ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການລະເມີດຄວາມປອດພັຍ ໃນງານຂອງ White House.
ການສືບສວນ ຍັງດໍາເນີນຕໍ່ໄປ ກ່ຽວກັບການລ່ວງລະເມີດຄວາມປອດພັຍຄັ້ງໃຫຍ່ ໃນງານລ້ຽງອາຫານຄ່ຳ ຂອງຜູ້ສື່ຂ່າວຂອງ White House, ໂດຍທີ່ຜູ້ຕ້ອງສົງສັຍ ຈະປາກົດໂຕໃນສານ.
ຖແລງການທີ່ຖືກກ່າວວ່າ ຂຽນໂດຍ Cole Tomas Allen ໄດ້ໃຫ້ຄວາມແຈ່ມແຈ້ງບາງຢ່າງ ກ່ຽວກັບແຮງຈູງໃຈຂອງລາວ, ຮວມທັງຄວາມຄຽດແຄ້ນ ຕໍ່ຣັດຖະບານ Trump.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກ່າວວ່າ ເຫດການນັ້ນ ສະແດງໃຫ້ເຫັນເຖິງຄວາມຈໍາເປັນ ທີ່ຈະສ້າງຫ້ອງເຕັ້ນລໍາ ທີ່ເປັນເລື້ອງໂຕ້ຖຽງກັນຂອງລາວ ຢູ່ທີ່ White House.
Tee Mitchell ລາຍງານ.
ມືປືນ ທີ່ຢູ່ເບື້ອງຫລັງຄວາມພະຍາຍາມລອບຂ້າ ຄາດວ່າຈະຖືກຕັ້ງຂໍ້ຫາຢ່າງເປັນທາງການ ໃນສານ ໃນວັນທີ 27 ເມສາ.-ຫລັງຈາກລາວໄດ້ເຂົ້າໄປໃນງານລ້ຽງອາຫານຄ່ຳ ຂອງຜູ້ສື່ຂ່າວ ທີ່ White House ໃນທ້າຍອາທິດ.
Cole Tomas Allen ໄດ້ຖືກຈັບ ແລະມັດ ກ່ອນທີ່ລາວເຂົ້າໄປໃນຫ້ອງເຕັ້ນລໍາ ຂອງ Washington Hilton Hotel ຊຶ່ງເຕັມໄປດ້ວຍນັກຂ່າວ, ເຈົ້າຫນ້າທີ່ຣັດຖະບານ ແລະປະທານາທິບໍດີ ສະຫະຣັດອາເມຣິກາ.
Donald Trump ໄດ້ໃຫ້ລາຍລະອຽດ ກ່ຽວກັບຖແລງການ ທີ່ເຈົ້າຫນ້າທີ່ກໍາລັງກວດສອບ ໃນຂນະທີ່ການສອບສວນ ຍັງຄົງດໍາເນີນຕໍ່ໄປ.
"ຊາຍຄົນນັ້ນ ເປັນຄົນສະຕິບໍ່ດີ. ເມື່ອທ່ານອ່ານຖແລງການຂອງລາວ, ລາວກຽດຊັງ Christians. ນັ້ນເປັນສິ່ງທີ່ແນ່ນອນ. ລາວກຽດຊັງຊາວ Christians, ເປັນຄວາມກຽດຊັງ. ແລະຂ້າພະເຈົ້າຄິດວ່າ ອ້າຍ ເອື້ອຍ ຫລືນ້ອງຂອງລາວ ໄດ້ຮ້ອງຮຽນກ່ຽວກັບເລື່ອງນີ້. ແມ່ນແຕ່ຮ້ອງຮຽນ ຕໍ່ຜູ້ຮັກສາກົດຫມາຍ, ສະນັ້ນ ລາວຈຶ່ງເປັນຄົນທີ່ມີປັນຫາຫລາຍ."
ເຈົ້າໜ່າທີ່ FBI ໄດ້ມາໂຮມໂຕກັນ ຢູ່ນອກເຮືອນ ທີ່ກ່ຽວຂ້ອງກັບຜູ້ຕ້ອງສົງສັຍ ອາຍຸ 31 ປີ ຢູ່ເມືອງ Torrance ເຂດນອກຂອງ Los Angeles, ແລະມີລາຍງານວ່າ ໄດ້ສໍາພາດສະມາຊິກໃນຄອບຄົວໃກ້ຊິດຂອງລາວ.
Allen ທໍາງານບໍ່ເຕັມເວລາ ເປັນຄູສອນສໍາລັບບໍຣິສັດສອນວິຊາພິເສດ, ແລະຈົບປະຣິນຍາ ວິສະວະກອນເຄື່ອງຈັກ (Mechanical Engineering), ອີງຕາມ Profile ໃນ LinkedIn ທີ່ປາກົດວ່າ ສອດຄ່ອງກັບລາຍລະອຽດຂອງລາວ.
ລາວຖືກກ່າວຫາວ່າ ໄດ້ບຸກຜ່ານເຄື່ອງກີດຂວາງ, ລາວມີປືນ ແລະມີດຫລາຍດວງ, ແລະເຈົ້າຫນ້າທີ່ເວົ້າວ່າ ເຂົາເຈົ້າເຊື່ອວ່າ ລາວປະຕິບັດການຕາມລໍາພັງ.
ຜູ້ອາສັຍໃນຊຸມຊົນບ່ອນທີ່ Allen ອາສັຍຢູ່, ເຊັ່ນ Courtney Ramiro, ເວົ້າວ່າ ນາງບໍ່ເຊື່ອຂ່າວເມື່ອນາງໄດ້ຍິນ.
"ຜູ້ຕ້ອງສົງສັຍຄົນນີ້ ຢູ່ໃນຊຸມຊົນ ແລະໃນຊີວິດປະຈໍາວັນຂອງພວກເຮົາ. ອ້າຍເຂີຍຂອງຂ້ອຍ ເຂົ້າຮຽນທີ່ວິທະຍາລັຍດຽວກັນ ກັບຕອນທີ່ລາວຮຽນ. ແລະລູກສາວຂອງພວກເຮົາ ໄດ້ຮັບການບຳບັດທາງຮ່າງກາຍ ຫລືການເວົ້າໃນອາທິດນີ້. ຢູ່ທາງຂ້າງນັ້ນ ແມ່ນບ່ອນທີ່ລາວສອນ ທີ່ສູນການສຶກສາ. ແລະອີກເທື່ອຫນຶ່ງ, ມັນເປັນສິ່ງທີ່ບໍ່ໜ້າເຊື່ອ ວ່ານີ້ແມ່ນຢູ່ໃກ້ກັນປານນີ້."
ເຈົ້າຫນ້າຕຳຫຼວດລັບຄົນຫນຶ່ງ ໄດ້ຮັບບາດເຈັບຫນ້ອຍຫນຶ່ງ ຫລັງຈາກໄດ້ຖືກຍິງໃສ່ເສື້ອກັນລູກປືນ ໃນລະຫວ່າງການໂຈມຕີ ຕາມທີ່ກ່າວຫາ.
Donald ແລະ Melania Trump, ຮອງປະທານາທິບໍດີ J.D. Vance ແລະສະມາຊິກຄນະຣັດຖະມົນຕີຄົນອື່ນໆ ໄດ້ຖືກຍົກຍ້າຍອອກໄປ ໂດຍບໍ່ໄດ້ຮັບບາດເຈັບ.
Todd Blanche ຜູ້ຮັກສາການອັຍການສູງສຸດ ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນວ່າ ປະທານາທິບໍດີ Trump ເບິ່ງຄືວ່າ ເປັນເປົ້າຫມາຍຂອງ Allen.
"ພວກເຮົາ ໄດ້ສອບສວນເບື້ອງຕົ້ນ ເຄື່ອງອີເລັກໂທຣນິກບາງຢ່າງ ຂອງລາວ ແລະເວົ້າລົມກັບບາງຄົນທີ່ຮູ້ຈັກລາວ. ຂ້າພະເຈົ້າ ຢາກລະວັງທີ່ຈະບໍ່ເວົ້າບາງສິ່ງ ທີ່ອາດບໍ່ເປັນຄວາມຈິງ, ເພາະດັ່ງທີ່ຂ້າພະເຈົ້າໄດ້ກ່າວ, ນີ້ເປັນເວລາ 12 ຊົ່ວໂມງ. ແຕ່ເບິ່ງຄືວ່າ ລາວໄດ້ຕັ້ງເປົ້າຫມາຍໃສ່ຜູ້ຄົນ ທີ່ທໍາງານຢູ່ໃນຣັດຖະບານ, ອາດຮວມເຖິງ ປະທານາທິບໍດີ. ແຕ່ຂ້າພະເຈົ້າ ຢາກລໍຖ້າ ແລະບໍ່ຢາກຄາດການລ່ວງຫນ້າ ໃນເລື່ອງນັ້ນ."
ສື່ໃນສະຫະຣັດອາເມຣິກາ ລາຍງານວ່າ ບັນທຶກເກືອບ 1,000 ຄໍາທີ່ຂຽນໂດຍ Allen ທີ່ລະບຸວ່າ ການຂົ່ມເຫັງຜູ້ອົບພະຍົບ ໃນຄ້າຍກັກຂັງ ແລະການຂ້າຟັນພົນລະເຮືອນ ໃນຕ່າງປະເທດເປັນບັນຫາສໍາຄັນ.
ແຕ່ເຫດການນັ້ນ ໄດ້ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມປອດພັຍ ສໍາລັບເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່, ໂດຍສະເພາະໃນຂນະທີ່ King Charles ຕຽມພ້ອມທີ່ຈະສະເດັດໄປຢ້ຽມຢາມ.
Mr Trump ໄດ້ຍ້ອງຍໍ ການຮັບມືຈາກຫນ່ວຍຄວາມປອດພັຍ, ແລະກ່າວວ່າ ການເດີນທາງຂອງກະສັດ ຈາກອັງກິດ ຈະດໍາເນີນຕໍ່ໄປ.
"ນັ້ນເປັນຄໍາຖາມທີ່ດີ. ກ່ອນອື່ນ, King Charles ກໍາລັງຈະມາ ແລະລາວເປັນຄົນດີ ແລະພວກເຮົາລໍຄອຍການມາຢ້ຽມຢາມນັ້ນ."
ໂຄສົກຂອງ Buckingham Palace ກ່າວວ່າ King Charles ສະບາຍໃຈຫລາຍ ທີ່ບໍ່ມີໃຜໄດ້ຮັບບາດເຈັບ ໃນການລ່ວງລະເມີດຄວາມປອດພັຍ.
ຜູ້ນໍາໂລກຄົນອື່ນໆ, ຮວມທັງນາຍົກຣັດຖະມົນຕີ Anthony Albanese ຂອງອອສເຕຣເລັຍ ກໍໄດ້ສະແດງຄວາມຮູ້ສຶກທີ່ຄ້າຍຄືກັນ.
ຫລັງຈາກ ໄດ້ມີການພະຍາຍາມລອບຂ້າສອງເທື່ອທີ່ຜ່ານມາ, Mr Trump ໄດ້ເຮັດໃຫ້ເຫດການນັ້ນ ເປັນຜົນປໂຍດທາງການເມືອງຂອງລາວຢ່າງໄວ.
"ມັນເປັນສິ່ງທີ່ຫນ້າຕົກໃຈສເມີ ເມື່ອເຫດການເຊັ່ນນີ້ເກີດຂຶ້ນ. ມັນໄດ້ເກີດຂຶ້ນກັບຂ້າພະເຈົ້າຫນ້ອຍຫນຶ່ງ. ແຕ່ເມື່ອທ່ານ ຖືກກະທົບ ກະເທືອນ, ເຂົາເຈົ້າຈະໄລ່ຕາມທ່ານ. ເມື່ອທ່ານບໍ່ຖືກກະທົບກະເທືອນ, ເຂົາເຈົ້າຈະບໍ່ສົນໃຈທ່ານ."
ລາວເວົ້າວ່າ ເຫດການນັ້ນພິສູດວ່າ ມັນຈໍາເປັນທີ່ຈະມ້າງປີກຕາເວັນອອກຂອງ White House ແລະສ້າງຫ້ອງເຕັ້ນລໍາທີ່ໃຫຍ່ໂຕ ແລະຊຶ່ງເປັນຫົວຂໍ້ ທີ່ກຳລັງໂຕ້ຖຽງກັນ.
"ຂ້າພະເຈົ້າຈະເວົ້າວ່າ, ມັນບໍ່ໄດ້ເປັນອາຄານທີ່ປອດພັຍເປັນພິເສດ, ແລະຂ້າພະເຈົ້າ ບໍ່ຢາກເວົ້າແນວນີ້, ແຕ່ນີ້ຄືເຫດຜົນ ທີ່ເຮົາຕ້ອງມີຄຸນສົມບັດທັງຫມົດ ຂອງສິ່ງທີ່ເຮົາກໍາລັງວາງແຜນໄວ້ຢູ່ທີ່ White House. ແທ້ຈິງແລ້ວ ມັນເປັນຫ້ອງທີ່ໃຫຍ່ກວ່າ, ແລະປອດພັຍຫລາຍກວ່າ. ມັນມີເຄື່ອງປ້ອງກັນ Drone, ມັນເປັນແກ້ວປ້ອງກັນລູກປືນ-ພວກເຮົາຕ້ອງການຫ້ອງເຕັ້ນລໍາ."
ຄວາມຖືກຕ້ອງ ຕາມກົດຫມາຍຂອງໂຄງການນັ້ນ ໄດ້ຕົກຢູ່ໃນການຟ້ອງຮ້ອງໂດຍ National Trust for Historic Preservation.
ຕອນນີ້, ກະຊວງຍຸດຕິທັມ ໄດ້ຮຽກຮ້ອງໃຫ້ຍົກເລີກ ຄະດີອີກເທື່ອໜຶ່ງ.
ລາຍງານໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





