ສລຸບຂ່າວປະຈຳອາທິດ 30 ກໍລະກົດ 2026.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວປະຈຳອາທິດ 300726.
ຫົວຂໍ້ຂ່າວປະຈຳອາທິດ ມີດັ່ງຕໍ່ໄປນີ້
** ສະຫະຣັດສັນຍາວ່າຈະໂຈມຕີ Iran ເພື່ອຕອບໂຕກັບການໂຈມຕີທີ່ເກີດຂຶ້ນໃນໄລຍະຫຼັງ, ໃນຂນະທີ່ຜູ້ນໍາອິສຣາເອລພົບກັບຣັດຖະບານ Trump.
** ອອສເຕຣເລັຍ ແລະ Singapore ໄດ້ລົງນາມຂໍ້ຕົກລົງເພື່ອເພີ່ມເຂັ້ມແຂງການສະຫນອງພະລັງງານ ແລະ ຄວາມປອດພັຍຮ່ວມກັນ.
ແລະຂ່າວ Commonwealth Games.
** Kyle Chalmers ຈາກອອສເຕຣເລັຍ ທຳສະຖິຕິໃນການ ຄວ້າຫຼຽນຄໍາ 10 ຫຼຽນໃນ Commonwealth Games.
ຕໍ່ໄປ ແມ່ນລາຍລະອຽດຂອງຂ່າວ ພ້ອມດ້ວຍຂ່າວອື່ນໆ.
************************
ປະທານາທິບໍດີສະຫະຣັດ Donald Trump ໄດ້ສັນຍາວ່າຈະຕອບໂຕ້ ຫຼັງຈາກ Iran ໄດ້ຍິ້ງຂີປະນາວຸດ ໃສ່ຖານທັບສະຫະຣັດໃນ Jordan.
Iran ກ່າວວ່າ ການໂຈມຕີຄັ້ງນີ້ເປັນການຕອບໂຕ້ ຕໍ່ການໂຈມຕີຂອງ ອາເມຣິກາໃນໝໍ່ໆນີ້.
ປະທານາທິບໍດີ Trump ຍັງໄດ້ຮັບລາຍງານ ກ່ຽວກັບການໂຈມຕີດ້ວຍໂດຣນອີກຄັ້ງຫນຶ່ງ ທີ່ໂຈມຕີເຮືອບັນທຸກ LNG ຂອງສະຫະຣັດ ທີ່ທ່າເຮືອ Damietta ຂອງ Egypt, ເຊິ່ງບໍ່ມີໃຜອອກມາຮັບຜິດຊອບ.
ປະທານາທິບໍດີສະຫະຣັດກ່າວວ່າ ຍັງມີໂອກາດທີ່ຈະບັນລຸຂໍ້ຕົກລົງ ທີ່ເຈຣະຈາກັບ , ແຕ່ເຕືອນວ່າ ການໂຈມຕີຄັ້ງຫຼ້າສຸດ ຕໍ່ກອງກໍາລັງສະຫະຣັດ ຈະເຮັດໃຫ້ Washington ຕອບໂຕ້ດ້ວຍກໍາລັງທະຫານ.
"ມັນເປັນເວລາຂອງເຮົາທີ່ຈະໂຈມຕີພວກເຂົາ. ພວກເຂົາຮູ້ວ່າມັນກໍາລັງຈະມາ. ພວກເຂົາຂໍບໍ່ໃຫ້ເຮົາເຮັດ, ແຕ່ ພວກເຂົາພະຍາຍາມຍິງອີກ ຄືນວານນີ້. ດັ່ງນັ້ນ ພວກເຮົາມີຈະຫຼວດ 5 ລູກທີ່ໄປດ້ວຍຄວາມໄວ 8,500 ໄມລ໌ຕໍ່ຊົ່ວໂມງ. ແລະຈະຈະຫຼວດທັງ 5 ລູກຕົກລົງພື້ນ, ແຕ່ພວກເຂົາກໍຍັງຍິງຕອບໂຕ້ໄດ້. ດັ່ງນັ້ນເປັນໂອກາດຂອງເຮົາ."
Iran ກ່າວວ່າ ມັນໄດ້ສເນີຂໍ້ຕົກລົງການຂົນສົ່ງໃຫມ່ໃຫ້ Oman ເພື່ອເປີດຊ່ອງແຄບ Hormuz ໃໝ່ ໂດຍຈັດເສັ້ນທາງການຂົນສົ່ງທາງນ້ຳ ພາຍໃຕ້ການຄວບຄຸມຂອງ Iran ຫຼາຍຂຶ້ນ.
************************************
ໃນຂນະດຽວກັນ, ຜູ້ນໍາສູງສຸດຂອງ Iran, Mojtaba Khamenei ກ່າວວ່າ Tehran ເຫັນວ່າ "ຄວາມສົມບູນແຫ່ງດິນແດນ" ຫຼື "Territorial Integrity" ຂອງ Lebanon ເປັນເງື່ອນໄຂຫຼັກ ໃນການຍຸດຕິສົງຄາມ.
Lebanon ແລະອິສຣາເອລ ມີກຳໜົດທີ່ຈະຈັດການເຈຣະຈາຮອບຕໍ່ໄປ ທີ່ສະຫະຣັດເປັນຄົນກາງ ໃນອາທິດຫນ້າ (ໃນວັນທີ 4 ເດືອນສິງຫາ) ໃນປະເທດ Italy, ຕາມທີ່ນາຍົກຣັດຖະມົນຕີອິສຣາເອລ Benjamin Netanyahu ກ່າວວ່າ ລາວໄດ້ມີການປະຊຸມທີ່ດີທີ່ສຸດໃນຊີວິດ ກັບປະທານາທິບໍດີສະຫະຣັດ Donald Trump ໃນລະຫວ່າງການເຈຣະຈາໃນ Washington.
Mr Netanyahu ກ່າວວ່າ ການເຈຣະຈາມຸ່ງເນັ້ນໃນການປ້ອງກັນ Iranຈາກການພັດທະນາອາວຸດນິວເຄລັຍ ແລະເສີມສ້າງຄວາມຮ່ວມມືດ້ານຄວາມປອດພັຍ ລະຫວ່າງສອງພັນທະມິດ.
"ຂ້າພະເຈົ້າ ໄດ້ມີການປະຊຸມທີ່ດີຫຼາຍ ກັບປະທານາທິບໍດີ Trump. ເມື່ອຂ້າພະເຈົ້າກ່າວວ່າດີຫຼາຍ, ມັນບໍ່ແມ່ນແຕ່ຄໍາເວົ້າ. ການສົນທະນາທີ່ມີການຮ່ວມມືຢ່າງເຕັມທີ່, ການສນັບສນູນກັນແລະກັນ, ຄວາມເຂົ້າໃຈໃນເປົ້າຫມາຍຮ່ວມ - ເພື່ອໃຫ້ແນ່ໃຈວ່າ Iran ຈະບໍ່ມີອາວຸດນິວເຄລັຍ, ແລະເປົ້າຫມາຍອື່ນໆດ້ວຍ. ນີ້ແມ່ນຫນຶ່ງໃນການສົນທະນາທີ່ດີທີ່ສຸດ ທີ່ຂ້າພະເຈົ້າໄດ້ມີ ກັບປະທານາທິບໍດີຂອງສະຫະຣັດອາເມຣິກາ, ເພື່ອນຂອງພວກເຮົາ ປະທານາທິບໍດີ Donald Trump."
*************************************
ອອສເຕຣເລັຍ ແລະ Singapore ໄດ້ລົງນາມໃນຂໍ້ຕົກລົງໃຫມ່ ເພື່ອເພີ່ມຄວາມປອດພັຍດ້ານພະລັງງານ, ສາຍການສົ່ງສິນຄ້າທີ່ສໍາຄັນ ແລະ ການຄ້າ.
ຂໍ້ຕົກລົງໃຫມ່ພາຍໃຕ້ຂໍ້ຕົກລົງການຄ້າເສຣີ ຫວ່າງ Singapore -ອອສເຕຣເລັຍ ໄດ້ຮັບຮອງຄໍາສັນຍາ ທີ່ນາຍົກຣັດຖະມົນຕີ Anthony Albanese ແລະ ນາຍົກຣັດຖະມົນຕີ Lawrence Wong ໄດ້ໃຫ້ໄວ້ໃນເດືອນເມສາ.
Singapore ແມ່ນຜູ້ຈັດຫານ້ຳມັນ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ, ໂດຍຈັດຫາ 55 ເປີເຊັນຂອງນ້ຳມັນ, 15 ເປີເຊັນຂອງນ້ຳມັນ Diesel ແລະ 23 ເປີເຊັນຂອງນ້ຳມັນຍົນ.
ຣັດຖະມົນຕີປ້ອງກັນປະເທດຂອງອອສເຕຣເລັຍ, Richard Marles, ກ່າວວ່າຂໍ້ຕົກລົງນີ້ ສະທ້ອນຄວາມສໍາພັນໃກ້ຊິດ ລະຫວ່າງສອງປະເທດ.
"(ມັນ) ສະທ້ອນເຖິງຄວາມໄວ້ວາງໃຈ ແລະວິທີການດໍາເນີນງານ ທີ່ພວກເຮົາໄດ້ປະສົບ ລະຫວ່າງສອງປະເທດ ໃນບໍ່ເທົ່າໃດເດືອນທີ່ຜ່ານມາ. ພວກເຮົາຍັງໄດ້ລົງນາມຂໍ້ຕົກລົງ ຄວາມຍືດຍຸ່ນຖານອຸດສາຫະກັມ, ຊຶ່ງກໍແມ່ນຮູບແບບອຸດສາຫະກັມ ປ້ອງກັນປະເທດຂອງສິ່ງດຽວກັນ. ແລະນັ້ນຄື ການມີຫ່ວງໂສ້ການຈັດຫາຮ່ວມມືທີ່ໝັ້ນຄົງ ລະຫວ່າງສອງປະເທດຂອງເຮົາ ແລະເຊື່ອຖືໄດ້ ໃນຊ່ວງເວລາທີ່ທ້າທາຍ ແລະຫຍຸ້ງຍາກທີ່ສຸດ."
**************************************
ຜູ້ວ່າການທະນາຄານກາງ Michele Bullock ເຕືອນວ່າ ອັດຕາດອກເບັ້ຍອາດຈະຕ້ອງປັບຂຶ້ນອີກ.
ໃນການກ່າວທີ່ Sydney, Ms Bullock ກ່າວວ່າ ອັດຕາເງິນເຟີ້ພື້ນຖານຍັງສູງກວ່າເປົ້າຫມາຍ 2 ຫາ 3 ເປີເຊັນຂອງ RBA.
ນາງກ່າວວ່າ ລາຄານ້ຳມັນທີ່ສູງຂຶ້ນ ຄາດວ່າຈະຊ່ວຍໃຫ້ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ, ເຖິງແມ່ນການຈັດສົ່ງນ້ຳມັນຈະດີຂຶ້ນ.
Ms Bullock ກ່າວວ່າ ຄນະກັມມະການພ້ອມທີ່ຈະດໍາເນີນການ ຖ້າຈໍາເປັນ.
" ນະໂຍບານການເງິນ ສາມາດມີສ່ວນຮ່ວມໄດ້ດີທີ່ສຸດ ຄືການຮັກສາອັດຕາເງິນເຟີ້ໃຫ້ຕ່ຳ ແລະໝັ້ນຄົງ ແລະສົ່ງເສີມການຈ້າງງານເຕັມຮູບແບບຢ່າງຍືນຍົງ. ຄນະກັມມະການ ພ້ອມທີ່ຈະດໍາເນີນການຕາມຄວາມຈໍາເປັນ ເພື່ອບັນລຸພາລະກິດ ຮວມທັງການເພີ່ມອັດຕາດອກເບັ້ຍເງິນສົດອີກ ຖ້າຈໍາເປັນ."
**********************************
Ben Carroll ໄດ້ສາບານຕົນ ເປັນນາຍົກຣັດຖະມົນຕີຄົນທີ 50 ຂອງ Victoria, ຫຼັງຈາກ Jacinta Allan ໄດ້ລາ ອອກທ່າມກາງຄວາມກົດດັນທີ່ເພີ່ມຂຶ້ນ ກ່ຽວກັບການນໍາຂອງນາງ.
ສະມາຊິກສະພາພັກແຮງງານ ໄດ້ເລືອກອະດີດຮອງນາຍົກຣັດຖະມົນຕີ ແລະຣັດຖະມົນຕີການສຶກສາ ອາຍຸ 51 ປີ ໃນການປະຊຸມພັກ.
Ms Allan ກ່າວວ່າ ນາງໄດ້ພິຈາຣະນາຈຸດຢືນຂອງນາງຢ່າງຮອບຄອບ ແລະເຊື່ອວ່າ ການລາອອກແມ່ນການຕັດສິນໃຈທີ່ຖືກຕ້ອງ ສໍາລັບຊາວ Victorians.
Mr Carroll ໄດ້ໃຊ້ປາຖະກະຖາຄັ້ງທໍາອິດ ໃນຕໍາແຫນ່ງນາຍົກຣັດຖະມົນຕີ ເພື່ອຫັນຄວາມສົນໃຈ ໄປສູ່ການເລືອກຕັ້ງໃນເດືອນຕຸລາ.
"ຜົນສໍາຫຼວດລະບຸວ່າ Victoria ກໍາລັງມຸ່ງຫນ້າໄປສູ່ ຣັດຖະບານ Liberal One Nation ເປັນຄັ້ງທໍາອິດ ຂອງ, ຣັດຖະບານ Liberal One Nation ທີ່ຈະຕັດໂຮງຮຽນ, ສຸຂະພາບ, ແລະການບໍຣິການ. ຣັດຖະບານ Liberal One Nation ທີ່ຈະຕັດການດູແລເດັກນ້ອຍ, ຕັດ TAFE ຟຣີ ແລະບໍຣິການອື່ນໆອີກຫຼາຍຢ່າງ ທີ່ຊາວ Victorians ຕ້ອງເພິ່ງພາທຸກມື້. ການເລືອກຕັ້ງນີ້ ມີແຕ່ພັກແຮງງານເທົ່ານັ້ນ ທີ່ສາມາດຢຸດຄວາມສ່ຽງຂອງຣັດຖະບານ Liberal One Nation ."
****************************************
ລາຍງານໃຫມ່ພົບວ່າ ອອສເຕຣເລັຍກໍາລັງຫຼ້າຫຼັງຫຼາຍ ໃນຄວາມພະຍາຍາມທີ່ຈະປິດຊ່ອງວ່າງ ລະຫວ່າງຊາວພື້ນເມືອງ ແລະຜູ້ທີ່ບໍ່ແມ່ນຊາວພື້ນເມືອງ.
ໃນຈຸດເຄິ່ງທາງຂອງຂໍ້ຕົກລົງສໍາຄັນນີ້, ມີພຽງ 1 ໃນ 19 ເປົ້າຫມາຍລະດັບຊາດທີ່ໄດ້ບັນລຸ, ໃນຂນະທີ່ມີພຽງ 3 ເປົ້າຫມາຍ ທີ່ຄາດວ່າ ຈະບັນລຸໄດ້ ພາຍໃນກໍານົດເວລາປີ 2031.
ລາຍງານຂອງ The Productivity Commission ປີ 2026 ສະແດງໃຫ້ເຫັນວ່າ ການລົງທະບຽນເຂົ້າໂຮງຮຽນ Preschool ສໍາລັບເດັກ First Nations ເປັນເປົ້າຫມາຍດຽວ ທີ່ກໍາລັງບັນລຸໃນລະດັບຊາດ, ໃນຂນະທີ່ຜົນສໍາເຣັດໄດ້ຕ່ຳລົງໃນ 4 ດ້ານສໍາຄັນ - ການພັດທະນາເດັກນ້ອຍ, ການຈໍາຄຸກຜູ້ໃຫຍ່, ການດູແລນອກບ້ານ ແລະ ການຂ້າຕົວຕາຍ.
Selwyn Button ກັມມາທິການ ກ່າວວ່າ ຣັດຖະບານຕ້ອງເພີ່ມຄວາມພະຍາຍາມຢ່າງຮີບດ່ວນ ຖ້າຂໍ້ຕົກລົງ Close the Gap ຈະປະສົບຄວາມສໍາເຣັດ.
***************************************
ຜູ້ສນັບສນູນຊຸມຊົນຊາວພື້ນເມືອງ ທີ່ຢູ່ໃນເຂດຫ່າງໄກ ໄດ້ສະແດງຄວາມຜິດຫວັງຂອງລາວ ຕໍ່ການບໍ່ໄດ້ຖືກຟັງ ໂດຍຣັດຖະບານ ແລະບໍຣິສັດຕ່າງ, ໃນຂນະທີ່ການສືບສວນເລື້ອງການຢຽດເຊື້ອຊາດ ຕໍ່ຊາວພື້ນເມືອງ ຍັງຄົງດໍາເນີນຢູ່ໃນ Cairns.
ການສອບສວນ ໄດ້ເລີ່ມຕົ້ນໃນເດືອນມີນາ ຫຼັງຈາກໄດ້ຮັບຄຳຮ້ອງຂໍ ຈາກຣັດຖະມົນຕີຊົນພື້ນເມືອງ (Indigenous Minister) Malarndirri McCarthy.
Barry Walden ແມ່ນຜູ້ຮ່ວມກໍ່ຕັ້ງ Gunawuna Jungai, ອົງການທີ່ຂັບເຄື່ອນໂດຍຊຸມຊົນ ທີ່ເຊື່ອມຕໍ່ການສື່ສານລະຫວ່າງຊຸມຊົນຊົນ First Nations ທີ່ຢູ່ຫ່າງໄກ ແລະຣັດຖະບານ.
ໃນລະຫວ່າງການສອບສວນ, ລາວໄດ້ສະແດງຄວາມຜິດຫວັງວ່າ ເມື່ອເວົ້າເຖິງການຮ່ວມມືດ້ານໂຄງການ, ຄວາມຊ່ຽວຊານຂອງຊາວ First Nations ບໍ່ໄດ້ຖືກເຄົາລົບສເມີໄປ.
"ພວກເຮົາບໍ່ໄດ້ໄປອະທິບາຍຂັ້ນຕອນ ທາງວັດທະນະທັມ ສໍາລັບຄົນທີ່ເຂົ້າມາໃນຊຸມຊົນຂອງພວກເຮົາ, ເນື່ອງຈາກວ່າ ພວກເຂົາມີຂັ້ນຕອນທີ່ມາໃນຊຸມຊົນຂອງພວກເຂົາແລ້ວ ແລະບອກພວກເຮົາວ່າ 'ນີ້ແມ່ນວິທີທີ່ດີທີ່ສຸດ ທີ່ພວກເຮົາຈະສົ່ງມອບ', ນັ້ນບໍ່ພຽງພໍສໍາລັບພວກເຮົາ. ນັ້ນແມ່ນການຢຽດເຊື້ອຊາດໃນລະດັບສູງສຸດ. ແລະນີ້ຕ້ອງຢຸດ. ເນື່ອງຈາກພວກເຮົາ ແມ່ນຜູ້ຊ່ຽວຊານໃນຊຸມຊົນຂອງພວກເຮົາ, ພວກເຮົາແມ່ນຜູ້ນໍາຂອງລູກຫຼານຂອງພວກເຮົາ."
**************************************
ມີການຢືນຢັນວ່າ ຢ່າງນ້ອຍ 18 ຄົນໄດ້ ເສັຍຊີວິດ ແລະບາດເຈັບຫຼາຍ ກວ່າ 60 ຄົນ ຕັ້ງແຕ່ແຜ່ນດິນໄຫວຂນາດ 7.1 ທີ່ເກີດຂຶ້ນໃນເກາະ Kyushu ທາງໃຕ້ຂອງຍີ່ປຸ່ນອາທິດນີ້.
ເຈົ້າໜ້າທີ່ກູ້ພັຍ ກໍາລັງຄົ້ນຫາຜູ້ລອດຊີວິດໃນອາຄານທີ່ພັງທະລາຍ ຫຼັງຈາກບ້ານເຮືອນ, ສະພານ ແລະສ່ວນຫນຶ່ງຂອງສູນການຄ້າທີ່ຄຶກຄັກຖືກທໍາລາຍ
ເຈົ້າຫນ້າທີ່ກ່າວວ່າ ຈໍານວນຜູ້ເສັຍຊີວິດອາດຈະເພີ່ມຂຶ້ນ.
ແຜ່ນດິນໄຫວຄັ້ງນີ້ຍັງສ້າງຄວາມເສັຍຫາຍໃຫ້ວັດສາສນາພຸດ ທີ່ໄດ້ຮັບການສ້າງໃຫມ່ ຫຼັງຈາກແຜ່ນດິນໄຫວໃນ Kumamoto ທີ່ຮ້າຍແຮງເມື່ອ 10 ປີກ່ອນ.
Yuki Kiyozumi, ຮອງເຈົ້າອາວາດຂອງວັດ, ກ່າວວ່າແຜ່ນດິນໄຫວຄັ້ງຫຼ້າສຸດ ໄດ້ນໍາຄວາມເຈັບປວດກັບຄືນມາ.
"ມັນຄ້າຍກັບປະມານສິບປີກ່ອນ. ມີສຽງ 'ປັງ!' - ຄືຢູ່ໃນຮູບເງົາ; ນີ້ແມ່ນຄວາມຈິງບໍ່? ໃນແຜ່ນດິນໄຫວຄັ້ງກ່ອນ, ມັນຮູ້ສຶກຄືວ່າພື້ນດິນກໍາລັງແຕກອອກຢ່າງຮຸນແຮງ."
*************************************
ຈໍານວນຜູ້ຕິດເຊື້ອ Ebola ທີ່ໄດ້ຮັບການຢືນຢັນ ໃນສາທາຣະນະຣັດປະຊາທິປະໄຕ Congo ໄດ້ເພີ່ມສູງຂຶ້ນເກີນ 3,200 ຄົນ.
ມີການລາຍງານຜູ້ຕິດເຊື້ອໃຫມ່ຫຼາຍກວ່າ 100 ຄົນ ເປັນມື້ທີສອງຕິດຕໍ່ກັນ ໃນຂນະທີ່ການລະບາດ ຍັງຄົງແພ່ໄປທົ່ວ 5 ແຂວງ.
ສະຫະປະຊາຊາດກ່າວວ່າ ກໍາລັງທຳງານຮ່ວມກັບໜ່ວຍງານທ້ອງຖິ່ນ ເພື່ອຄວບຄຸມໄວຣັສ ແລະສນັບສນູນຊຸມຊົນ ທີ່ໄດ້ຮັບຜົນກະທົບ.
ຮອງໂຄສົກສະຫະປະຊາຊາດ Farhan Haq ກ່າວວ່າ ອົງການສາກົນກໍາລັງຊ່ວຍເຫຼືອໃນຫຼາຍດ້ານ.
"ພວກເຮົາ ພ້ອມກັບຜູ້ມີສ່ວນຮ່ວມ ຍັງຄົງສນັບສນູນທາງການໃນ ການຕິດຕາມຜູ້ຕິດຕໍ່, ການທົດສອບໃນຫ້ອງທົດລອງ ແລະການດູແລຜູ້ປ່ວຍ. ໂຄງການອາຫານໂລກ (WFP) ໄດ້ຈັດອາຫານຮ້ອນ ແລະອາຫານຫຼາຍກວ່າ 140,000 ຊຸດໃຫ້ແກ່ຜູ້ປ່ວຍຫຼາຍກວ່າ 23,000 ຄົນ, UNICEF (ກອງທຶນເດັກນ້ອຍ ແຫ່ງສະຫະປະຊາຊາດ) ແລະຜູ້ ຮ່ວມມືຂອງພວກເຮົາ ກໍໄດ້ຈັດການຢ້ຽມຢາມຄອບຄົວ ຫຼາຍກວ່າ 27,000 ຄັ້ງ ເພື່ອສົ່ງເສີມການກວດພົບ ແລະຕິດຕາມຜູ້ຕ້ອງສົງສັຍ ໃນຊຸມຊົນທີ່ຖືກກະທົບ."
*************************************
ຕອນນີ້ມາເຖິງຂ່າວກິລາ ແລະໃນຂ່າວຫຼ້າສຸດຈາກ the Commonwealth Games.
Kyle Chalmers ຈາກອອສເຕຣເລັຍ ໄດ້ກາຍເປັນນັກລອຍນ້ຳຊາຍທີ່ ປະສົບຄວາມສໍາເຣັດຫຼາຍທີ່ສຸດຂອງປະເທດ ໃນງານນີ້, ໂດຍຄວ້າຫຼຽນຄຳຄັ້ງທີ 10 ຊຶ່ງເປັນສະຖິຕິໃຫມ່ໃນ Glasgow.
Chalmers ແບ່ງຫຼຽນຄໍາກັບເພື່ອນຮ່ວມທີມ Ben Armbruster ຫຼັງຈາກທັງສອງແຂ່ງຂັນຢ່າງສູສີກັນ ໃນການແຂ່ງຂັນປະເພດ Butterfly 50 ແມັດຊາຍ ດ້ວຍເວລາສະຖິຕິເກມທີ່ 22 ວິນາທີຈຸດ 73.
ໄຊຊນະນີ້ ເຮັດໃຫ້ນັກກິລາອາຍຸ 28 ປີຄົນນີ້ ໄດ້ຜ່ານສະຖິຕິ ຂອງ Ian Thorpe ທີ່ໄດ້ຫຼຽນຄຳ 10 ຫຼຽນ ແລະ 1 ຫຼຽນເງິນ, ພຽງໜຶ່ງມື້ ຫຼັງຈາກ Chalmers ໄດ້ເສັຍໄຊ ໃນການແຂ່ງຂັນ 100 ແມັດຟຣີສໄຕລ໌ ໃຫ້ແກ່ Flynn Southam ເພື່ອນຮ່ວມຊາດອີກຄົນໜຶ່ງ.
ຈົບສລຸບຂ່າວປະຈຳອາທິດ.
ຮວບຮວມໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao





