SKIP TO MAIN CONTENT

ສລຸບຂ່າວປະຈຳອາທິດ 060826

An internally displaced Afghan girl
ຮູບຂອງເດັກນ້ອຍ Afghan. Source: AAP / default: AAP

ສລຸບຂ່າວປະຈຳອາທິດ 060826


Published

By Kerrin Thomas

Presented by Sak Phoumirath

Source: SBS


Skip to podcast episode content

ສລຸບຂ່າວປະຈຳອາທິດ 060826


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສລຸບຂ່າວປະຈຳອາທິດ 060826

ຫົວຂໍ້ຂ່າວປະຈຳອາທິດ ມີດັ່ງຕໍ່ໄປນີ້

** Iran ກ່າວວ່າ ຊ່ອງແຄບ Hormuz ອາດຈະເປີດອີກໃນໄວໆນີ້ ເນື່ອງຈາກສະຫະຣັດ ຖືກຂັດຂວາງຈາກການເຈຣະຈາ...

**ສະຫະປະຊາຊາດເຕືອນວ່າ ຫຼາຍກວ່າໜຶ່ງສ່ວນສາມ ຂອງປະຊາກອນ Afghanistan ກໍາລັງປະສົບກັບຄວາມບໍ່ໝັ້ນຄົງ ດ້ານອາຫານຢ່າງຮ້າຍແຮງ...

ແລະໃນຂ່າວກິລາ,

**ອອສເຕຣເລັຍ ຂຶ້ນສູ່ຈຸດຜູ້ນຳຫຼັງຈາກເກມ the Commonwealth Games ໃນ Glasgow.

ຕໍ່ໄປແມ່ນລາຍລະອຽດຂອງຂ່າວ ພ້ອມດ້ວຍຂ່າວອື່ນໆ.

****************************

Iran ກ່າວວ່າ ການເຈຣະຈາກັບ Oman ກ່ຽວກັບການເປີດຊ່ອງແຄບHormuz ຄືນ ກໍາລັງເຂົ້າໃກ້ຈະສົມບູນແລ້ວ.

ຊ່ອງແຄບ Hormuz ໄດ້ຖືກປິດເປັນສ່ວນໃຫຍ່ ຕໍ່ການຂົນສົ່ງຂອງເຮືອພານິດ ນັບຕັ້ງແຕ່ສົງຄາມເລີ່ມຕົ້ນ ໃນເດືອນກຸມພາ, ເຮັດໃຫ້ເສັ້ນທາງທີ່ປົກກະຕິຂົນຖ່າຍນ້ຳມັນ ແລະແກັສ ປະມານຫນຶ່ງໃນຫ້າ ຂອງໂລກຖືກລົບກວນ.

ການເຈຣະຈານີ້ ເກີດຂຶ້ນໃນເວລາທີ່ ປະທານາທິບໍດີສະຫະຣັດອາເມຣິກາ Donald Trump ອ້າງວ່າ ອາດຈະບັນລຸຂໍ້ຕົກລົງກັບ Iran ເພື່ອເປີດທາງນ້ຳທາງຍຸດທະສາດອີກຄັ້ງ ໃນອາທິດນີ້.

ແຕ່ໂຄສົກກະຊວງການຕ່າງປະເທດຂອງ Iran, Esmaeil Baghaei ກ່າວວ່າ Tehran ບໍ່ມີແຜນຈະເຂົ້າຮ່ວມເຈຣະຈາ ກັບສະຫະຣັດເລີຍ ຈົນກວ່າຈະມີການປ່ຽນແປງ ທັດສະນະຄະຕິຂອງສະຫະຣັດ ຕໍ່ປະເທດຂອງຕົນ.

ຮອງຣັດຖະມົນຕີ ການຕ່າງປະເທດ Kazem Gharibabadi ກ່າວວ່າ Iran ແລະ Oman ໄດ້ມີຄວາມຄືບຫນ້າສໍາຄັນ ໃນເສັ້ນທາງການເດີນເຮືອ,ການຈະຣາຈອນທາງທະເລ ແລະຂໍ້ຕົກລົງທາງສອງຝ່າຍ.

"ເກືອບທຸກຫົວຂໍ້ທີ່ສົນທະນາ... ເສັ້ນທາງຜ່ານ, ການເຂົ້າ-ອອກຂອງການຂົນສົ່ງທາງນ້ຳ ແລະຂໍ້ຕົກລົງຂອງທັງສອງຝ່າຍກັບ Oman... ສ່ວນຫຼາຍສໍາເຣັດແລ້ວ... ຄວາມຄືບຫນ້ານີ້ກໍາລັງຈະສໍາເຣັດ."

**************************************

ສະຫະປະຊາຊາດ ກໍາລັງເຕືອນວ່າ ກຸ່ມທີ່ປະກາດຕົວເອງວ່າ Islamic State (I-S) ຍັງຄົງເປັນພັຍຄຸກຄາມ ທີ່ມີຄວາມເຂັ້ມແຂງ ແລະພັດທະນາຢ່າງຕໍ່ເນື່ອງ ເຖິງຈະມີການປະຕິບັດການ ຕໍ່ຕ້ານການກໍ່ການຮ້າຍ ມາຫຼາຍປີກໍຕາມ.

ສໍານັກງານ ຕໍ່ຕ້ານການກໍ່ການຮ້າຍ ແຫ່ງສະຫະປະຊາຊາດ (The UN Office of Counter-Terrorism) ກ່າວວ່າ ອົງການນີ້ ໄດ້ປັບຕົວໂດຍການກະຈາຍຕົວຫຼາຍຂຶ້ນ ໃນຂນະທີ່ຍັງຮັກສາອຸດົມການຮ່ວມກັນ ໃນບັນດາອົງການສະມາຊິກຍ່ອຍ.

ສະຫະປະຊາຊາດກ່າວວ່າ I-S ອ່ອນແອລົງຢ່າງຫຼາຍໃນ Iraq, ແຕ່ເຕືອນວ່າ ຈໍາເປັນຕ້ອງມີການດໍາເນີນການເພີ່ມເຕີມ ເພື່ອປ້ອງກັນການກັບຄືນມາອີກ.

Oguljeren Niyazberdiyeva, ຫົວຫນ້າສໍານັກງານ, ກ່າວວ່າ ອັນຕະຣາຍຕອນນີ້ ຮ້າຍແຮງເປັນພິເສດ ໃນບາງພື້ນທີ່ຂອງ Africa.

"ປັດຈຸບັນ, ພັຍຄຸກຄາມຍັງຄົງຮຸນແຮງເປັນພິເສດ ໃນບາງພື້ນທີ່ຂອງ Africa, ໂດຍສະເພາະໃນພື້ນທີ່ Sahel ແລະ Lake Chad Basin, ທີ່ຫຼາຍປະເທດໃນກຸ່ມ ຍັງຄົງເສີມກໍາລັງຄວາມສາມາດ, ຂຍາຍຂອບເຂດການປະຕິບັດການ ແລະປັບປຸງຍຸດທະວິທີຂອງຕົນ."

**********************************

ຣັດຖະບານ ໄດ້ຮ້ອງຂໍໃຫ້ຜູ້ຄວບຄຸມການແຂ່ງຂັນ (ACCC) ເປັນຜູ້ຕິດຕາມ ສະຖານີບໍຣິການນ້ຳມັນ ສໍາລັບກໍຣະນີການໂກ່ງລາຄາ (Price Gouging)-ເນື່ອງຈາກສ່ວນຫຼຸດພາສີນ້ຳມັນຊົ່ວຄາວ ໄດ້ສິ້ນສຸດແລ້ວ.

ຣັດຖະມົນຕີການຄັງ Jim Chalmers ກ່າວວ່າ ລາວໄດ້ຂຽນຈົດຫມາຍໄປຫາ ACCC ເພື່ອຂໍໃຫ້ມີການເພີ່ມຂຶ້ນ ໃນກວດສອບລາຄານ້ຳມັນ ເພື່ອຮັບປະກັນວ່າ ລາຄານ້ຳມັນ ບໍ່ໄດ້ຖືກປັບຂຶ້ນສູງກວ່າຄວາມເປັນຈິງ.

ການລະເມີດ ອາດຈະຖືກປັບເປັນເງິນ $100 ລ້ານ.

ຜູ້ຂັບຣົດ ກໍາລັງຖືກເຕືອນ ໃຫ້ຄາດການວ່າລາຄາຈະນ້ຳມັນສູງຂຶ້ນ ຫຼັງຈາກສ່ວນຫຼຸດພາສີນ້ຳມັນ ໄດ້ຫມົດອາຍຸ (ຕັ້ງແຕ່ 0:01 ໂມງ ວັນທີ 3 ສິງຫາ).

Jane Hume ຮອງຜູ້ນໍາພັກ Liberal ກ່າວວ່າ the Coalition ສນັບສນູນການຫຼຸດລາຄານີ້, ແຕ່ມັນເປັນມາດຕະການ ທີ່ມີຄ່າໃຊ້ຈ່າຍສູງ ແລະບໍ່ສາມາດເຮັດຕໍ່ໄປໄດ້ ໂດຍບໍ່ມີການຊົດເຊີຍ.

"the Coalition ໄດ້ສນັບສນູນການຫຼຸດພາສີນ້ຳມັນ ເມື່ອມັນຖືກສເນີເທື່ອທຳອິດ. ເມື່ອລາຄານ້ຳມັນ ມີຄວາມຜັນຜວນສູງ-ນັ້ນແມ່ນສິ່ງດີ.ແຕ່ພວກເຮົາກໍໄດ້ແນະນໍາໃຫ້ຣັດຖະບານ ຫາການຊົດເຊີຍໃນງົບປະມານ ເພື່ອຈ່າຍສໍາລັບສິ່ງນີ້. ເນື່ອງຈາກການຫຼຸດພາສີນ້ຳມັນ ເປັນເລື້ອງທີ່ມີຄ່າໃຊ້ຈ່າຍສູງ."

*********************************

ອົງການອາຫານໂລກ (World Food Programme - WFP) ຂອງສະຫະປະຊາຊາດກ່າວວ່າ ຫຼາຍກວ່າໜຶ່ງສ່ວນສາມ ຂອງປະຊາກອນຂອງ Afghanistan ກໍາລັງປະສົບກັບຄວາມບໍ່ໝັ້ນຄົງ ດ້ານອາຫານຢ່າງຮ້າຍແຮງ.

ອົງການກ່າວວ່າ ກໍາລັງປະສົບປັນຫາ ໃນການໃຫ້ການສນັບສນູນທີ່ພຽງພໍ, ໂດຍ 12 ຈາກ 34 ແຂວງ ທີ່ມີລະດັບການຂາດສານອາຫານ ໃນເດັກນ້ອຍຢ່າງຮ້າຍແຮງ.

Mr John Aylieff ຜູ້ອໍານວຍການປະຈຳປະເທດຂອງ WFP ກ່າວວ່າ ຈໍາເປັນຕ້ອງມີ ງົບປະມານເພີ່ມເຕີມຈໍານວນຫຼາຍ ເພື່ອແກ້ໄຂບັນຫາເຫຼົ່ານີ້, ເພາະເດັກນ້ອຍຫຼາຍຄົນ ກຳລັງຕົກຢູ່ໃນຄວາມສ່ຽງສູງ.

ລາວກ່າວວ່າ ຄວາມຂັດແຍ້ງໃນພູມິພາກ ໄດ້ເຮັດໃຫ້ວິກິດນັ້ນຮຸນແຮງຂຶ້ນ.

"ໃນ 3 ປີຜ່ານມາ, ມີຊາວ Afghans ປະມານ 6 ລ້ານຄົນ ຖືກບັງຄັບໃຫ້ອອກຈາກປະເທດເພື່ອນບ້ານ. ບໍ່ມີວຽກງານພຽງພໍ ທີ່ຈະຮອງຮັບພວກເຂົາ. ຄວາມຂັດແຍ້ງກັບ Pakistan ແລະວິກິດໃນຕາເວັນອອກກາງ ໄດ້ສ້າງຄວາມວຸ້ນວາຍທາງການຄ້າ ຊຶ່ງເຮັດໃຫ້ລາຄາອາຫານພື້ນຖານສູງຂຶ້ນ 20 ຫາ 30 ເປີເຊັນ. ຄົນທຸກ ກໍາລັງຖືກຕັດອອກຈາກຕລາດ. ແລະໃນປັດຈຸບັນ, ຊາວ Afghans ປະມານ 14 ລ້ານຄົນ ກໍາລັງປະສົບກັບຄວາມອຶດຫິວຢ່າງຫນັກ."

*************************************

ຕໍາຫຼວດ German ກ່າວວ່າພົບ Drone ທີ່ບັນທຸກລະເບີດ ຢູ່ເດີ່ນບິນLeipzig-Halle.

ອຸປະກອນນີ້ ຖືກພົບໃກ້ເຮືອບິນບັນທຸກສິນຄ້າຂອງ Ukraine, ເຮັດໃຫ້ເຈົ້າໜ້າທີ່ ຕ້ອງໃຊ້ຫຸ່ນຍົນ ເພື່ອຖອດຕົວຈຸດລະເບີດອອກ ກ່ອນຈະລະເບີດພາຍໃຕ້ການຄວບຄຸມ.

ວັດຖຸທີ່ສອງ ທີ່ບໍ່ຊາບຊະນິດ ກໍໄດ້ລະເບີດຕໍ່ເຮືອບິນບັນທຸກສິນຄ້າ ໃກ້ເດີ່ນບິນ, ເຮັດໃຫ້ເກີດຄວາມເສັຍຫາຍເລັກນ້ອຍ.

ເດີ່ນບິນໃນ Germany ຢູ່ໃນສະຖານະການເຕືອນພັຍສູງ ຫຼັງຈາກມີການບິນໂດຣນ ທີ່ບໍ່ໄດ້ຮັບອະນຸຍາດຫຼາຍເທື່ອ ໃນພື້ນທີ່ ທີ່ສຳຄັນ, ມີການເຕືອນຈາກຕໍາຫຼວດວ່າ ບາງຄັ້ງອາດຈະຖືກຈັດໂດຍ ສາຍລັບທີ່ຣັສເຊັຍ.

************************************

ຣັດຖະມົນຕີພະລັງງານ Chris Bowen ກ່າວວ່າ ລາວພ້ອມທີ່ຈະໃຊ້ອໍານາດ ຂອງຣັດຖະບານກາງ ເພື່ອບັງຄັບໃຫ້ຣັດ ແລະເຂດປົກຄອງ ປະຕິບັດຕາມຄໍາສັ່ງ ໃຫ້ສູນຂໍ້ມູນ AI ໃຊ້ພະລັງງານໝູນວຽນ(Renewable Power).

ໃນການປາຖະກະຖາ ທີ່ສະໂມສອນສື່ມວນຊົນແຫ່ງຊາດ (the National Press Club), Mr Bowen ໄດ້ວິຈານຣັດ Queensland ແລະ Northern Territory ຫຼັງຈາກທີ່ພວກເຂົາປະຕິເສດ ທີ່ຈະສນັບສນູນກົດລະບຽບ ຣັດຖະບານກາງ ທີ່ວາງແຜນໄວ້ໃນການປະຊຸມອາທິດກ່ອນ.

ພາຣະກິດທີ່ວາງແຜນໄວ້ ຈະກຳໜົດໃຫ້ສູນຂໍ້ມູນ ຕ້ອງທົດແທນການໃຊ້ໄຟຟ້າ ຂອງພວກເຂົາ ດ້ວຍການລົງທຶນ ໃນພະລັງງານໝູນວຽນ(Renewable Power).

Mr Bowen ກ່າວວ່າ ລາວຈະບໍ່ອະນຸຍາດໃຫ້ຣັດ ເມີນເສີຍຕໍ່ຜົນກະທົບຂອງສະພາບອາກາດ ແລະໄດ້ສັນຍາວ່າ ຈະບລັອກການລົງທຶນ ທີ່ຄຸກຄາມເປົ້າຫມາຍ ການປ່ອຍແກັສຂອງຣັດຖະບານ.

***************************

ຮັກສາການນາຍົກຣັດຖະມົນຕີ Richard Marles ກ່າວວ່າ ຣັດຖະບານຈະໃຫ້ຄວາມສຳຄັນ ໃນການຮຽກຮ້ອງຈາກນັກເຄື່ອນໄຫວ Noel Pearsonໃນການປັບປຸງ ການຈັດຫາງົບປະມານ ໃຫ້ຊົນພື້ນເມືອງ.

Mr Marles ໄດ້ກ່າວເຖິງເລື້ອງນີ້ ໃນຂນະທີ່ເຂົ້າຢ້ຽມຢາມຖານທັບ A-D-Fທີ່ຢູ່ທາງເຫນືອສຸດໃນ the Torres Strait.

Mr Pearson ກ່າວໃນການປາຖະກະຖາ ທີ່ເທດສະການ Garma ໃນວັນເສົາວ່າຄວນຍົກເລີກ ກົມກິດຈະການຊາວພື້ນເມືອງ ຂອງຣັດ ແລະເຂດປົກຄອງ ເພາະຕ້ອງການໃຫ້ຣັດຖະບານ ມີຄວາມຮັບຜິດຊອບເຕັມທີ່ ໃນການສນັບສນູນຊຸມຊົນທີ່ຢູ່ຫ່າງໄກ.

Mr Marles ກ່າວວ່າ ຣັດຖະມົນຕີ ກະຊວງຊາວພື້ນເມືອງອອສເຕຣເລັຍ Malarndirri McCarthy ຈະພິຈາຣະນາ ຄວາມຄຶດເຫັນຂອງ Mr Pearsonຢ່າງລະອຽດ.

ລາວກ່າວວ່າ: ນີ້ແມ່ນການມີສ່ວນຮ່ວມທີ່ສໍາຄັນ ທີ່ Noel Pearson ໄດ້ເຮັດໄວ້, ແລະພວກເຮົາຢາກໃຊ້ເວລາ ເພື່ອອະທິບາຍຢ່າງລະອຽດ ແລະຖີ່ຖ້ວນ, ແລະຣັດຖະມົນຕີ McCarthy ກໍໄດ້ຊີ້ແຈງຢ່າງຊັດເຈນວ່າ ນາງຈະເຮັດເຊັ່ນນັ້ນ."

**********************************

ສະພາອຸດສາຫະກັມຣົດຍົນ ແຫ່ງຊາດກ່າວວ່າ ຊາວອອສເຕຣເລັຍ ກໍາລັງຊື້ຣົດໃຫມ່ ໃນຈໍານວນທີ່ສູງເປັນປວັດການ-ເຖິງແມ່ນວ່າ ຄວາມກົດດັນດ້ານຄ່າຄອງຊີບ ຍັງເປັນປັນຫາຢູ່.

ລາຍງານຫຼ້າສຸດ ຂອງອົງການສະແດງໃຫ້ເຫັນວ່າ ເດືອນກໍລະກົດ ເປັນເດືອນທີ່ມີການຊື້ອັນດັບສອງ ໃນປວັດສາດ, ຊຶ່ງມີການຊື້ຣົດໃຫມ່ ຫຼາຍກວ່າ 150,000 ຄັນ.

ໃນຂນະທີ່ ສ່ວນຫຼາຍຍັງເປັນຣົດທີ່ໃຊ້ນ້ຳມັນ ຫຼື Diesel, ຣົດໄຟຟ້າແບບສຽບປລັກ ແລະໝໍ້ໄຟ ຄິດເປັນປະມານໜຶ່ງໃນຫ້າ ຂອງການຂາຍທັງຫມົດ ໃນເດືອນຜ່ານມາ.

Tony Weber, CEO ຂອງອົງການກ່າວວ່າ ການເພີ່ມຂຶ້ນຂອງການຊື້ຣົດໄຟຟ້າ ບໍ່ໄດ້ຮັບການຕອບສນອງ ຈາກການເພີ່ມໂຄງສ້າງພື້ນຖານ ໃນການ Charge ໄຟຟ້າ.

"ຂ້າພະເຈົ້າຄິດວ່າ ນີ້ແມ່ນການຖົກຖຽງ ລະຫວ່າງໄກ່ກັບໄຂ່. ຖ້າພວກເຮົາບໍ່ມີໂຄງສ້າງພື້ນຖານການ Charge ໄຟ, ຄວາມຕ້ອງການຣົດໄຟຟ້າ ກໍຈະຫຼຸດລົງ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ນີ້ແມ່ນຄວາມສ່ຽງຮ້າຍແຮງ ສໍາລັບອຸດສາຫະກັມຣົດ ໃນອອສເຕຣເລັຍ. ຖ້າບໍ່ມີການ Charge ໄຟ ສາທາຣະນະພຽງພໍ, ຈະຍາກຫຼາຍ ໃນການເຮັດໃຫ້ຄົນປ່ຽນໄປໃຊ້ຣົດໄຟຟ້າ, ແລະນັ້ນ ແມ່ນຄວາມຕ້ອງການ ຂອງຣັດຖະບານອອສເຕຣເລັຍ."

********************************

ນັກວິທະຍາສາດກ່າວວ່າ ພວກເຂົາແນ່ໃຈວ່າ ຈະຫຼວດ SpaceX ທີ່ບິນຜິດທາງ ໄດ້ຕົກລົງສູ່ດວງຈັນ ຕາມທີ່ຄາດການໄວ້.

ກ້ອງສ່ອງດາວໃນປະເທດ Chile ໄດ້ກວດພົບຄວັນ Sodium ແລະ Lithium ໃນເວລາ ແລະສະຖານທີ່ ທີ່ຄາດການໄວ້, ເຖິງແມ່ນວ່າ ການປະທະ ບໍ່ໄດ້ຖືກສັງເກດໂດຍກົງ.

ຂັ້ນເທິງຂອງຈະຫຼວດ ໄດ້ລອຍຢູ່ໃນອາວະກາດ ນັບຕັ້ງແຕ່ປ່ອຍຍານລົງຈອດ ເທິງດວງຈັນສອງລໍາ ເມື່ອຕົ້ນປີກາຍ.

 Carl Schmidt ນັກວິທະຍາສາດດວງດາວ ຈາກມະຫາວິທະຍາລັຍ Bostonກ່າວວ່າ ຫຼັກຖານແມ່ນຊັດເຈນ.

"ໝັ້ນໃຈ 100%. ພວກເຮົາໄດ້ສັງເກດລາຍເຊັນໃນເວລາ ແລະສະຖານທີ່ ທີ່ຄາດການໄວ້. ແລະມີເພື່ອນຮ່ວມງານອີກຄົນໜຶ່ງ ຈາກມະຫາວິທະຍາລັຍ Boston ທີ່ຢືນຢັນດ້ວຍ Sodium. ຂໍ້ມູນຂອງລາວ ອາດຈະດີກວ່າໃນແນວ ທີ່ມັນມີລະດັບຈັງຫວະສັ້ນ, ແລະລາວສາມາດໄດ້ຮັບຂໍ້ມູນເພີ່ມເຕີມ ກ່ຽວກັບຂນາດຂອງຜົນກະທົບ. ດັ່ງນັ້ນ, ພວກເຮົາມີຄວາມຫມັ້ນໃຈ."

****************************

ມາເຖິງຂ່າວກິລາ

ອອສເຕຣເລັຍ ໄດ້ກາຍເປັນຜູ້ຊນະໃນ the Commonwealth Games ໂດຍໄດ້ຮັບຫຼຽນ ຫຼາຍກວ່າຄູ່ແຂ່ງທີ່ໃກ້ທີ່ສຸດ ນັ້ນກໍແມ່ນ ອັງກິດ ເຖິງ 61 ຫຼຽນ.

ນັກກິລາອອສເຕຣເລັຍ ໄດ້ຮັບຫຼຽນລາງວັນທັງຫມົດ 171 ຫຼຽນໃນ 11 ມື້, ມີຫຼຽນຄຳ 70 ຫຼຽນລວມໃນນັ້ນ-ນັ້ນແມ່ນຫຼາຍກວ່າຫຼຽນຄຳ ທີ່ປະເທດອັງກິດ, ແຄນາດາ ແລະອິນເດັຍຮວມກັນ.

ນັກກິລາອອສເຕຣເລັຍໄດ້ຮັບຫຼຽນ ໃນທຸກປະເພດກິລາ.

ອອສເຕຣເລັຍ ຍັງຊະນະຫຼຽນຄຳໃນປີນີ້ ຫຼາຍກວ່າໃນປີ 2022 ເຖິງຈະມີການຕັດກິລາ 10 ປະເພດອອກ ແລະມີຫຼຽນຄຳນ້ອຍລົງກໍຕາມ.

ຮວບຮວມໂດຍ  Kerrin Thomas ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

Mrຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now