ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວເຕະບານໂລກ ວັນທີ 10 ມີຖຸນາ 2026.
ຫົວຂໍ້ຂ່າວ: Mbappe ໄດ້ຊ່ອຍໃຫ້ປະເທດຝຣັ່ງ ໄປເຖິງຮອບສີ່ທີມສຸດທ້າຍ ຂອງ FIFA World Cup 2026.
ໂດຍ: Gonzalo Aguirregomezcorta
ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0.
Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.
ຂ້າພະເຈົ້າ ສັກ ພູມີຣັຕນ໌ ແລະນີ້ຄືການສລຸບຂອງທ່ານ ໃນວັນທີ 29 ຂອງ FIFA World Cup 2026.
Mbappé ໄດ້ພາປະເທດ France ຜ່ານ Morocco 2 ປະຕູຕໍ່ 0 ໃນເມືອງ Boston ເພື່ອໄປເຖິງຮອບຮອງຊນະເລີດ ເປັນຄັ້ງທີສາມ ຂອງການແຂ່ງຂັນ FIFA World Cup 2026.
ພາຍໃນຫົກນາທີ ໄດ້ເຫັນ Mbappé ທໍາລາຍທາງຕັນ ຂອງກອງຫຼັງຂອງ Morocco ໃນນາທີ 60, ກ່ອນທີ່ Dembélé ໄດ້ເນັ້ນຢ້ຳໄຊຊນະ ໃຫ້ໝັ້ນຄົງຂຶ້ນ.
Mbappé ໄດ້ພາດການຍິງລູກໂທດ ຫລັງຈາກການທົບທວນ VAR ເປັນເວລາດົນນານ ແຕ່ກໍຍັງສເມີກັບ Lionel Messi ໃນການຍິງໄດ້ແປດປະຕູ ໃນອັນດັບຂອງ Golden Boot.
ດາວເຕະຊາວຝຣັ່ງ ໄດ້ຖືກປ່ຽນໂຕອອກ ດ້ວຍບາດເຈັບຂໍ່ຕີນ ໃນນາທີ ທີ 77 ແຕ່ລາວເວົ້າວ່າ ຄາດຫວັງວ່າ ຈະມີໄດ້ລົງເຕະໃນຮອບຮອງຊນະເລີດກັບ Spain ຫຼື Belgium.
“ພວກເຮົາຢູ່ໃນຮອບ Semi-finals, ພວກເຮົາດີໃຈຫລາຍ ແລະຍັງມີການເດີນທາງອັນຍາວນານລໍຢູ່ຂ້າງຫນ້າ. ເຮົາຮູ້ວ່ າສິ່ງທີ່ຢູ່ຕໍ່ຫນ້າເຮົາຈະຍາກຫລາຍກວ່າ ສິ່ງທີ່ພວກເຮົາໄດ້ເຮັດຜ່ານມາແລ້ວ, ແຕ່ພວກເຮົາພ້ອມແລ້ວ ສໍາລັບທຸກສິ່ງ. ພວກເຮົາຈະຟື້ນໂຕຢ່າງໃຈເຢັນ, ເບິ່ງການແຂ່ງຂັນມື້ອື່ນ ແລະເບິ່ງວ່າ ພວກເຮົາຈະຫລິ້ນກັບໃຜ.”
Morocco ຈົບການແຂ່ງຂັນເຕະບານແຊ້ມປ້ຽນໂລກ ທີ່ຫນ້າຊົງຈໍາ ຊຶ່ງໄດ້ເຫັນ Atlas Lions ຍິງໄດ້ 10 ປະຕູໃນຫົກເກມ, ສເມີກັບ Brazil 1-1 ແລະກໍາຈັດ the Netherlands ໃນຮອບ32ທີມ.
ໃນວັນເສົາ, Spain ທີ່ມທີ່ມີຄວາມຫວັງສູງໃນການແຂ່ງຂັນ ຈະປະເຊີນກັບ Belgium ທີ່ເຕັມໄປດ້ວຍດາວເຕະຊື່ດັງ ໃນເມືອງ Los Angeles.
Spain ຍັງບໍ່ເຄີຍເສັຍປະຕູ ໃນແຊ້ມປ້ຽນໂລກເທື່ອນີ້ ແຕ່ບັດນີ້ ປະເຊີນກັບທິມ Belgium ທີ່ຍິງໄດ້ 12 ປະຕູ ໃນການແຂ່ງຂັນສາມເກມທີ່ຜ່ານມາ, ຮວມທັງການເອົາຊນະ Senegal ແລະຊນະສະຫະລັດອາເມຣິກາ ທີ່ເປັນເຈົ້າພາບຮ່ວມ 4 ປະຕູຕໍ່ 1.
Spain ຈະເບິ່ງໄປທີ່ Mikel Oyarzabal ອີກເທື່ອຫນຶ່ງ, ຜູ້ທີ່ຍິງປະຕູຕິດຕໍ່ກັ ນຕອນສູ້ກັບ Saudi Arabia ແລະ Austria, ໃນຂນະທີ່ Mikel Merino ໄດ້ພິສູດຄຸນຄ່າຂອງລາວ ດ້ວຍການຍິງປະຕູໄຊ ໃນຊ່ວງໄລຍະສຸດທ້າຍຂອງເກມ ໃນການສູ້ກັບ Portugal ໃນຮອບ 16 ທີມສຸດທ້າຍ.
ມັນຈະເປັນການພົບກັນຄັ້ງທີສາມ ໃນເຕະບານແຊ້ມປ້ຽນໂລກ ລະຫວ່າງສອງປະເທດ. Belgium ໄດ້ຊນະການແຂ່ງຂັນປີ 1986 ຮອບ Quarter final ດ້ວຍການຍິງລູກໂທດ, ກ່ອນທີ່ Spain ໄດ້ຮັບໄຊຊນະໃນການແຂ່ງຂັນ ລະດັບແບ່ງກຸ່ມປີ 1990.
ການແຂ່ງຂັນຮອບ Quarter-final ຈະດໍາເນີນຕໍ່ໄປໃນວັນເສົາ ໂດຍທີ່ Spain ຈະປະເຊີນກັບ Belgium ໃນເວລາ 5 ໂມງເຊົ້າ (AEST). ແລະໃນວັນອາທິດ, ປະເທດ Norway ຈະພົບກັບປະເທດອັງກິດ, ໃນຂນະທີ່ Argentina ປະເຊີນກັບ Switzerland.
ທ່ານກຳລັງຟັງ World Cup Daily Update ສໍາລັບມື້ທີ 29 ຂອງການແຂ່ງຂັນ. ຂ້າພະເຈົ້າ ສັກ ພູມີຣັຕນ໌ ຜູ້ຈັດລາຍການ
ທ່ານສາມາດເບິ່ງການຖ່າຍທອດສົດ ແລະຟຣີ ທຸກໆນາທີ ຂອງ FIFA World Cup 2026™ ໄດ້ທີ່ SBS ແລະ SBS On Demand.
ລາຍງານໂດຍ Gonzalo Aguirregomezcorta ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






