່ອບໍ່ກົງປະເດັນ, ກ່ຽວກັບຄວາມສາມາດຂອງເຮືອມຸດນ້ຳນິວເຄລັຍຂອງອາເມຣິກາ, ຄວາມບົກພ່ອງຂອງສື່, ອະດີດປະທານາທິບໍດີ Joe Biden ແລະ Venezuela, Mr Trump ຍັງໄດ້ແບ່ງປັນ ຖ້ອຍຄໍາທີ່ອົບອຸ່ນ ສໍາລັບກອງທັບນໍາອີກ.

"ຂໍ້ຄວາມຂອງຂ້າພະເຈົ້າຕໍ່ທ່ານ ແມ່ນງ່າຍໆ. ຂ້າພະເຈົ້າຢູ່ກັບທ່ານ, ຂ້າພະເຈົ້າສນັບສນູນທ່ານ ແລະໃນຖານະປະທານາທິບໍດີ ຂ້າພະເຈົ້າ ສນັບສນູນທ່ານ 100 ເປີເຊັນ, ທ່ານຈະບໍ່ເຫັນຂ້າພະເຈົ້າຫວັ່ນໄຫວຈັກຫນ້ອຍຫນຶ່ງ. ນັ້ນເປັນແບບນັ້ນ. ນັ້ນຮວມທັງຕໍາຫລວດ ແລະຜູ້ດັບເພີງ ທີ່ດີເດັ່ນຂອງພວກເຮົາ, ທຸກຄົນທີ່ເຮັດໄດ້ດີຫລາຍ."

ປະຊາຊົນບາງຄົນ ໃນເມືອງທີ່ປົກຄອງ ໂດຍພັກ Democrats ບ່ອນທີ່ກຳລັງທະຫານຈະຖືກສົ່ງໄປໃນຂນະນັ້ນ, ກໍເຮັດບໍ່ໄດ້ດີປານໃດ.

Mr Trump ໄດ້ສົ່ງກອງກຳລັງໄປ Los Angeles ແລະ Washington ແລ້ວແລະບັດນີ້ ໄດ້ສັ່ງໃຫ້ສົ່ງກອງກຳລັງໄປ Memphis ແລະ Portland ແລະກ່າວວ່າ Chicago ຈະເປັນເມືອງຕໍ່ໄປ.

Jeff Landry, ຜູ້ປົກຄອງ Louisiana ໄດ້ຂໍຮ້ອງໃຫ້ສົ່ງ ກອງກຳລັງປ້ອງກັນຊາດ (National Guard) ໄປ New Orleans ແລະເມືອງອື່ນໆ, ໂດຍກ່າວວ່າ ຣັດຂອງລາວ ຕ້ອງການຄວາມຊ່ອຍເຫລືອ ໃນການຕໍ່ສູ້ກັບອາດຊະຍາກັມ.

ແຕ່ Cynthia Martin ຄົນໃນທ້ອງຖິ່ນ New Orleans ອະທິບາຍວ່າການເຄື່ອນໄຫວນັ້ນ ເປັນພຽງການໂຈມຕີ.

"ມັນເປັນການໂຈມຕີ ຕໍ່ເມືອງທີ່ປົກຄອງໂດຍພັກ Democrats ຢ່າງແຈ່ມແຈ້ງ ທີ່ຈະພະຍາຍາມ ເຮັດໃຫ້ເຂົາເຈົ້າຢ້ານກົວ. ຢ່າງທີ່ມັນເກີດຂຶ້ນໃນເມືອງ Portland ຊຶ່ງເປັນສິ່ງທີ່ໂງ່ຈ້າ, ທຸກເມືອງມີອາດຊະຍາກັມ. ເມືອງມັກຈະເປັນປະຊາທິປະໄຕ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ມັນເປັນວິທີ ທີ່ຈະພະຍາຍາມເຮັດໃຫ້ທຸກຄົນ ຮູ້ສຶກວ່າເຂົາເຈົ້າຕົກຢູ່ໃນຄວາມຢ້ານກົວ ແລະຄືກັບວ່າເຂົາເຈົ້າ ກໍາລັງໃຫ້ຣັຖບານມາຫາເຂົາເຈົ້າ. ມັນເປັນເລື່ອງໂງ່ຈ້າ."

ລາຍງານໂດຍ  Caroline Riches      ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ໂຄງການຂອງກອງທະຫານອາເມຣິກາ | SBS Lao