ສລຸບຂ່າວທົ່ວໂລກປະຈຳອາທິດ ພ້ອມດ້ວຍຂ່າວອື່ນໆ
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວປະຈຳອາທິດ 16 ມີຖຸນາ 2026.
ຫົວຂໍ້ຂ່າວປະຈຳອາທິດ ມີດັ່ງຕໍ່ໄປນີ້
**ສະຫະປະຊາຊາດກ່າວວ່າ ສະຫະຣັດອາເມຣິກາ ແລະອີຣານ ຕ້ອງກັບຄືນໄປຫາການທູດ.
**ການໂຈມຕີທາງອິນເຕີເນັດ ລັກເອົາຂໍ້ມູນຂອງຄົນເຈັບ ຈາກເຄືອຂ່າຍການດູແລສຸຂະພາບ ຂອງອອສເຕຣເລັຍ.
**ແລະໃນຟຸດບອລໂລກ, ປະເທດ Argentina ເຂົ້າໄປສູ່ຮອບຊິງຊນະເລີດ ຫລັງຈາກໄດ້ເອົາຊນະ ປະເທດອັງກິດ.
ຕໍ່ໄປແມ່ນລາຍລະອຽດຂອງຂ່າວ ພ້ອມດ້ວຍຂ່າວອື່ນໆ.
ເລຂາທິການ ຂອງອົງການສະຫະປະຊາຊາດ Antonio Guterres ກໍາລັງຊຸກຍູ້ທຸກຝ່າຍ ໃຫ້ຫລຸດຜ່ອນຄວາມຮຸນແຮງ ແລະກັບຄືນສູ່ການທູດ ໃນຄວາມຂັດແຍ່ງ ທີ່ກໍາລັງດໍາເນີນຢູ່ ລະຫວ່າງອີຣານ ແລະສະຫະຣັດອາເມຣິກາ ໃນຕາເວັນອອກກາງ.
ສະຫະຣັດອາເມຣິກາ ໄດ້ເລີ່ມໂຈມຕີອີກເທື່ອຫນຶ່ງຕໍ່ Iran ໃນຂນະທີ່ Iran ກ່າວວ່າ ມັນໄດ້ແນເປົ້າຫມາຍ ໃສ່ຖານທັບຂອງສະຫະຣັດອາເມຣິກາ ໃນປະເທດ Bahrain.
ອົງການອາຫານ ແລະການກະສິກັມ (The Food and Agriculture Organization) ຂອງສະຫະປະຊາຊາດ ໄດ້ເຕືອນກ່ຽວກັບ ຜົນກະທົບອັນຍາວນານ ຂອງການໂຈມຕີຢ່າງຕໍ່ເນື່ອງ.
Stephane Dujarric ໂຄສົກຂອງສະຫະປະຊາຊາດກ່າວວ່າ ການທູດເປັນທາງເລືອກດຽວ.
ອົງການສະຫະປະຊາຊາດ ຍັງໄດ້ຮຽກຮ້ອງໃຫ້ມີການຟື້ນຟູ ສິດທິການເດີນເຮືອນາໆຊາດ ແລະເສຣີພາບ ໃນການເດີນເຮືອທັງໃນ ແລະອ້ອມຮອບ Strait of Hormuz.
***************************************
ຜູ້ໃຫ້ບໍຣິການ ດ້ານການດູແລສຸຂະພາບ ກໍາລັງຖືກວິພາກວິຈານ ຫລັງຈາກໄດ້ຊັກຊ້າ ໃນການລາຍງານເປັນເວລາຫລາຍກວ່າສາມອາທິດ ວ່າບັນທຶກສຸຂະພາບສ່ວນຕົວຂອງຄົນໄຂ້ ໄດ້ຖືກລັກໄປ ໃນການໂຈມຕີທາງອິນເຕີເນັດ ຫຼື Cyber Attack.
Partnered Health ໄດ້ເປີດເຜີຍໃນຄືນທີ່ຜ່ານມາ ວ່າ 21 ຄະລີນິກທົ່ວອອສເຕຣເລັຍ ໄດ້ຮັບຜົນກະທົບ ຈາກການລະເມີດຂໍ້ມູນ.
ບໍຣິສັດກ່າວວ່າ ຂໍ້ມູນທີ່ຖືກລັກໄປນັ້ນ ອາດຮວມເຖິງຊື່ ແລະລາຍລະອຽດການຕິດຕໍ່ ຕລອດຈົນ Medicare ແລະເລກບັດສຸຂະພາບອື່ນໆ ພ້ອມດ້ວຍຂໍ້ມູນທາງການແພດສ່ວນຕົວ ແລະລາຍລະອຽດຂອງການປິ່ນປົວ.
ເຫດການດັ່ງກ່າວ ໄດ້ຖືກລາຍງານຕໍ່ the Australian Cyber Security Centre, the Office of the Australian Information Commissioner ແລະຕໍາຫລວດ.
ແຕ່ Trevor Long ທີ່ເປັນນັກຂ່າວດ້ານເທັກໂນໂລຈີ ໄດ້ບອກກັບChannel Nine ວ່າ ເວລາໄດ້ຜ່ານໄປດົນເກີນໄປ ລະຫວ່າງການໂຈມຕີທີ່ເກີດຂຶ້ນ ແລະ Partnered Health ແຈ້ງບອກຜູ້ທີ່ໄດ້ຮັບຜົນກະທົບ.
ລາວກ່າວວ່າ: ເວລາໄດ້ຜ່ານໄປ 22 ມື້ ນັບຕັ້ງແຕ່ການລ່ວງລະເມີດນີ້ໄດ້ເກີດຂຶ້ນ. ນັ້ນເປັນທີ່ຍອມຮັບບໍ່ໄດ້ ຈາກທັດສະນະຂອງຄົນໄຂ້, ແລະຄວນເປັນທີ່ຍອມຮັບບໍ່ໄດ້ ຈາກທັດສະນະຂອງກົດລະບຽບ."
******************************************
ການສໍາຫລວດຄວາມຄິດເຫັນໃຫມ່ ສະແດງໃຫ້ເຫັນວ່າ ການສນັບ ສນູນ Pauline Hanson ແລະພັກ One Nation ໄດ້ຫລຸດລົງ ນັບຕັ້ງແຕ່ການກ່າວປາໄສຂອງນາງ ທີ່ National Press Club, ໂດຍທີ່ the Coalitionໄດ້ການສນັບສນູນຫຼາຍຂຶ້ນ.
ການສໍາຫລວດຂອງ The Resolve Political Monitor ທີ່ດໍາເນີນໂດຍNine newspapers ພົບວ່າ ການສນັບສນູນສໍາລັບ One Nation ໄດ້ຫລຸດລົງສາມຈຸດ ໃນເດືອນມິຖຸນາ ເປັນ 26 ເປີເຊັນ, ໃນຂນະທີ່ ການສນັບ ສນູນຂອງ the Coalition ໄດ້ເພີ່ມຂຶ້ນເປັນ 23 ເປີເຊັນ.
ກ່ອນການກ່າວປາໄສ, ຜູ້ນໍາຂອງ One Nation ໄດ້ແຊງໜ້າ Mr Albanese ໃນດ້ານຄວາມນິຍົມ ໃນຖານະນາຍົກ ໃນການສຳຫຼວດຄວາມຄຶດເຫັນ ໃນເດືອນມິຖຸນາຊຶ່ງ Pauline Hanson ມີ 33 ເປີເຊັນ ຊຶ່ງສູງກວ່າ 29 ເປີເຊັນ ຂອງນາຍົກຣັດຖະມົນຕີ.
Jane Hume ຮອງຜູ້ນໍາຝ່າຍຄ້ານບອກ SKY News ວ່າ the Coalition ພັກກໍາລັງສຸມໃສ່ ກັບການຟື້ນຟູຊື່ສຽງຂອງຕົນ ໂດຍແນໃສ່ມາດຕະຖານການຄອງຊີບ ແລະວິຖີຊີວິດ ຜູ້ມີສິດເລືອກຕັ້ງ.
ໃນການສໍາຫລວດຄວາມຄຶດເຫັນຂອງ 2 252 ຄົນ, ຊຶ່ງດໍາເນີນການລະຫວ່າງວັນທີ 6 ແລະ 11 ເດືອນກໍລະກົດສໍາລັບ Nine newspapers,ການສນັບສນູນ Pauline Hanson ໃນຖານະນາຍົກຣັດຖະມົນຕີ ໄດ້ຫລຸດລົງແປດຈຸດ ຈາກ 33 ເປີເຊັນ ໃນເດືອນມິຖຸນາເປັນ 25 ເປີເຊັນ.
Anthony Albanese ໄດ້ກັບຄືນມາຮັບຄວາມນິຍົມ ໃນຖານະນາຍົກຣັດຖະມົນຕີອີກ ໂດຍມີ 33 ເປີເຊັນ ທີ່ສນັບສນູນລາວ, ເພີ່ມຂຶ້ນຈາກ 29 ເປີເຊັນໃນເດືອນມິຖຸນາ, ໂດຍທີ່ Angus Taylor ຢູ່ທີ່ 21 ເປີເຊັນ, ສອງຈຸດ ສູງກວ່າທີ່ຜ່ານມາ.
*******************************
ເຈົ້າໜ້າທີ່ໂຮງຮຽນຂອງຣັດທົ່ວ Victoria ໄດ້ຢືນຢັນວ່າ ເຂົາເຈົ້າຈະຍ່າງອອກຈາກວຽກ ໃນວັນພະຫັດຫນ້າ (ວັນພະຫັດ 23 ກໍລະກົດ) ໃນການເຄື່ອໄຫວເທື່ອຫຼ້າສຸດ ກ່ຽວກັບຂໍ້ພິພາດ ເລື່ອງຄ່າຈ້າງ ທີ່ກຳລັງດໍາເນີນຢູ່.
ສະຫະພາບການສຶກສາ ຂອງອອສເຕຣເລັຍຫຼື The Australian Education Union ກ່າວວ່າ ການຂາດງົບປະມານ ກໍາລັງທໍາລາຍຄຸນນະພາບ ຂອງການສຶກສາໃນຣັດ.
ສະຫະພາບການສຶກສາຂອງອອສເຕຣເລັຍ ໄດ້ປະຕິເສດຂໍ້ສເນີຂອງຣັດຖະບານ Labor ທີ່ຈະເພີ່ມຄ່າຈ້າງ 28 ເປີເຊັນ ໃນໄລຍະສີ່ປີ.
Justin Mullaly ປະທານສາຂາກ່າວວ່າ ຄູສອນປະເຊີນກັບວຽກງານ ທີ່ບໍ່ສາມາດຮອງຮັບໄດ້ ແລະຄ່າຈ້າງທີ່ບໍ່ດີພໍ, ຊຶ່ງຈະສົ່ງຜົນກະທົບຕໍ່ນັກຮຽນໃນທີ່ສຸດ. ແລະມັນເປັນສິ່ງທີ່ຣັດຖະບານຕ້ອງແກ້ໄຂ ໂດຍການສົ່ງມອບຂໍ້ຕົກລົງ ເລື່ອງການເງິນຢ່າງເຕັມທີ່ ກັບຣັດຖະບານກາງ."
******************************
ການສອບສວນ ຂອງຣັດຖະສະພາ ຫຼື Parliamentary Inquiry ໄດ້ຍິນກ່ຽວກັບການໂຈມຕີທາງອິນເຕີເນັດ ທີ່ມີການຮ່ວມມືກັນ ແລະຊ້ຳແລ້ວຊ້ຳອີກ ທີ່ເຈາະຈົງໃສ່ຜູ້ຍິງຊາວ First Nations ມີຜົນກະທົບໃນທາງລົບຢ່າງຕໍ່ເນື່ອງ ແນວໃດ.
Narelle Henry ຜູ້ຍິງເຜົ່າ Noongar ເປັນຜູ້ອໍານວຍການ ຂອງ Ember Connect, ຊຶ່ງເປັນອົງການທີ່ນຳຜູ້ຍິງຂອງ First Nations.
ນາງໄດ້ບອກກັບການສອບສວນວ່າ ການສໍາຫລວດຂອງສະມາຊິກ ທີ່ກຸ່ມນັ້ນໄດ້ດໍາເນີນໃນທ້າຍປີ 2024-ພ້ອມດ້ວຍການຕິດຕາມຜົນ ໃນເດືອນມິນາ ແລະເດືອນເມສາ ປີ 2026-ແລະພົບວ່າ 97 ເປີເຊັນ ໄດ້ປະສົບກັບການຈໍາແນກເຊື້ອຊາດ ຫລືການເລືອກປະຕິບັດ, ໂດຍການຕັ້ງຄ່າທົ່ວ ໄປລະບຸວ່າ ຢູ່ໃນສື່ສານມວນຊົນ ແລະຢູ່ບ່ອນທໍາງານ.
ນາງກ່າວວ່າ ຈໍາເປັນຕ້ອງມີການປະຕິຮູບກົດຫມາຍ, ຮວມເຖິງບົດບັນຍັດ ທາງອາດຊະຍາກັມ ຈາກຄວາມກຽດຊັງ ທີ່ຍອມຮັບການຈໍາແນກເຊື້ອຊາດ ຕໍ່ຊາວ First Nations ເປັນຄວາມຜິດຮ້າຍແຮງ.
ນາງກ່າວວ່າ:
"ຖ້າຫາກຄົນຫນຶ່ງຮ້ອງໃສ່ທ່ານຢູ່ຕາມຖນົນ ນັ້ນເປັນອັນຕະຣາຍຢ່າງຊັດແຈ້ງ. ແຕ່ຖ້າຫາກຝູງຊົນມາອ້ອມຮອບທ່ານ ແລະຂົ່ມເຫັງຊ້ຳອີກ, ຕິດຕາມທ່ານ, ບັນທຶກຮູບທ່ານ, ຊຸກຍູ້ຄົນອື່ນໃຫ້ເຂົ້າຮ່ວມ, ແລະກີດກັນທາງອອກຂອງທ່ານ, ຄວາມເສັຍຫາຍບໍ່ໄດ້ເປັນພຽງແຕ່ຄໍາເວົ້າເທົ່ານັ້ນ. ມັນເປັນຝູງຊົນ ແລະຄວາມຢ້ານກົວ, ແລະຄວາມຮູ້ທີ່ວ່າມັນສາມາດເພີ່ມຄວາມຮຸນແຮງຂຶ້ນ ເມື່ອຄົນອື່ນຖືກດຶງເຂົ້າມາ. ມັນບໍ່ພຽງແຕ່ກ່ຽວກັບການຢຸດຄວາມຂັດແຍ່ງເທົ່ານັ້ນ. ບັນຫາກໍຄືເມື່ອຄວາມຂັດແຍ່ງ ກາຍເປັນອາວຸດ; ແລະເມື່ອຖານຂອງເທັກໂນໂລຈີ ອະນຸຍາດໃຫ້ມີພຶດຕິກັມທີ່ສາມາດເກີດຂຶ້ນຮ່ວມກັນແບບນີ້."
*****************************************
ມະຫາວິທະຍາລັຍ Melbourne ກ່າວວ່າ ມັນໄດ້ເພີ່ມຄວາມປອດພັຍ ໃນມະຫາວິທະຍາລັຍ ແລະສັ່ງຫ້າມການຕັ້ງຄ້າຍ ຫລັງຈາກຜູ້ປະທ້ວງທີ່ ສນັບສນູນ Palestinian ໄດ້ຍຶດເອົາສຳນັກງານ ຂອງນັກວິຊາການຊາວຢິວ ໃນລະຫວ່າງການປະທ້ວງ ໃນປີ 2024.
Glyn Davis, Vice-Chancellor ຊົ່ວຄາວ ໄດ້ບອກກັບ Royal Commission into Antisemitism and Social Cohesion ໃນວັນພຸດ 15 ມີຖຸນາ ວ່າການປ່ຽນແປງນັ້ນ ເກີດຂຶ້ນຫຼັງຈາກຕໍາຫລວດ Victoria ໄດ້ເຕືອນວ່າການປະທ້ວງ ຈະກໍ່ໃຫ້ເກີດຄວາມສ່ຽງຫຼາຍຂຶ້ນ ຕໍ່ຄວາມປອດພັຍ.
ໃນວັນອັງຄານ, ຄນະກັມມາທິການ ໄດ້ຍິນຈາກ Steven Prawerສາດສະດາຈານຟີຊິກສ໌ ທີ່ຕົກເປັນເປົ້າຫມາຍ ໃນສຳນັກງານຂອງລາວ ກ່ຽວກັບບົດບາດຂອງລາວ ໃນໂຄງການປະຣິນຍາເອກ ຮ່ວມກັບ the Hebrew University of Jerusalem.
ການສອບສວນໄດ້ຮັບແຈ້ງວ່າ ຜູ້ປະທ້ວງ ສາມາດຍຶດເອົາສຳນັກງານໄດ້ ເພາະປະຕູຖືກເປີດໄວ້ ເນື່ອງລະບົບຄວາມປອດພັຍໃຫມ່ ໂດຍການຮູດບັດ ຖືກຕິດຕັ້ງໄວ້ ໃນການຕອບຮັບຕໍ່ການໂຈມຕີ Professor Prawer.
**********************************
ປະເທດ Congo ກໍາລັງຍັງຄົງຕໍ່ສູ້ກັບການລະບາດຂອງ Ebola ຊະນິດຫາຍາກ ຊຶ່ງຖືກປະກາດເປັນເທື່ອທໍາອິດໃນວັນທີ 15 ເດືອນພຶດສະພາ,ໂດຍທີ່ຍັງບໍ່ມີການປິ່ນປົວ ຫລືວັກຊີນທີ່ໄດ້ຮັບການອະນຸມັດ.
ທາງການປະເທດ Congo ກ່າວວ່າ ນັບຕັ້ງແຕ່ວັນຈັນ, ມີຜູ້ຕິດເຊື້ອເກືອບ 2 000 ຄົນ ແລະມີຜູ້ເສັຍຊີວິດ 702 ຄົນ ໃນສາມແຂວງ ຈາກໄວຣັສ Bundibugyo ທີ່ບໍ່ຄ່ອຍເກີດຂຶ້ນ ພ້ອມດ້ວຍກໍຣະນີ ທີ່ໄດ້ຮັບການຢືນຢັນໃນ Uganda ທີ່ເປັນປະເທດໃກ້ຄຽງ.
Dr Chikwe Ihekweazu ເປັນຜູ້ອໍານວຍການບໍຣິຫານ ຂອງໂຄງການສຸກເສີນ ດ້ານສຸຂະພາບ ຫຼື Health Emergencies Programme ຂອງອົງການອະນາມັຍໂລກ (WHO):
ນາງກ່າວວ່າ:
"ເມື່ອເຮົາສາມາດສະແດງໃຫ້ຊຸມຊົນເຫັນການດູແລ, ສິ່ງອຳນວຍຄວາມສະດວກ, ຄວາມພະຍາຍາມທີ່ກໍາລັງເຮັດຫລາຍຂຶ້ນເທົ່າໃດ, ວ່າເຂົາເຈົ້າຈະບໍ່ຖືກປະຖິ້ມ ໃຫ້ຢູ່ຕາມລໍາພັງ, ເຂົາເຈົ້າຈະບໍ່ພຽງແຕ່ໄດ້ຮັບການປິ່ນປົວເທົ່ານັ້ນ, ເຂົາເຈົ້າຈະໄດ້ຮັບອາຫານ, ເຂົາເຈົ້າຈະສາມາດເຂົ້າເຖິງຄອບຄົວຂອງເຂົາເຈົ້າໄດ້, ເຂົາເຈົ້າຍິ່ງມີຄວາມຫມັ້ນໃຈ ໃນສະຖານທີ່ທີ່ຖືກຈັດຕັ້ງຂຶ້ນເທົ່ານັ້ນ."
ການທົດລອງທາງຄລີນິກ ສໍາລັບການປິ່ນປົວ ໄດ້ເລີ່ມຕົ້ນອາທິດແລ້ວນີ້ ຫລັງຈາກນັກຄົ້ນຄວ້າ ໄດ້ເລີ່ມສຶກສາດ້ວຍຄວາມຫວັງຢ່າງສູງ ທີ່ຈະຕໍ່ສູ້ກັບໄວຣັສ ຊຶ່ງຖືກກະທົບໂດຍຊ່ອງວ່າງດ້ານເງິນທຶນ, ການໂຈມຕີສູນສຸຂະພາບ ແລະການຂັດແຍ້ງ ທີ່ກຳລັງດໍາເນີນຢູ່ຕໍ່ໄປ ໃນພາກຕາເວັນອອກ ຂອງປະເທດ Congo.
****************************************
ພິພິດທະພັນ ອອສເຕຣເລັຍ ກໍາລັງສົ່ງຊາກສົບຂອງບັນພະບຸຣຸດ 17 ຄົນ ຄືນໄປໃຫ້ຊາວ Rapa Nui ຂອງ Easter Island.
ມັນເປັນການສົ່ງກັບທີ່ໃຫຍ່ທີ່ສຸດ ແລະຊັບຊ້ອນທີ່ສຸດ ຂອງຫໍພິພິດທະພັນ, ຊຶ່ງໄດ້ເກັບຊາກສົບໄວ້ ຫລັງຈາກໄດ້ຖືກຍ້າຍອອກຈາກບ່ອນຝັງສົບທີ່ສັກສິດ ໃນສັດຕະວັດທີ 19.
ການສົ່ງກັບຄືນບ້ານ ເປັນຜົນຂອງການປຶກສາຫາລື ຂອງຊຸມຊົນເປັນເວລາສອງປີ ກັບຕົວແທນຂອງ Rapa Nui, ຊຶ່ງນໍາໂດຍກຸ່ມ Pasifik ແລະ First Nations ຂອງພິພິດທະພັນ.
ມີການຈັດພິທີການເດີນທາງກັບບ້ານ ຂອງຊາກສົບຂອງບັນພະບຸຣຸດ-ອອກຈາກ Sydney ໄປຫາ Rapa Nui.
******************************
ນາຍົກຣັດຖະມົນຕີຂອງ New Zealand ໄດ້ນໍາພາການກ່າວສະດຸດີຕໍ່ Sam Neill, ຊຶ່ງຄອບຄົວ ໄດ້ເປີດເຜີຍການເສັຍຊີວິດຂອງລາວ ໃນຕອນບ່າຍວັນຈັນ.
Christopher Luxon ໄດ້ອອກຄໍາຖແລງ ທີ່ເອີ້ນນັກສະແດງຊາວ New Zealand-ຜູ້ທີ່ໄດ້ກາຍເປັນຜູ້ທີ່ໄດ້ຮັບຄວາມນິຍົມ ໃນພາບພະຍົນໃນອອສເຕຣເລັຍ ແລະ Hollywood- ວ່າເປັນໜຶ່ງໃນຜູ້ສະແດງທີ່ຍິ່ງໃຫຍ່.
Sam Neill ໄດ້ເລີ່ມຕົ້ນ ຕອນທີ່ເກືອບບໍ່ມີອຸດສະຫະກໍາພາບພະຍົນ ໃນປະເທດ New Zealand. ເປັນເວລາຫລາຍກວ່າຫ້າສິບປີ ທີ່ Sam Neill ໄດ້ນໍາເລື່ອງລາວຂອງ New Zealand ໄປສູ່ໂລກ ແລະພອນສະຫວັນຂອງລາວ ໄດ້ຊ່ອຍເຮັດໃຫ້ອຸດສະຫະກັມພາບພະຍົນຂອງ New Zealand ກາຍເປັນສິ່ງທີ່ເປັນຢູ່ ໃນປະຈຸບັນນີ້-ເປັນການສົ່ງອອກ ທາງວັດທະນະທັມ ທີ່ຍິ່ງໃຫຍ່ທີ່ສຸດຂອງ New Zealand.
ນາຍົກຣັດຖະມົນຕີ ອອສເຕຣເລັຍ ກໍໄດ້ສະແດງຄວາມເຄົາຣົບຕໍ່ Neill, ຜູ້ທີ່ຖືກຖືວ່າ ເປັນຊາວອອສເຕຣເລັຍກິຕີມະສັກ ເປັນເວລາດົນນານ.
ໃນຄໍາຖແລງການຂອງລາວເອງ, Anthony Albanese ໄດ້ກ່າວເຖິງວິທີທີ່ Sam Neill ໄດ້ຕໍ່ສູ້ກັບຄວາມເຈັບປ່ວຍດ້ວຍສັກສີ, ແລະຄວາມເຊື່ອຫມັ້ນ ແບບດຽວກັນກັບການສະແດງ ທຸກເທື່ອຢູ່ໃນຈໍພາບພະຍົນ.
*****************************
ສຳນັກງານສະຖິຕິ ຂອງອອສເຕຣເລັຍ ໄດ້ເປີດການຣົນນະຣົງຄວາມຮັບຮູ້ ທີ່ເຈາະຈົງໃສ່ຊຸມຊົນຫຼາຍວັດທະນະທັມ ກ່ອນການສໍາຫລວດສຳມະໂນປະຊາກອນ ໃນເດືອນຫນ້າ.
ມີການຜລິດໂຄສະນາໃນ 28 ພາສາ ໂດຍມີຂໍ້ຄວາມວ່າ ທຸກຄົນໃນອອສເຕຣເລັຍ ຕ້ອງມີສ່ວນຮ່ວມ ໃນການສໍາຫລວດສຳມະໂນປະຊາກອນ ຮວມທັງຄົນຍ້າຍຖິ່ນຖານ, ນັກສຶກສາຕ່າງຊາດ, ຜູ້ຖືວີຊາຊົ່ວຄາວ ແລະຜູ້ມາຢ້ຽມຢາມ, ໂດຍມີຂໍ້ຍົກເວັ້ນບາງຢ່າງ ເຊັ່ນນັກການທູດຕ່າງປະເທດ.
Emily Walter ໂຄສົກສຳມະໂນປະຊາກອນແຫ່ງຊາດ ໄດ້ບອກກັບSBS Urdu ວ່າ ຂໍ້ມູນທີ່ຮວບຮວມ ໃນການສໍາຫລວດສຳມະໂນປະຊາກອນແຫ່ງຊາດ ຈະຊ່ອຍສົ່ງເສີມໂຄງສ້າງພື້ນຖານທີ່ສໍາຄັນ, ເຊັ່ນການສຶກສາ, ການຂົນສົ່ງ ແລະການດູແລສຸຂະພາບ.
***************************
ແລະໃນຂ່າວ FIFA World Cup,
ປະເທດ Argentina ໄດ້ຜ່ານເຂົ້າຮອບຊິງຊນະເລີດ ຂອງການແຂ່ງຂັນເຕະບານແຊ້ມປ້ຽນໂລກ ດ້ວຍການເອົາຊນະ ປະເທດອັງກິດ 2 ປະຕູຕໍ່ 1 ໃນການແຂ່ງຂັນຮອບຮອງຊນະເລີດ ທີ່ຫນ້າຕື່ນເຕັ້ນ.
Anthony Gordon ຂອງອັງກິດ ໄດ້ຍິງຂຶ້ນນໍາໃນຕອນຕົ້ນຂອງເຄິ່ງເວລາທີສອງ, ແຕ່ Argentina ໄດ້ກັບຄືນມາ ໃນຊ່ວງໄລຍະສຸດທ້າຍຂອງເກມ.
Enzo Fernandez ຕີສເມີດ້ວຍການຍິງໄລຍະໄກ ໃນນາທີ ທີ 85-ແລະ Lautaro Martinez ຍິງປະຕູໄຊ ໃນຊ່ວງທົດເວລາບາດເຈັບ-ທັງຄູ່ຍິງດ້ວຍການປ້ອນລູກໃຫ້ ໂດຍ Lionel Messi.
ທັງ Argentina ແລະ Spain ຈະພົບກັນໃນວັນຈັນ ເວລາ 05 00 ເຊົ້າເພື່ອຊິງຕໍາແຫນ່ງແຊ້ມປ້ຽນ ຂອງ World Cup 2026.
ຕອນນີ້ ປະເທດອັງກິດ ຈະຫັນຄວາມສົນໃຈໄປ ຫາການແຂ່ງຂັນເພື່ອຊິງອັນດັບທີສາມ ກັບປະເທດຝຣັ່ງ ໃນວັນອາທິດ, ຫລັງຈາກຜິດຫວັງຈາກແຊ້ມປ້ຽນໂລກ ອີກເທື່ອຫນຶ່ງ.
ຮວບຮວມໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






