ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 1
ສໍາລັບການເມືອງອອສເຕຣເລັຍ ໃນປີ 2025, ມັນເປັນປີ ທີ່ມີນະໂຍບາຍທີ່ຄາດເດົາໄດ້-ແລະຜົນຮັບ ທີ່ຫນ້າຕົກໃຈ.
ນັ້ນຮວມເຖິງ ການເລືອກຕັ້ງໃນເດືອນພຶດສະພາ ທີ່ໄດ້ເຫັນ Labor ຊນະຣັດຖະບານຄືນຢ່າງຖ້ວມລົ້ນ ແລະຜູ້ນໍາຂອງອີກສອງພັກ- Peter Dutton ແລະ Adam Bandt ສູນເສັຍບ່ອນນັ່ງຂອງເຂົາເຈົ້າ.
Deborah Groarke ເບິ່ງເລື້ອງຕ່າງໆຄືນຫຼັງ ໃນ Canberra.
ສໍາລັບຜູ້ຕິດຕາມການເມືອງ ຂອງຣັດຖະບານກາງອອສເຕຣເລັຍ, ຄວາມໝັ້ນຄົງຂອງຊາດ ຄືຈຸດເລີ່ມຕົ້ນຂອງປີ.
ທໍາອິດ, ມັນເປັນການຟື້ນຟູຂໍ້ກ່າວຫາ ທີ່ວ່າຫນ່ວຍຂ່າວລັບຂອງອອສເຕຣເລັຍ ໄດ້ລັກຟັງສຽງໃນຫ້ອງ ຄນະຣັດຖະມົນຕີ ຂອງຣັດຖະບານTimor-Leste, ຊຶ່ງຖືກກ່າວຫາວ່າ ຊອກຫາຂໍ້ມູນ ໃນຂນະທີ່ການເຈຣະຈາ ສົນທິສັນຍາ ເລື້ອງທະເລຕີມໍ (the Timor Sea Treaty).
ແລ້ວໃນເດືອນສິງຫາ, ຣັດຖະບານໄດ້ປະກາດວ່າ ASIO ໄດ້ຕັດສິນວ່າ Iranຢູ່ ເບື້ອງຫລັງການໂຈມຕີ ຕໍ່ຕ້ານຊຸມຊົນຊາວຢິວ ຂອງອອສເຕຣເລັຍ ຢ່າງຫນ້ອຍສອງເທື່ອ - ຊຶ່ງເຮັດໃຫ້ນາຍົກຣັດຖະມົນຕີ Anthony Albanese ປະກາດຕອບໂຕ້ຢ່າງຮຸນແຮງ.
"ເມື່ອບໍ່ດົນມານີ້ ພວກເຮົາໄດ້ແຈ້ງອັກຄະທູດ Iran ປະຈຳອອສເຕຣເລັຍ ວ່າລາວຈະຖືກຂັບໄລ່. ພວກເຮົາໄດ້ລະງັບ ການດໍາເນີນງານ ທີ່ສະຖານທູດຂອງເຮົາ ໃນ Tehran, ແລະບັດນີ້ ນັກການທູດຂອງເຮົາ ທຸກຄົນ ກໍປອດພັຍ ໃນປະເທດທີສາມ. ຂ້າພະເຈົ້າ ຍັງສາມາດປະກາດວ່າ ຣັດຖະບານ ຈະອອກກົດຫມາຍ ທີ່ຈະຈັດລາຍຊື່ ຂອງກອງກຳລັງປະຕິວັດ Islam ຂອງ Iran, (Islamic Revolutionary Guard Corps-IRGC), ວ່າເປັນອົງກອນກໍ່ການຮ້າຍ (Terrorist Organisation)."
ນາຍົກຣັດຖະມົນຕີ ກ່າວວ່າ ການໂຈມຕີທີ່ຖືກຊີ້ນໍາໂດຍ Iran ມີຈຸດປະສົງ ທີ່ຈະທໍາລາຍຄວາມສາມັກຄີທາງສັງຄົມ ໃນອອສເຕຣເລັຍ, ຊຶ່ງລາວຮູ້ສຶກວ່າ ເປັນເລື່ອງຂອງຄວາມໝັ້ນຄົງຂອງຊາດ.
ແລະການລາຍງານ ກ່ຽວກັບ Islamophobia ທີ່ຖືກເຜີຍແພ່ໃນປີນີ້ ໄດ້ເນັ້ນຫນັກວ່າ ທາງການຮູ້ສຶກວ່າ ມັນມີຄວາມສ່ຽງຫລາຍປານໃດ, ພ້ອມດ້ວຍເອກກະສານຂອງ Aftab Malik, ທູດພິເສດ, ເພື່ອຕໍ່ຕ້ານກັບ Islamophobia ໄດ້ບັນທຶກການເພີ່ມຂຶ້ນ 30 ເປີເຊັນ ຂອງການຕໍ່ຕ້ານ ຊາວມູສລິມ ນັບແຕ່ການໂຈມຕີຂອງ Hamas ໃນວັນທີ 7 ຕຸລາ.
"ພວກເຮົາໄດ້ເຫັນຊາວມູສລິມ ແລະເດັກນ້ອຍ ຕົກເປັນເປົ້າຫມາຍ, ບໍ່ແມ່ນເພາະ ສິ່ງທີ່ເຂົາເຈົ້າເຮັດ ແຕ່ເພາະວ່າເຂົາເຈົ້າເປັນໃຜ ແລະນຸ່ງຖືແບບໃດ."
ສໍາລັບຜູ້ອໍານວຍການຮ່ວມຂອງ Islamophobia, Sharara Attai, ການຕອບສນອງ ຂອງຣັດຖະບານ ກໍຍັງບໍ່ດີເທົ່າທີ່ຄວນ- ແຕ່ Anthony Albanese ບໍ່ໄດ້ຄຶດແບບນັ້ນ.
"ພວກເຮົາ ໄດ້ອອກກົດຫມາຍ ຕໍ່ຕ້ານຄຳເວົ້າ ທີ່ສະແດງຄວາມກຽດຊັງ. ພວກເຮົາໄດ້ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ກົດໝາຍ ຄວາມກຽດຊັງ ຂອງ Commonwealth ເພື່ອເຮັດໃຫ້ການຂູ່ເຂັນ ດ້ວຍຄວາມຮຸນແຮງເປັນອາດຊະຍາກັມ.... ທີ່ແນໃສ່ບຸກຄົນ ຫລືກຸ່ມທີ່ອີງຕາມເຊື້ອຊາດ, ສາສນາ ຫລືສັນຊາດ. ສິ່ງນີ້ ໃຊ້ໄດ້ທັງໝົດ...ພວກເຮົາມີຄວາມສມ່ຳສເມີ."
ໃນຂນະດຽວກັນ, ເຖິງແມ່ນວ່າ ຣັດຖະບານຫວັງວ່າ ຊາວອອສເຕຣເລັຍ ຈະເຂົ້າກັນໄດ້ດີຫຼາຍຂຶ້ນ, ແຕ່ກໍຍັງຫວັງວ່າຜູ້ມີສິດເລືອກຕັ້ງຈະເຂົ້າກັນໄດ້ຕໍ່ໄປ.
ດັ່ງນັ້ນ, ຈຶ່ງມີການເລືອກຕັ້ງຣັດຖະບານກາງ ໃນເດືອນພຶດສະພາ.
"ເພື່ອນຊາວອອສເຕຣເລັຍຂອງຂ້າພະເຈົ້າ, ມື້ເຊົ້ານີ້ ຂ້າພະເຈົ້າໄດ້ເຂົ້າພົບ the Governor General ແລະທ່ານໄດ້ຮັບເອົາ ຄໍາແນະນໍາຂອງຂ້າພະເຈົ້າ ວ່າຈະໃຫ້ມີການເລືອກຕັ້ງ ໃນວັນເສົາທີ 3 ເດືອນພຶດສະພາ 2025."
ການເລືອກຕັ້ງນັ້ນໄດ້ເຫັນ Labor ບໍ່ພຽງແຕ່ ກັບມາເປັນຣັດຖະບານເທົ່ານັ້ນ, ແຕ່ຍັງໄດ້ຮັບບ່ອນນັ່ງຫຼາຍເປັນປວັດການ, ຊຶ່ງເຮັດໃຫ້ນາຍົກມີອາລົມດີ ຕອນໄປທີ່ເມືອງ Marrickville ໃນເຂດເລືອກຕັ້ງຂອງລາວ ໃນເຊົ້າມື້ຕໍ່ມາ.
ໃນທາງກົງກັນຂ້າມ, Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສູນເສັຍບ່ອນນັ່ງ ຢູ່ Queensland, ແລະໄດ້ຫາຍໂຕໄປຢ່າງງຽບໆ.
Adam Bandt ຜູ້ນໍາພັກ Greens ກໍໄດ້ເສັຍບ່ອນນັ່ງ ໃນເຂດເລືອກຕັ້ງMelbourne ຄືກັນ.
"ເພື່ອຈະຊນະໃນເຂດ Melbourne, ພວກເຮົາຕ້ອງເອົາຊນະ Liberal, Labor ແລະ One Nation ຮວມກັນ. ແລະມັນເປັນພູສູງ ທີ່ພວກເຮົາໄດ້ປີນມາສອງສາມເທື່ອແລ້ວ, ແຕ່ເທື່ອນີ້ ພວກເຮົາບໍ່ສາມາດປີນໄດ້."
Anthony Albanese ບໍ່ເສັຍເວລາ ໃນການວາງນະໂຍບາຍ ໃນການຮັບຕໍາແຫນ່ງ ເທື່ອທີສອງຂອງລາວ.
"ໂຄງການໃນທາງບວກ ທີ່ພວກເຮົາໄດ້ເຮັດ ໃນການເລືອກຄັ້ງນີ້ ໄດ້ຖືກຫລໍ່ຫລອມ ໂດຍລໍາດັບຄວາມສໍາຄັນ ຂອງຊາວອອສເຕຣເລັຍ ແລະຣັດຖະບານຂອງພວກເຮົາ ຈະອຸທິດເວລລາອີກສາມປີຕໍ່ໄປ ເພື່ອສ້າງຄວາມແຕກຕ່າງໃນທາງບວກ ໃຫ້ແກ່ຊີວິດຂອງທ່ານ ແລະອະນາຄົດຂອງທ່ານ."
ແຕ່ນັ້ນ ເປັນວຽກງານທີ່ຊັບຊ້ອນ.
Jason Clare ຣັດຖະມົນຕີກະຊວງສຶກສາ ໄດ້ຮັກສາຄໍາສັນຍາ ຂອງນາຍົກ ທີ່ຈະນໍາໃຊ້ການຫລຸດໜີ້ຂອງ HECS 20 ເປີເຊັນ ຊຶ່ງເປັນລໍາດັບທໍາອິດ ຂອງຣັດຖະບານຊຸດໃຫມ່.
"ຫນີ້ສເລັ່ຍຂອງ HECS ໃນປັດຈຸບັນນີ້ ແມ່ນປະມານ 27 ພັນໂດລາ. ສິ່ງນີ້ ຈະຫຼຸດຫນີ້ນັ້ນ ໄດ້ປະມານ 5 500 ໂດລາ."
ເຖິງຢ່າງໃດກໍຕາມ, ຣັດຖະບານ ຍັງບໍ່ໄດ້ຈັດການ ກັບຄວາມເປັນຫ່ວງທີ່ເກີດຂຶ້ນຢ່າງຕໍ່້ນື່ອງ ໃນປີນີ້ ກ່ຽວກັບວິທີ ທີ່ຂັ້ນຕອນການຈັດດັດຊະນີ ຊຶ່ງເຮັດໃຫ້ຫນີ້ສິນເພີ່ມຫລາຍຂຶ້ນ ກ່ອນການຈ່າຍຄືນ ຜ່ານລະບົບການເກັບພາສີ-ແລະວ່າລະບົບ HECSເ ຮັດໃຫ້ຜູ້ຍິງ ຕົກຢູ່ໃນຄວາມເສັຍປຽບ ເພາະເຂົາເຈົ້າຮຽນຈົບດ້ວຍຫນີ້ສິນທີ່ຫລາຍກວ່າ, ແລະພ້ອມທັງມີລາຍໄດ້ ຫນ້ອຍກວ່າຜູ້ຊາຍ.
ບໍ່ແປກໃຈເລີຍ ທີ່ນັກຮຽນເຫລົ່ານີ້ ໄດ້ບອກ SBS ວ່າເຂົາເຈົ້າດີໃຈ ກັບການປ່ຽນແປງ-ແຕ່ຍັງຄົງລະມັດລະວັງ.
ນັກຮຽນ 1 :"ຂ້ອຍຄິດວ່າ ນັ້ນເປັນທາງບວກ ແຕ່ມັນຍັງກໍ່ໃຫ້ເກີດຄໍາຖາມວ່າ ກໍາລັງເຮັດຫຍັງອີກແດ່."
ນັກສຶກສາ 2:" ຂ້ອຍຄິດວ່າ ມັນເປັນການດູຖູກ ທີ່ນັກການເມືອງລຸ້ນຫນຶ່ງ ທີ່ສ່ວນຫລາຍໄດ້ຮັບການສຶກສາຟຣີ."
ມີການເຄື່ອນໄຫວເຊັ່ນກັນ ໃນເລື່ອງທີ່ຮຽກຮ້ອງມາເປັນເວລາດົນນານ ໂດຍຜູ້ສນັບສນູນ ທີ່ມີຄວາມກັງວົນ ກ່ຽວກັບຄວາມຮຸນແຮງທາງເພດ, ໂດຍມີການໂຈມຕີທາງເພດ ຫລາຍກວ່າ 14,000 ເທື່ອຢູ່ໃນມະຫາວິທະຍາລັຍ ໃນແຕ່ລະປີ.
ກົດຫມາຍ ໄດ້ຜ່ານສະພາຜູ້ແທນໃນເດືອນສິງຫາ ເພື່ອຈັດຕັ້ງກົດລະບຽບການສຶກສາລະດັບສູງແຫ່ງຊາດ, ຕາມທີ່ Carol Berry ຜູ້ແທນຂອງຣັດຖະບານ ບອກຕໍ່ສະພາ.
"ກົດຫມາຍນີ້ ຈະເປັນເສັ້ນທາງ ໄປສູ່ຄວາມຍຸດຕິທັມ ສໍາລັບຜູ້ລອດຊີວິດ, ໃນຂນະທີ່ ພະຍາຍາມໃຫ້ຄວາມຮຸນແຮງທາງເພດສິ້ນສຸດລົງ. ແລະຜູ້ນໍາສະຖາບັນ ຈະຖືກຄາດຫວັງ ໃຫ້ນໍາພາການປ່ຽນແປງຢ່າງແຂງຂັນ. Vice-chancellors ແລະ CEOs ຈະຕ້ອງປະເຊີນຫນ້າກັບບັນຫາເຫລົ່ານີ້ໂດຍກົງ."
ຣັດຖະບານ ຍັງໄດ້ໃຊ້ເວລາໃນປີນີ້ ເພື່ອເອົາໃຈໃສ່ ກັບການດູແລຜູ້ສູງອາຍຸ.
ມີການເວົ້າລົມກັນຫລາຍເທື່ອໃນປີນີ້ ກ່ຽວກັບລາຍຊື່ການລໍຖ້າເປັນເວລາດົນນານ ໃນການຂໍຊ່ອຍເຫລືອຢູ່ບ້ານ.
ດ້ວຍເຫດນີ້, ການປ່ຽນແປງກົດ ເພື່ອວ່າຄົນໄຂ້ທີ່ຮັບການດູແລຢູ່ບ້ານ ແລະຜູ້ອາສັຍຢູ່ໃນສະຖານທີ່ດູແລຜູ້ສູງອາຍຸ ຕ້ອງຈ່າຍເງິນຂອງຕົນເອງຫລາຍກວ່າເກົ່າ ກໍເປັນຈຸດສໍາຄັນ ຂອງການໂຕ້ຖຽງກັນຢ່າງຮຸນແຮງ - ຊຶ່ງ Sam Rae ຣັດຖະມົນຕີການດູແລຜູ້ສູງອາຍຸ (Aged Care Minister) ກ່າວວ່າ ມັນກ່ຽວກັບການໃຫ້ສັກສີ ແກ່ຜູ້ສູງອາຍຸອອສເຕຣເລັຍ-ແລະເຮັດໃຫ້ລະບົບ ມີຄວາມຍືນຍົງ.
"ໂຄງການປັບປຸງໃຫມ່ ທີ່ອະນຸຍາດໃຫ້ຜູ້ສູງອາຍຸຢູ່ໃນບ້ານເຮືອນ ແລະໃນຊຸມຊົນຂອງເຂົາເຈົ້າ ນານທີ່ສຸດເທົ່າທີ່ຈະເປັນໄປໄດ້ ພ້ອມດ້ວຍລະດັບການສນັບສນູນ ແລະການດູແລ ທີ່ເຫມາະສົມ."
ບາງຄົນ ກໍບໍ່ຫມັ້ນໃຈກັບຄຳເວົ້າ ຂອງຣັດຖະມົນຕີ.
Natalie Siegel-Brown ຜູ້ກວດກາທົ່ວໄປຂອງຂອງການດູແລຜູ້ສູງອາຍຸ (The Inspector-General of Aged Care) ແນະນໍາວ່າ ມີຄວາມສ່ຽງຫລາຍຂຶ້ນ ທີ່ຜູ້ສູງອາຍຸອອສເຕຣເລັຍບາງຄົນ ຈະຖືກບັງຄັບ ໃຫ້ພາດການດູແລ, ເພາະພາຍໃຕ້ການປ່ຽນແປງ, ຄ່າຈ່າຍຂອງສິ່ງຕ່າງໆ ເຊັ່ນການບົວລະບັດ ແລະການບຳບັດຮ່າງກາຍ ຈະຖືກຈ່າຍໂດຍຣັດຖະບານ, ແຕ່ຜູ້ອາສັຍຢູ່ໃນສະຖານທີ່ດູແລຜູ້ສູງອາຍຸ ຈະຕ້ອງຈ່າຍເງິນຈໍານວນຫນຶ່ງ ສໍາລັບສິ່ງທີ່ເອີ້ນວ່າ 'ການສນັບສນູນພິເສດ (Independence Supports)' ເຊັ່ນການອາບນ້ຳ ແລະການເດີນທາງ.
"ຄວາມເປັນຫ່ວງຂອງຂ້າພະເຈົ້າແມ່ນວ່າ ຜູ້ຄົນທີ່ມີຊັບສິນຫນ້ອຍທີ່ສຸດ ໃນຊຸມຊົນຂອງເຮົາ ອາດຕ້ອງປະຖິ້ມຫລາຍທີ່ສຸດ ພາຍໃຕ້ຮູບແບບ ຂອງການຈ່າຍເງິນຮ່ວມ (Co-payments). ແລະແນ່ນອນວ່າ ສິ່ງນີ້ອາດຊຸກຍູ້ຜູ້ຄົນ ໃຫ້ໄປຮັບການດູແລ ໃນທີ່ພັກຜູ້ອາວຸໂສໄວກວ່າເກົ່າ, ຊຶ່ງເຮັດໃຫ້ຜູ້ເສັຍພາສີ ແບກຮັບຄ່າໃຊ້ຈ່າຍຫຼາຍຂຶ້ນ. ຂ້າພະເຈົ້າຮູ້ສຶກວ່າ ມັນຈໍາເປັນຕ້ອງຖືກທົບທວນຄືນອີກ."
ຄວາມກົດດັນ ໃນການຕິດຕາມຄ່າຄອງຊີບ ໄດ້ສົ່ງຜົນກະທົບທົ່ວໄປ, ໂດຍສະເພາະ ກັບຄວາມສາມາດໃນການຈ່າຍຄ່າທີ່ຢູ່ອາສັຍ.
ສະນັ້ນ ການເມືອງຂອງຣັດຖະບານກາງໃນປີນີ້ ຈຶ່ງເປັນຈຸດສໍາຄັນຂອງການໂຕ້ຖຽງກັນວ່າ ຈະເຮັດແນວໃດ ກ່ຽວກັບເລື່ອງນີ້, ດັ່ງທີ່ຫຼາຍລາຍງານບອກວ່າ ມັນຮ້າຍແຮງປານໃດ.
Clare O'Neil ຣັດຖະມົນຕີກະຊວງທີ່ຢູ່ອາສັຍ ກ່າວວ່າ ຣັດຖະບານໄດ້ພະຍາຍາມແກ້ໄຂບັນຫານີ້ ໂດຍການຊຸກຍູ້ ໃຫ້ມີການປຸກເຮືອນເພີ່ມຫລາຍຂຶ້ນ, ແລະຈັດຕັ້ງການວາງເງິນມັດຈຳ ຫ້າເປີເຊັນ ສໍາລັບຜູ້ຊື້ເຮືອນຫຼັງທໍາອິດ.
"ນະໂຍບາຍນີ້ ຈະມີຜົນກະທົບທີ່ມີຄວາມຫມາຍຫລາຍ ສໍາລັບຜູ້ທີ່ເລືອກໃຊ້ມັນ."
ແຕ່ການເຄື່ອນໄຫວນັ້ນ ບໍ່ມີຜົນກະທົບຫຍັງ ສໍາລັບຜູ້ເລືອກຕັ້ງບາງຄົນ-ແລະ Senator Jane Hume ໂຄສົກຝ່າຍການເງິນຂອງຝ່າຍຄ້ານ
"ນັ້ນຈະເຮັດໃຫ້ລາຄາສູງຂຶ້ນ. ແນ່ນອນ, ນັ້ນຈະບໍ່ມີຜົນກະທົບຕໍ່ supplyເລີຍ."
ໃນຂນະດຽວກັນ, ໃນຂນະທີ່ຊາວອອສເຕຣເລັຍ ເປັນຫ່ວງກ່ຽວກັບສິ່ງທີ່ຈະເອີ້ນວ່າບ້ານ, ຣັດຖະບານ ກໍຍັງມີຄວາມກະຕືລືລົ້ນ ຢູ່ໃນຫຼັງບ້ານຂອງຕົນເອງ ທີ່ຈະສ້າງຄວາມໜ້າເຊື່ອຖື ໃນຖານະມະຫາອຳນາດລະດັບກາງຂອງຕົນ ໃນເວທີໂລກໃນປີ 2025.
Mr Albanese ໄດ້ບິນອອກຈາກ Perth ເພື່ອໄປຮ່ວມກອງປະຊຸມ ໃນເມືອງ Johannesburg, ຊຶ່ງຈະເຫັນລາວ ກາຍເປັນນາຍົກຄົນທໍາອິດຂອງອອສເຕຣເລັຍ ໃນຫລາຍກວ່າສິບປີ ທີ່ຈະໄປຢ້ຽມຢາມປະເທດອາຟຣິກາໃຕ້.
ໂດຍທີ່ມີການປ່ຽນແປງໃນ Washington, ສ່ວນຫນຶ່ງຂອງວຽກງານຂອງຣັດຖະບານ ຄືການດຳເນີນການຢ່າງລະມັດລະວັງເມື່ອ Donald Trump ໄດ້ປະກາດຫລາຍເທື່ອ ກ່ຽວກັບການເກັບພາສີ ທີ່ຮວມທັງສິນຄ້າຂອງອອສເຕຣເລັຍ, ຕາມຄໍາແນະນໍາຂອງຜູ້ແທນສະພາສູງ, David Shoebridge, ຂອງພັກ Green.
"ເພາະວ່າມັນເປັນລະບົບການປົກຄອງຫົວຮຸນແຮງ ທີ່ອັນຕະຣາຍ ໃນ Washington, ແລະເຮົາຕ້ອງຮັບມືກັບມັນ ດ້ວຍວຸດທິພາວະ (Maturity) ແລະເປັນອິດສຣະ."
ມັນຍັງຫມາຍເຖິງ ການເຈຣະຈາທາງການທູດ ແລະຢ່າງຕໍ່ເນື່ອງ ໃນ ຂນະທີ່ຣັດຖະບານຂອງ Trump ພິຈາຣະນາ ວ່າມັນຈະຍັງປະຕິບັດຕາມຂໍ້ຕົກລົງຂອງ AUKUS ຫລືບໍ່, ຊຶ່ງໄດ້ຕົກລົງກັນລະຫວ່າງປະເທດອັງກິດ, ສະຫຣັດອາເມຣິກາ ແລະອອສເຕຣເລັຍ ພາຍໃຕ້ Joe Biden-ຊຶ່ງບໍ່ແມ່ນຄົນ ທີ່ປະທານາທິບໍດີມັກປານໃດ.
ໃນທີ່ສຸດ ອອສເຕຣເລັຍກໍໄດ້ຮັບຂ່າວວ່າ ທຸກສິ່ງເປັນໄປດ້ວຍດີ.
ນັກຂ່າວ: "ທ່ານຈະຮັບປະກັນໄດ້ແນວໃດ ວ່າອອສເຕຣເລັຍ ຈະໄດ້ຮັບເຮືອ?"
TRUMP: "ໂອ້ ມັນໄດ້ຮັບມັນ. ບໍ່, ເຂົາເຈົ້າໄດ້ຮັບມັນ."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao








