ຄໍາເຕືອນ: ມີພາສາບໍ່ສຸພາບ.
Concetta Caristo ມີຄວາມພູມໃຈທີ່ເປັນ wog
ແຕ່ສໍາລັບພໍ່ຂອງນາງ, ຄໍານັ້ນ ໄດ້ຖືກຖົ່ມໃສ່ລາວ ດ້ວຍຄວາມໂຫດຮ້າຍ.
"ຂ້ອຍໃຊ້ມັນ ເປັນຄໍາແຫ່ງຄວາມພູມໃຈ. ເປັນແບບນັ້ນແທ້ໆ. ແລະເຫັນໄດ້ຢ່າງຊັດແຈ້ງວ່າ ມັນຂຶ້ນຢູ່ກັບນ້້ຳສຽງ. ຖ້າຫາກຂ້ອຍໄດ້ຍິນບາງຄົນ ເວົ້າກັບຂ້ອຍ ດ້ວຍນ້້ຳສຽງທີ່ຮຸນແຮງແບບນີ້, ຂ້ອຍແນ່ໃຈວ່າ ມັນຈະເຮັດໃຫ້ຂ້ອຍເສັຍໃຈ, ເຮັດໃຫ້ຂ້ອຍຈະຕົກຕະລຶງຫລາຍ, ຊຶ່ງສໍາລັບຂ້ອຍ ສະແດງໃຫ້ເຫັນວ່າ ຄໍານັ້ນໄດ້ມາໄກຫລາຍຂນາດໃດ," ນັກສະແດງຕລົກ ແລະຜູ້ຈັດລາຍການ Triple J ໄດ້ບອກກັບ SBS Examines.
"ພໍ່ຂອງຂ້ອຍ ຜູ້ທີ່ເກີດຢູ່ທີ່ນີ້ຄຶດວ່າ, 'ແມ່ນແລ້ວ, ຄຳນັ້ນ ຖືກໃຊ້ດ້ວຍຄວາມໂຫດຮ້າຍ ສໍາລັບຄວາມແຕກຕ່າງ.' ສະນັ້ນ ມັນຈຶ່ງເປັນການປ່ຽນແປງ ທີ່ຫນ້າອັດສະຈັນໃຈ."
ຄໍານີ້ ມີຕົ້ນກໍາເນີດມາຈາກ ຄໍາຫມິ່ນປມາດ 'dago'.
" Dago ບໍ່ໄດ້ຖືກໃຊ້ແລະ... ຖືກເອົາມາແທນດ້ວຍຄໍາວ່າ wog ຊຶ່ງກໍແມ່ນຄຳຫມິ່ນປມາດ," Dr Andonis Piperoglou ຊາວອອສເຕຣເລັຍ/ກຣີກ ຜູ້ຊ່ຽວຊານ ເລື່ອງການພັດຖິ່ນທົ່ວໂລກອະທິບາຍ.
ລາວເວົ້າວ່າ ແຕ່ກ່ອນຄໍານີ້ ຫມາຍເຖິງການຕິດເຊື້ອ ຫລືໂຣກ.
Peter Katholos ອະດີດ Socceroo, ຜູ້ໄດ້ມາອອສເຕຣເລັຍ ຈາກປະເທດກຣີກ ຕອນມີອາຍຸເກົ້າປີ, ຈື່ໄດ້ວ່າຄຳວ່າ wog ຖືກໃຊ້ກັບລາວ.
"ມີບາງເວລາ ທີ່ຂ້ອຍ ຖືກເອີ້ນວ່າ wog, ຫລາຍເທື່ອ," ລາວກ່າວ.
"ທ່ານຖືກເບິ່ງວ່າ ເປັນຄົນແປກຫນ້າ, ເຊັ່ນວ່າ 'ເຈົ້າກໍາລັງເຮັດຫຍັງ ຢູ່ໃນແຜ່ນດິນຂອງພວກເຮົາ?' ເຂົາເຈົ້າ ບໍ່ໄດ້ຄິດເລີຍວ່າ ຜູ້ຄົນເຫລົ່ານີ້ ທີ່ມາຈາກຕ່າງປະເທດ ໄດ້ມາທີ່ນີ້ ເພື່ອເຮັດວຽກຫນັກ ເພື່ອຊ່ອຍສ້າງປະເທດນີ້, ຊຶ່ງຜູ້ອົບພະຍົບໄດ້ເຮັດ."
ໃນຂນະທີ່ ຄໍາວ່າ wog ມີຄວາມຫມາຍທີ່ຊັບຊ້ອນ ສໍາລັບຊາວອອສເຕຣເລັຍຫລາຍຄົນ, Dr Piperoglou ກ່າວວ່າມັ ນໄດ້ຊ່ອຍອະນຸລັກ ເອກະລັກຂອງຜູ້ອົບພະຍົບ ທາງວັດທະນະທັມໃຫມ່.
"ກຸ່ມພັດຖິ່ນ ຈາກເຂດ Mediterranean ສາມາດເລີ່ມລະບຸຕົວເອງ ແລະອ້າງຄວາມເປັນ ອອສເຕຣເລັຍບາງປະເພດ, ຊຶ່ງຂັດກັບ ແລະທ້າທາຍ ການສະແດງວັດທະນະທັມດຽວ ຂອງສິ່ງທີ່ປະກອບ ເປັນຊາວອອສເຕຣເລັຍທີ່ດີ."
ຕອນນີ້ຂອງ SBS Examines ສເລີມສລອງ ຄົບຮອບ 50 ປີຂອງ SBS, ຮັບຮູ້ ຜູ້ຊົມອົບພະຍົບຄົນທໍາອິດ ຂອງສະຖານີຖ່າຍທອດ ແລະການມີສ່ວນຮ່ວມຂອງເຂົາເຈົ້າ ຕໍ່ອອສເຕຣເລັຍສມັຍໃຫມ່.