ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການສອບສວນການຢຽດເຊື້ອຊາດ ໃນບ່ອນທໍາງານ.
Giridharan Sivaraman ກັມມາທິການ ການຈໍາແນກເຊື້ອຊາດຂອງອອສເຕຣເລັຍ ກ່າວວ່າ ອອສເຕຣເລັຍຕ້ອງການ ການສອບສວນການຢຽດເຊື້ອຊາດ ໃນບ່ອນທໍາງານ.
ລາວໄດ້ກ່າວ ໃນຂນະທີ່ຜູ້ນໍາຊຸມຊົນ, ຜູ້ສນັບສນູນ ແລະສະຫະພາບແຮງງານ ໄດ້ມາເຕົ້າໂຮມກັນຢູ່ Canberra ເພື່ອກວດເບິ່ງອຸບປະສັກທາງລະບົບ ທີ່ປະເຊີນໂດຍຊົນພື້ນເມືອງ ແລະຊຸມຊົນຈາກເຊື້ອຊາດອື່ນໆ ຢູ່ໃນບ່ອນທໍາງານ.
Youssef Saudie ແລະ Wing Kuang ລາຍງານ.
ເປັນເວລາ 20 ປີ ຂອງການເປັນຄູສອນໃນໂຮງຮຽນ, Ms Bos ອະທິບາຍເຖິງຕົນເອງວ່າ ເປັນຄົນກະຕືລືລົ້ນ ໃນການສຶກສາຂອງຊາວພື້ນເມືອງ.
ແຕ່ຜູ້ຍິງຊາວ Kaurna ເວົ້າວ່າ ອາຊີບເປັນຄູສອນຂອງນາງ ໄດ້ຖືກທຳລາຍ ເນື່ອງຈາກການແບ່ງແຍກເຊື້ອຊາດ.
"ຂ້ອຍບໍ່ໄດ້ເລື່ອນຕໍາແຫນ່ງ ເພາະເຂົາເຈົ້າຢາກໃຫ້ຂ້ອຍຢູ່ໃນຫ້ອງຮຽນ, ເພາະຂ້ອຍເຮັດວຽກໄດ້ດີ ກັບເດັກນ້ອຍພື້ນເມືອງ. ຂ້ອຍຕ້ອງສອນໃນຫ້ອງຮຽນ ໃນຫົວຂໍ້ທີ່ຂ້ອຍບໍ່ໄດ້ສອນ, ເພາະນັ້ນ ເປັນບ່ອນທີ່ມີເດັກນ້ອຍຊາວພື້ນເມືອງ-ແລະເຮັດຫນ້າທີ່ໃນເດີ່ນຫລິ້ນ."
ນາງເວົ້າວ່າ ມັນເປັນສິ່ງຍາກ ທີ່ຈະລະບຸເຖິງການແຍ່ງແນກເຊື້ອຊາດ ໃນບ່ອນທໍາງານ, ເພາະສ່ວນຫລາຍແລ້ວ ມັນເປັນການຮຸກຮານແບບນ້ອຍໆ (Micro-aggression).
ຢ່າງໃດກໍຕາມ, ເມື່ອການກະທໍາເຫລົ່ານີ້ເພີ່ມຂຶ້ນ, ໃນທີ່ສຸດ Ms Bos ກໍຍອມແພ້ ໃນປີ 2019, ຫລັງຈາກເພື່ອນຮ່ວມງານຂອງນາງ ໄດ້ເວົ້າ ຕລົກກ່ຽວກັບນາງ.
"ຂ້ອຍກຳລັງຢູ່ທີ່ເຄື່ອງຖ່າຍສໍາເນົາ ເພື່ອສໍາເນົາບົດກອນ, ຂ້ອຍໄດ້ກົ້ມລົງຄານ, ເພື່ອພະຍາຍາມຈະເອົາເຈັ້ຍອອກ-ມັນມັນຕິດຢູ່ໃນເຄື່ອງ ແລະມັນບໍ່ທໍາງານ. ແລະເພື່ອນຮ່ວມງານຄົນຫນຶ່ງ ໄດ້ຍ່າງຜ່ານໄປ ແລະເວົ້າວ່າ, Rachel, ເຄື່ອງຖ່າຍສໍາເນົາບໍ່ທໍາງານມື້ນີ້, ມັນຕ້ອງເປັນສີດໍາ."
Ms Bos ໄດ້ຢຸດເຮັດວຽກໃນອາທິດນັ້ນ.
ນາງບໍ່ໄດ້ກັບຄືນໄປຫ້ອງຮຽນນັບແຕ່ນັ້ນມາ.
"ຕາມປົກກະຕິ ຂ້ອຍຈະບໍ່ໃສ່ໃຈໃນເລື້ອງເຫຼົ່ານັ້ນ. ແຕ່ສິ່ງທີ່ກ່ຽວກັບການຈໍາແນກເຊື້ອຊາດ ທີ່ຂ້ອຍຄິດວ່າມັນສໍາຄັນແທ້ໆ ສໍາລັບຜູ້ຄົນທີ່ຈະເຂົ້າໃຈ ຄືກັນກັບການຕາຍ ໂດຍການຖືກແທງຫລາຍພັນເທື່ອ. ການຮຸກຮານເລັກນ້ອຍ ຈະເພີ່ມຂຶ້ນເມື່ອເວລາຜ່ານໄປ, ແລະກາຍເລື້ອງໃຫຍ່ -ຈົນກວ່າທ່ານບໍ່ສາມາດຮັບມັນໄດ້ອີກຕໍ່ໄປ."
ບັດນີ້ Ms Bos ໄດ້ເຂົ້າຮ່ວມກອງປະຊຸມຢູ່ Canberra ໃນຖານະເປັນຕົວແທນ ຈາກສະພາສະຫະພາບແຮງງານຂອງອອສເຕຣເລັຍ (the Australian Council of Trade Unions), ຮ່ວມກັບຜູ້ນໍາຊຸມຊົນ ແລະຜູ້ ສນັບສນູນ ຈາກບ່ອນທໍາງານ ເພື່ອຮຽກຮ້ອງໃຫ້ມີການສອບສວນ ກ່ຽວກັບການແບ່ງແຍກເຊື້ອຊາດ ໃນບ່ອນທໍາງານ.
ຂໍ້ມູນສ່ວນຫລາຍບໍ່ຄົບຖ້ວນ ເພາະຜູ້ຄົນຢ້ານກົວ ທີ່ຈະອອກມາຮ້ອງຮຽນ ຫລືບໍ່ຮູ້ວ່າຈະຮ້ອງຮຽນຢູ່ໃສ.Giridharan Sivaraman ກັມມາທິການການ ຈໍາແນກເຊື້ອຊາດຂອງອອສເຕຣເລັຍ
ກອງປະຊຸມ ໄດ້ຮັບລາຍງານວ່າ ມີການຈໍາແນກເຊື້ອຊາດເພີ່ມຂຶ້ນໃ ນໄລຍະຫ້າປີທີ່ຜ່ານມາ, ຊຶ່ງຖືກຂັບເຄື່ອນໂດຍ COVID-19, ການລົງປະຊາມະຕິ ສຽງຂອງຊາວພື້ນເມືອງ (the Indigenous Voice Referendum), ການໂຈມຕີໃນວັນທີ 7 ຕຸລາ ແລະຂໍ້ຄວາມທາງການເມືອງ ທີ່ຕໍ່ຕ້ານຊາວອິນເດັຍ.
Giridharan Sivaraman ກັມມາທິການການ ຈໍາແນກເຊື້ອຊາດຂອງກ່າວວ່າ ເຖິງແມ່ນວ່າ ຜູ້ຄົນຮູ້ເຖິງຜົນກະທົບໃນທາງລົບ, ແຕ່ຍັງບໍ່ເຫັນພາບຮວມ ວ່າການຈໍາແນກເຊື້ອຊາດ ໃນບ່ອນເຮັດວຽກນັ້ນ ເຮັດໃຫ້ສັງຄົມເສັຍຫາຍຫຼາຍປານໃດ.
"ແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ. ມັນມີຜົນ ກະທົບຕໍ່ບາງຄົນ ເມື່ອເຂົາເຈົ້າມາຈາກຕ່າງປະເທດ ແລະຄຸນສົມບັດຂອງເຂົາເຈົ້າບໍ່ຖືກຮັບຮູ້. ມັນຈະກະທົບກະເທືອນຕໍ່ເຂົາເຈົ້າ ຖ້າຫາກຊື່ຂອງເຂົາເຈົ້າ ບໍ່ເປັນພາສາອັງກິດ, ແລ້ວເຂົາເຈົ້າ ຈະບໍ່ສາມາດໄປສໍາພາດວຽກງານໄດ້. ມັນມີຜົນກະທົບຕໍ່ເຂົາເຈົ້າ ເມື່ອເຂົາເຈົ້າບໍ່ປອດພັຍທາງວັດທະນະທັມ ໃນບ່ອນທໍາງານ. ແຕ່ເຮົາບໍ່ຮູ້ວ່າ ມັນເປັນແນວໃດ. ເຮົາບໍ່ຮູ້ວ່າ ມັນມີຜົນກະທົບຕໍ່ຊີວິດຂອງຜູ້ຄົນແນວໃດ. ເຮົາຮູ້ວ່າ ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ, ແຕ່ເຮົາຕ້ອງຮຽນຮູ້ຕື່ມອີກ."
ໃນຂນະທີ່ ຜູ້ຄົນສາມາດຮ້ອງຮຽນ ພາຍໃຕ້ກົດຫມາຍການຈໍາແນກເຊື້ອຊາດ, ກັມມາທິການກ່າວວ່າ ມັນເປັນພຽງແຕ່ຈຸດນ້ອຍໆ ຂອງສິ່ງທີ່ເກີດຂຶ້ນແທ້ໆ.
ລາວເວົ້າວ່າ ການຈໍາແນກເຊື້ອຊາດ ຢ່າງເປັນລະບົບ ກໍາລັງຢຸດຄວາມກ້າວຫນ້າຂອງຜູ້ຄົນ ໃນວຽກງານຂອງເຂົາເຈົ້າ, ແຕ່ຂໍ້ມູນສ່ວນຫລາຍບໍ່ຄົບຖ້ວນ ເພາະຜູ້ຄົນຢ້ານກົວ ທີ່ຈະອອກມາຮ້ອງຮຽນ ຫລືບໍ່ຮູ້ວ່າຈະຮ້ອງຮຽນຢູ່ໃສ.
"ພວກເຮົາບໍ່ມີຂໍ້ມູນພຽງພໍ ທີ່ຈະຮູ້ວ່າ ການຈໍາແນກເຊື້ອຊາດ ແນເປົ້າໃສ່ຜູ້ໃດແທ້. ເຮົາຮູ້ໃນຄວາມຫມາຍທົ່ວໄປ ວ່າຜູ້ຄົນມີຄວາມສ່ຽງຢູ່ບ່ອນໃດ, ແຕ່ເຮົາຢາກສອບຖາມ ໃນສ່ວນທີ່ເຮົາຈະໄດ້ຍິນເລື່ອງລາວຂອງຜູ້ຄົນ. ເຮົາສາມາດຊີ້ບອກວ່າ ອຸດສະຫະກັມໃດ ທີ່ຕ້ອງຮັບມື ແລະທໍາງານຮ່ວມຕາມລໍາດັບຄວາມສໍາຄັນ."
Michele O'Neil ເປັນປະທານ ຂອງສະພາສະຫະພາບແຮງງານຂອງອອສເຕຣເລັຍ (the Australian Council of Trade Unions).
ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.Michele O'Neil ປະທານ ສະພາສະຫະພາບແຮງງານຂອງອອສເຕຣເລັຍ
ນາງກ່າວວ່າ ການສອບສວນເລື່ອງ Respect at Work ໃນປີ 2018 ກ່ຽວກັບການເລືອກປະຕິບັດທາງເພດ, ຊຶ່ງມີຄໍາແນະນໍາ ທັງ 45 ຂໍ້ ທີ່ຖືກນໍາໃຊ້ໃນນະໂຍບາຍ, ເປັນແບບຢ່າງ ທີ່ສາມາດໃຫ້ຜົນຮັບ ແກ່ການຈໍາແນກເຊື້ອຊາດ.
"ແລະຂ້າພະເຈົ້າດີໃຈ ທີ່ເຫັນວ່າ ບັດນີ້ຫ້າປີຜ່ານໄປ, ນັບແຕ່ມັນໄດ້ຖືກເຜີຍແພ່, ຄໍາແນະນໍາທັງຫມົດ 45 ຂໍ້ນັ້ນໄດ້ຖືກນໍາໃຊ້, ແລະມັນໄດ້ສ້າງຄວາມແຕກຕ່າງ ໃນຊີວິດຂອງຄົນງານ ທີ່ຖືກລ່ວງລະເມີດ ໃນບ່ອນທໍາງານ. ແທ້ຈິງແລ້ວ ມັນເປັນການປ້ອງກັນການລ່ວງລະເມີດ. ມີຫລາຍສິ່ງທີ່ຕ້ອງເຮັດ, ແຕ່ມີຄວາມແຕກຕ່າງຢ່າງຫລາຍ."
Ms O'Neil ກ່າວວ່າ ສະຫະພາບແຮງງານ ໄດ້ຮັບການຮ້ອງຮຽນໃນທຸກອຸດສະຫະກັມ ແລະທຸກໆພາກສ່ວນ, ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.
ນາງຄາດວ່າ ການສອບສວນລະດັບຊາດ ກ່ຽວກັບການຈໍາແນກເຊື້ອຊາດ ໃນບ່ອນທໍາງານ ຈະສົ່ງຜົນທີ່ດີຕໍ່ເຂດເຫລົ່ານີ້ ຂອງສັງຄົມອອສເຕຣເລັຍ.
"ສະນັ້ນ ພວກເຮົາຈຶ່ງຄິດວ່າ ການສອບສວນກ່ຽວກັບການຈຳແນກເຊື້ອຊາດ ຢູ່ບ່ອນທໍາງານ ມີຄວາມສາມາດ ທີ່ຈະເຮັດແບບດຽວກັນ ຄືນໍາບັນຫາອອກມາ, ໃຫ້ແນ່ໃຈວ່າ ເຮົາເຂົ້າໃຈມັນ, ພັດທະນາຍຸດທະວິທີ ທີ່ຈະຮັບມືກັບມັນ, ແລະແລ້ວປ່ຽນຊີວິດຂອງຄົນງານ ແລະບ່ອນທໍາງານໃຫ້ດີຂຶ້ນ."
ລາຍງານໂດຍ Youssef Saudie and Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao






