ຈຸດສຳຄັນ:
- ຄວາມແຕກຕ່າງ ລະຫວ່າງການແຕ່ງດອງ ແບບຈັດຕຽມ(Arranged Marriage) ແລະການບັງຄັບແຕ່ງດອງ(Forced Marriage) ຄືການເຫັນພ້ອມ.
- ການບັງຄັບແຕ່ງດອງ (Forced Marriage) ຖືວ່າເປັນອາດຊະຍາກັມຂອງ Commonwealth ພາຍໃຕ້ກົດຫມາຍ ທີ່ຖືກແກ້ໄຂກ່ຽວກັບອາດຊະຍາກັມ ປີ 2013.
- ການບັງຄັບແຕ່ງດອງ (Forced Marriage) ສາມາດ ສົ່ງຜົນກະທົບຕໍ່ທຸກຄົນ—ຫນຸ່ມ ຫລື ແກ່, ຍິງ ຫລື ຊາຍ, ຫຼືຈາກ ວັດທະນະທັມ ແລະ ສາສນາ ທີ່ແຕກຕ່າງກັນ.
- ຄວາມແຕກຕ່າງ ລະຫວ່າງການແຕ່ງດອງ ແບບຈັດຕຽມ (Arranged Marriage) ແລະການບັງຄັບແຕ່ງດອງ (Forced Marriage) ແມ່ນຫຍັງ?
- ຜົນຮັບທາງກົດຫມາຍ ຂອງການບັງຄັບແຕ່ງດອງ (Forced Marriage) ໃນອອສເຕຣເລັຍມີຫຍັງແດ່?
- ແມ່ນຫຍັງ ຄືສາເຫດທີ່ຢູ່ເບື້ອງຫຼັງ ການບັງຄັບແຕ່ງດອງ (Forced Marriage)?
- ມີການສນັບສນູນຫຍັງແດ່ ໃນອອສເຕຣເລັຍ ສໍາລັບຜູ້ທີ່ປະເຊີນ ກັບການບັງຄັບແຕ່ງດອງ (Forced Marriage)?
- ຊຸມຊົນ ສາມາດເຮັດຫຍັງໄດ້ແດ່ ເພື່ອປ້ອງກັນການບັງຄັບແຕ່ງດອງ (Forced Marriage)?
- ສັນຍານທົ່ວໄປ ຂອງການບັງຄັບແຕ່ງດອງ (Forced Marriage) ມີຫຍັງແດ່?
ຄໍາເຕືອນກ່ຽວກັບເນື້ອຫາ: ເລື່ອງນີ້ ເວົ້າເຖິງການບັງຄັບແຕ່ງດອງ (Forced Marriage) ມັນອາດເຮັດໃຫ້ ເກີດຄວາມບໍ່ສບາຍໃຈ ຕໍ່ຜູ້ຟັງບາງຄົນ.
ຫລາຍຄົນອາດຄິດວ່າ ການບັງຄັບແຕ່ງດອງ (Forced Marriage) ນັ້ນເກີດຂຶ້ນສະເພາະໃນຕ່າງປະເທດເທົ່ານັ້ນ, ແຕ່ຄວາມຈິງກໍຄື, ມັນສາມາດເກີດຂຶ້ນໄດ້ ແລະກໍເກີດຂຶ້ນໃນອອສເຕຣເລັຍ.
ຕໍາຫລວດຣັຖບານກາງ ຂອງອອສເຕຣເລັຍ ໄດ້ຕອບຮັບຕໍ່ 91 ລາຍງານ ກ່ຽວກັບການບັງຄັບແຕ່ງດອງ (Forced Marriage) ໃນປີ 2023-24, ຊຶ່ງເປັນຈໍານວນເກືອບຫນຶ່ງສ່ວນສີ່ ຂອງກໍຣະນີການຄ້າມະນຸດ ໃນປີນັ້ນ.
ຄວາມແຕກຕ່າງ ລະຫວ່າງການແຕ່ງດອງທີ່ຈັດຕຽມ(Arranged Marriage) ແລະການບັງຄັບແຕ່ງດອງ Forced Marriage) ແມ່ນຫຍັງ?
ໃນບາງວັດທະນະທັມ, ການແຕ່ງດອງແບບຈັດຕຽມ (Arranged Marriage) ເປັນເລື່ອງປົກກະຕິ, ແຕ່ຄວາມແຕກຕ່າງ ທີ່ສໍາຄັນຈາກການບັງຄັບແຕ່ງດອງ (Forced Marriage) ແມ່ນການເຫັນພ້ອມ. ໃນການແຕ່ງດອງແບບຈັດຕຽມ (Arranged Marriage), ທັງສອງຄົນກໍ ເຫັນພ້ອມ, ສ່ວນຫລາຍແລ້ວ ມີສ່ວນຮ່ວມກັບຄອບຄົວຂອງເຂົາເຈົ້າ.
ໃນການບັງຄັບແຕ່ງດອງ (Forced Marriage), ຄົນຫນຶ່ງ ຫລືທັງສອງບໍ່ຍິນຍອມຢ່າງອິດສຣະ. ບາງຄັ້ງ ຍ້ອນການຂົ່ມຂູ່, ການບີບບັງຄັບ, ການຫຼອກລວງ, ຫຼືອາຍຸຕໍ່າກວ່າ 16 ປີ ຫຼືຜູ້ທີ່ມີຄວາມບົກພ່ອງທາງຄວາມຄຶດ.
Ms Kudzayi Nhatarikwa, ທີ່ປຶກສາຂອງໂຄງການສນັບສນູນ ການຍ້າຍຖິ່ນຖານ ຂອງສະພາກາແດງ (Red Cross), ອະທິບາຍວ່າ ຖ້າຫາກໃນຂັ້ນຕອນໃດກໍຕາມ ມີການບີບບັງຄັບ, ຂູ່ເຂັນ, ການຄວບຄຸມ, ຫລືການຫລອກລວງ ທີ່ກົດດັນບາງຄົນໃຫ້ແຕ່ງດອງ, ມັນບໍ່ໄດ້ເປັນການແຕ່ງດອງ ແບບຈັດຕຽມ (Arranged Marriage) ອີກຕໍ່ໄປ.
"ມັນກາຍເປັນການບັງຄັບແຕ່ງດອງ (Forced Marriage). ສະນັ້ນ, ມັນສໍາຄັນ ທີ່ຈະເນັ້ນເຖິງຄວາມແຕກຕ່າງເຫລົ່ານັ້ນ ເພາະສ່ວນຫລາຍແລ້ວ ຜູ້ຄົນຈະສັບສົນ. ແມ່ນແຕ່ຜູ້ຄົນ ທີ່ເຄີຍປະສົບກັບການບັງຄັບແຕ່ງດອງ (Forced Marriage) ໃນເວລານັ້ນ, ເຂົາເຈົ້າເຊື່ອວ່າ ມັນເປັນການແຕ່ງດອງ ແບບຈັດຕຽມ (Arranged Marriage)," Ms Nhatarikwa ກ່າວ.
Ms Nhatarikwa ກ່າວວ່າ ການບັງຄັບແຕ່ງດອງ (Forced Marriage) ສາມາດສົ່ງຜົນກະທົບ ຕໍ່ທຸກຄົນ ບໍ່ວ່າຈະເປັນຄົນຫນຸ່ມຫລືເຖົ້າ, ຜູ້ຍິງຫລືຜູ້ຊາຍ, ຈາກພື້ນຖານທາງວັດທະນະທັມ ຫຼືສາສນາທີ່ແຕກຕ່າງກັນ. ການບັງຄັບແຕ່ງດອງ (Forced Marriage) ເປັນບັນຫາທົ່ວໂລກ, ແລະມັນກໍເປັນບັນຫາ ເລື່ອງມະນຸດສະທັມ ທີ່ໜ້າເປັນຫ່ວງ ໃນອອສເຕຣເລັຍ.
"ໃນອອສເຕຣເລັຍ, ມັນຖືກຮັບຮູ້ວ່າ ເປັນຮູບແບບ ຂອງການເປັນຄ້າທາດສມັຍໃຫມ່ ແລະການປະຕິບັດຂອງການຄ້າທາດ. ແລະມັນບໍ່ຈໍາກັດສະເພາະກຸ່ມວັດທະນະທັມ, ກຸ່ມສາສນາ, ເຊື້ອຊາດ ຫລືສັນຊາດ ຫລືອາຍຸ ຫລືເພດ. ມັນສາມາດສົ່ງຜົນກະທົບຕໍ່ທຸກຄົນໄດ້. ສະນັ້ນ, ມັນຈຶ່ງມີ ໃນທຸກວັດທະນະທັມ." Ms Nhatarikwa ກ່າວ.

Sakina Muhammad Jan ມາຮັບຟັງຄຳພິພາກສາທີ່ County Court of Victoria ໃນ Melbourne, ວັນຈັນທີ 29 ເດືອນກໍລະກົດ ,2024. ນາງ Janກໍາລັງຖືກຕັດສິນ ໃນຂໍ້ຫາບັງຄັບລູກສາວຂອງນາງ ໃຫ້ແຕ່ງງານກັບຜູ້ຊາຍທີ່ຂ້ານາງ. (AAP Image/Diego Fedele) ແຫລ່ງ: AAP/DIEGO FEDELE/AAP IMAGE Source: AAP / DIEGO FEDELE/AAPIMAGE
ຜົນຮັບທາງກົດຫມາຍຂອງການບັງຄັບແຕ່ງດອງ (Forced Marriage) ໃນອອສເຕຣເລັຍມີຫຍັງແດ່?
ໃນອອສເຕຣເລັຍ ການບັງຄັບແຕ່ງດອງ (Forced Marriage) ບໍ່ແມ່ນພຽງແຕ່ເລື່ອງຄອບຄົວເທົ່ານັ້ນ ແຕ່ເປັນອາດຊະຍາກັມ.
Panos Massouris, ຜູ້ອໍານວຍການບໍຣິການ ການຍ້າຍຖິ່ນຖານ ແລະ ໂຄງການບັງຄັບແຕ່ງດອງ ທີ່ Life without Barriers, ອະທິບາຍວ່າ ການບັງຄັບໃຫ້ແຕ່ງດອງ ເປັນອາດຊະຍາກັມຂອງ Commonwealth ພາຍໃຕ້ກົດຫມາຍ ທີ່ຖືກແກ້ໄຂກ່ຽວກັບອາດຊະຍາກັມ ປີ 2013. ສະນັ້ນ, ກົດຫມາຍນີ້ ຈຶ່ງໃຊ້ກັບການແຕ່ງດອງທີ່ເກີດຂຶ້ນ ໃນອອສເຕຣເລັຍ ບ່ອນທີ່ຄົນຖືກພາໄປຕ່າງປະເທດ.
"ໃນຖານະທີ່ເປັນຄວາມຜິດທາງກົດໝາຍ Commonwealth, ຕໍາຫລວດກາງ ອອສເຕຣເລັຍໄ ດ້ສືບສວນການຄວບຄຸມການບັງຄັບແຕ່ງດອງ (Forced Marriage), ແລະຄວາມຜິດ ເລື່ອງການບັງຄັບແຕ່ງດອງ ສາມາດນໍາໃຊ້ ກັບການແຕ່ງດອງທາງການ, ພິທີການທາງວັດທະນະທັມ, ສາສນາ ແລະຄວາມສໍາພັນທີ່ຈົດທະບຽນ." Mr Massouri ກ່າວ.
ແມ່ນຫຍັງ ຄືສາເຫດທີ່ຢູ່ເບື້ອງຫຼັງ ການບັງຄັບແຕ່ງດອງ?
ການບັງຄັບແຕ່ງດອງ (Forced Marriage) ສ່ວນຫລາຍ ຈະສົ່ງຜົນກະທົບຕໍ່ຍິງສາວ ແລະເດັກນ້ອຍຜູ້ຍິງ, ໂດຍສະເພາະ ໃນວັຍນັກຮຽນ ອາຍຸ 14 ເຖິງ 18 ປີ. Ms Nhatarikwa ອະທິບາຍເຫດຜົນທີ່ແຕກຕ່າງກັນ, ຂຶ້ນຢູ່ກັບບຸກຄົນ ແລະສະຖານະການ.
"ການບັງຄັບແຕ່ງດອງ (Forced Marriage) ສາມາດເກີດຂຶ້ນໄດ້ ເພື່ອຕອບສນອງຄວາມຄາດຫວັງ ຂອງຄອບຄົວ ແລະຊຸມຊົນ ທີ່ຈະຮັກສາບົດບາດ ຂອງເພດຕາມປະເພນີ. ຫລືເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄອບຄົວ ຫລືຊຸມຊົນໃນບາງຄັ້ງ ຫລືບາງຄັ້ງ ກໍແມ່ນການສືບຕໍ່ປະເພນີ. ສິ່ງທີ່ເຮົາໄດ້ເຫັນເຊັ່ນກັນກໍຄື ພໍ່ແມ່ ຫລືຜູ້ທີ່ຊ່ອຍເຫລືອການບັງຄັບແຕ່ງດອງ ເຊື່ອວ່າເຂົາເຈົ້າເຮັດ ໃນສິ່ງທີ່ດີທີ່ສຸດ ສໍາລັບຄົນຫນຸ່ມສາວ, ເຖິງແມ່ນວ່າ ມັນເປັນອັນຕະຣາຍ. ເຂົາເຈົ້າເຊື່ອວ່າ ມັນເປັນບົດບາດຂອງເຂົາເຈົ້າ ທີ່ຈະເລືອກສິ່ງທີ່ດີທີ່ສຸດ," Ms Nhatarikwa ກ່າວ.
Hana Assafiri ເປັນນັກເຄື່ອນໄຫວທາງສັງຄົມ ແລະຜູ້ຍິງ ທີ່ເມືອງ Melbourne.
ໃນປີ 2017, ນາງໄດ້ຮັບການຮັບຮູ້ ໃນ the Victorian Honour Roll of Women ສຳລັບການຊ່ອຍເຫລືອຂອງນາງ ໃນການປ່ຽນແປງສັງຄົມ ແລະການເສີມອຳນາດໃຫ້ແກ່ຜູ້ຍິງ. ນາງຍັງໄດ້ຮັບຫລຽນ Order of Australia Medal (OAM) ໃນປີ 2019.
ນາງໄດ້ຈັດພິມໜັງສືຫົວທໍາອິດຂອງນາງ ໃນປີ 2024, ຊື່ວ່າ Hana: The Audacity to be Free, ສະທ້ອນເຖິງວັຍເດັກໃນ Lebanon ທີ່ຖືກທໍາລາຍຈາກສົງຄາມ ແລະໃນອອສເຕຣເລັຍ, ການຫນີຈາກການແຕ່ງດອງ ທີ່ນາງບໍ່ໄດ້ເລືອກ, ແລະການເດີນທາງຂອງນາງ ໃນການພັດທະນາຕົນເອງ ຕອນນາງອາຍຸຊາວປີ.
"ສໍາລັບຂ້າພະເຈົ້າ, ຂ້າພະເຈົ້າອາຍຸຍັງນ້ອຍໃນອອສເຕຣເລັຍ ແລະການແຕ່ງດອງຂອງຂ້າພະເຈົ້າ, ເຖິງແມ່ນວ່າ ມັນບໍ່ໄດ້ຖືກບັງຄັບ, ແຕ່ມັນຮູ້ສຶກວ່າ ມັນເປັນທາງເລືອກດຽວສໍາລັບຂ້າພະເຈົ້າ. ສະນັ້ນ, ມັນເປັນການບີບບັງຄັບຫລາຍປານໃດ? ມັນແມ່ນຜົນສະທ້ອນ ຂອງສະພາບການຫລາຍປານໃດ? ນັ້ນໄດ້ເຮັດໃຫ້ຂ້າພະເຈົ້າຄິດວ່າ ຕອນອາຍຸ 15 ປີວ່າການແຕ່ງງານ ເປັນທາງເລືອກສໍາລັບອິດສຣະພາບ, ສັກສີ, ຄວາມເຄົ້າຣົບ ແລະຊ່ວຍຕົວເອງ ໃຫ້ພົ້ນຈາກອັນຕະຣາຍ. ສະນັ້ນ, ມັນຈຶ່ງເປັນເງື່ອນໄຂບາງຢ່າງ ສໍາລັບຂ້າພະເຈົ້າ ວ່າເປັນຫຍັງການແຕ່ງດອງທີ່ ຈັດຕຽມຈຶ່ ງກາຍເປັນທາງເລືອກ," Ms Assafiri ກ່າວ.
ມີການສນັບສນູນຫຍັງແດ່ ໃນອອສເຕຣເລັຍ ສໍາລັບຜູ້ທີ່ປະເຊີນກັບການບັງຄັບແຕ່ງດອງ (Forced Marriage)?
ໃຜກໍຕາມທີ່ສ່ຽງຕໍ່ການບັງຄັບແຕ່ງດອງ (Forced Marriage) ມີຫຼາຍທາງທີ່ຈະຮັບການ ສນັບສນູນ.
Ms Nhatarikwa ອະທິບາຍວ່າ ສະພາກາແດງ (the Red Cross) ໄດ້ ສນັບສນູນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການບັງຄັບແຕ່ງດອງ (Forced Marriage) ນັບຕັ້ງແຕ່ປີ 2014.
"ຖ້າຫາກທ່ານກັງວົນ ກ່ຽວກັບຫມູ່ເພື່ອນ, ສະມາຊິກໃນຄອບຄົວ, ເພື່ອນຮ່ວມງານ, ຫລືບາງຄົນທີ່ທ່ານຮູ້ຈັກ ທີ່ອາດສ່ຽງຕໍ່ການແຕ່ງດອງ ຫລືປະສົບກັບການແຕ່ງດອງ ແລະຢາກໄດ້ຮັບຄໍາແນະນໍາ ທີ່ເປັນຄວາມລັບ ໃນການຂໍຄວາມຊ່ວຍເຫລືອ, ທ່ານສາມາດຕິດຕໍ່ຫາສະພາກາແດງ (the Red Cross) ໂດຍການໂທຫາ 1-800-113-015 ຫລືສົ່ງອີເມວໄປຫາ national_stpp@redcross.org.au.” Ms Nhatarikwa ກ່າວ ຕື່ມ.
ນັບແຕ່ເດືອນມັງກອນ 2025, ອອສເຕຣເລັຍ ໄດ້ແນະນໍາໂຄງການ ສນັບສນູນ ຜູ້ຊ່ຽວຊານດ້ານການບັງຄັບແຕ່ງດອງ (Forced Marriage Specialist Support Program-FMSSP) ເພື່ອໃຫ້ການສນັບສນູນ ການປ້ອງກັນ ແລະການແຊກແຊງໃນຕອນຕົ້ນ. ບຸກຄົນສາມາດອ້າງເຖິງໂຄງການໃຫມ່ ນັ້ນດ້ວຍຕົວເອງ, ແລະເຂົາເຈົ້າ ສາມາດຕິດຕໍ່ຫາ FMSSP ທີ່
1804 032 13 ຫລືໄປທີ່ເວັບໄຊ້ຂອງເຂົາເຈົ້າ.
Ms Nhatarikwa ເນັ້ນຫນັກວ່າ ຖ້າບາງຄົນຕົກຢູ່ໃນອັນຕະຣາຍທັນທີ ແລະ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ ເຂົາເຈົ້າຄວນໂທຫາຕໍາຫຼວດໂດຍ ໂທລະສັບໄປທີ່ Triple Zero (000).

ຕໍາຫລວດຣັຖບານກາງອອສເຕຣເລັຍ ໄດ້ຕອບຮັບ 91 ລາຍງານ ກ່ຽວກັບການບັງຄັບແຕ່ງດອງ (Forced Marriage) ໃນປີ2023-24, ຊຶ່ງເປັນຈໍານວນ ເກືອບຫນຶ່ງສ່ວນສີ່ ຂອງກໍຣະນີການຄ້າມະນຸດໃນປີນັ້ນ. Source: iStockphoto / dragana991/Getty Images/iStockphoto
ສໍາລັບຜູ້ທີ່ສ່ຽງຕໍ່ການບັງຄັບແຕ່ງດອງ (Forced Marriage) ແຕ່ບໍ່ຢາກລາຍງານຕໍ່ຕໍາຫລວດ, ມີການສນັບສນູນຜ່ານ the Salvation Army.
Ms Nhatarikwa ອະທິບາຍວ່າມີການປະເມີນຄຸນສົມບັດຜ່ານໂຄງການນີ້.
ເພື່ອຈະໄດ້ຮັບຄວາມຊ່ອຍເຫລືອ, ທ່ານສາມາດຕິດຕໍ່ຫາ the Salvation Army ທີ່ 1800 000 277 ຫລືໄປທີ່ website ຂອງເຂົາເຈົ້າ.
ນາງຍັງເນັ້ນຫນັກເຖິງ My Blue Sky, ຊຶ່ງເປັນການບໍຣິການ ລະດັບຊາດ ຂອງອອສເຕຣເລັຍ ທີ່ໃຫ້ຂໍ້ມູນ ກ່ຽວກັບການບັງຄັບແຕ່ງດອງ, ພ້ອມທັງຄໍາແນະນໍາທາງກົດຫມາຍ ແລະການຍ້າຍຖິ່ນຖານ ສໍາລັບຜູ້ທີ່ມີຄວາມສ່ຽງ ຫລືໄດ້ຮັບຜົນກະທົບ.
ທ່ານສາມາດຕິດຕໍ່ My Blue Sky ທາງໂທຣະສັບ ທີ່ 02 9514 8115, ສົ່ງ SMS ໄປ 0481 070 844, ຫຼື ອີເມວ: help@mybluesky.org.au.
" My Blue Sky ແມ່ນຈັດການໂດຍ Anti-Slavery Australia ໂດຍບໍ່ຄິດຄ່າ, ເປັນຄວາມລັບ, ສະນັ້ນ ບຸກຄົນ ຫລືສະມາຊິກໃນຊຸມຊົນ ຫລືຜູ້ໃດກໍຕາມ ທີ່ມີຄວາມກັງວົນ ກໍສາມາດເຂົ້າໄປໃນເວັບໄຊ້ຂອງເຂົາເຈົ້າໄດ້. ເຂົາເຈົ້າ ສາມາດຕິດຕໍ່ໄດ້ທາງໂທຣະສັບ ຫລືອີເມວ ຫລືຂໍ້ຄວາມທາງມືຖືນໍາອີກ.," Ms Nhatarikwa ກ່າວຕື່ມ.
ຊຸມຊົນສາມາດເຮັດຫຍັງໄດ້ແດ່ ເພື່ອປ້ອງກັນການບັງຄັບແຕ່ງດອງ (Forced Marriage)?
ການຮັບຮູ້ສັນຍານ ຂອງການບັງຄັບແຕ່ງດອງ ເປັນປັດຈັຍສໍາຄັນໃນການປ້ອງກັນ, ການແຊກແຊງໃນຕອນຕົ້ນ ແລະ ການເຂົ້າເຖິງການ ສນັບສນູນ.
ໃນສ່ວນຫນຶ່ງ ຂອງຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະຕໍ່ສູ້ກັບການຄ້າມະນຸດ, The Australian Centre to Counter Child Exploitation (ACCCE) ,ຊຶ່ງນໍາໂດຍຕໍາຫລວດຣັຖບານກາງ ຂອງອອສເຕຣເລັຍ (the Australian Federal Police-AFP), ໄດ້ຮຽກຮ້ອງໃຫ້ຊຸມຊົນໂຮງຮຽນ ໃຫ້ລະມັດລະວັງ ກ່ຽວກັບສັນຍານຂອງເດັກນ້ອຍ ທີ່ຖືກບັງຄັບໃຫ້ແຕ່ງດອງ, ເນື່ອງຈາກການບັງຄັບແຕ່ງດອງ ເປັນຄວາມຜິດ ກ່ຽວກັບການຄ້າມະນຸດ ທີ່ຖືກລາຍງານຫລາຍທີ່ສຸດ ໃນອອສເຕຣເລັຍ.
ໃນການຖແລງຂ່າວ, Helen Schneider ຜູ້ບັນຊາການຝ່າຍ Human Exploitation, ໄດ້ອະທິບາຍ ເຖິງສັນຍານທົ່ວໄປ ຂອງການບັງຄັບແຕ່ງດອງ ທີ່ສາມາດຊ່ອຍລະບຸບຸກຄົນ ທີ່ອາດໄດ້ຮັບຜົນກະທົບ.

ໃນບາງວັດທະນະທັມ, ການແຕ່ງດອງແບບຈັດຕຽມ (Arranged Marriage) ເປັນເລື່ອງປົກກະຕິ, ແຕ່ຄວາມແຕກຕ່າງ ທີ່ສໍາຄັນຈາກການບັງຄັບແຕ່ງດອງ (Forced Marriage) ແມ່ນການເຫັນພ້ອມ. (Photo by Lynsey Addario / Getty Images Reportage) Credit: Lynsey Addario / Getty Images Credit: Lynsey Addario/Getty Images
ສັນຍານ ທົ່ວໄປຂອງການບັງຄັບແຕ່ງດອງ (Forced Marriage) ມີຫຍັງແດ່?
- ປວັດຄອບຄົວ ຂອງອ້າຍເອື້ອຍນ້ອງ ທີ່ອອກຈາກການສຶກສາກ່ອນກຳໜົດ, ແຕ່ງດອງກ່ອນກຳໜົດ, ຫລືບົ່ງບອກເຖິງຄວາມເປັນຫ່ວງ ກ່ຽວກັບການແຕ່ງດອງກ່ອນວັຍ.
- ຄອບຄົວ ຫລືຊຸມຊົນ ທີ່ມີການຄວບຄຸມເຄັ່ງຄັດ ຢູ່ໃນເຮືອນ ແລະນອກເຮືອນ, ຮວມທັງການຕົກເປັນເປົ້າຫມາຍ ຂອງການຄວບຄຸມ; ມີຄົນຕິດຕາມສເມີ; ການຄວບຄຸມການເງິນທີ່ຈໍາກັດ ຫລືບໍ່ມີເລີຍ; ຈໍາກັດ ຫລືບໍ່ສາມາດຄວບຄຸມການຕັດສິນໃຈໃນຊີວິດ, ການສຶກສາ ແລະການເລືອກອາຊີບ.
- ມີການຄວບຄຸມ ຫຼືຈໍາກັດການສື່ສານ.
- ສະແດງຄວາມເປັນຫ່ວງ ກ່ຽວກັບວັນພັກຂອງຄອບຄົວ ຫລືການເດີນທາງໄປຕ່າງປະເທດ.
- ສະແດງຄວາມຮູ້ສຶກຂັດແຍ້ງ ຫລືຄວາມກັງວົນກ່ຽວກັບຜົນສະທ້ອນ ຂອງການບໍ່ດໍາເນີນຕໍ່ໄປ ກັບການແຕ່ງດອງ ຫລືການຫມັ້ນ ທີ່ໄດ້ຕົກລົງກັນໄວ້; ແລະ
- ສະແດງຄວາມກັງວົນ ກ່ຽວກັບຄວາມຮຸນແຮງທາງຮ່າງກາຍ ຫລືທາງຈິດໃຈ ສໍາລັບການບໍ່ບັນລຸ ຄວາມຄາດຫວັງຂອງຄອບຄົວ ຫລືຊຸມຊົນ.
Ms Hana Assafiri ເນັ້ນຫນັກວ່າ ບໍ່ຄວນມີໃຜຖືກບັງຄັບ ຫລືຂູ່ເຂັນ ໃຫ້ແຕ່ງດອງ. ນາງຊຸກຍູ້ຍິງສາວ ທີ່ຕົກຢູ່ໃນສະຖານະການເຊັ່ນນັ້ນ ໃຫ້ຂໍຄວາມຊ່ອຍເຫລືອ ແລະໃຊ້ແຫລ່ງຊ່ອຍເຫລືອ ທີ່ມີຢູ່ໃນອອສເຕຣເລັຍ.
"ບໍ່ເຄີຍ, ບໍ່ເປັນຫຍັງບໍ່? ບໍ່ເຄີຍ ໂອເຄ? ທີ່ຈະບັງຄັບ ຫລືບັງຄັບຜູ້ໃດກໍຕາມໃນວັດທະນະທັມ, ສາສນາ, ຫລືລັດທິໃດໆ, ຫລືສະມາຄົມ, ການແຕ່ງດອງທີ່ດີທີ່ສຸດ ແລະມີຄວາມສໍາເລັດຫລາຍທີ່ສຸດ ແມ່ນການໄດ້ຮັບຄວາມເຫັນພ້ອມ, ບ່ອນທີ່ຜູ້ຄົນເຂົ້າໃຈ ແລະຕັດສິນໃຈ ຢ່າງອິດສຣະ ແລະມີຂໍ້ມູນ," Ms Assafiri ກ່າວ.
ຖ້າຫາກທ່ານ ຫລືຄົນທີ່ທ່ານຮູ້ຈັກ ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ໃນຄອບຄົວ ແລະໃນບ້ານ, ໃຫ້ໂທຫາ 1800RESPECTທີ່ 1800 737 732, ສົ່ງຂໍ້ຄວາມໄປທີ່ 0458 737 732, ຫລືໄປທີ່ 1800RESPECT.org.au ໃນກໍຣະນີສຸກເສີນ,ໃຫ້ໂທຫາ 000.
ບໍຣິການແນະນໍາສົ່ງຕໍ່ຜູ້ຊາຍ (The Men’s Referral Service), ຊຶ່ງດໍາເນີນງານໂດຍ No to Violence, ສາມາດຕິດຕໍ່ຫາໄດ້ທີ່ 1300 766 491.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ເນື້ອເລື່ອງໂດຍ Maram Ismail ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao