ແຜ່ນດິນໄຫວຂນາດ 7.2 ແລະ 7.5 ໄດ້ເກີດຂຶ້ນ ໃນພາກເຫນືອຂອງ Venezuela ພາຍໃນຫນຶ່ງນາທີ ໃນຄືນວັນພຸດ ຕາມເວລາທ້ອງຖິ່ນ, ໄດ້ກໍ່ໃຫ້ເກີດແຜ່ນດິນໄຫວ ຫລາຍກວ່າ 130 ເທື່ອ ແລະສ້າງຄວາມເສັຍຫາຍໃນວົງກວ້າງ. ຕັ້ງແຕ່ເຊົ້າວັນສຸກ, ຢ່າງຫນ້ອຍມີ 188 ຄົນໄດ້ຖືກຢືນຢັນວ່າ ເສັຍຊີວິດແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ. ປະຊາຄົມນາໆຊາດ ກໍ ໄດ້ ໃຫ້ຄວາມຊ່ອຍເຫຼືດ ແມ່ນແຕ່ປະເທດອີຣານ ທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມ ກໍໄດ້ສເນີຄວາມຊ່ວຍເຫລືອຄືກັນ, ໃນຂນະທີ່ Pope Leo XIV ໄດ້ສົ່ງເງິນ 100,000 Euros ໄປຊ່ອຍເຊັ່ນກັນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ແຜ່ນດິນໄຫວທີ່ຮ້າຍແຮງໃນ Venezuela.
ມີຄວາມຢ້ານວ່າຊາວ Venezuela ຫລາຍພັນຄົນ ຈະເສັຍຊີວິດ ຫລັງຈາກແຜ່ນດິນໄຫວທີ່ຮ້າຍແຮງສອງເທື່ອ ໄດ້ທໍາລາຍພາກເຫນືອຂອງປະເທດ, ຮວມທັງເມືອງຫລວງ, Caracas.
ການຊອກຫາ ແລະຊ່ວຍກູ້ຢ່າງຂນາດໃຫຍ່ ກໍາລັງດໍາເນີນຢູ່, ໂດຍທີ່ເຈົ້າໜ້າທີ່ສຸກເສີນ ໄດ້ດຶງເອົາຫລາຍສິບຄົນ ທີ່ລອດຊີວິດຈາກຊາກຫັກພັງ.
ຕັ້ງແຕ່ເຊົ້າວັນສຸກ, ຢ່າງຫນ້ອຍມີ 188 ຄົນໄດ້ຖືກຢືນຢັນວ່າ ເສັຍຊີວິດແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ.
Angelica Waite ລາຍງານ.
ສຽງຂອງຊາວ Venezuela ທີ່ຫມົດຫວັງ ທີ່ເອີ້ນຫາຄົນທີ່ເຂົາເຈົ້າຮັກ ຢ້ານວ່າຈະຕິດຢູ່ໃຕ້ເສດຊາກຫັກພັງ, ຫລັງຈາກແຜ່ນດິນໄຫວທີ່ຮ້າຍແຮງສອງເທື່ອ ໄດ້ເກີດຂຶ້ນ ຢູ່ທາງເຫນືອຂອງປະເທດ.
ນັບແຕ່ບ່າຍວັນສຸກ ວັນທີ 26 ມີຖຸນາ, ມີຢ່າງຫນ້ອຍ 188 ຄົນທີ່ຖືກຢືນຢັນວ່າເສັຍຊີວິດ ແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ.
ການຊອກຫາ ແລະກູ້ພັຍຢ່າງຄັ້ງໃຫຍ່ ກໍາລັງດໍາເນີນຢູ່, ແລະເຈົ້າໜ້າທີ່ສຸກເສີນ ໄດ້ດຶງເອົາຫລາຍສິບຄົນ ທີ່ລອດຊີວິດ ຈາກເສດຊາກຫັກພັງ, ແຕ່ມີຄວາມຢ້ານກົວວ່າ ອາດມີຫລາຍພັນຄົນ ທີ່ເສັຍຊີວິດ.
Arminda Gómez, ເປັນຜູ້ອາສັຍໃນຣັດ La Guaira ທີ່ໄດ້ຮັບຜົນກະທົບຢ່າງຫນັກ ບ່ອນທີ່ອາຄານຫລາຍກວ່າ 100 ຫລັງ ໄດ້ພັງຖລົ່ມລົງມາ.
"ຂ້ອຍສູນເສັຍລູກສາວ, ຫລານຊາຍ ແລະຫລານສາວຂອງຂ້ອຍ, ຊຶ່ງຈະເກີດໃນອີກຫນຶ່ງເດືອນ. ກະລຸນາຊ່ວຍຂ້ອຍ ຊອກຫາລູກສາວຂອງຂ້ອຍແດ່ ແລະເບິ່ງວ່າ ລາວຢູ່ໃຕ້ເສດຊາກຫັກພັງຫຼືບໍ່."
ປະທານສະພາແຫ່ງຊາດຂອງ Venezuela, Jorge Rodriguez ກ່າວວ່າ ຣັດ La Guaira ແລະເຂດມະຫານະຄອນ Caracas ໄດ້ຮັບຜົນກະທົບຫລາຍທີ່ສຸດ.
ລາວເວົ້າວ່າ ອາຄານປະມານ 250 ຫລັງ ໄດ້ຖືກທໍາລາຍທົ່ວພາກເຫນືອຂອງປະເທດ ແລະຄວາມພະຍາຍາມທັງຫມົດ ກໍາລັງຖືກເນັ້ນໜັກ ໃນການຊອກຫາ ຜູ້ທີ່ລອດຊີວິດ.
"ນີ້ເປັນເວລາ ທີ່ຈະຊ່ວຍຊີວິດຂອງຜູ້ຄົນ. ນີ້ຄື ເວລາທີ່ຈະຊ່ອຍກູ້ຜູ້ຄົນ. ນີ້ເປັນເວລາ ທີ່ຈະຊ່ອຍເຫລືອຜູ້ຄົນ ທີ່ຕິດຢູ່ໃຕ້ເສດຊາກຫັກພັງ ຂອງອາຄານ, ເຮືອນ, ສູນການຄ້າ, ຂົວ ແລະຖນົນ ທີ່ໄດ້ຮັບຄວາມເສັຍຫາຍ ແລະກະທົບກະເທືອນ ຕໍ່ຜູ້ຄົນໂດຍກົງ."
ແຜ່ນດິນໄຫວຂນາດ 7.2 ແລະ 7.5 ໄດ້ເກີດຂຶ້ນ ໃນພາກເຫນືອຂອງ Venezuela ພາຍໃນຫນຶ່ງນາທີ ໃນຄືນວັນພຸດ ຕາມເວລາທ້ອງຖິ່ນ, ໄດ້ກໍ່ໃຫ້ເກີດແຜ່ນດິນໄຫວ ຫລາຍກວ່າ 130 ເທື່ອ ແລະສ້າງຄວາມເສັຍຫາຍໃນວົງກວ້າງ.
ມັນເປັນແຜ່ນດິນໄຫວ ທີ່ຮ້າຍແຮງທີ່ສຸດຂອງປະເທດ ນັບແຕ່ວັນທີ 29 ເດືອນຕຸລາປີ 1900, ເມື່ອແຜ່ນດິນໄຫວແຮງເຖິງ 7.7 ໄດ້ເກີດຂຶ້ນຢູ່ນອກຝັ່ງ.
Alan Chung ຊາວເມືອງ Caracas ໄດ້ບັນຍາຍເຖິງ ຄວາມສັບສົນວຸ້ນວາຍ ໃນເມືອງຫລວງ ຫລັງຈາກແຜ່ນດິນໄຫວ.
"ຂ້ອຍຢູ່ໃນຮ້ານອາຫານ ຕອນແຜ່ນດິນໄຫວເລີ່ມຂຶ້ນ. ແລະພື້ນດິນ ໄດ້ສັ່ນສະເທືອນຢ່າງແຮງ. ດັ່ງນັ້ນ ທຸກຄົນຈຶ່ງຟ້າວແລ່ນອອກໄປ. ສາຍໄຟຢູ່ເທິງຫົວພວກເຮົາ ກໍາລັງລະເບີດ ແລະໃນທ້າຍຖນົນ ບ່ອນທີ່ຂ້ອຍຢູ່, ອາຄານແຫ່ງຫນຶ່ງໄດ້ພັງທະລາຍ. ຂ້ອຍບໍ່ໄດ້ເຫັນຕອນມັນພັງລົງ, ແຕ່ຂ້ອຍໄດ້ເຫັນຂີ້ຝຸ່ນພັດຫາຂ້ອຍ. ທຸກຄົນໄດ້ອອກມາຈາກ Apartments ຂອງເຂົາເຈົ້າ. ກໍາແພງກໍາລັງພັງລົງ, ມີຮອຍແຕກປາກົດຂຶ້ນຢູ່ທາງຫນ້າອາຄານ. ທຸກຄົນກໍມີຄວາມຢ້ານກົວ."
ການສເນີຄວາມຊ່ອຍເຫລືອ ໄດ້ຫລັ່ງໄຫລມາຈາກທົ່ວໂລກ, ໂດຍມີ Switzerland, Spain, France ແລະ Portugal ໃນບັນດາຜູ້ທີ່ສົ່ງຜູ້ຊ່ຽວຊານ ແລະທີມກູ້ພັຍໄປ Venezuela.
ປະເທດ ຈີນ, India, Brazil, ສະຫະຣັດອາເມຣິກາ ແລະແມ່ນປະເທດອີຣານ ທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມ ກໍໄດ້ສເນີຄວາມຊ່ວຍເຫລືອຄືກັນ, ໃນຂນະທີ່ Pope Leo XIV ໄດ້ສົ່ງເງິນ 100,000 Euros ໄປຊ່ອຍເຊັ່ນກັນ.
ຄວາມຊ່ວຍເຫລືອຈາກນາໆຊາດ ກໍາລັງເລີ່ມເຂົ້າເຖິງຊຸມຊົນ ຂອງVenezuela ແລ້ວ, ແລະຫນ່ວຍກູ້ພັຍນາໆຊາດ ກໍຍັງເຂົ້າຮ່ວມ ກັບຜູ້ຄົນໃນພື້ນທີ່ ເພື່ອຄົ້ນຫາຜູ້ລອດຊີວິດ.
ເຈົ້າໜ້າທີ່ຊ່ອຍເຫລືອ Francine Delarosa ກ່າວວ່າ ຄວາມພະຍາຍາມໃນການຊ່ອຍເຫລືອ ແມ່ນເຈາະຈົງໃສ່ການຊ່ອຍເຫລືອໂດຍກົງ ຕໍ່ຊຸມຊົນທີ່ໄດ້ຮັບຜົນກະທົບໂດຍໄວທີ່ສຸດ.
"ພາຍໃນ 24 ຊົ່ວໂມງ, ພວກເຮົາໄດ້ຈັດຕັ້ງສູນກາງສົ່ງແຈກ ພັຍທັມມະຊາດ ໃນເມືອງ Caracas ທີ່ຈະຊ່ວຍພວກເຮົາ ແຈກຢາຍຄວາມຊ່ວຍເຫລືອຢູ່ທີ່ນັ້ນ ແລະໃນຊຸມຊົນໃກ້ຄຽງ. ພວກເຮົາກໍາລັງປະເມີນສະຖານະການຢູ່ທີ່ນັ້ນ. ຂ້າພະເຈົ້າໄດ້ເຫັນ ວ່າຄວາມຊ່ວຍເຫລືອ ແລະການບັນເທົາທຸກນີ້ ເຂົ້າເຖິງຈຸດໃຈກາງຂອງຊຸມຊົນໄດ້ແນວໃດ. ເມື່ອເຮົາກ່າວວ່າ ທຸກໂດລາທີ່ໄດ້ຮັບການບໍລິຈາກ ຖືກໃຊ້ດ້ວຍຄວາມຮັບຜິດຊອບ ແລະຢ່າງສລາດ."
ຣັດຖະບານປະເທດ Chile ໄດ້ອະນຸມັດພາລະກິດຊ່ອຍເຫລືອ ມະນຸດສະທັມ ຢ່າງເປັນທາງການ, ໂດຍປະກາດວ່າ ຈະສົ່ງກຸ່ມນັກດັບເພີງທີ່ຊ່ຽວຊານ, ທ່ານຫມໍ, ວິສະວະກອນໂຄງສ້າງ ແລະເຈົ້າໜ້າທີ່ຄົ້ນຫາ ແລະກູ້ພັຍໄປທີ່ Venezuela.
ຣັດຖະບານຂອງ El Salvador ຍັງໄດ້ສົ່ງທີມກູ້ພັຍ ແລະເຈົ້າໜ້າທີ່ແພດ 300 ຄົນ, ພ້ອມທັງຄວາມຊ່ອຍເຫລືອດ້ານມະນຸດສະທັມ 50 ໂຕນ, ຮວມທັງຢາ ແລະອຸປະກອນທີ່ຈໍາເປັນ.
ປະທານາທິບໍດີ Mexico, Claudia Sheinbaum, ກ່າວວ່າ ປະເທດຂອງນາງ ຈະບໍລິຈາກຊັບພະຍາກອນ ແລະການສນັບສນູນນໍາອີກ.
"ເປັນໜຶ່ງດຽວຂອງພວກເຮົາ ສົ່ງໄປເຖິງປະຊາຊົນ Venezuela. ມື້ນີ້, ທີມຈາກກະຊວງປ້ອງກັນປະເທດ (Ministry of National Defense), ຊຶ່ງປະກອບດ້ວຍ ເຈົ້າໜ້າທີ່ກູ້ພັຍ ແລະເຈົ້າໜ້າທີ່ການແພດ ກໍາລັງອອກເດີນທາງໄປທີ່ Venezuela. ເມື່ອເຂົາເຈົ້າໄປເຖິງພື້ນທີ່ ແລະໄດ້ປະສານງານ ກັບເຈົ້າຫນ້າທີ່ແລ້ວ, ພວກເຮົາຈະຕັດສິນໃຈໃນມື້ອື່ນວ່າ ຈະຕ້ອງການເຈົ້າໜ້າທີ່ເພີ່ມເຕີມແນວໃດແດ່ ເພື່ອວ່າພວກເຮົາ ຈະສາມາດຊ່ອຍເຫລືອຜູ້ຄົນທີ່ຕ້ອງການມັນຕໍ່ໄປ, ດັ່ງທີ່ພວກເຮົາເຄີຍເຮັດມາໂດຍຕລອດ."
ໃນຂນະທີ່ສະຫະປະຊາຊາດ ຍິນດີຮັບຂໍ້ສເນີຄວາມເປັນໜຶ່ງດຽວ ແລະການສນັບສນູນຈາກທົ່ວໂລກ, Stephane Dujarric ໂຄສົກສະຫະປະຊາຊາດເຕືອນວ່າ ການຟື້ນໂຕ ອາດໃຊ້ເວລາຫລາຍເດືອນ.
"ແຕ່ນີ້ຈະໃຊ້ເວລາດົນນານ. ຈະມີການຮັບມື ຕໍ່ຫາຍະນະຂອງແຜ່ນດິນໄຫວຢ່າງທັນທີ, ແຕ່ມັນຈະດໍາເນີນຕໍ່ໄປ ເປັນເວລາອີກຫລາຍເດືອນຂ້າງຫນ້າ. ແລະດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວ ແລະທ່ານກໍໄດ້ກ່າວຄືກັນວ່າ ມີຫລາຍຄົນ ທີ່ຕ້ອງການຄວາມຊ່ອຍເຫລືອດ້ານມະນຸດສະທັມ. ປະຊາຊົນຊາວ Venezuela ຈະຮຽກຮ້ອງຄວາມຄວາມເປັນໜຶ່ງດຽວ ຂອງປະຊາຄົມນາໆຊາດ."
Julie Kozack, ໂຄສົກຂອງ the International Monetary Fund (IMF), ກ່າວວ່າ ອົງການນັ້ນ ກໍາລັງທໍາງານຮ່ວມກັບຣັດຖະບານ Venezuela ເພື່ອຊອກຫາວິທີທີ່ດີທີ່ສຸດ ທີ່ຈະສົ່ງເສີມການຟື້ນຟູ.
"ພວກເຮົາ ກໍາລັງຕິດຕາມການພັດທະນາຢ່າງໃກ້ຊິດ, ພວກເຮົາ ໄດ້ມີສ່ວນຮ່ວມຢ່າງໃກ້ຊິດ ກັບເຈົ້າຫນ້າທີ່ຂອງ Venezuela, ແລະພວກເຮົາຈະມີສ່ວນຮ່ວມຢ່າງໃກ້ຊິດກັບເຂົາເຈົ້າ ໃນຂນະທີ່ເຂົາເຈົ້າ ປະເມີນຜົນກະທົບທາງເສດຖະກິດ ແລະຄວາມຕ້ອງການ ໃນການຟື້ນຟູສໍາລັບVenezuela."
ແລະໃນອອສເຕຣເລັຍ, ນາຍົກຣັດຖະມົນຕີ Anthony Albanese ໄດ້ບອກກັບ ABC ວ່າ ຣັດຖະບານກໍາລັງຕຽມພ້ອມ ສໍາລັບຄວາມເປັນໄປໄດ້ ທີ່ຊາວອອສເຕຣເລັຍ ອາດຈະຢູ່ໃນບັນດາຜູ້ເຄາະຮ້າຍເຫຼົ່ານັ້ນ.
"ເຮົາຂໍສະແດງຄວາມເສັຍໃຈ ກັບທຸກຄົນທີ່ມີຍາດພີ່ນ້ອງ ຫລືຫມູ່ເພື່ອນໃນ Venezuela ເພາະນີ້ເປັນແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດ ທີ່ເຮົາໄດ້ເຫັນ ໃນບໍ່ດົນມານີ້ ພ້ອມດ້ວຍຜົນກະທົບອັນຮ້າຍແຮງ ຕໍ່ມະນຸດ ພ້ອມດ້ວຍການສູນເສັຍຊີວິດຢ່າງຫລວງຫລາຍ, ແຕ່ຍັງມີຄວາມເສັຍຫາຍ ທາງໂຄງສ້າງພື້ນຖານຢ່າງຫລວງຫລາຍ ແລະຜົນສະທ້ອນທີ່ແທ້ຈິງ ສໍາລັບປະຊາຊົນ Venezuela."
SBS ໄດ້ຕິດຕໍ່ກັບກະຊວງການຕ່າງປະເທດ ແລະການຄ້າ (the Department of Foreign Affairs and Trade-DFAT) ແລະບໍ່ມີລາຍງານຢືນຢັນວ່າ ຊາວອອສເຕຣເລັຍ ໄດ້ຮັບຜົນກະທົບ ໃນໄພທັມມະຊາດຄັ້ງນີ້.
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






