ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump.
ຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California.
ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump, ດັ່ງທີ່ Carl Holm ລາຍງານ.
Charles Breyer ຜູ້ພິພາກສາທ້ອງຖິ່ນ ຂອງສະຫະຣັດອາເມຣິກາ ໄດ້ຕັດສິນວ່າ ປະທານາທິບໍດີ Trump ໄດ້ເຮັດເກີນຂອບເຂດຂອງລາວ ໃນການສັ່ງ ໃຫ້ສົ່ງກອງກຳລັງປ້ອງກັນຊາດ (National Guard) ປະມານ4,000 ຄົນໄປເມືອງ Los Angeles ຫລັງຈາກການປະທ້ວງ ໄດ້ເກີດຂຶ້ນກ່ຽວກັບການປາບປາມ ການຍ້າຍຖິ່ນຖານ.
ມັນເປັນການເຄື່ອນໄຫວ ທີ່ Gavin Newsom ຜູ້ປົກຄອງຂອງ Californiaລະບຸວ່າ ບໍ່ຈໍາເປັນ, ເປັນການຍຸແຍ່ ແລະຜເດັດການ.
ແຕ່ມັນບໍ່ຊັດເຈນໃນທັນທີ ວ່າມັນຈະປ່ຽນສະພາບການໄດ້ແນວໃດ, ແລະຖ້າຫາກມັນ ຈະສາມາດຢຸດທະຫານເຮືອ 700 ຄົນ ທີ່ຖືກສົ່ງໄປໃນເມືອງ ກ່ອນທ້າຍອາທິດ.
ການປະທ້ວງຢ່າງສງົບ ສ່ວນຫລາຍໄດ້ຖືກທໍາລາຍ ດ້ວຍຄວາມຮຸນແຮງ, ຮວມທັງຣົດທີ່ຖືກເຜົາໄຫມ້ ແລະກ້ອນຫີນແກ່ວງ ໃສ່ຕໍາຫລວດ.
ໃນຂນະທີ່ປະທານາທິບໍດີ Donald Trump ໂຕ້ຖຽງ ກັບຜູ້ປົກຄອງຂອງຣັດ California ກ່ຽວກັບ ການບັງຄັບໃຊ້ກົ້ດໝາຍ ເລື່ອງກວດຄົນເຂົ້າເມືອງ, ສະມາຊິກຂອງພັກ Republican ໃນຣັຖສະພາ ໄດ້ຮຽກຮ້ອງຜູ້ປົກຄອງຄົນອື່ນໆ ຂອງພັກ Democrat ໃຫ້ໄປທີ່ Capitol ເພື່ອສອບຖາມເຂົາເຈົ້າ ກ່ຽວກັບນະໂຍບາຍທີ່ ຈໍາກັດຄວາມຮ່ວມມື ກັບເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ຂອງຣັຖບານກາງ.
ໃນການປະເຊີນຫນ້າ ກັບຄນະກັມມະການ ກຳກັບດູແລສະພາ (the House Oversight Committee), Stephen Lynch ຜູ້ແທນຂອງພັກ Democrat ຂອງຣັດ Massachusetts ບໍ່ໄດ້ປິດບັງ ຄວາມຄິດເຫັນຂອງລາວ ກ່ຽວກັບການໃຊ້ທະຫານ.
"ນີ້ເປັນເລື້ອງຫນ້າອັບອາຍ. ມັນບໍ່ຄວນເກີດຂຶ້ນໃນປະເທດນີ້. ນີ້ເປັນສິ່ງບໍ່ຖືກຕ້ອງ. ການໃຊ້ກອງທະຫານ ເພື່ອຕໍ່ສູ້ກັບປະຊາຊົນ ເປັນສິ່ງທີ່ຜິດ, ແລະຖ້າຫາກເຮົາບໍ່ເຮັດຫຍັງ, ສິ່ງນີ້ຈະດໍາເນີນຕໍ່ໄປ. ຖ້າຫາກເຮົາບໍ່ເຮັດຫຍັງ ແລະປະກາດວ່າ ສິ່ງທີ່ເຮົາເຮັດນັ້ນຖືກຕ້ອງ ພາຍໃຕ້ຣັຖທັມມະນູນຂອງເຮົາ, ແລ້ວເມືອງອື່ນໆ, ພົນລະເມືອງຄົນອື່ນໆ ກໍຈະປະເຊີນກັບຊາຕາກັມອັນດຽວກັນນີ້."
Kristi Noem ຣັຖມນຕີຂອງ Department of Homeland Security ໄດ້ກ່າວຊ້ຳ ຄໍາສັນຍາຂອງປະທານາທິບໍດີ Trump ທີ່ຈະ "ປົດປ່ອຍ" Los Angeles.
"The Department of Homeland Security ແລະເຈົ້າຫນ້າທີ່ ແລະຫນ່ວຍງານ ແລະທະຫານ ທີ່ກໍາລັງເຮັດວຽກງານນີ້ ຈະສືບຕໍ່ສນັບສນູນ ແລະເພີ່ມການດໍາເນີນງານຂອງເຮົາ ໃນເມືອງນີ້. ພວກເຮົາ ຈະບໍ່ຫນີໄປໃສ. ພວກເຮົາ ຈະຢູ່ທີ່ນີ້ ເພື່ອປົດປ່ອຍເມືອງນີ້ ຈາກສັງຄົມນິຍົມ ແລະຄວາມເປັນຜູ້ນໍາ ທີ່ບໍ່ມີປະສິດທິພາບ ຊຶ່ງຜູ້ປົກຄອງ ແລະເຈົ້າເມືອງຄົນນີ້ ໄດ້ກໍ່ໄວ້ໃນປະເທດນີ້ ແລະສິ່ງທີ່ເຂົາເຈົ້າ ໄດ້ພະຍາຍາມເຮັດ ຕໍ່ເມືອງນີ້..."
ບໍ່ດົນຈາກນັ້ນ ນາງໄດ້ຖືກຂັດຈັງຫວະ ເມື່ອເຈົ້າຫນ້າທີ່ຣັຖບານກາງ ໄດ້ດຶງເອົາ ສະມາຊິກສະພາສູງ ຂອງພັກ Democrat ອອກຈາກຫ້ອງ ໃນ ຂນະທີ່ລາວ ພະຍາຍາມຖາມຣັຖມົນຕີ Noem ກ່ຽວກັບການບຸກກວດຄົນເຂົ້າເມືອງ ທີ່ນໍາໄປສູ່ການປະທ້ວງ ໃນຣັດ California ແລະທົ່ວປະເທດ.
ວິດີໂອນັ້ນ ໄດ້ສະແດງໃຫ້ເຫັນ ຕໍາຫລວດລັບຄົນຫນຶ່ງ ຈັບເອົາ Alex Padilla ສະມາຊິກສະພາສູງຂອງຣັດ California ດ້ວຍການດຶງເສື້ອໃຫຍ່ຂອງລາວ ແລະຊຸກລາວອອກຈາກຫ້ອງ, ແລ້ວໄດ້ບັງຄັບລາວໃຫ້ລົ້ມລົງພື້ນດິນ ແລະໃສ່ກະແຈມືລາວ.
ບໍ່ດົນຫລັງຈາກນັ້ນ, ສະມາຊິກສະພາສູງ Padilla ໄດ້ຈັດກອງຖແລງຂ່າວ.
"ຖ້າຫາກ ນີ້ເປັນວິທີທີ່ຣັຖບານນີ້ ຕອບຄໍາຖາມຕໍ່ສະມາຊິກສະພາສູງ, ຖ້າຫາກ ນີ້ຄືວິທີ ທີ່ Department of Homeland Security ຕອບຄໍາຖາມ ຕໍ່ສະມາຊິກສະພາສູງ, ທ່ານສາມາດວາດພາບເຫັນວ່າ ເຂົາເຈົ້າກໍາລັງເຮັດແນວໃດ ກັບຄົນງານຊາວໄຮ່ຊາວນາ, ຄົນເຮັດອາຫານ, ຄົນງານປະຈໍາວັນ ຢູ່ໃນຊຸມຊົນ Los Angeles ແລະທົ່ວຣັດ California ແລະທົ່ວປະເທດ."
Adam Schiff ສະມາຊິກສະພາສູງ ຂອງພັກ Democrat ຂອງຣັດ California ໄດ້ກ່າວໃນສະພາສູງ ເພື່ອສະແດງຄວາມຄຽດແຄ້ນ ຫລັງຈາກສະມາຊິກສະພາສູງ Padilla ໄດ້ຖືກໄລ່ອອກຈາກຫ້ອງປະຊຸມ.
"ຂ້າພະເຈົ້າເຫັນສິ່ງນີ້ເກີດຂຶ້ນ ກັບເພື່ອນຮ່ວມງານຂອງຂ້າພະເຈົ້າ.ແລະ ຂ້າພະເຈົ້າຕົກຕະລຶງ ທີ່ພວກເຮົາໄດ້ຕົກຕ່ຳລົງຫຼາຍປານໃດ ໃນ140 ມື້ທໍາອິດຂອງຣັຖບານນີ້."
ຄົນອື່ນໆ ກໍໄດ້ເຂົ້າຮ່ວມກັບລາວ ຮວມເຖິງ Chuck Schumer ຜູ້ນໍາສຽງສ່ວນນ້ອຍ ຂອງຂອງພັກ Democrat.
"ພວກເຮົາ ຕ້ອງການການສອບສວນຢ່າງລະອຽດທັນທີ ກ່ຽວກັບສິ່ງທີ່ເກີດຂຶ້ນ ແລະຜູ້ໃດເຮັດຫຍັງ ແລະຈະເຮັດແນວໃດ ເພື່ອຈະໃຫ້ແນ່ໃຈວ່າ ສິ່ງນີ້ຈະບໍ່ເກີດຂຶ້ນອີກ ຕໍ່ Senator Padilla ຫລືຊາວອາເມຣິກັນຄົນອື່ນໆ ທີ່ກໍາລັງຊອກຫາສິດທິຂອງເຂົາ. ມັນເປັນສິ່ງທີ່ຫນ້າກຽດຊັງ ຫຼາຍ. ມັນເປັນສິ່ງທີ່ຫນ້າລັງກຽດ. ມັນບໍ່ແມ່ນອາເມຣິກາ. ບໍ່ແມ່ນຊາວອາເມຣິກັນ...
ການປະທ້ວງໃນ Los Angeles ໄດ້ແຜ່ຂຍາຍໄປຍັງ Boston, Chicago, Seattle ແລະເມືອງອື່ນໆ.
ການປະທ້ວງເກືອບ 2,000 ແຫ່ງ ຖືກຈັດຂຶ້ນ ໃນວັນເສົານີ້, ເມື່ອ Trumpວາງແຜນ ທີ່ຈະຈັດການສະແດງ ການສວນສນາມຂອງກອງທະຫານຂອງສະຫະຣັດອາເມຣິກາ ແລະຣົດຫຸ້ມເກາະ ທີ Washington ເມືອງຫຼວງຂອງປະເທດ ເພື່ອສເລີມສລອງ ວັນເກີດຄົບຮອບ 250 ປີຂອງກອງທັບ.
ວັນເສົາ ກໍເປັນວັນເກີດຄົບຮອບ 79 ປີຂອງ Trump ນໍາອີກ.
ເນື້ອເລື່ອງໂດຍ Carl Holm ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao