?ລຸບຂ່າວປະຈຳວັນຂອງ FIFA World Cup 2026™
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບ ໃນມື້ທີ 36 ຂອງ FIFA World Cup 2026.
Argentina ແລະ Spain ກຳລັງຢູ່ໃນຄວາມຝັນຂອງ World Cup
ໂດຍ: Gonzalo Aguirregomezcorta
ທັງ Argentina ແລະ Spain ກໍາລັງຢູ່ໃນຄວາມຝັນຂອງ World Cup ຫລັງຈາກໄດ້ຜ່ານເຂົ້າຮອບຊິງຊນະເລີດ ຂອງການແຂ່ງຂັນ. ໃນເມືອງ Buenos Aires ແລະເມືອງ Madrid, ແຟນບອລກຳລັງແບ່ງປັນຄວາມ ຄວາມຕື່ນເຕັ້ນ, ຄວາມຮູ້ສຶກ ແລະການສເລີມສລອງ.
ຂ້າພະເຈົ້າ ສັກ ພູມີຣັຕນ໌ ແລະນີ້ຄືການສລຸບ ໃນມື້ທີ 36 ຂອງ FIFA World Cup 2026 ຂອງທ່ານ.
ການຜ່ານເຂົ້າເຖິງການແຂ່ງຂັນຮອບສຸດທ້າຍຂອງ Argentina ໄດ້ຖືກກຸມໄວ້ ໄດ້ຢ່າງຫນ້າຕື່ນເຕັ້ນ.
ໃນນາທີ ທີ 92, Lautaro Martínez ໄດ້ໂໝ່ງປະຕູໄຊໃຫ້ແກ່ Albicelesteເຫນືອປະເທດອັງກິດ 2 ປະຕູຕໍ່ 1.
ການສະແດງຄວາມດີໃຈໃນ Buenos Aires ໄດ້ລະເບີດຂຶ້ນ
ແຟນໄດ້ຫລັ່ງໄຫລໄປຕາມຖນົນ, ຫຸ້ມຫໍ່ດ້ວຍສີຟ້າ ແລະຂາວ, ໃນຂນະທີ່ Ezequiel Stremiz ເຂົ້າຮ່ວມກັບຫລາຍລ້ານຄົນ ໃນການສະເລີມ ສລອງໄຊຊະນະ.
“ແມ່ນແລ້ວ, ມັນຍາກທີ່ຈະມ່ວນກັບເກມນັ້ນ ເພາະມັນຕື່ນເຕັ້ນຫລາຍ. ຫມູ່ຂອງຂ້າພະເຈົ້າບາງຄົນ ມີຄວາມດັນເລືອດສູງ ແລະເຂົາເຈົ້າທຸກຄົນກໍໜ້າແດງ. ສໍາລັບຊາວ Argentinian, ມັນມີຄວາມຮູ້ສຶກເຄັ່ງຕຶງຫລາຍ ທຸກເທື່ອທີ່ພວກເຮົາຫລິ້ນກັບປະເທດອັງກິດ. ການສເລີມສລອງ ເປັນເລື່ອງທີ່ບໍ່ໜ້າເຊື່ອຫລາຍ. ທຸກຄົນໄດ້ອອກໄປຕາມຖນົນ. ສະນັ້ນ, ຖນົນທຸກເສັ້ນຈຶ່ງເຕັມໄປດ້ວຍຜູ້ຄົນ ແລະເສື້ອ Argentina, ທຸງຊາດ Argentina. ມັນເປັນເລື່ອງບ້າໃນທາງສງົບ, ໃນການສເລີມສລອງ. ຄ້າຍຄືກັນກັບໄຊຊນະ ເມື່ອສີ່ປີກ່ອນ ຕອນພວກເຮົາໄດ້ຊນະເຕະບານແຊ້ມປ້ຽນໂລກ. ພວກເຮົາດີໃຈຫລາຍ ທີ່ພວກເຮົາໄດ້ໄປເຖິງການແຂ່ງຂັນຮອບຊິງຊນະເລີດ.”
ການປະທະກັບອັງກິດ ແມ່ນຫຼາຍກວ່າເກມເຕະບານເທົ່ານັ້ນ.
ສີ່ສິບປີ ຫລັງຈາກເງົາຂອງສົງຄາມ Falklands ແລະໄຊຊນະ 2-1 ຂອງArgentina ໃນແຊ້ມປ້ຽນໂລກປີ 1986 ໃນປະເທດ Mexico, ພ້ອມດ້ວຍ”Hand of God” ຂອງ Diego Armando Maradona ແລະເປັນປະຕູຂອງສັດຕະວັດ. ແລະໃນເທື່ອນີ້ Argentina ກໍເອົາຊນະປະເທດອັງກິດດ້ວຍຄະແນນດຽວກັນ.... ນັ້ນກໍແມ່ນ 2 ປະຕູຕໍ່ 1.
ການສເລີມສລອງກໍບໍ່ຕ່າງກັນຫຼາຍໃນເມືອງ Madrid.
Spain ເອົາຊນະປະເທດຝຣັ່ງ 2-0 ໃນການແຂ່ງຂັນຮອບຮອງຊນະເລີດ ເປັນຄັ້ງທີສອງ ຂອງ World Cup, ດ້ວຍການຫຼິ້ນທີ່ເໜືອກວ່າ.
ນຸ່ງເສື້ອສີແດງ ແລະເຫລືອງ, ຫລາຍພັນຄົນ ໄດ້ຮ້ອງເພງ ແລະສເລີມ ສລອງທີ່ Plaza Colón.
ທ່າມກາງການສເລີມສລອງນັ້ນ ແມ່ນ Berta Muñoz, ຜູ້ທີ່ກຳລັງຊຶມຊັບໃນທຸກຊ່ວງເວລາ ທີ່ຫນ້າອັດສະຈັນໃຈ.
“ປະສົບການນີ້ ເປັນສິ່ງທີ່ລືມບໍ່ໄດ້. ຂ້າພະເຈົ້າ ຮູ້ສຶກເຖິງຄວາມຕື່ນເຕັ້ນ ຢູ່ຕາມຖນົນຫົນທາງ. ຫລາຍພັນຄົນ ນຸ່ງເຄື່ອງສີແດງ, ແກວ່ງທຸງ Spanish, ເລີ້ມຮ້ອງເພງຕັ້ງດົນນານ ກ່ອນການເລີ່ມເກມ. ແລະເມື່ອ Spain ຍິງປະຕູໄດ້, ທັງເດີ່ນນີ້ກໍລະເບີດ. ແລະໃນທັນໃດນັ້ນ, ຂ້າພະເຈົ້າກໍເຕັ້ນດ້ວຍຄວາມດີໃຈ. ແລະດັ່ງທີ່ທ່ານສາມາດວາດພາບໄດ້, ຫລັງຈາກສຽງເປົ່າໝາກຫວີດເທື່ອສຸດທ້າຍ, ບໍ່ມີໃຜຢາກກັບບ້ານ. ຖນົນຫົນທາງ ເຕັມໄປດ້ວຍຜູ້ຄົນທີ່ສເລີມສລອງ, ເຕັ້ນລໍາ, ຖ່າຍຮູບເພື່ອບັນທຶກຄ່ຳຄືນນັ້ນ. ແລະບັດນີ້ ມີສິ່ງດຽວທີ່ທຸກຄົນກໍາລັງເວົ້າເຖິງ: ການແຂ່ງຂັນຮອບສຸດທ້າຍ. ພວກເຮົາທຸກຄົນ ກໍຝັນຢາກກັບຄືນໄປຫາຄວາມຮູ້ສຶກຕອນທີ່ Spain ຊນະອີກ, ດັ່ງທີ່ໄດ້ເກີດຂຶ້ນ ໃນປະເທດອາຟຣິກາໃຕ້ໃນປີ 2010.”
ໃນວັນພຸດ, Spain ໄດ້ມີການຝຶກຊ້ອມເບົາໆໃນ New Jersey.
ແຕ່ Pedro Porro ແລະ Lamine Yamal ບໍ່ໄດ້ຊ້ອມ ດ້ວຍມີອາການເລັກນ້ອຍ ແຕ່ຄາດວ່າ ຈະສາມາດລົງເດີ່ນໄດ້ໃນນັດຊິງຊນະເລີດ.
ທີມ Argentina ຈະມາຮອດ New York ໃນຄືນນີ້.
ໃນສອງເກມສຸດທ້າຍ ຂອງແຊ້ມປ້ຽນໂລກ, ປະເທດອັງກິດ ຈະປະເຊີນກັບປະເທດຝຣັ່ງ ໃນການແຂ່ງຂັນອັນດັບທີສາມ ໃນວັນອາທິດວັນທີ 19 ເດືອນກໍລະກົດ ເວລາ 7 ໂມງເຊົ້າ, ແລະ Argentina ຈະພົບກັບ Spainໃນການແຂ່ງຂັນຮອບຊິງຊນະເລີດ ໃນວັນຈັນທີ 20 ກໍລະກົດ ເວລາ 5ໂມງເຊົ້າ.
ການແຂ່ງຂັນທັງສອງ ຈະຖືກຖ່າຍທອດທາງ SBS ແລະ SBS On Demand.
ທ່ານກຳລັງຟັງ World Cup Daily Update ສໍາລັບມື້ທີ 21 ຂອງການແຂ່ງຂັນ. ຂ້າພະເຈົ້າ ສັກ ພູມີຣັດ ຜູ້ຈັດລາຍການ
ທ່ານສາມາດເບິ່ງການຖ່າຍທອດສົດ ແລະຟຣີ ທຸກໆນາທີ ຂອງ FIFA World Cup 2026™ ໄດ້ທີ່ SBS ແລະ SBS On Demand.
ລາຍງານໂດຍ Gonzalo Aguirregomezcorta ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






