ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ສັນຍາວ່າຈະ "ປົດປ່ອຍ Los Angeles", ສົ່ງກອງກຳລັງປ້ອງກັນຊາດ(National Guard) 4,000 ຄົນ ແລະທະຫານເຮືອ 700 ຄົນ ເພື່ອຢຸດຕິຄວາມວຸ້ນວາຍ ເລື່ອງການຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.
ຈາກ Fort Bragg, Donald Trump ໄດ້ກ່າວໂທດ ກຸ່ມ ແລະຜູ້ກໍ່ຄວາມວຸ້ນວາຍ ທີ່ໄດ້ຮັບການສນັບສນູນຈາກຕ່າງປະເທດ, ໂດຍກ່າວຕໍ່ໄປວ່າ ຈໍາເປັນ ຕ້ອງມີກໍາລັງທະຫານ ເພື່ອຟື້ນຟູຄວາມສງົບຮຽບຮ້ອຍ.
ນັກວິຈານ, ຮວມທັງເຈົ້າເມືອງ Karen Bass, ກ່າວວ່າ ການເຄື່ອນໄຫວນັ້ນ ໄດ້ແຜ່ຄວາມຢ້ານກົວ ໃນບັນດາຜູ້ອົບພະຍົບ, ດັ່ງທີ່ Essam Al-Ghalib ລາຍງານ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ສັນຍາວ່າຈະປົດປ່ອຍ Los Angeles ຫລັງຈາກໄດ້ສົ່ງກອງກຳລັງປ້ອງກັນຊາດ(National Guard) 4,000 ຄົນ ແລະທະຫານເຮືອ 700 ຄົນເຂົ້າໄປໃນເມືອງ ເພື່ອຢຸດຕິຄວາມວຸ້ນວາຍ ເລື່ອງການຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.
Donald Trump ກ່າວຈາກ Fort Bragg, ໂດຍອ້າງວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ.
"ພາຍໃນບໍ່ເທົ່າໃດສິບປີ, Los Angeles ໄດ້ກາຍຈາກການ ເປັນເມືອງທີ່ສະອາດທີ່ສຸດ, ປອດພັຍທີ່ສຸດ ແລະສວຍງາມທີ່ສຸດໃນໂລກ ກາຍເປັນກອງຂີ້ເຫຍື້ອ ແລະຢູ່ພາຍໃຕ້ການຄວບຄຸມ ຂອງກຸ່ມຜູ້ຮ້າຍຂ້າມຊາດ ແລະເຄືອຂ່າຍອາດຊະຍາກັມ. ມັນເປັນຫນ້າຢ້ານກົວ ທີ່ມັນໄດ້ເກີດຂຶ້ນຢ່າງໄວ.… ຂ້າພະເຈົ້າ ຈະເວົ້າດັງ ແລະຊັດເຈນ. ເຂົາເຈົ້າ ຄວນເຮັດບາງຢ່າງ ກ່ອນມັນຈະຊ້າເກີນໄປ. ເວົ້າງ່າຍໆ, ເຮົາຈະປົດປ່ອຍ Los Angelesແລະເຮັດໃຫ້ມັນເປັນອິດສຣະ, ສະອາດ ແລະປອດພັຍ. ອີກເທື່ອຫນຶ່ງ. ມັນກໍາລັງເກີດຂຶ້ນຢ່າງວ່ອງໄວ."
ປະທານາທິບໍດີກ່າວວ່າ ຖ້າປາດສະຈາກ ການແຊກແຊງຂອງກອງທັບ, ເມືອງນີ້ ຈະຖືກທໍາລາຍ.
"ມັນຈະບໍ່ມີ Los Angeles, ມັນຈະຖືກໄຟໄຫມ້ໃນມື້ນີ້, ເຊັ່ນດຽວກັບບ້ານເຮືອນ ທີ່ຖືກໄຟໄຫມ້ ເມື່ອຫລາຍເດືອນກ່ອນ, ວິຣະບຸຣຸດຂອງກອງທັບ ຫລາຍລຸ້ນຄົນ ບໍ່ໄດ້ສລະເລືອດຢູ່ຟາກທະເລທີ່ຫ່າງໄກ ພຽງແຕ່ຈະເບິ່ງປະເທດຂອງເຮົາ ຖືກທໍາລາຍ ໂດຍການຮຸກຮານ ແລະຄວາມໄຮ້ກົດຫມາຍ ຂອງໂລກທີສາມຢູ່ໃນບ້ານ, ດັ່ງທີ່ກໍາລັງເກີດຂຶ້ນໃນ California. ໃນຖານະຜູ້ບັນຊາການໃຫຍ່, ຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ. ມັນຈະບໍ່ມີມື້ ຈະເກີດຂຶ້ນ... ສິ່ງທີ່ທ່ານເຫັນຢູ່ໃນCalifornia ແມ່ນການໂຈມຕີຢ່າງເຕັມທີ່ ຕໍ່ຄວາມສງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະອຳນາດອະທິປະໄຕ ໂດຍກຸ່ມກໍ່ຄວາມວຸ້ນວາຍ ທີ່ຖືທຸງຕ່າງປະເທດ ດ້ວຍຈຸດປະສົງ ທີ່ຈະສືບຕໍ່ການຮຸກຮານຈາກຕ່າງປະເທດ ໃນປະເທດຂອງເຮົາ. ພວກເຮົາ ຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ... ຄວາມວຸ້ນວາຍນີ້ ຈະຢືນຢູ່ບໍ່ໄດ້."
ຜູ້ປົກຄອງ Newsom ກ່າວວ່າ ກອງກຳລັງປ້ອງກັນຊາດ (National Guard) ໄດ້ຖືກຍົກອອກຈາກ ຫນ້າທີ່ສໍາຄັນອື່ນໆໃນຣັດ.
ຕໍາຫລວດ ໄດ້ໃຊ້ລູກປືນຢາງ ແລະແກັສນ້ຳຕາ ເພື່ອຄວບຄຸມຝູງຊົນ.
"ບັດນີ້ ພວກເຮົາກໍາລັງຍົກຫລາຍຄົນ ອອກຈາກຫນ້າທີ່ ມອບຫມາຍເລື່ອງການຈັດການປ່າໄມ້, ການປົກປ້ອງຊຸມຊົນ, ຊຸມຊົນທີ່ອ່ອນແອ, ຕ້ານທານກັບລະດູຮ້ອນ ແລະລະດູການໄຟໄຫມ້ປ່າ. ພວກເຮົາ ກໍາລັງເອົາເຂົາເຈົ້າ ອອກຈາກຫນ່ວຍງານ ທີ່ພວກເຮົາໄດ້ສ້າງຂຶ້ນ ເພື່ອຮັບມືກັບການສະກັດກັ້ນ Fentanyl. ຂ້າພະເຈົ້າ ມີກອງກຳລັງປ້ອງກັນຊາດ(National Guard) ທັງຊາຍ ແລະຍິງ 394 ຄົນຢູ່ທີ່ຊາຍແດນ. ຂ້າພະເຈົ້າ ຄິດວ່າ ເຂົາເຈົ້າອາດຖືກດຶງມາ ສໍາລັບການສະແດງຄວາມເຂັ້ມແຂງ ຂອງປະທານາທິບໍດີ ສະຫະຣັດອາເມຣິກາ, ຜູ້ທີ່ມີຄວາມບໍ່ພໍໃຈ, ບັດນີ້ມັນໄດ້ຂ້າມເສັ້ນສີແດງໃນປະເທດນີ້."
ການປະທ້ວງທີ່ຮຸນແຮງ ໄດ້ເກີດຂຶ້ນໃນ Los Angeles ຫລັງຈາກການບຸກຈັບ ແລະການກັກຂັງ ຂອງຝ່າຍຣັດຖະບານ ໂດຍເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ແລະການຍ້າຍຖິ່ນຖານ (ICE) ໂດຍການແນເປົ້າຫມາຍ ໄປທີ່ຊຸມຊົນຊາວລາຕິນ ແລະອົບພະຍົບ ໂດຍສະເພາະ.
ຄວາມຄຽດແຄ້ນ ໄດ້ເພີ່ມຂຶ້ນ ເມື່ອຜູ້ຄົນຖືກຈັບ ໃນລະຫວ່າງການນັດຫມາຍຕາມປົກກະຕິ, ກໍ່ໃຫ້ເກີດຄວາມວຸ້ນວາຍ ທີ່ຫມາຍເຖິງການປຸ້ນສະດົມ ແລະການວາງເພິງ.
ຕໍາຫລວດ ໄດ້ໃຊ້ລູກປືນຢາງ ແລະແກັສນ້ຳຕາ ເພື່ອຄວບຄຸມຝູງຊົນ.
ປະຊາຊົນຫລາຍຄົນເວົ້າວ່າ ການປາກົດໂຕຂອງກອງທະຫານ ຮູ້ສຶກຄືກົດໄອຍະການເສິກ
Danielle Kahl ຄົນໃນທ້ອງຖິ່ນ Los Angeles ກ່າວວ່າ ການຕອບຮັບຂອງປະທານາທິບໍດີ ແມ່ນບໍ່ເຫມາະສົມ ແລະບໍ່ມີຄວາມກ່ຽວຂ້ອງ.
"ຂ້ອຍບໍ່ພໍໃຈກັບເລື່ອງນີ້. ຂ້ອຍບໍ່ພໍໃຈທີ່ຜູ້ຄົນທີ່ຖືກຈັບ ອອກຈາກວຽກງານຂອງເຂົາເຈົ້າ ແລະຖືກຈັບໄປ ຈາກຕຶກຣັຖບານ ເພື່ອນັດຫມາຍຂອງເຂົາເຈົ້າ ທີ່ຈະເຮັດສິ່ງນີ້ ໃນທາງທີ່ຖືກຕ້ອງ. ແລະເບິ່ງຄືວ່າ Trump ບໍ່ສົນໃຈ. ແລະມັນບໍ່ຖືກຕ້ອງ. ຂ້ອຍບໍ່ໄດ້ເປັນຝ່າຍ Democrat ຫຼື Republican ຂ້ອຍລະບຸຕົວເອງວ່າ ເປັນຄົນອິດສຣະ. ແຕ່ຂ້ອຍບໍ່ເຫັນວ່າ ສິ່ງນີ້ຖືກຕ້ອງແນວໃດ."
ນາງເວົ້າວ່າ ນາງບໍ່ເຄີຍເຫັນສິ່ງແບບນີ້ມາກ່ອນ ໃນຊີວິດຂອງນາງ.
"ຂ້ອຍບໍ່ມັກສິ່ງນີ້. ຂ້ອຍບໍ່ເຄີຍເຫັນສິ່ງນີ້ໃນຊີວິດຂອງຂ້ອຍ ທີ່ໄດ້ເຕີບໃຫຍ່ຢູ່ທີ່ນີ້, ສ່ວນໃຫຍ່ໃນຊີວິດຂອງຂ້ອຍ. ຂ້ອຍບໍ່ເຄີຍເຫັນສິ່ງແບບນີ້ ແລະຂ້ອຍກໍບໍ່ມັກມັນ. ຂ້ອຍສອນລູກຊາຍຂອງຂ້ອຍ ໃຫ້ເຊື່ອວ່າ ທຸກຄົນມີສິດທິ. ບໍ່ແມ່ນວ່າ ທ່ານເຮັດສິ່ງນີ້ເທົ່ານັ້ນ ແລະນີ້ ເປັນການເສັຍເງິນພາສີຂອງປະຊາຊົນ."
Ryan Glover, ຄົນໃນທ້ອງຖິ່ນອີກຄົນຫນຶ່ງ, ເຫັນວ່າ ການເຄື່ອນໄຫວນັ້ນ ຖືກກະຕຸ້ນໂ ດຍການຕໍ່ຕ້ານຜູ້ອົບພະຍົບ.
"ຂ້ອຍເຊື່ອແທ້ໆວ່າ ມັນເບິ່ງຄືວ່າເກີນໄປ. ຂ້ອຍຮູ້ສຶກວ່າ ມັນບົ່ງບອກເຖິງການຂາດຄວາມຮັບຜິດຊອບ ຂອງຣັຖບານປະຈຸບັນ ແລະຄວາມກຽດຊັງ ແລະຄວາມຢ້ານກົວຊາວຕ່າງຊາດ ທີ່ເຂົາເຈົ້າມີຕໍ່ຜູ້ອົບພະຍົບ."
ໃນຂນະດຽວກັນ, ຜູ້ຊ່ຽວຊານທາງກົດຫມາຍ ແລະເຈົ້າຫນ້າທີ່ ກໍາລັງສົງສັຍວ່າ ປະທານາທິບໍດີ ມີສິດອໍານາດ ທີ່ຈະກະທໍາໂດຍບໍ່ຕ້ອງ ໄດ້ຮັບຄວາມຍິນຍອມຈາກຣັດຫລືບໍ່.
Tara Copp, ຜູ້ສື່ຂ່າວຂອງ Pentagon ຂອງ Associated Press, ກ່າວວ່າ Donald Trump ໄດ້ໃຊ້ກອງກຳລັງປ້ອງກັນຊາດ (National Guard) ພາຍໃຕ້ຄໍາສັ່ງ Title Ten ຂອງຣັຖບານກາງ, ແຕ່ບໍ່ໄດ້ຮັບຄໍາສັ່ງ ທີ່ຈໍາເປັນຈາກຜູ້ປົກຄອງຣັດ California.
Ms Copp ກ່າວວ່າ ກອງທະຫານມີຂໍ້ຈໍາກັດ ໃນສິ່ງທີ່ສາມາດເຮັດໄດ້.
ການຂາດຄວາມຮັບຜິດຊອບ ຂອງຣັຖບານປະຈຸບັນ ແລະຄວາມກຽດຊັງ ແລະຄວາມຢ້ານກົວຊາວຕ່າງຊາດ ທີ່ເຂົາເຈົ້າມີຕໍ່ຜູ້ອົບພະຍົບ."Ryan Glover, ຄົນໃນທ້ອງຖິ່ນ Los Angeles
"ເຊັ່ນດຽວກັບກອງກຳລັງປ້ອງກັນຊາດ (National Guard), ທະຫານເຮືອເຫລົ່ານັ້ນ ບໍ່ສາມາດກັກຂັງຜູ້ຄົນໄດ້. ເຂົາເຈົ້າຢູ່ທີ່ນັ້ນ ເພື່ອປົກປ້ອງອາຄານ. ເຂົາເຈົ້າສາມາດປົກປ້ອງພະນັກງານໄດ້. ມື້ວານນີ້ Pentagon ກໍພະຍາຍາມທີ່ ຈະໃຫ້ຄໍາແນະນໍາ ແກ່ທະຫານເຮືອເຫລົ່ານີ້ ກ່ຽວກັບສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ແລະບໍ່ສາມາດເຮັດໄດ້ ແລະສິ່ງທີ່ເຂົາເຈົ້າຄວນເຮັດ ແລະບໍ່ຄວນເຮັດ, ເພາະນີ້ ເປັນສະຖານະການທີ່ບໍ່ຄ່ອຍເກີດຂຶ້ນ. ຕາມປົກກະຕິແລ້ວ ທ່ານຈະບໍ່ໃຊ້ທະຫານ, ທະຫານເຮືອ, ແລະອື່ນໆ ຢູ່ໃນດິນຂອງສະຫະຣັດອາເມຣິກາ ເພື່ອດໍາເນີນກິດຈະກັມໃດໆ ຂອງການບັງຄັບໃຊ້ກົດຫມາຍ."
ເຈົ້າເມືອງ Los Angeles, Karen Bass ກ່າວວ່າ ການປາກົດໂຕ ຂອງກອງທັບ ໄດ້ແຜ່ຄວາມຢ້ານກົວ, ບໍ່ແມ່ນຄວາມປອດພັຍ, ແລະວ່າຜູ້ອົບພະຍົບໃນເມືອງ ກໍາລັງໄດ້ຮັບຄວາມເສັຍຫາຍ.
"ແນ່ນອນວ່າ ການໂຈມຕີຂອງ ICE, ເຮົາບໍ່ຮູ້ວ່າຈະເປັນເວລາໃດ, ເຮົາບໍ່ຮູ້ວ່າຈະດົນປານໃດ. ແຕ່ການກະທຳນັ້ນ ໄດ້ສ້າງຄວາມຢ້ານກົວ ທີ່ຮ້າຍແຮງໃນເມືອງຂອງເຮົາ. ແລະມັນບໍ່ຖືກຕ້ອງ ທີ່ຈະເຮັດສິ່ງນັ້ນ ກັບຜູ້ຄົນທີ່ພະຍາຍາມຢູ່ລອດ. ພວກເຮົາເປັນເມືອງຂອງຜູ້ອົບພະຍົບ."
ນາງຍັງວິຈານຣັຖບານກາງ ໃນການໃຊ້ຈ່າຍເງິນຫລາຍກວ່າ 100 ລ້ານໂດລາ ແທນທີ່ຈະສົ່ງເສີມ ການຕຽມພ້ອມຂອງເມືອງ ສໍາລັບ World Cup ໃນປີຕໍ່ໄປ.
"ຂ້າພະເຈົ້າ ຢາກບອກລາວວ່າ ຖ້າຫາກທ່ານຢາກທໍາລາຍເສດຖະກິດຂອງ Los Angeles, ແລ້ວໃຫ້ໂຈມຕີຜູ້ອົບພະຍົບ. ຂ້າພະເຈົ້າ ຢາກບອກລາວວ່າ ທ່ານບໍ່ຢາກໃຫ້ World Cup ປະສົບຄວາມສໍາເຣັດ, ຜົນສໍາເຣັດສໍາລັບທ່ານບໍ່? ຖ້າຫາກນັ້ນ ເປັນສິ່ງທີ່ທ່ານຕ້ອງການ, ໃຫ້ຄວາມຊ່ອຍເຫລືອແກ່ພວກເຮົາ. ໃຫ້ເງິນຈໍານວນ 130 ລ້ານໂດລາ ທີ່ຖືກໃຊ້ໂດຍບໍ່ມີເຫດຜົນ ແກ່ພວກເຮົາ, ຊຶ່ງເຮັດໃຫ້ ເປັນການເສັຍເງິນຂອງຜູ້ເສັຍພາສີ. ໃຫ້ເງິນນັ້ນ ແກ່ພວກເຮົາ ເພື່ອວ່າພວກເຮົາ ຈະສາມາດຕຽມພ້ອມສໍາລັບ World Cup ໃນປີຕໍ່ໄປ."
ຜູ້ປົກຄອງຣັດ Gavin Newsom ກ່າວວ່າ ລາວໄດ້ຍື່ນຄຳຮ້ອງສຸກເສີນ ໃນສານ ເພື່ອຢຸດສິ່ງທີ່ເອີ້ນວ່າ ການໃຊ້ທະຫານຢ່າງຕໍ່ເນື່ອງ ແລະບໍ່ຈໍາເປັນໃນ Los Angeles.
ແຕ່ Donald Trump ຍັງຕັ້ງໃຈຢ່າງແນ່ວແນ່.
ລາວກ່າວວ່າ ກອງທັບຈະຢູ່ຕໍ່ໄປເທົ່າທີ່ຈໍາເປັນ-ໂດຍສະເພາະ,ຈົນກວ່າຈະບໍ່ມີອັນຕະຣາຍ.
ເນື້ອເລື່ອງໂດຍ Essam Al-Ghalib Sam Dover ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao